ໂຮງຮຽນມໍປາຍທ່າແຂກ ແຂວງຄໍາມ່ວນ ຈັດພິທີເປີດຂະບວນການແຂ່ງຂັນ ແລະ ຍ້ອງຍໍ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ" ຕິດພັນກັບ 3 ຂໍ້ແຂ່ງຂັນ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສັກປະດິດ ແກ້ວມະນີ ຜູ້ອຳນວຍການໂຮງຮຽນມໍປາຍທ່າແຂກ, ມີແຂກຖືກເຊີນ, ພະນັກງານ ຄູ-ອາຈານເຂົ້າຮ່ວມ.
ທ່ານ ພອນພິລົມ ບຸນໄຊ ຮອງຜູ້ອໍານວຍການໂຮງຮຽນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນແຂ່ງຂັນ ແລະ ຍ້ອງຍໍ ປີ 2024 ຜ່ານມາ ແລະ ເປີດຂະບວນການແຂ່ງຂັນ ທີ່ຕິດພັນກັບການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຄື: ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສິ່ງແວດລ້ອມທີ່ດີໃນໂຮງຮຽນ, ຄູທຸກຄົນໄດ້ເອົາໃຈໃສ່ໃນການສ້າງແຜນການສອນ, ການແຕ່ງບົດສອນ, ການຜະລິດສື່ການສອນ ແລະ ການນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການສິດສອນ, ປະຕິບັດໂຄງການຫຼັກສູດຂອງແຕ່ລະວິຊາຮຽນ ຕາມແຜນການສອນຂອງຄູ, ຈັດການສອບເສັງຄັດເລືອກ ແລະ ນໍາພານັກຮຽນເຂົ້າຮ່ວມການສອບເສັງນັກຮຽນເກັ່ງໃນລະດັບແຂວງ ແລະ ຈັດການບໍາລຸງນັກຮຽນເກັ່ງທີ່ຈະໄປສອບເສັງໃນລະດັບຊາດ, ສຶກສາອົບຮົມແນວຄິດນັກຮຽນໃຫ້ເຂົ້າໃຈສະພາບແວດລ້ອມ, ເສດຖະກິດ-ສັງຄົມ, ເຂົ້າໃຈຜົນເສຍຫາຍຂອງການມົ້ວສຸມສັງຄົມ ແລະ ການສ້າງສະພາບແວດລ້ອມໃນໂຮງຮຽນໃຫ້ເປັນໂຮງຮຽນສີຂຽວ, ສ້າງກິດຈະກຳກິລາ, ສິລະປະວັນນະຄະດີ ແລະ ກິດຈະກຳອື່ນໆ. ເພື່ອໃຫ້ນັກຮຽນມີການພົວພັນກັນ, ເປັນການສ້າງຄວາມສາມັກຄີໃນໝູ່ນັກຮຽນ ແລະ ຄູ-ອາຈານ ໃຫ້ຫຼາຍຂຶ້ນ. ຜ່ານການຈັດຕັ້ງວຽກງານຕົວຈິງ ສາມາດປະເມີນຜົນຂອງຂະບວນການແຂ່ງຂັນໃນໄລຍະ 1 ປີ ຜ່ານມາ ຊຶ່ງປະກອບມີພະນັກງານ-ລັດຖະກອນທີ່ມີຜົນງານດີເດັ່ນ ແລະ ໄດ້ມີການຈັດປະເພດການຍ້ອງຍໍ ຂັ້ນກະຊວງສຶກສາທິການ ແລະ ກິລາ ຈໍານວນ 51 ທ່ານ, ຍ້ອງຍໍຂັ້ນພະແນກສຶກສາທິການ ແລະ ກິລາແຂວງ 28 ທ່ານ. ພ້ອມນີ້ ຍັງໄດ້ວາງຄາດໝາຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໃນຕໍ່ໜ້າ ໂດຍການຕັ້ງໜ້າສູ້ຊົນ, ບຸກບືນ ແຂ່ງຂັນພັດທະນາ ໃນ 4 ຄາດໝາຍລວມຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍ.
(ຂ່າວ-ພາບ: ກອງຄໍາ)