ໃນ​​​ວັນ​ທີ 26ກຸມ​ພານີ້ທີ່​​ສໍານັກງານຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາ​ງພັກ, ທ່ານບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ(ຄຕພ) ​ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ທ່ານ Jung Yung-Sooເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສເກົາຫຼີ ປະຈໍາ ສປປ ລາວ.
ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຊົມເຊີຍຕໍ່ທ່ານບຸນເຫຼືອພັນດານຸວົງທີ່ໄດ້ຮັບມອບໝາຍໜ້າທີ່ອັນສໍາຄັນໃຫ້ດໍາລົງຕໍາແໜ່ງເປັນຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊື່ອໝັ້ນວ່າດ້ວຍປະສົບການຂອງທ່ານຈະສືບຕໍ່ຊຸກຍູ້ການປະສານສົມທົບລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກແລະສະຖານເອກອັກຄະລັດຖະທູດສເກົາຫຼີປະຈໍາສປປລາວເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືທີ່ດີລະຫວ່າງສອງປະເທດສປປລາວ-ສ ເກົາຫຼີໃຫ້ໄດ້ຮັບການພັດທະນາ.
ໃນໂອກາດນີ້, ທ່ານບຸນເຫຼືອ ພັນດານຸວົງ ​ໄດ້​ສະແດງຄວາມຂອບໃຈ ຕໍ່ການຊົມເຊີຍຂອງ ທ່ານ ເອກອັກຄະລັດຖະທູດ ສເກົາຫຼີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ສປປລາວ-ສເກົາຫຼີຕະຫຼອດໄລຍະ 30 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສເກົາຫຼີທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງສອງຝ່າຍ ເປັນຕົ້ນແມ່ນຂົງເຂດສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ, ກະສິກຳ, ການພັດທະນາຊົນນະບົດແລະ ອື່ນໆຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງ,ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ, ພ້ອມທັງ ຍິນດີຈະຮ່ວມກັບ ທ່ານເອກອັກຄະລັດຖະທູດ ສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນພາຍໃນປະເທດ, ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
(ຂ່າວ: ກົມ ອປອ, ຄຕພ; ພາບ: ແສງຈັນ)