
ວັນທີ 26 ກຸມພານີ້ທີ່ນະຄອນຫຼວງຮ່າໂນ້ຍສສ ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ”.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບກຽດຂຶ້ນກ່າວຄຳເຫັນ ພາຍໃຕ້ຫົວຂໍ້ “ການຮ່ວມມືຂອບອະນຸພາກພື້ນອາຊຽນ ເພື່ອຄວາມເຂັ້ມແຂງ ແລະ ຍືນຍົງ”. ໃນນີ້, ທ່ານ ລັດຖະມົນຕີ ໄດ້ຍົກໃຫ້ເຫັນບົດບາດສຳຄັນຂອງການຮ່ວມມືຂອບອະນຸພາກພື້ນອາຊຽນ ທີ່ໄດ້ປະກອບສ່ວນເຂົ້າໃນການເຊື່ອມໂຍງພາກພື້ນ ກໍຄື ຂະບວນການສ້າງປະຊາຄົມອາຊຽນ ໂດຍສະເພາະການສ້າງຄວາມເຂັ້ມແຂງ, ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ແລະ ການເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນ ຊຶ່ງແນໃສ່ເຮັດໃຫ້ທຸກປະເທດມີການພັດທະນາໄປພ້ອມໆກັນ. ປັດຈຸບັນ, ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ແມ່ນມີຫຼາຍການຮ່ວມມືຂອບອະນຸພາກພື້ນ, ລວມທັງບັນດາການຮ່ວມມືຂອບລຸ່ມແມ່ນໍ້າຂອງ ຊຶ່ງໄດ້ຊ່ວຍສົ່ງເສີມການຮ່ວມມືດ້ານການເຊື່ອມຈອດຕາມຊາຍແດນ, ການຄ້າ ແລະ ການລົງທຶນ, ການໄປມາຫາສູ່ລະຫວ່າງປະຊາຊົນ, ການພັດທະນາແບບຍືນຍົງ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມຍືນຍົງດ້ານສິ່ງແວດລ້ອມ, ຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ ແລະ ອື່ນໆ. ຜົນຂອງການຮ່ວມມືເຫຼົ່ານີ້ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ກົນໄກການຮ່ວມມືຂອງພາກພື້ນ ກໍຄື ຂະບວນການສ້າງປະຊາຄົມອາຊຽນ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ຊຸກຍູ້ໃຫ້ບັນດາການຮ່ວມມືຂອບອະນຸພາກພື້ນ ແລະ ພາກພື້ນອາຊຽນ ສືບຕໍ່ຮັດແໜ້ນການປະສານງານກັນດ້ານນະໂຍບາຍ ແລະ ຂົງເຂດການຮ່ວມມື; ການສົ່ງເສີມການຮ່ວມມືດ້ານໂຄງລ່າງພື້ນຖານ ແລະ ການເຊື່ອມຈອດດ້ານດີຈີຕອນ; ການພັດທະນາທີ່ຍືນຍົງ ແລະ ທຸກຄົນມີສ່ວນຮ່ວມ; ການລະດົມຂົນຂວາຍທຶນຮອນ ແລະ ສົ່ງເສີມການເປັນຄູ່ຮ່ວມມື; ແລະ ການຮ່ວມມືຂອງພາກປະຊາຊົນ ຊຶ່ງທັງໝົດນີ້ຈະຊ່ວຍສ້າງຂີດຄວາມສາມາດໃຫ້ແກ່ປະເທດສະມາຊິກອາຊຽນ ໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ ຫຼັງປີ2025.
(ຂ່າວ-ພາບ: ກຕທ)