
ທີມຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຊະນະເລີດການແຂ່ງຂັນເຕະບານຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ປະຈໍາປີ 2024. ການແຂ່ງຂັນເລີ່ມແຕ່ວັນທີ16 ມັງກອນ ຜ່ານມາ ແລະ ໄດ້ສໍາເລັດໃນວັນທີ 25 ກຸມພາ ນີ້ດ້ວຍຜົນສໍາເລັດອັນຈົບງາມ ທີ່ເດີ່ນລ້ານຊ້າງສະເຕດຽມບ້ານໜອງໄຮເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມມອບຫຼຽນລາງວັນຂອງ ທ່ານມອນໄຊລາວມົວຊົງ ກໍາມະການສໍາຮອງສູນກາງພັກເລຂາຄະນະພັກ ເລຂາ ຄຊປປລ, ທ່ານກິ່ງມະໂນພົມມະຫາໄຊຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ (ສສກ), ມີບັນດາບໍລິສັດຫ້າງຮ້ານຜູ້ອຸປະຖໍາ, ຄະນະກໍາມະການຕັດສິນ-ຄູຝຶກ, ນັກກິລາ ພ້ອມດ້ວຍຜູ້ຊົມ-ເຊຍເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານທອງລີສີສຸລິດຮອງເລຂາ ຄຊປປລ ປະທານຈັດການແຂ່ງຂັນໄດ້ກ່າວວ່າ: ການຈັດການແຂ່ງຂັນກິລາໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສຳຄັນຂອງຊາດຂອງພັກຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ; ວັນຊາດທີ 2 ທັນວາ ຄົບ ຮອບ 50 ປີ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງ ຊປປ ລາວ ຄົບຮອບ 70 ປີ, ພ້ອມທັງຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IXດ້ວຍຄວາມເບີກບານມ່ວນຊື່ນ ແລະ ກຽມຈິດກຽມໃຈເຂົ້າສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ Xແລະທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງຄະນະພັກ, ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ບັນດາກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະມວນຊົນມີສ່ວນຮ່ວມໃນການສົ່ງເສີມພັດທະນານັກກິລາເຕະບານ ໃຫ້ມີປະສິດທິພາບຢ່າງກວ້າງຂວາງ.
ຜົນການແຂ່ງຂັນໃນຄັ້ງນີ້: ລາງວັນຊະນະເລີດ (ທີ1): ຄຊປປລກະຊວງປ້ອງກັນຄວາມສະຫງົບໄດ້ຮັບເງິນສົດມູນຄ່າ 20,000,000 ກີບພ້ອມຂັນລາງວັນ 1 ໜ່ວຍ ມູນຄ່າ 15,000,000 ກີບ ແລະ ຫຼຽນຄຳ 35 ໜ່ວຍ ມູນຄ່າ 13,300,000 ກີບ ພ້ອມໃບຍ້ອງຍໍ;ທີ 2: ຄຊປປລກະຊວງ ສສກໄດ້ຮັບເງິນສົດມູນຄ່າ 15,000,000 ກີບ ພ້ອມຫຼຽນເງິນ 35 ໜ່ວຍ ມູນຄ່າ 13,300,000 ກີບ ພ້ອມໃບຍ້ອງຍໍ;ທີ 3:ຄຊປປລກະຊວງເຕັກໂລໂລຊີ ແລະ ການສື່ສານໄດ້ຮັບເງິນສົດມູນຄ່າ 10,000,000 ກີບ ພ້ອມຫຼຽນທອງ 35 ໜ່ວຍ ມູນຄ່າ 13,300,000 ກີບ ພ້ອມໃບຍ້ອງຍໍ; ທີ 4: ກະຊວງປ້ອງກັນປະເທດໄດ້ຮັບເງິນສົດມູນຄ່າ5,000,000 ກີບ ພ້ອມໃບຍ້ອງຍໍ. ໃນນັ້ນ, ຍັງມີລາງວັນທີມມາລະຍາດດີເດັ່ນ, ລາງວັນນັກເຕະດີເດັ່ນ, ລາງວັນຜູ້ຍິງປະຕູ,ລາງວັນນັກເຕະເກັ່ງຮອບດ້ານ, ລາງວັນທີມກອງເຊຍດີເດັ່ນມີ 3 ທີມ,ລາງວັນຜູ້ຮັກສາປະຕູດີເດັ່ນ, ລາງວັນຄູຝຶກດີເດັ່ນຕື່ມອີກ.
ທ່ານທອງລີສີສຸລິດ ກ່າວຕື່ມວ່າ: ການແຂ່ງຂັນກິລາເຕະບານໃນຄັ້ງນີ້, ຈະເປັນສ່ວນໜຶ່ງໃນການສ້າງເງື່ອນໄຂໃຫ້ເພື່ອນຊາວໜຸ່ມ, ສະມາຊິກຊາວໜຸ່ມ ໄດ້ຫັນມາຫຼິ້ນກິລາເພື່ອສຸຂະພາບຫ່າງໄກອອກຈາກສິ່ງຫຍໍ້ທໍ້ຕ່າງໆ, ສ້າງຄວາມຮັກແພງສາມັກຄີຮ່ວມກັນພ້ອມກັນສືບຕໍ່ສ້າງຄວາມສາມັກຄີປອງດອງ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດອັນແສນຮັກຂອງພວກເຮົາໃຫ້ສົມກັບວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດຢ່າງແທ້ຈິງສົມກັບກ້ອນກຳລັງມະຫາສາມັກຄີຂອງຊາວໜຸ່ມລາວບັນດາເຜົ່າກຽມພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ.
(ຂ່າວ: ວັນເພັງ, ພາບ: ສຊປລ)