ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປິດຊຸດຝຶກອົບຮົມການພັດທະນາອົງກອນໂດຍການນໍາໃຊ້ເຕັກໂນໂລຊີຢ່າງປະດິດສ້າງ ເຂົ້າໃນການເຄື່ອນໄຫວວຽກງານ ໃນໄລຍະໃໝ່ ໃນວັນທີ 24 ກຸມພາ ຜ່ານມາ ນີ້ ທີ່ ຄະນະໂຄສະນາອົບຮົມສູນກາງພັກ ໂດຍເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຊິ່ງມີສຳມະນາກອນ ທີ່ມາຈາກບັນດາກົມ ອ້ອມຂ້າງ ຄອສພ ເຂົ້າຮ່ວມ.
ຈຸດປະສົງ ຂອງການຝຶກອົບຮົມຄັ້ງນີ້ ມີເປົ້າໝາຍ ເນັ້ນໃສ່ເພື່ອສ້າງບາດກ້າວຫັນປ່ຽນໃໝ່ ວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານ ໂຄສະນາອົບຮົມໃນໄລຍະໃໝ່ ເວົ້າລວມ, ເວົ້າສະເພາະແມ່ນການນໍາໃຊ້ລະບົບເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການປະຕິບັດວຽກງານ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝເທື່ອລະກ້າວ, ຍົກລະດັບຄວາມຮູ້-ຄວາມສາມາດ ສ້າງໃຫ້ພະນັກງານ-ລັດຖະກອນ ໄດ້ຮຽນຮູ້, ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການນໍາໃຊ້ໂປຣແກຣມ ໃນການເກັບກຳຂໍ້ມູນ, ການໝູນໃຊ້ເຕັກໂນໂລຊີ ການສື່ສານ, ການສ້າງ-ເກັບຮັກສາເອກະສານ, ວິທີການນໍາສະເໜີບົດ, ວິທີການຮຽນ-ການສອນຕ່າງໆ ຢ່າງປະດິດສ້າງ ໂດຍນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການເຮັດວຽກງານຕົວຈິງ ໃຫ້ທັນກັບສະພາບການໃນໄລຍະໃໝ່.
ນາງ ວິລະວອນ ພັນທະວົງ ໄດ້ຮຽກຮ້ອງມາຍັງບັນດານັກສໍາມະນາກອນ ຈົ່ງນໍາເອົາບົດຮຽນທີ່ໄດ້ຮຽນຮູ້ໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນໃຫ້ມີປະສິດທິພາບ, ພ້ອມທັງພັດທະນາຕົນເອງໃຫ້ທັນສະໃໝໃນຍຸກ 4.0.
ຂ່າວ: ຄໍາພັນ ອິນທິລາດ