
ໂດຍ: ວັນໄຊ ຕະວິນຍານ
ຕະຫຼອດໄລຍະທີ່ຜ່ານມາ, ພັກເຮົາຢືນຢັນວ່າ: ພະນັກງານ ແມ່ນປັດໃຈຕັດສິນຜົນໄດ້ຜົນເສຍຂອງແນວທາງ, ເປັນຜູ້ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໄປເຜີຍແຜ່ອະທິບາຍຊີ້ແຈງ, ເປັນເຈົ້າການໃນການຈັດຕັ້ງປະຕິບັດ. ສະນັ້ນ, ການກໍ່ສ້າງພະນັກງານໃຫ້ມີຄຸນສົມບັດສິນທໍາປະຕິວັດ ແລະ ຄວາມຮູ້ ຄວາມສາມາດ ແມ່ນຄວາມຈໍາເປັນ ຂອງທຸກອົງການຈັດຕັ້ງ ນັບທັງພາກລັດ ແລະ ເອກະຊົນ ທີ່ຈະເຮັດໃຫ້ສໍາເລັດໜ້າທີ່ວຽກງານຂອງຕົນໄດ້ກໍຕໍ່ເມື່ອພະນັກງານມີຄຸນນະພາບ ແມ່ນໝາຍເຖິງຄຸນສົມບັດສິນທໍາປະ ຕິວັດ ມີຄວາມຮູ້ ຄວາມສາມາດຢ່າງພຽງພໍ.
ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ ໄດ້ກ່າວໃນວາລະດໍາເນີນກອງປະຊຸມຄົບຄະນະບໍລິຫານພັກກະຊວງ ຍທຂ ຄັ້ງທີ 18 ສະໄໝ ທີ V ທີ່ໄດ້ເປີດຂຶ້ນຢູ່ຫ້ອງປະຊຸມກະຊວງໃນທ້າຍເດືອນທັນວາ 2024 ຜ່ານມານີ້ວ່າ: ໃນປີ 2024 ຜ່ານມາ, ຄະນະພັກກະຊວງ ຍທຂ ໄດ້ເອົາໃຈໃສ່ວຽກງານກໍ່ສ້າງພັກ - ພະນັກງານຢ່າງຕັ້ງໜ້າ. ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ພະນັກງານ - ສະມາຊິກພັກເປັນບັນຫາສໍາຄັນ, ກະຊວງໄດ້ຈັດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ບັນດາສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຊຶ່ງມີຜູ້ເຂົ້າຮ່ວມ 30 ສະຫາຍ ຍິງ 6 ສະຫາຍ, ສົ່ງໄປຍົກລະດັບທິດສະດີການເມືອງ-ການປົກຄອງຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລະບົບຂັ້ນກາງ 6 ເດືອນ ຈໍານວນ 4 ສະຫາຍ ຍິງ 3 ສະຫາຍ; ລະບົບຂັ້ນສູງ 9 ເດືອນ 2 ສະຫາຍ, ລະບົບປະລິນຍາໂທ 2 ສະຫາຍ ຍິງ 1 ສະຫາຍ; ລະບົບຂັ້ນສູງ 4 ເດືອນ ສປ ຈີນ 1 ສະຫາຍ; ລະບົບຂັ້ນສູງ 5 ເດືອນ ສສ ຫວຽດນາມ 1 ສະຫາຍ ຍິງ 1 ສະຫາຍ; ສົ່ງໄປຄົ້ນຄວ້າແລກປ່ຽນຫົວຂໍ້ສະເພາະ 12 ວັນ ຢູ່ ສສ ຫວຽດນາມ 3 ສະຫາຍ; ຄົ້ນຄວ້າແລກປ່ຽນຫົວຂໍ້ສະເພາະ 10 ວັນ ຢູ່ຍີ່ປຸ່ນ 1 ສະຫາຍ; ຄົ້ນຄວ້າແລກປ່ຽນຫົວຂໍ້ສະເພາະ 11 ວັນ ຢູ່ ສປ ຈີນ 1 ສະຫາຍ.
ຄະນະພັກກະຊວງ ໄດ້ປະເມີນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ສຳເລັດຈຳນວນ 11 ຮາກຖານ ຂອງຈໍານວນ ໜ່ວຍພັກທັງໝົດ 20 ໜ່ວຍພັກຮາກຖານ, ໄດ້ອະນຸມັດໃຫ້ມະຫາຊົນກ້າວໜ້າຮຽນສະໜັບສະໜູນ ຈໍານວນ 25 ສະຫາຍ ຍິງ 11 ສະຫາຍ; ຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ຈໍານວນ 29 ສະຫາຍ ຍິງ 8 ສະຫາຍ; ຂະຫຍາຍມະຫາຊົນທີ່ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 52 ສະຫາຍ ຍິງ 21 ສະຫາຍ; ອະນຸມັດເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຈໍານວນ 21 ສະຫາຍ ຍິງ 6 ສະຫາຍ, ຈັດຝຶກອົບຮົມສະມາຊິກພັກໃໝ່ ຊຸດທີ III ມີຜູ້ເຂົ້າຮ່ວມ 49 ສະຫາຍ ຍິງ 20 ສະຫາຍ, ຝຶກອົບຮົມນໍາໃຊ້ໂປຣແກຣມຄຸ້ມຄອງສະມາຊິກພັກ, ມີຜູ້ເຂົ້າຮ່ວມຈຳນວນ 41 ສະຫາຍ ຍິງ 23 ສະຫາຍ, ຝຶກອົບຮົມວຽກງານການຈັດຕັ້ງກໍ່ສ້າງພັກພະນັກງານ, ວຽກງານການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ແລະ ວຽກງານຂະຫຍາຍພັກ ມີຜູ້ເຂົ້າຮ່ວມຈຳນວນ 40 ສະຫາຍ ຍິງ 18 ສະຫາຍ. ໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມບັນດາຮາກຖານພັກໃຫ້ເອົາໃຈໃສ່ເກັບເງິນສະຕິພັກນຳບັນດາສະມາຊິກພັກ ແລະ ສົ່ງໃຫ້ຄະນະຈັດຕັ້ງສູນກາງພັກ ເປັນປົກກະຕິ.
ປັດຈຸບັນ, ອົງຄະນະພັກກະຊວງ ຍທຂ ມີ 20 ໜ່ວຍພັກຮາກຖານ, ມີສະມາຊິກພັກທັງໝົດ7 69 ສະຫາຍ ຍິງ 204 ສະຫາຍ, ສຳຮອງ 104 ສະຫາຍ ຍິງ 23 ສະຫາຍ; ມີຄະນະບໍລິຫານງານພັກກະຊວງ 14 ສະຫາຍ; ຄະນະປະຈໍາພັກກະຊວງ 4 ສະຫາຍ ແລະ ມີຄະນະພັກບັນດາຮາກຖານຈຳນວນ 79 ສະຫາຍ ຍິງ 14 ສະຫາຍ.
ອົງຄະນະພັກກະຊວງ ໄດ້ຕັ້ງໜ້າປະຕິບັດແບບແຜນການນໍາພາ ແລະ ວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕຂອງພັກ ແລະ ໄດ້ປະຕິບັດລະບອບປະຊຸມປຶກສາຫາລືພາຍໃນຄະນະພັກກະຊວງເປັນປະຈໍາ; ສຳເລັດການດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງຄັ້ງທີ 14 (ເປີດກວ້າງ), ຄັ້ງທີ 15, ຄັ້ງທີ 16, ຄັ້ງທີ 17 ສະໄໝທີ V, ສຳເລັດການປັບປຸງ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ແຜນດຳເນີນງານການກະກຽມແຜນດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI ແລະ ກອງປະຊຸມໃຫຍ່ບັນດາຮາກຖານປີ 2024-2025; ປັດຈຸບັນໄດ້ກະກຽມກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ສໍາເລັດການທາບທາມບຸກຄະລາກອນຮອບທີ 1 ຈຳນວນ 2 ຮາກຖານ ແລະ ຮອບທີ 2 ຈຳນວນ 1 ຮາກຖານ.
ສໍາລັບວຽກງານພະນັກງານ ອົງຄະນະພັກກະຊວງໄດ້ນໍາພາຄົ້ນຄວ້າຮັບຮອງເອົາຜົນການປະເມີນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2023 ຈໍານວນ 14 ພາກສ່ວນ, ສໍາເລັດກອງປະຊຸມເຜີຍແຜ່ວິໄສທັດ ແລະ ຍຸດທະສາດ ຂອງຂະແໜງການ ຍທຂ; ການກໍານົດຕໍາແໜ່ງງານ: ຂັ້ນສູນກາງສໍາເລັດ ແລະ ຖືກຮັບຮອງ ມີ 1 ພາກສ່ວນ ໄດ້ສົ່ງໃຫ້ກະຊວງພາຍໃນພິຈາລະນາ 5 ພາກສ່ວນປະກອບມີ: ກົມຂົວທາງ, ກົມທາງນໍ້າ, ກົມນໍ້າປະປາ, ກົມທາງລົດໄຟ, ກົມການບິນພົນລະເຮືອນ; ຂັ້ນທ້ອງຖິ່ນ ສຳເລັດ ແລະ ຖືກຮັບຮອງມີ 8 ພາກສ່ວນຄື: ແຂວງອຸດົມໄຊ, ຊຽງຂວາງ, ຫຼວງພະບາງ, ບໍ່ແກ້ວ, ຫຼວງນໍ້າທາ, ໄຊສົມບູນ, ສາລະວັນ ແລະ ແຂວງອັດຕະປື; ອະນຸມັດໃຫ້ພະນັກງານໄປຍົກລະດັບວິຊາສະເພາະຢູ່ພາຍໃນປະເທດ ຈໍານວນ 12 ສະຫາຍ ຍິງ 5 ສະຫາຍ; ໃນນີ້ ລະດັບປະລິນຍາໂທ ຈຳນວນ 9 ສະຫາຍ ຍິງ 4 ສະຫາຍ, ປະລິນຍາຕີ ຈຳນວນ 3 ສະຫາຍ ຍິງ 1 ສະຫາຍ; ຢູ່ຕ່າງປະເທດ ຈໍານວນ 23 ສະຫາຍ ຍິງ 7 ສະຫາຍ, ໃນນີ້ລະດັບປະລິນຍາເອກ 1 ສະຫາຍ, ລະດັບປະລິນຍາໂທ 22 ສະຫາຍ ຍິງ 7 ສະຫາຍ, ນອກຈາກນີ້ຍັງໄດ້ສ້າງເງື່ອນໄຂເອື້ອອໍານວຍໃຫ້ພະນັກງານໄປຍົກລະດັບວິຊາສະເພາະດ້ວຍທຶນຂອງຕົນເອງ, ໄດ້ສຳເລັດການຈັດຝຶກອົບຮົມຫຼັກສູດການຄຸ້ມຄອງບໍລິຫານລັດສຳລັບຜູ້ບໍລິຫານລະດັບສູງ ຊຸດທີ 2 ຈໍານວນ 19 ສະຫາຍ ຍິງ 2 ສະຫາຍ ແລະ ຫຼັກສູດຕ່າງໆໃນຂົງເຂດວຽກງານວິຊາການ ຂອງຂະແໜງ ຍທຂ ຈໍານວນ 12 ຫຼັກສູດ, ມີຜູ້ເຂົ້າຮ່ວມທັງໝົດ 413 ເທື່ອຄົນ ຍິງ 126 ເທື່ອນຄົນ,
ໄດ້ນໍາພາຄົ້ນຄວ້າແຕ່ງຕັ້ງ, ສັບຊ້ອນພະນັກງານຢູ່ຂັ້ນກະຊວງ ຈໍານວນ 98 ສະຫາຍ ຍິງ 35 ສະຫາຍ ຄື: ຂັ້ນຮອງລັດຖະມົນຕີ ຈໍານວນ 2 ສະຫາຍ, ຂັ້ນຫົວໜ້າກົມ ຈຳນວນ 5 ສະຫາຍ ຍິງ 1 ສະຫາຍ, ຂັ້ນຮອງຫົວໜ້າກົມ ຈໍານວນ 4 ສະຫາຍ ຍິງ 2 ສະຫາຍ, ຂັ້ນຫົວໜ້າພະແນກ ຈໍານວນ 27 ສະຫາຍ ຍິງ 6 ສະຫາຍ, ຂັ້ນຮອງຫົວໜ້າພະແນກຈໍານວນ 55 ສະຫາຍ ຍິງ 24 ສະຫາຍ, ຂັ້ນຮອງອໍານວຍການ ຈໍານວນ 1 ສະຫາຍ; ຢູ່ຂັ້ນແຂວງ - ຂັ້ນເມືອງ ຈຳນວນ 44 ສະຫາຍ ຍິງ 3 ສະຫາຍ. ໄປພ້ອມກັນນັ້ນ, ກະຊວງ ຍທຂ ຍັງໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ໂດຍສະເພາະແມ່ນໄດ້ຄົ້ນຄວ້າປັບປຸງພາລະບົດບາດຂອງ ຫ້ອງການ, ກົມ, ສະຖາບັນ, ກອງ ແລະ ພະແນກ ຍທຂ ແຂວງ, ນະຄອນຫຼວງ, ຫ້ອງການ ຍທຂ ເມືອງ, ນະຄອນ ທີ່ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງໄປຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 677/ນຍ, ລົງວັນທີ 21 ທັນວາ 2021, ຂັ້ນກະຊວງຖືກຮັບຮອງສຳເລັດທັງໝົດ 14 ພາກສ່ວນ, ສຳລັບການຄົ້ນຄວ້າປັບປຸງພາລະບົດບາດຂອງພະແນກ ຍທຂ ແຂວງ, ນະຄອນຫຼວງ ໄດ້ຖືກຮັບຮອງທັງໝົດແລ້ວ 18 ພາກສ່ວນ ແລະ ໄດ້ຄົ້ນຄວ້າການຫັນກອງວິຊາການໄປສູ່ຫົວໜ່ວຍກຸ້ມຕົນເອງ.