
ໂດຍ: ສ.ບຸດປະຊາ
ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນວຽກງານໜຶ່ງທີ່ເປັນຍຸດທະສາດຂອງພັກ-ລັດ; ໃນໄລຍະຜ່ານມາ, ພັກ-ລັດ ກໍໄດ້ເອົາການພັດທະນາຊົນນະບົດຕິດພັນກັບການແກ້ໄຂຄວາມທຸກຍາກແລະສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນທັງເປັນການເຂົ້າຮ່ວມປະຕິບັດພັນທະສາກົນໃນການພັດທະນາແບບຍືນຍົງ. ສະເພາະປີ 2024, ພາກສ່ວນກ່ຽວຂ້ອງ ກໍຄືລັດຖະບານ ເວົ້າລວມ, ເວົ້າສະເພາະກໍແມ່ນຂະແໜງກະສິກຳ ແລະ ປ່າໄມ້ ທີ່ມີບົດບາດສຳຄັນໃນວຽກງານດັ່ງກ່າວ ກໍໄດ້ຍົກສູງຄວາມເປັນເຈົ້າການໃນຫຼາຍໜ້າວຽກ.
ຜ່ານການຍົກສູງຄວາມເປັນເຈົ້າການ, ໃນປີຜ່ານມາ ວຽກງານພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກ ກໍໄດ້ສໍາເລັດການແຕ່ງຕັ້ງຄະນະຊີ້ນໍາວຽກງານພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກຂັ້ນສູນກາງ (ສະບັບເລກທີ121/ນຍລົງວັນທີ2 ກັນຍາ2024); ພ້ອມນີ້, ກໍໄດ້ສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງແລະທ້ອງຖິ່ນຂຽນແຜນພັດທະນາແລະກໍານົດໂຄງການພັດທະນາແລ້ວ 5ຈຸດຄື: ຈຸດສຸມບ້ານຢໍ້ເມືອງບຸນເໜືອແຂວງຜົ້ງສາລີສຸມໃສ່ໂຄງການຕັດຜັງ, ກໍ່ສ້າງທາງຊອຍບ້ານເດື່ອ, ກວ້າງ5ແມັດ, ຍາວ2,076ແມັດ;ຈຸດສຸມຫຼວງໂພຄໍາເມືອງລອງແຂວງຫຼວງນໍ້າທາສຸມໃສ່ໂຄງການກໍ່ສ້າງໂຮງໝໍນ້ອຍບ້ານທາດ;ຈຸດສຸມຖໍ້າທ້າວເມືອງໜອງແຮດແຂວງຊຽງຂວາງສຸມໃສ່ໂຄງການກໍ່ສ້າງອາຫານຫໍພັກນັກຮຽນ; ຈຸດສຸມລາວຮຸ່ງ-ພຽງສາເມືອງຊຽງຄໍ້ ແຂວງຫົວພັນສຸມໃສ່2ໂຄງການຄືໂຄງການກໍ່ສ້າງນໍ້າລິນ (ລະບົບນໍ້າສ້າງ) ບ້ານດິນແດງ, ໂຄງການກໍ່ສ້າງນໍ້າລິນ (ລະບົບນໍ້າສະອາດ) ບ້ານຜາລ້ອງ; ຈຸດສຸມບ້ານອອມເມືອງປະທຸມພອນແຂວງຈໍາປາສັກສຸມໃສ່ໂຄງການກໍ່ສ້າງທາງປູດິນແດງບ້ານຫ້ວຍຕ້ອນ; ນອກນີ້, ຍັງເປັນເຈົ້າການປະສານສົມທົບກັບບັນດາຂະແໜງການຂັ້ນສູນກາງແລະທ້ອງຖິ່ນເພື່ອສຸມໃສ່ຊຸກຍູ້, ຕິດຕາມ, ກວດກາແລະສັງລວມການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາຂັ້ນບ້ານຢູ່ເມືອງທຸກຍາກຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ວ່າດ້ວຍກອງທຶນພັດທະນາຂັ້ນບ້ານຢູ່ເມືອງທຸກຍາກສະບັບເລກທີ1700/ກປ, ປັດຈຸບັນມີທັງໝົດ597ກອງທຶນ, ນອນໃນ57ເມືອງ, 17 ແຂວງ, ມີສະມາຊິກ24,344ຄົນ, ມີທຶນລັດຖະບານທັງໝົດ28,724.10ລ້ານກີບ, ເປັນທຶນໝູນວຽນທັງໝົດ41,058.36ລ້ານກີບ.
ເພື່ອພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກ, ຂະແໜງກະສິກຳ ແລະ ປ່າໄມ້ ກໍຍັງເປັນເຈົ້າການໃນການຈັດສັນພູມລໍາເນົາ ແລະ ອາຊີບ ໃຫ້ປະຊາຊົນ ຊຶ່ງປີ 2024 ຜ່ານມາ ກໍໄດ້ເປັນເຈົ້າການປະສານສົມທົບກັບບັນດາຂະແໜງການຂັ້ນສູນກາງແລະທ້ອງຖິ່ນທີ່ກ່ຽວຂ້ອງເພື່ອສຸມໃສ່ຊຸກຍູ້, ຕິດຕາມ, ກວດກາແລະປະເມີນການຈັດຕັ້ງປະຕິບັດວຽກງານການຈັດສັນພູມລໍາເນົາແລະອາຊີບພ້ອມທັງສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ຂັ້ນເທິງຊາບຢ່າງເປັນປົກກະຕິຕາມກົດໝາຍວ່າດ້ວຍການຈັດສັນພູມລໍາເນົາແລະອາຊີບສະບັບເລກທີ45/ສພຊ; ເປັນເຈົ້າການປະສານສົມທົບກັບບັນດາຂະແໜງການຂັ້ນສູນກາງແລະທ້ອງຖິ່ນສ້າງແຜນງານ, ໂຄງການລະອຽດເພື່ອສຸມທຶນຮອນ, ສຸມກໍາລັງຄົນເຂົ້າໃສ່ 25ຈຸດສຸມການຈັດສັນພູມລໍາເນົາແລະອາຊີບຕາມກົດໝາຍ, ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການຮັບຮອງເອົາຈຸດສຸມພັດທະນາທີ່ເປັນບຸລິມະສິດລະຫວ່າງສູນກາງແລະທ້ອງຖິ່ນໄລຍະ2021-2025ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້. ໃນໄລຍະ1 ປີຜ່ານມາ,ໄດ້ສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງແລະທ້ອງຖິ່ນຂຽນແຜນພັດທະນາແລະກໍານົດໂຄງການພັດທະນາແລ້ວ5 ຈຸດຄື: ຈຸດສຸມວຽງພັນເມືອງຊໍາໄຕ້ແຂວງຫົວພັນສຸມໃສ່ໂຄງການກໍ່ສ້າງເສັ້ນທາງແຕ່ບ້ານປັກປຸກຫາບ້ານປ່າຂົມ; ຈຸດສຸມລອງນໍ້າຍາວເມືອງຜາອຸດົມແຂວງບໍ່ແກ້ວສຸມໃສ່ໂຄງການສໍາຫຼວດແລະບຸກເບີກເນື້ອທີ່ປຸກສ້າງໃຫ້ປະຊາຊົນຈໍານວນ84 ຄອບຄົວ; ຈຸດສຸມຕຸງແຕ່ງເມືອງຕະໂອ້ຍແຂວງສາລະວັນສຸມໃສ່ໂຄງການບຸກເບີກແລະຕັດຕາຜ້າບ້ານຕຣຸງແຕ່ງລວງຍາວ2.5ກິໂລແມັດ, ລວງກວ້າງ5ແມັດ;ຈຸດສຸມປານອນເມືອງກະລຶມແຂວງເຊກອງສຸມໃສ່ໂຄງການບຸກເບີກເນື້ອທີ່ນາບ້ານທົ່ງແຄນ.
ນັ້ນ, ແມ່ນການເອົາໃຈໃສ່ຍົກສູງຄວາມເປັນເຈົ້າການຂອງຂະແໜງກະສິກຳ ແລະ ປ່າໄມ້ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດໃນປີຜ່ານມາ ໄດ້ລະບຸໃນບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ແລະພັດທະນາຊົນນະບົດປະຈໍາປີ2024ແລະທິດທາງແຜນການປີ2025 ຊຶ່ງທັງໝົດນັ້ນ ເປັນການປະກອບສ່ວນສໍາຄັນ ເພື່ອໃຫ້ການພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກ ທີ່ພັກ-ລັດໃຫ້ຄວາມເອົາໃຈໃສ່ ຈະໄດ້ບັນລຸເປົ້າໝາຍທີ່ວາງໄວ້.