ພະນະທ່ານທອງລຸນ ສີສຸລິດປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ຄູເຣລສຸກຄ ໂອຄະນາປະທານາທິບໍດີ ແຫ່ງ ມົງໂກລີ ທີ່ ນະຄອນຫຼວງ ອູລານບາຕໍ ຊຶ່ງມີເນື້ອໃນວ່າ:
ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຊາບຂ່າວວ່າ ພະນະທ່ານ Punsalmaa Ochirbat ອະດີດປະທານາທິບໍດີ ແຫ່ງ ມົງໂກລີ (ຜູ້ທໍາອິດ) ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 17 ມັງກອນ 2025.
ການຈາກໄປຂອງ ພະນະທ່ານ Punsalmaa Ochirbat ແມ່ນເປັນການສູນເສຍອັນຍິ່ງໃຫຍ່ ສຳລັບລັດຖະບານມົງໂກລີ, ຕະຫຼອດເຖິງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ ເນື່ອງຈາກວ່າຕະຫຼອດໄລຍະການເຄື່ອນໄຫວວຽກງານ ຂອງ ພະນະທ່ານ Punsalmaa Ochirbatໄດ້ອຸທິດທຸກເຫື່ອແຮງ, ສະຕິປັນຍາຂອງຕົນເຂົ້າໃນພາລະກິດການປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ມົງໂກລີ, ໂດຍສະເພາະແມ່ນການຊີ້ນຳ-ນໍາພາ ພາລະກິດການປະຕິ​ຮູບ​ການ​ປົກຄອງ ແລະ ການປະຕິຮູບເສດຖະກິດຂອງມົງໂກລີ, ຮັບປະກັນ​ຄວາມເປັນເອກະພາບ, ຄວາມ​ເຂົ້າ​ໃຈ​ຂອງ​ສັງຄົມ​ໃນ​ຂອບ​ເຂດ​ທົ່ວປະເທດໃນການຫັນ​ໄປສູ່​ປະຊາທິປະ​ໄຕ ​ແລະ ​ເສດຖະກິດ​ຕະຫຼາດ.
ໃນນາມຕາງໜ້າໃຫ້ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຈາກໃຈຈິງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງຄອບຄົວຂອງຜູ້ກ່ຽວ ລວມທັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານ ຂອງ ພະນະທ່ານ Punsalmaa Ochirbat ຈົ່ງໄປສູ່ສຸຂະຕິ.