ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດປະເທດເພື່ອນມິດ ເພື່ອມາປະຈໍາຢູ່ລາວ

ປະທານປະເທດ ຮັບການຍື່ນສານຕາຕັ້ງຂອງບັນດາທູດປະເທດເພື່ອນມິດ ເພື່ອມາປະຈໍາຢູ່ລາວ
ໃນຕອນເຊົ້າວັນທີ 5 ກຸມພານີ້ທີ່ນະຄອນຫຼວງວຽງຈັນ; ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທ່ານທູດ ຈາກປະເທດເພື່ອນມິດ ເພື່ອມາດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈໍາ ສປປ ລາວ ຊຶ່ງມີ 4 ທ່ານເຂົ້າຍື່ນສານຕາມລຳດັບດັ່ງນີ້:
1. ທ່ານ ນາງ ເມແກນ ອີລິຊາເບທ ໂຈເນສ (Megan Elizabeth Jones) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ຄົນໃໝ່ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.
2. ທ່ານ ຟິໂລມີໂນ ອາເລັກໂຊ ຊີວວາ (Filomeno Aleixo da Silva) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ຄົນໃໝ່ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.
3. ທ່ານ ນາງ ເຮເທີຣ ໂຣຊ ວາເຣຍວາ (Heather Roach Variava) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມຣິກາ ຄົນໃໝ່ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.
4. ທ່ານ ອ໋ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ຄົນໃໝ່ ປະຈໍາ ສປປ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.
ໃນໂອກາດຕ້ອນຮັບການເຂົ້າຍື່ນສານຂອງແຕ່ລະທ່ານທູດ, ທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວຕໍ່ທ່ານທູດແຕ່ລະທ່ານ ຊຶ່ງມີເນື້ອໃນໂດຍລວມແມ່ນໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທ່ານເອກອັກຄະລັດຖະທູດແຕ່ລະທ່ານ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຫວັງວ່າ ໃນໄລຍະທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ, ບັນດາທ່ານທູດຈະເປັນຂົວຕໍ່ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ ຊຶ່ງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວ ພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ເພື່ອໃຫ້ບັນດາທ່ານທູດສາມາດເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງຈົບງາມ; ພ້ອມດຽວກັນ, ທ່ານປະທານປະເທດ ກໍຍັງໄດ້ສະເໜີໃຫ້ບັນດາທ່ານທູດຊ່ວຍສືບຕໍ່ຊຸກຍູ້ການຮ່ວມມືໃນດ້ານຕ່າງໆ,ໂດຍສະເພາະໃນປີ 2024 ນີ້ທີ່ ສປປ ລາວ ຈະໄດ້ຮັບກຽດເປັນປະທານອາຊຽນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມືຈາກບັນດາທູດທັງໝົດ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ.
ຕອນທ້າຍວາລະການເຂົ້າຍື່ນສານຂອງທ່ານທູດແຕ່ລະປະເທດ, ທ່ານທູດແຕ່ລະທ່ານກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມຂອງປະທານປະເທດ ແຫ່ງ ສປປ ລາວ ແລະ ກ່າວສະແດງຄວາມຍິນດີ ທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືຢ່າງມີໝາກຜົນ ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ເພີ່ມເຕີມ