ປະທານປະເທດຢ້ຽມຢາມໂຮງໝໍມະໂຫສົດ

ປະທານປະເທດຢ້ຽມຢາມໂຮງໝໍມະໂຫສົດ
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການກໍ່ ສ້າງໂຮງໝໍມະໂຫສົດໃນວັນທີ 12 ຕຸລາ ນີ້, ໂດຍການຕ້ອນຮັບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ; ມີທ່ານ ຫວາງຊາງ ອຸປະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ຊູຊາດ ວົງພະຈັນ ຜູ້ອຳນວຍ ການໂຮງໝໍມະໂຫສົດ ພ້ອມດ້ວຍພະນັກງານແພດ-ໝໍ ເຂົ້າຮ່ວມ.
ທ່ານ ຊູຊາດ ວົງພະຈັນ ໄດ້ລາຍງານສະພາບລວມກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງ ແລະ ນຳໃຊ້ໂຮງໝໍມະໂຫສົດຫຼັງໃໝ່ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ໃນປີ 2017 ຊຶ່ງມີເນື້ອທີ່ 31.500 ຕາແມັດ ກວມເອົາ 60% ຂອງເນື້ອທີ່ທັງໝົດ ມູນຄ່າການກໍ່ສ້າງ 590.790.977 ຢວນ ຊຶ່ງໃນວັນທີ 14 ພະຈິກ 2017 ໂຮງໝໍມະໂຫສົດໄດ້ມີພິທີວາງສີລາລືກ ໂດຍແມ່ນທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ພາຍຫຼັງກໍ່ສ້າງສຳເລັດສາມາດບັນຈຸໄດ້ 600 ຕຽງ, ການກໍ່ສ້າງໄດ້ແບ່ງອອກ 2 ໄລຍະຄື: ໄລຍະທີ 1. ກໍ່ສ້າງ 2 ຕຶກ 8 ຊັ້ນ ແລະ 4 ຊັ້ນ ເລີ່ມກໍ່ສ້າງໃນທ້າຍປີ 2017 ແລະ ມອບ-ຮັບໃນວັນທີ 11 ພະຈິກ 2021; ໄລຍະທີ 2. ກໍ່ສ້າງ 2 ຕຶກ (4 ຊັ້ນ ແລະ 5 ຊັ້ນ) ລວມມີຕຶກບໍລິຫານ, ເຕັກນິກ, ຕຶກຜ່າຕັດ, ບ່ອນຈອດລົດຊັ້ນໃຕ້ດິນ ແລະ ອ່າງບໍາບັດນໍ້າເສຍ ເລີ່ມກໍ່ສ້າງໃນຕົ້ນເດືອນມັງກອນ 2022 ປັດຈຸບັນສຳເລັດ 70%. (ຕາມການລາຍງານຂອງຄະນະຮັບ ຜິດຊອບການກໍ່ສ້າງຂອງບໍລິສັດ BUCC). ການອອກແບບແມ່ນໄດ້ມາດຕະຖານ ປະກອບມີ 4 ຕຶກຄື: ຕຶກ 8 ຊັ້ນ ແມ່ນຕຶກນອນຄົນເຈັບ, ຕຶກ 4 ຊັ້ນ ແມ່ນຕຶກນອນຄົນເຈັບ ແລະ ຈຸລິນຊີ ເປັນຫ້ອງວິເຄາະລະດັບ 3 (ທີ່ມີການຮ່ວມມືກັບ LOMWRU) ຊຶ່ງຢູ່ໃນໄລຍະ 1 ສຳເລັດ ແລະ ຖືກນຳໃຊ້ໃນວັນທີ 2 ທັນວາ 2021; ຕຶກ 5 ຊັ້ນ ແມ່ນຕຶກບໍລິຫານ ແລະ ກວດເຂດນອກຄົນເຈັບ; ຕຶກຕໍ່ລະຫວ່າງ 8 ຊັ້ນ ແລະ 5 ຊັ້ນແມ່ນຕຶກເຕັກນິກ ຊຶ່ງກຳລັງກໍ່ສ້າງໄດ້ 70% ຄາດວ່າຈະໃຫ້ສໍາເລັດໃນເດືອນພະຈິກ 2023 ນີ້. ສຳລັບຈຳນວນຕຽງນອນ ທັງໝົດ 600 ຕຽງ ໃນນີ້ມີຫ້ອງ VVIP ແລະ VIP 24 ຫ້ອງ, ຫ້ອງພິເສດ 2 ຕຽງ 75 ຫ້ອງ, ຫ້ອງທໍາມະດາທົ່ວໄປ 6 ຕຽງ 34 ຫ້ອງ, ຫ້ອງຄວາມດັນລົບ 5 ຫ້ອງ (20 ຕຽງ), ຫ້ອງຜ່າ ຕັດ 10 ຫ້ອງ, ຫ້ອງປະຊຸມ 1 ຫ້ອງບັນຈຸໄດ້ 400 ຄົນ.
ພາຍຫຼັງໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບຄວາມຄືບໜ້າການກໍ່ສ້າງ ແລະ ນຳໃຊ້ໂຮງໝໍມະໂຫສົດຫຼັງໃໝ່. ທ່ານ ທອງລຸນ ສີສຸລິດ ກໍໄດ້ຢ້ຽມຢາມ ແລະ ໃຫ້ກຳລັງໃຈບັນດາພະນັກງານແພດໝໍທີ່ໃຫ້ບໍລິການຄົນເຈັບ ພ້ອມທັງຢ້ຽມຢາມພໍ່ແມ່ປະຊາຊົນທີ່ກຳລັງປິ່ນປົວສຸຂະພາບຢູ່ໂຮງໝໍຕື່ມອີກ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວເດັ່ນ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ເພີ່ມເຕີມ