ແຂ່ງຂັນກິລາເຕະບານ ຊີງຂັນສະຫາຍເລຂາຄຊປປລ

ເປີດການແຂ່ງຂັນກິລາເຕະບານ ຊີງຂັນສະຫາຍເລຂາຄຊປປລ

ເປີດການແຂ່ງຂັນກິລາເຕະບານ ຊີງຂັນສະຫາຍເລຂາຄຊປປລ
ພິທີເປີດການແຂ່ງຂັນກິລາເຕະບານຊີງຂັນສະຫາຍເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ຄຊປປລ)ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ ນີ້ທີ່ເດີ່ນກິລາເຕະບານລ້ານຊ້າງສະເຕດ້ຽມນະຄອນຫຼວງວຽງຈັນ,

 

ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ມອນໄຊ ລາວມົວຊົ່ງ ເລຂາ ຄຊປປລ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີການນຳຈາກກະຊວງ-ອົງການ ແລະ ນັກກິລາເຂົ້າຮ່ວມ.

ທ່ານ ທອງລີ ສີສຸລິດຮອງເລຂາຄຊປປລ ໄດ້ກ່າວວ່າ: ຈຸດປະສົງເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດຂອງພັກຄື: ວັນສ້າງຕັ້ງພັກຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີ, ພ້ອມທັງຂ່ໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ກະກຽມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດຄັ້ງທີ X.

ກິດຈະກໍາແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ເປັນການຮ່ວມມືຈາກຫຼາຍພາກສ່ວນ ຊຶ່ງຈັດຂຶ້ນໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງສຶກສາທິການ ແລະ ກິລາ, ບໍລິສັດຮຸ່ງອາລຸນການຄ້າ ເອເລັກໂຕຣນິກ, ສູນກິລາຄົບວົງຈອນລ້ານຊ້າງ ແລະ ບໍລິສັດຜະລິດຊຸດກິລາ ອີໂວ ແລະ ໄດ້ເຊື້ອເຊີນເອົາຄະນະຊາວໜຸ່ມຈາກບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ, ບັນດາຫ້າງຮ້ານ, ບໍລິສັດພາກສ່ວນອຸປະຖໍາທີ່ໃຫ້ການສະໜັບສະໜູນງານເຂົ້າຮ່ວມຫຼາຍກວ່າ 50 ພາກສ່ວນ, ມີຈໍານວນຄົນເຂົ້າຮ່ວມທັງໝົດ 2,000 ກວ່າຄົນ.

ການແຂ່ງຂັນກິລາເຕະບານ11 ຄົນຄັ້ງນີ້ ແມ່ນເປັນການສ້າງຂະບວນການທີ່ມີຄວາມໝາຍຄວາມສໍາຄັນເພື່ອສ້າງເງື່ອນໄຂໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ແຕ່ລະພາກສ່ວນ ໄດ້ຮັດແໜ້ນຄວາມສາມັກຄີມິດຕະພາບ, ມີໂອກາດໄດ້ສະແດງຄວາມສາມາດຂອງຕົນທາງດ້ານກິລາເຕະບານແລະ ທັງເປັນການອອກກໍາລັງກາຍເພື່ອຮັກສາສຸຂະພາບເຮັດໃຫ້ມີຮ່າງກາຍແຂງແຮງ ແລະ ຈິດໃຈທີ່ເຂັ້ມແຂງ ເພື່ອກຽມພ້ອມເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດອັນແສນຮັກ ຂອງພວກເຮົາ. ການແຂ່ງຂັນບໍ່ພຽງແຕ່ເປັນການສະແດງຄວາມສາມາດດ້ານກິລາເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງຄວາມມຸ່ງໝັ້ນ, ຄວາມອົດທົນແລະ ຈິດໃຈແຫ່ງການແຂ່ງຂັນຂອງຊາວໜຸ່ມເທົ່ານັ້ນ, ແຕ່ມັນເປັນເຄື່ອງມືອັນຊົງພະລັງໃນການສ້າງມິດຕະພາບ, ພັດທະນາທັກສະການເຮັດວຽກເປັນທີມແລະ ສົ່ງເສີມຄວາມສາມັກຄີ ທັງຈະໄດ້ຮັບປະສົບການອັນມີຄ່າຈາກການແຂ່ງຂັນຄັ້ງນີ້, ບໍ່ວ່າຈະເປັນຜູ້ຊະນະຫຼືບໍ່ຊະນະກໍຕາມ.

ເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້ມີທັງໝົດ 23 ທີມ. ສໍາລັບຂອງຂວັນລາງວັນ, ລາງວັນທີໄດ້ຮັບ1 ຂັນ1 ໜ່ວຍມູນຄ່າ 15,000,000 ກີບ ພ້ອມເງິນສົດ 20,000,000 ກີບ, ລາງວັນທີ 2 ເງິນສົດ 15,000,000 ກີບ, ລາງວັນທີ 3 ເງິນສົດ 10,000,000 ກີບ ລາງວັນທີ 4 ເງິນສົດ 5,000,000 ກີບແລະລາງວັນອື່ນອີກຈຳນວນໜຶ່ງ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວສືກສາ-ກິລາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ພິທີວາງສີລາເລີກ ໂຄງການກໍ່ສ້າງຫໍພັກນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ ວິທະຍາໄລສິລະປະແຫ່ງຊາດ (ວສຊ) ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ); ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ, ມີພະເຖຣານຸເຖຣະ, ຕາງໜ້າກົມ, ຫ້ອງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ.
"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

ໃນເດືອນພະຈິກ 2025 ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸລະກິດຈີນ ແລະ ລາວ ແລະ ນັກຂ່າວຈາກແຂວງ ກວາງຊີ ໄດ້ມາຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ລາວ (ຊື່ງມີຊື່ຫຍໍ້ວ່າ "ສູນລາວ") ທີ່ນະຄອນຫຼວງວຽງຈັນ,ເພື່ອຮຽນຮູ້ເກັບກໍາສະພາບການຂອງສູນ ໃນປັດຈຸບັນ.
ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ເພີ່ມເຕີມ