ພິທີປະກາດເປີດການນຳໃຊ້ດ່ານສາກົນປ່າຮ່າງເມືອງສົບເບົາແຂວງຫົວພັນສປປ ລາວ

ເປີດການນຳໃຊ້ດ່ານສາກົນປ່າຮ່າງ ເມືອງສົບເບົາແຂວງຫົວພັນ - ດ່ານສາກົນລ່ອງເຊີບເມືອງມົກເຈົາແຂວງເຊິນລາ

ເປີດການນຳໃຊ້ດ່ານສາກົນປ່າຮ່າງ ເມືອງສົບເບົາແຂວງຫົວພັນ -  ດ່ານສາກົນລ່ອງເຊີບເມືອງມົກເຈົາແຂວງເຊິນລາ
ໃນວັນທີ 19 ພະຈິກຜ່າມາໄດ້ມີພິທີປະກາດເປີດການນຳໃຊ້ດ່ານສາກົນປ່າຮ່າງເມືອງສົບເບົາແຂວງຫົວພັນສປປ ລາວ ແລະ ດ່ານສາກົນລ່ອງເຊີບເມືອງມົກເຈົ່າແຂວງເຊີນລາສສ ຫວຽດນາມ

 

 ຢ່າງເປັນທາງການ,ໂດຍການເປັນປະທານຮ່ວມຂອງສອງຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ໂພໄຊ ໄຂຄຳພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ຄຳແພງ ໄຊສົມແພງເລຂາພັກແຂວງເຈົ້າແຂວງຫົວພັນ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ມິງ ຫວູ້ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ; ສະຫາຍ ຮວ່າງ ກວັກ ແຄ່ງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງເຊິນລາ. ໃນພິທີດັ່ງກ່າວຍັງມີ ສະຫາຍ ນາງ ຄຳເພົາ ເອີນທະວັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ ນະຄອນ-ຫຼວງພະບາງ, ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ, ອຳນາດການປົກຄອງທ້ອງຖິ່ນ, ພໍ່ແມ່ ປະຊາຊົນ ເມືອງສົບເບົາ ແລະ ເມືອງມົກເຈົ່າ ເຂົ້າຮ່ວມພິທີຢ່າງຫຼວງຫຼາຍ.

ດ່ານສາກົນປ່າຮ່າງເມືອງສົບເບົາແຂວງຫົວພັນ ເປັນດ່ານຊາຍແດນທາງບົກ ຕັ້ງຢູ່ເຊິ່ງໜ້າກັບດ່ານສາກົນ ລ່ອງເຊີບ ເມືອງມົກເຈົ່າ ແຂວງເຊິນລາສສ ຫວຽດນາມ, ຢູ່ທີ່ບໍລິເວນຫຼັກໝາຍຊາຍແດນເລກທີ 255. ດ່ານສາກົນ ປ່າຮ່າງ ຕັ້ງຢູ່ຫ່າງຈາກເທດສະບານເມືອງສົບເບົາແຂວງຫົວພັນ ປະມານ 25 ກິໂລແມດ ແລະ ຫ່າງຈາກເທດສະບານ ເມືອງຊຳເໜືອແຂວງຫົວພັນ ປະມານ 100 ກິໂລແມັດ, ຫ່າງຈາກເທດສະບານແຂວງເຊິນລາ 150 ກິໂລແມັດ ແລະ ຫ່າງຈາກນະຄອນຫຼວງຮ່າໂນ້ຍ ປະມານ 210 ກມ. ການຈັດພິທີປະກາດເປີດການນຳໃຊ້ຄູ່ດ່ານສາກົນປ່າຮ່າງ-ລ່ອງເຊີບ ຈະເປັນການປະກອບສ່ວນສ້າງສາຍພົວພັນມິດຕະພາບທີ່ດີກັບປະເທດເພື່ອນບ້ານ, ໂດຍສະເພາະສອງປະເທດ ລາວ-ຫວຽດນາມ, ປະກອບສ່ວນອຳນວຍຄວາມສະດວກໃນການບໍລິການ, ຊຸກຍູ້ສົ່ງເສີມການແລກປ່ຽນຊື້-ຂາຍ ສິນຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ພາຍໃນແຂວງຫົວພັນ ແລະ ພາກເໜືອຂອງ ສປປ ລາວ ໃຫ້ມີການຂະຫຍາຍ ຕົວ, ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງລາວ, ຫວຽດນາມ ແລະ ພົນລະເມືອງປະເທດທີສາມ ສາມາດເດີນທາງເຂົ້າ-ອອກ ຜ່ານດ່ານສາກົນປ່າຮ່າງ ຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ, ໂດຍສະເພາະເປັນປະເທດເຊື່ອມໂຍງ ກັບປະເທດລຸ່ມແມ່ນໍ້າຂອງ ແລະ ບັນດາປະເທດໃນພາກພື້ນ.

ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດ, ຄຶກຄື້ນ, ເບີກບານມ່ວນຊື່ນ ເຕັມໄປດ້ວຍບັນຍາກາດອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ, ເຊື້ອສາຍເຜົ່າພັນຍາດຕິພີ່ນ້ອງ, ບ້ານໃກ້ເຮືອນຄຽງທີ່ດີ. ປະຊາຊົນສອງແຂວງຫົວພັນ-ເຊິນລາ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ມີຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ສອງຊາດ ລາວ-ຫວຽດນາມ ໄດ້ມີການສົ່ງເສີມການໄປມາຫາສູ່, ການຢ້ຽມຢາມ, ທ່ອງທ່ຽວ, ການຄ້າຂາຍຂອງປະຊາຊົນຢູ່ຕາມບໍລິເວນຊາຍແດນໃຫ້ມີຄວາມສະດວກ ທັງເປັນການຕອບສະໜອງໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ທີ່ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ມີມາແຕ່ດົນນານ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ໃນຕອນເຊົ້າທີ 16 ມັງກອນ ນີ້, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ,ເປັນກຽດໃນພິທີ ໂດຍມີ ສະຫາຍ ຟາມ ມິງ ຈ້ຽນ (PHAN MINH CHIEN)ອຸປະທູດຊົ່ວຄາວຫວຽດນາມປະຈໍາລາວ, ສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງ.
ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ໂດຍປະຕິບັດຕາມ ສັນຍາຮ່ວມມື ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ສະບັບປີ 2023-2027, ໃນວັນທີ 13 ມັງກອນ ຜ່ານມາ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ຫຼິວ ຫາຍຊິງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຜູ້ຕາງໜ້າພິເສດ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ມາ​ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ.
ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພົບປະຫາລື ກັບຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ເພື່ອແລກປ່ຽນແນວທາງການຮ່ວມມືໃນຂະແໜງອາຊີວະສຶກສາ ໃນວັນທີ 12 ມັງກອນ ຜ່ານມາ ທີ່ກະຊວງ ສສກ.
ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 15 ມັງກອນນີ້ ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນວັນທີ 14 ມັງກອນ ນີ້ ທີ່ສໍານັກງານສູນກາງພັກ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ໃນວັນທີ 14 ມັງກອນຜ່ານມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເພີ່ມເຕີມ