ການແຂ່ງຂັນກິລາ ຊີງຂັນທ່ານເຈົ້າແຂວງວຽງຈັນ

ເປີດຂະບວນການແຂ່ງຂັນກິລາ ຊີງຂັນທ່ານເຈົ້າແຂວງວຽງຈັນ

ເປີດຂະບວນການແຂ່ງຂັນກິລາ ຊີງຂັນທ່ານເຈົ້າແຂວງວຽງຈັນ
ແຂວງວຽງຈັນ ເປີດຂະບວນການແຂ່ງຂັນກິລາ ຊີງຂັນທ່ານເຈົ້າແຂວງວຽງຈັນ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ

 ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ, ໃຫ້ກຽດເປັນປະທານ ແລະ ກ່າວເປີດງານຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ຊຶ່ງທ່ານກ່າວວ່າ: ການສ້າງຂະບວນການດ້ານກິລາເປັນສິ່ງທີ່ດີເພາະການຫຼິ້ນກິລາເຮັດໃຫ້ເຮົາມີຮ່າງກາຍແຂງແຮງ, ມີສຸຂະພາບຈິດແຈ່ມໃສ, ສ້າງໄດ້ຄວາມສາມັກຄີພາຍໃນຄອບຄົວ ກໍຄື ອົງການຈັດຕັ້ງ, ຊຸກຍູ້ສົ່ງເສີມໃຫ້ໄວລຸ້ນຍຸກໃໝ່ຫັນມາຮັກກິລາ ຫຼິ້ນກິລາໃຫ້ຫຼາຍຂຶ້ນເພື່ອໃຫ້ເຂົາເຈົ້າໃຊ້ເວລາວ່າງໃຫ້ເປັນປະໂຫຍດ ແລະ ຍັງຫ່າງໄກຈາກຢາເສບຕິດ. ດັ່ງຄໍາເວົ້າທີ່ວ່າ: ເສຍເຫື່ອໃຫ້ກິລາດີກວ່າເສຍນ້ຳຕາໃຫ້ຢາເສບຕິດ.

ຈຸດປະສົງຂອງການແຂ່ງຂັນກິລາຄັ້ງນີ້, ເພື່ອສະເຫຼີມສະຫຼອງໃຫ້ແກ່ວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ພ້ອມນີ້ກໍເປັນການຊຸກຍູ້ສົ່ງເສີມໃຫ້ຊາວໜຸ່ມໄດ້ມີໂອກາດມາຫຼິ້ນກິລາເພື່ອສ້າງຄວາມສາມັກຄີ ແລະ ມີສຸຂະພາບແຂງແຮງອີກດ້ວຍ. ການແຂ່ງຂັນປະກອບມີ 4 ປະເພດກິລາຄື: ກິລາເປຕັງ, ກິລາບານສົ່ງ, ກິລາກະຕໍ້ ແລະ ກິລາດອກປີກໄກ່, ໃນນີ້ແຕ່ລະປະເພດປະກອບມີ: ຮຸ່ນທົ່ວໄປ, ຮຸ່ນອາວຸໂສ ແລະ ການນຳ. ຊຶ່ງຈະໄດ້ໃຊ້ເວລາໃນການແຂ່ງຂັນ 3 ວັນ ຄືວັນທີ 22-24 ຕຸລາ 2024 ຈຶ່ງຈະສຳເລັດ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ໃນວັນທີ 5 ມັງກອນ ນີ້ ທີ່ຫ້ອງປະຊຸມຂອງວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ, ບັນດາທ່ານຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາແພດຊັ້ນສູງໄດ້ເຂົ້າຮ່ວມໃນກອງປະຊຸມກະກຽມ ເປີດການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດ ປະຈຳສົກສຶກສາ 2025-2026. ກອງປະຊຸມຄັ້ງນີ້, ເຂົ້າຮ່ວມເປັນປະທານຂອງທ່ານ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລ ວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ.
ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ວັນທີ 5 ມັງກອນ ນີ້ ທີ່ສະໂມສອນໃຫຍ່ເມືອງຕະໂອ້ຍ ແຂວງສາລະວັນ, ໄດ້ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5, ມ4, ມ7 ໂດຍການເຂົ້າຮ່ວມ ແລະ ເປີດຊອງຫົວບົດສອບເສັງຂອງທ່ານນາງ ບຸນຖິນ ແກ່ນພົມມາ ປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມໃນທົ່ວເມືອງ, ມີບັນດາຄະນະກຳມະການ, ຄູ-ອາຈານ ແລະ ນັກຮຽນເກັ່ງທົ່ວເມືອງເຂົ້າຮ່ວມ.
ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ພິທີວາງສີລາເລີກ ໂຄງການກໍ່ສ້າງຫໍພັກນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ ວິທະຍາໄລສິລະປະແຫ່ງຊາດ (ວສຊ) ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ); ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ, ມີພະເຖຣານຸເຖຣະ, ຕາງໜ້າກົມ, ຫ້ອງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ.
"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

ໃນເດືອນພະຈິກ 2025 ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸລະກິດຈີນ ແລະ ລາວ ແລະ ນັກຂ່າວຈາກແຂວງ ກວາງຊີ ໄດ້ມາຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ລາວ (ຊື່ງມີຊື່ຫຍໍ້ວ່າ "ສູນລາວ") ທີ່ນະຄອນຫຼວງວຽງຈັນ,ເພື່ອຮຽນຮູ້ເກັບກໍາສະພາບການຂອງສູນ ໃນປັດຈຸບັນ.
ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ເພີ່ມເຕີມ