ສືບຕໍ່ເສີມຂະຫຍາຍພາລະກຳປະຫວັດສາດ ພາລະກິດປະຕິວັດຂອງພັກ ດ້ວຍຄວາມໜັກແໜ້ນ

ສືບຕໍ່ເສີມຂະຫຍາຍພາລະກຳປະຫວັດສາດ ພາລະກິດປະຕິວັດຂອງພັກ ດ້ວຍຄວາມໜັກແໜ້ນ

ສືບຕໍ່ເສີມຂະຫຍາຍພາລະກຳປະຫວັດສາດ ພາລະກິດປະຕິວັດຂອງພັກ ດ້ວຍຄວາມໜັກແໜ້ນ
ສູນທອນພົດຂອງສະຫາຍທອງລຸນສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວໃນພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກ ປປລ)ຄົບຮອບ70ປີ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນໃນວັນທີ22ມີນານີ້

 ໄດ້ເນັ້ນໜັກເຖິງຕົ້ນກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກ ແລະ ເຊີດຊູພາລະກຳປະຫວັດສາດ ຍ່ານທາງແຫ່ງການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ; ໝາກຜົນແຫ່ງການນໍາພາໃນ 70 ປີຜ່ານມາ ແມ່ນພາລະກຳປະຫວັດສາດ ແລະ ພາລະກິດປະຕິວັດຂອງພັກ ເພື່ອສືບຕໍ່ເສີມຂະຫຍາຍ ໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນແລະມີໄຊ. ສະຫາຍທອງລຸນສີສຸລິດ ກ່າວຢ່າງຄຶກຄຶມແໜ້ນໜັກວ່າ:

ໃນວັນທີ 22ມີນາປີ1955ຢູ່ປະເທດເຮົາ, ຢູ່ດິນແດນອັນແສນຮັກຂອງປະຊາຊົນລາວເຮົາໄດ້ມີເຫດການປະຫວັດສາດທີ່ສຳຄັນຍິ່ງເຫດການໜຶ່ງເກີດຂຶ້ນນັ້ນຄືການກຳເນີດຂອງພັກປະຊາຊົນປະຕິວັດລາວ; ການກໍາເນີດຂອງພັກການເມືອງຂອງຊາດເຮົາຂຶ້ນຄັ້ງນີ້ເຖິງຈະເປັນພັກການເມືອງທີ່ຍັງອ່ອນນ້ອຍທີ່ຫາກໍ່ສ້າງຕັ້ງຂຶ້ນ, ແຕ່ມັນໄດ້ກາຍເປັນການເລີ່ມຕົ້ນຂອງທວນໄຟທີ່ມີແສງສະຫວ່າງອັນສັກສິດຊຶ່ງໄດ້ແຜ່ກະຈາຍອອກໃຫ້ກາຍເປັນທວນໄຟແຫ່ງການສ້າງບາດລ້ຽວປະຫວັດສາດ, ເປັນຂີດໝາຍສໍາຄັນຍິ່ງຂອງວິວັດທະນາການກ້າວເຂົ້າສູ່ຂະບວນການຕໍ່ສູ້ປະຕິວັດຂອງຊາດແລະຂອງປະຊາຊົນລາວເຮົາຊຶ່ງເປັນຊາດໄດ້ເຄີຍຈົມຢູ່ໃນແອກຄອບຄອງຂອງຕ່າງຊາດແລະລະບອບການປົກຄອງທີ່ເຕັມໄປດ້ວຍຄວາມກົດຂີ່ຂົ່ມເຫັງມາເປັນເວລານັບພັນໆປີ. ການທີ່ຊາດເຮົາໄດ້ກຳເນີດພັກປະຊາຊົນລາວຂຶ້ນມາທີ່ເປັນພັກການເມືອງປະຕິວັດທີ່ຢຶດໝັ້ນລັດທິມາກ-ເລນິນ,ເປັນການຈັດຕັ້ງການເມືອງ,ເປັນຕົວແທນທີ່ຈົງຮັກພັກດີຢ່າງແທ້ຈິງຂອງປະຊາຊົນລາວ, ຜູ້ສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນ ທີ່ສ້າງຕັ້ງຂຶ້ນໂດຍປະທານໂຮ່ຈິມິນຜູ້ຍິ່ງໃຫຍ່ນັບແຕ່ປີ1930ນັ້ນ,ພັກປະຊາຊົນລາວເປັນພັກທີ່ເຕັມໄປດ້ວຍອຸດົມການ, ແນວທາງການເມືອງທີ່ເດັດດ່ຽວນໍາພາຕໍ່ສູ້ປະຕິວັດອັນຖືກຕ້ອງເພື່ອນໍາພາຂະບວນການຮັກຊາດ,ຂະບວນການຕໍ່ສູ້ຂອງປະຊາຊົນລາວທີ່ໄດ້ເກີດມີມາແລ້ວແຕ່ເປັນຂະບວນການຮັກຊາດທີ່ຍັງກະແຈກກະຈາຍ, ເກີດຂຶ້ນດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນການກົດຂີ່ຂູດຮີດທີ່ນຳໂດຍເຈົ້າກົກເຈົ້າເຫຼົ່າຢູ່ໃນປະເທດເຮົາໃນເວລານັ້ນ.

ແຕ່ພໍມີການກໍາເນີດຂອງພັກປະຊາຊົນລາວຂຶ້ນພ້ອມກັບໂຄງການການເມືອງສະບັບທໍາອິດທີ່ກໍານົດນະໂຍບາຍໃໝ່,ທິດທາງແລະບາດກ້າວເດີນຂອງການຕໍ່ສູ້ປະຕິວັດລາວແບບໃໝ່, ພັກໄດ້ກາຍເປັນຄັນທຸງແລະທວນໄຟເຍືອງທາງອັນສະຫວ່າງສະໄຫວໃຫ້ແກ່ຂະບວນການປະຕິວັດແລະການຕໍ່ສູ້ກູ້ຊາດຂອງປະຊາຊົນລາວເຮົາ.ນັບແຕ່ນັ້ນມາ,ພາຍໃຕ້ການນຳພາຂອງພັກປະຊາຊົນລາວ,ຕໍ່ມາກາຍເປັນພັກປະຊາຊົນປະຕິວັດລາວນັ້ນໄດ້ນໍາພາການຕໍ່ສູ້ກູ້ຊາດຕັ້ງແຕ່ນ້ອຍໄປຫາໃຫຍ່, ຕັ້ງແຕ່ຕໍ່າໄປຫາສູງທີ່ສາມາດຍາດໄດ້ຈາກໄຊຊະນະນີ້ຕໍ່ໃສ່ໄຊຊະນະໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າຈົນສາມາດກ້າວຂຶ້ນຍາດເອົາຄວາມເປັນເອກະລາດແຫ່ງຊາດ,ອໍານາດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະເທດຊາດແລະປະຊາຊົນເຮົາຢ່າງມະຫັດສະຈັນ,ສ້າງໄດ້ບາດລ້ຽວປະຫວັດສາດຂອງຊາດລາວຂຶ້ນໃນແຜ່ນດິນລາວທີ່ເປັນປິຕຸພູມອັນແສນຮັກແລະຫວງແຫນຂອງປວງຊົນລາວທັງຊາດຈົນເທົ່າທຸກວັນນີ້.

ຖ້າຈະເລົ່າຄືນວິລະກຳອັນໃຫຍ່ຫຼວງ ທີ່ພັກເຮົາໄດ້ຊີ້ນຳ ນຳພາການຕໍ່ສູ້ປະຕິວັດຜ່ານມາ ເຖິງຄວາມທົດສອບຢ່າງລະອິດລະອ້ຽວຂ້ຽວຂາດ ແລະ ເຕັມໄປດ້ວຍຄວາມທ້າທາຍ ໃຫ້ຄົບຖ້ວນໝົດໄດ້ນັ້ນ ຕ້ອງໃຊ້ເວລາທີ່ຍືດຍາວ, ແຕ່ໃນໂອກາດນີ້, ຂ້າພະເຈົ້າ ພຽງແຕ່ຢາກຍົກເອົາບາງສະຖານະການ, ບາງເຫດການ ທີ່ພົ້ນເດັ່ນ ໃນຈໍານວນຫຼາຍຮ້ອຍ, ຫຼາຍພັນເຫດການ ຂອງການນຳພາ ຂອງພັກເຮົາ ມາເປັນຕົວຢ່າງ ທີ່ສະແດງໃຫ້ເຫັນເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດສ່ອງໃສ ທີ່ບໍ່ມີໃຜສາມາດປະຕິເສດ ຂອງການຊີ້ນຳນຳພາ ແລະ ການບັນຊາຈັດການ ຂອງພັກ ຕໍ່ກັບເສັ້ນທາງ ທີ່ລະອິດລະອ້ຽວ ຂອງການປະຕິວັດໃນປະເທດເຮົາ...

ນັບແຕ່ມື້ສ້າງຕັ້ງພັກຈົນມາເຖິງມື້ນີ້,ການນໍາພາຂອງພັກເຮົາອາດຈະແບ່ງອອກເປັນຫຼາຍໄລຍະປະຫວັດສາດເຊັ່ນ:

ໄລຍະການເຄື່ອນໄຫວຂົນຂວາຍຈັດຕັ້ງພັກກ່ອນການສ້າງຕັ້ງພັກປະຊາຊົນລາວນັ້ນໄດ້ມີການເຄື່ອນໄຫວຂອງສະມາຊິກພັກກອມມູນິດອິນດູຈີນທີ່ເປັນຄະນະພັກແຄ້ວນລາວໄດ້ເຄື່ອນໄຫວປິດລັບໃນລາວເພື່ອນຳພາເຕົ້າໂຮມກຳລັງຂອງຜູ້ຮັກຊາດຈັດຕັ້ງເປັນຈຸພັກ,ໜ່ວຍພັກ,ສ້າງໃຫ້ເປັນສາຍໃຍຕິດຕໍ່ກັນເພື່ອຂົນຂວາຍເອົາປະຊາຊົນຜູ້ຮັກຊາດສ້າງເປັນກໍາລັງໃຕ້ດິນເຄື່ອນໄຫວໃນທ້ອງຂອງສັດຕູຢ່າງປິດລັບ, ເບື້ອງຕົ້ນແມ່ນສ້າງໄດ້ສະມາຊິກຈຳນວນຈຳກັດທີ່ສຸດຕໍ່ມາສາມາດຂະຫຍາຍສະມາຊິກໄດ້ຫຼາຍຂຶ້ນຈົນເຖິງມື້ສ້າງຕັ້ງພັກກໍມີສະມາຊິກກວ່າ300 ສະຫາຍໃນທົ່ວປະເທດ;ຄະນະພັກແຄວ້ນລາວນໍາໂດຍສະຫາຍໄກສອນພົມວິຫານແລະບັນດາຄະນະນໍາທີ່ເປັນສະມາຊິກພັກກອມມູນິດອິນດູຈີນພ້ອມສະມາຊິກພັກຈຳນວນດັ່ງກ່າວນັ້ນໄດ້ສ້າງກອງຮ້ອຍລາດຊະວົງຂຶ້ນຢູ່ພາກເໜືອ, ສ່ວນຢູ່ພາກໃຕ້ປະທານຄໍາໄຕສີພັນດອນກໍໄດ້ນໍາພາສ້າງຕັ້ງກອງຮ້ອຍໄຊຈັກກະພັດຂຶ້ນໃນໄລຍະໃກ້ຄຽງກັນຊຶ່ງເປັນກອງທະຫານປະຕິວັດທຳອິດເພື່ອນຳພາປະຊາຊົນຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນຝຣັ່ງແລະຕີນມືຂອງພວກເຂົາ,ການຕໍ່ສູ້ເຖິງວ່າໄດ້ມີອຸປະສັກຫຼາຍປະການ,ການປາບປາມຂອງສັດຕູກໍແສນສາຫັດ,ແຕ່ກໍສາມາດໄດ້ຮັບໄຊຊະນະເປັນກ້າວໆມາຈົນເຖິງປີ1954.ພາຍຫຼັງກອງທັບຮຸກຮານຂອງຝຣັ່ງໄດ້ຖືກປະລາໄຊໃນບັ້ນຮົບດຽນບຽນຝູທີ່ລືຊື່ ຈົນເຮັດໃຫ້ຈັກກະພັດລ່າເມືອງຂຶ້ນແບບເກົ່າຖອຍອອກໄປຈາກອິນດູຈີນແລະຍອມລົງນາມສັນຍາເຊີແນວຮັບຮູ້ເອກະລາດຂອງສາມປະເທດອິນດູຈີນສິ້ນສຸດລັດທິລ່າເມືອງຂຶ້ນແບບເກົ່າຂອງຈັກກະພັດຝຣັ່ງຢູ່ສາມປະເທດອິນດູຈີນ,ເວລານີ້ເປັນໂອກາດໃຫ້ມີການຂະຫຍາຍຕົວຂອງກໍາລັງປະຕິວັດຂອງປະເທດເຮົາແລະໄດ້ສ້າງໂອກາດໃຫ້ແກ່ການສ້າງຕັ້ງພັກປະຊາຊົນລາວຂຶ້ນເພື່ອສືບຕໍ່ນຳພາການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານສືບຕໍ່ມາ.

ພາຍຫຼັງສ້າງຕັ້ງພັກປະຊາຊົນລາວຂຶ້ນ,ພັກເຫັນໄດ້ວ່າເສັ້ນທາງການຕໍ່ສູ້ປະຕິວັດປົດປ່ອຍຊາດຈາກສັດຕູຜູ້ຮຸກຮານທັງເກົ່າແລະໃໝ່ນັ້ນເຕັມໄປດ້ວຍສິ່ງທ້າທາຍທົດສອບລະອິດລະອ້ຽວຂ້ຽວຂາດຢ່າງຍິ່ງ. ການຊັ່ງຊາກຳລັງກໍແຕກໂຕນກັນ... ແຕ່ພາຍໃຕ້ການນຳພາຂອງພັກ,ກອງທັບເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ,ສາມາດຕີເອົາຊະນະສັດຕູຈາກບັ້ນຮົບນີ້ໄປສູ່ບັ້ນຮົບໃໝ່,ໄດ້ຮັບໄຊຊະນະເປັນກ້າວໆມາຈົນສາມາດສ້າງຕັ້ງໄດ້ເຂດປົດປ່ອຍຂອງກຳລັງປະຕິວັດ,ຂະຫຍາຍກວ້າງອອກເຖິງ2/3ຂອງດິນແດນທົ່ວປະເທດ,ປົດປ່ອຍໄດ້ເຄິ່ງໜຶ່ງຂອງພົນລະເມືອງລາວໃນເວລານັ້ນແລະພັກເຮົາຍັງໄດ້ຊີ້ນຳສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງຂຶ້ນ.

ເຖິງວ່າໃນສະໜາມຮົບຈະເຕັມໄປດ້ວຍຄວາມທຸລະກັນດານປານໃດ,ກອງທັບແລະປະຊາຊົນເຮົາກໍອາດຫານຕໍ່ສູ້ແລະທັບມ້າງໄດ້ທຸກໆກົນອຸບາຍທຳລາຍມ້າງເພຂອງສັດຕູຈາກຫຼາຍບັ້ນຮົບທີ່ສຳຄັນດຸເດືອດໃນທົ່ວປະເທດ. ແຕ່ເວລາດຽວກັນນັ້ນ, ການຕໍ່ສູ້ໄດ້ດຳເນີນຢູ່ພາກພື້ນດິນໄປພ້ອມໆກັບການຮັບມືກັບການຖິ້ມລະເບີດອັນໜັກໜ່ວງຈາກກອງທັບອາກາດຂອງສັດຕູ, ເຖິງວ່າໄຊຊະນະຂອງກຳລັງປະຕິວັດໄດ້ສືບຕໍ່ຂະຫຍາຍຕົວກໍຕາມ, ພັກເຮົາໄດ້ຊີ້ນຳໃຫ້ເຂົ້າລວມລາວເຖິງ 3ຄັ້ງເພື່ອສະແດງເຈດຕະນາຂອງຝ່າຍແນວລາວຮັກຊາດນໍາໂດຍພັກເຮົາທີ່ສະແຫວງຫາສັນຕິພາບແລະຄວາມປອງດອງຊາດ. ທຸກຄັ້ງທີ່ເຂົ້າລວມລາວ,ມີລັດຖະບານປະສົມຂຶ້ນ,ສູນກາງພັກໄດ້ຕັດສິນໃຈເອົາກໍາລັງຂຶ້ນເຕົ້າໂຮມຢູ່2ແຂວງ,ຫົວພັນແລະຜົ້ງສາລີ,ແຕ່ຝ່າຍຂວາໄດ້ລະເມີດສັນຍາທຸກຄັ້ງ. ຜ່ານການລະເມີດສັນຍາຂອງຝ່າຍສັດຕູນັ້ນ, ສູນກາງພັກໄດ້ມີທິດຊີ້ນຳໃຫ້ຫັນທິດຕໍ່ສູ້ດ້ວຍກຳລັງອາວຸດຄືນໃໝ່,ການຕັດສິນໃຈຂອງພັກເອົາຜູ້ນໍາຂອງຝ່າຍແນວລາວຮັກຊາດເຂົ້າຮ່ວມໃນລັດຖະບານປະສົມ,ການເອົາກອງພັນທີ1ແລະກອງພັນທີ 2ເຂົ້າຮ່ວມກັບກອງທັບຝ່າຍຂວາຢູ່ຊຽງເງິນແລະທົ່ງໄຫຫີນລ້ວນແຕ່ແມ່ນການຕັດສິນໃຈທີ່ກ້າຫານຂອງພັກເຮົາ,ເຖິງຈະຮູ້ຢູ່ແກ່ໃຈວ່າຈະຖືກສັດຕູກົດດັນກ້າວໄປເຖິງດັບສູນ, ແຕ່ສິ່ງທີ່ເກີດຂຶ້ນຕາມມາແມ່ນຜູ້ນຳເຮົາໂຕນອອກຈາກຄຸກໂພນເຄັງແລະກອງພັນທີສອງຜ່າວົງປິດລ້ອມຂອງສັດຕູອອກຈາກທົ່ງໄຫຫີນໄດ້ຢ່າງປອດໄພ.ພວກເຮົາຈະເຫັນໄດ້ວ່າທຸກໆຄັ້ງເມື່ອມີການຫັນທິດຕໍ່ສູ້ ໄດ້ເຮັດໃຫ້ຂະບວນການປະຕິວັດເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ເຂດປົດປ່ອຍໄດ້ຂະຫຍາຍກວ້າງອອກໃນທີ່ສຸດກໍເຖິງບັ້ນຮົບຕໍ່ສູ້ໂຄ່ນລົ້ມລະບອບເກົ່າດ້ວຍກຳລັງມວນຊົນເຂົ້າຍຶດອຳນາດມາມືປະຊາຊົນ, ປະກາດສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ ລາວ)ຂຶ້ນຢ່າງສະຫງ່າອົງອາດໃນວັນທີ 2 ທັນວາ 1975.ເຫດການນີ້ປະທານໄກສອນພົມວິຫານໄດ້ຂະໜານນາມເອົາໄວ້ວ່າ:ເປັນເຫດການພິກແຜ່ນດິນປີ້ນແຜ່ນຟ້າ”ນັ້ນເອງ.

ຕົກມາໄລຍະແຫ່ງການຟື້ນຟູປະເທດພາຍຫຼັງສົງຄາມ,ຫຼືພວກເຮົາເຄີຍເອີ້ນວ່າ:ເປັນໄລຍະ“ຮໍາບາດແຜສົງຄາມ”ເປັນໄລຍະປະຫວັດສາດໜຶ່ງທີ່ເຕັມໄປດ້ວຍຄວາມທ້າທາຍ,ຊຶ່ງພັກເຮົາຕ້ອງໄດ້ນຳພາຕ້ານກັບການສ້າງຄວາມປັ່ນປ່ວນໃນສັງຄົມຂອງພວກບໍ່ຫວັງດີຕໍ່ລະບອບໃໝ່ດ້ວຍການເຮັດໃຫ້ມີການແຕກຕື່ນໃນໝູ່ປະຊາຊົນ,ການຊີ້ນໍານໍາພາຕ້ານການໂຄສະນາໃສ່ຮ້າຍປ້າຍສີຂອງຝ່າຍກົງກັນຂ້າມໄປພ້ອມໆກັບຕ້ານການປິດລ້ອມທາງເສດຖະກິດຂອງຕ່າງປະເທດ, ປຸກປັ່ນໃຫ້ຄົນລາວໜີອອກປະເທດ,ສ້າງເຫດການຕ່າງໆຂຶ້ນເພື່ອບຽດຍຶດດິນແດນແລະມີຫຼາຍກົນອຸບາຍທຳລາຍຂອງຝ່າຍກົງກັນຂ້າມເພື່ອຫວັງບີບຄັ້ນເຮັດໃຫ້ ສປປ ລາວທີ່ໜຸ່ມນ້ອຍ ລົ້ມສະຫຼາຍແຕ່ຫົວທີ,ແຕ່ດ້ວຍຄວາມເດັດດ່ຽວໜຽວແໜ້ນຂອງການນຳພັກເຮົາອັນມີປະທານໄກສອນພົມວິຫານເປັນຜູ້ນຳນັ້ນ,ພັກໄດ້ວາງນະໂຍບາຍທີ່ຖືກຕ້ອງສອດຄ່ອງ,ທັງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ແນວທາງແລະບາດກ້າວເດີນຂອງປະເທດໃນລະບອບໃໝ່ທັງຕັດສິນໃຈແກ້ໄຂບັນຫາພັດທະນາເສດຖະກິດ-ສັງຄົມ, ທັງແກ້ໄຂບັນຫາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັບມ້າງກົນອຸບາຍທຳລາຍມ້າງເພຂອງກຸ່ມຄົນບໍ່ດີທັງພາຍໃນແລະທັບມ້າງກົນອຸບາຍບຽດຍຶດຕາມຊາຍແດນໃຫ້ປະລາໄຊລົງໄດ້; ເຖິງວ່າໄລຍະນີ້ເປັນໄລຍະກະກຽມສ້າງລັດຖະທໍາມະນູນແລະກົດໝາຍ,ແຕ່ພັກໄດ້ຊີ້ນຳໃຫ້ບໍລິຫານປະເທດໄປຕາມກົດລະບຽບດ້ວຍມະຕິຄຳສັ່ງເປັນຕົ້ນຕໍໄປກ່ອນຈົນເຮັດໃຫ້ໄລຍະຂ້າມຜ່ານນີ້ໄດ້ຮັບຜົນສຳເລັດດ້ວຍການສ້າງສັງຄົມໃຫ້ນັບມື້ນັບເຂົ້າສູ່ລະບຽບວິໄນແລະມີການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນປະເທດພາຍຫຼັງສົງຄາມໃຫ້ມີບາດກ້າວເດີນທີ່ໜັກແໜ້ນຂຶ້ນ,ເຕົ້າໂຮມໄດ້ຄວາມສະມັກຄີເປັນເອກະພາບພາຍໃນ, ເຕົ້າໂຮມໄດ້ກຳລັງແຮງແລະຄວາມຖືກຕ້ອງປອງດອງຂອງກຳລັງທີ່ມາຈາກເຂດປົດປ່ອຍແລະຂ້າລາດຊະການຂອງເຂດປົກຄອງວຽງຈັນຢ່າງເປັນປຶກແຜ່ນ... ນີ້ຄືໄຊຊະນະເບື້ອງຕົ້ນທີ່ສຳຄັນຂອງການບໍລິຫານປະເທດພາຍຫຼັງສະຖາປະນາລະບອບໃໝ່ພາຍໃຕ້ການຊີ້ນຳຂອງພັກທີ່ໄດ້ສະແດງອອກເຖິງຄວາມສາມາດຂອງການເປັນພັກກຳອຳນາດທີ່ມີຄວາມສັກສິດ.

ຕໍ່ຈາກນັ້ນມາ, ເປັນໄລຍະແຫ່ງການກຳນົດອອກນະໂຍບາຍປ່ຽນແປງໃໝ່ຮອບດ້ານແລະມີຫຼັກການຂອງພັກ,ໄລຍະນີ້ອາດເວົ້າໄດ້ວ່າເປັນໄລຍະປະຫວັດສາດອີກຍຸກໜຶ່ງຂອງການປ່ຽນແປງຢ່າງປະດິດສ້າງດ້ວຍຄວາມກ້າຫານແລະແທດເໝາະກັບສະພາບຈຸດພິເສດຂອງຍຸກສະໄໝແລະຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດເຮົາເພື່ອກ້າວເດີນໄປໜ້າຢ່າງບໍ່ຢຸດຢັ້ງ.

ພັກເຮົາອັນມີປະທານໄກສອນພົມວິຫານເປັນຜູ້ນຳໜ້າພາທາງໄດ້ສ້າງໃຫ້ມີແນວທາງປ່ຽນແປງໃໝ່ຫຼືເບື້ອງຕົ້ນກໍໃສ່ຊື່ວ່າ: “ຈິນຕະນາການໃໝ່” ນັ້ນແລະກົມການເມືອງ,ຄະນະບໍລິຫານງານສູນກາງພັກແຕ່ລະສະໄໝໄດ້ນຳພາຊີ້ນຳປະຕິບັດຢ່າງເປັນຮູບປະທຳນັບມື້້ນັບເຂົ້າສູ່ລວງເລິກຈົນເທົ່າປັດຈຸບັນ,ແນວທາງປ່ຽນແປງໃໝ່ໄດ້ຫັນຈາກກົນໄກເສດຖະກິດບໍລິຫານເກື້ອກູນໄປສູ່ເສດຖະກິດຕະຫຼາດ ດ້ວຍການຮັບຮູ້ເສດຖະກິດຫຼາຍພາກສ່ວນຂອງປະເທດເຮົາໃຫ້ພັດທະນາໄປດ້ວຍກັນ,ສ້າງເງື່ອນໄຂໃຫ້ປະເທດເຮົາໄດ້ເປີດປະຕູສູ່ໂລກພາຍນອກແລະສົ່ງເສີມໃຫ້ມີການຮ່ວມມືກັບຕ່າງປະເທດແລະຮັບເອົາການລົງທຶນຈາກຕ່າງປະເທດ. ປະທານໄກສອນພົມວິຫານໄດ້ເຕືອນໄວ້ວ່າ: ໃນນະໂຍບາຍປ່ຽນແປງໃໝ່ນີ້, ພວກເຮົາຕ້ອງເລີ່ມປ່ຽນແປງໃໝ່ກົນໄກທາງດ້ານເສດຖະກິດໄປກ່ອນ,ສ່ວນການປັບປຸງກົນໄກການເມືອງແລະການບໍລິຫານລັດດ້ານອື່ນຕ້ອງໃຫ້ເປັນໄປຕາມຈັງຫວະທີ່ມີຄວາມຮັດກຸມເພື່ອບໍ່ໃຫ້ເສັ້ນທາງເດີນຂອງນະໂຍບາຍນີ້ໄຂວ່ເຂວ,ໄປຜິດທາງຫຼືສະດຸດ.

ພວກເຮົາໄດ້ເດີນຕາມແນວທາງແລະກຳລັງເດີນຕາມ6ຫຼັກການຂອງນະໂຍບາຍປ່ຽນແປງໃໝ່ນີ້ພວກເຮົາຈຶ່ງສາມາດນຳພາປະເທດແກ້ໄຂບັນດາບັນຫາທີ່ເປັນອຸປະສັກໄດ້,ເພາະວິວັດທະນາການແຫ່ງການປະຕິບັດມີທັງຂໍ້ສະດວກແລະຂໍ້ຫຍຸ້ງຍາກ,ແຕ່ພັກເຮົາໄດ້ນຳພາແກ້ໄຂອຸປະສັກຕ່າງໆໃຫ້ຕົກໄປເປັນແຕ່ລະໄລຍະ. ປັດຈຸບັນ,ພວກເຮົາພວມເດີນຕາມແນວທາງນີ້ເພື່ອຕັ້ງໜ້າແກ້ໄຂບັນຫາທີ່ມີຢູ່ໃນປະເທດເຮົາໃຫ້ທະລຸລົ່ງໄປໃຫ້ໄດ້.

ບົນເສັ້ນທາງເດີນຂອງພັກເຮົານັບເປັນເວລາ70 ປີມານັ້ນ,ພັກເຮົາໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆປະການແລະສາມາດສະສົມບົດຮຽນ, ປະສົບການແລະຖອດອອກມາເປັນແນວຄິດ-ທິດສະດີຈາກພຶດຕິກຳເປັນຂອງຕົນເອງທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາໄດ້ຫຼາຍປະການ,ຊຶ່ງພັກເຮົາໄດ້ມີຂໍ້ສະຫຼຸບເປັນໄລຍະໄລຍະມາແລ້ວແລະໃນໂອກາດທີ່ພັກເຮົາມີອາຍຸ70ປີນີ້,ຂ້າພະເຈົ້າກໍຂໍມີບາງຄໍາເຫັນເພີ່ມເຕີມເພື່ອທົບທວນຄືນສິ່ງທີ່ພັກເຮົາເຄີຍສະຫຼຸບເປັນບົດຮຽນນັ້ນ,ດັ່ງນີ້:

ພັກເຮົາຮູ້ສົມທົບແໜ້ນການໝູນໃຊ້ລັດທິມາກສ໌-ເລນິນກັບແນວຄິດໄກສອນພົມວິຫານຢ່າງປະດິດສ້າງເຂົ້າໃນເງື່ອນໄຂຕົວຈິງຂອງປະເທດຊາດ, ທັງຮູ້ສົມທົບທິດສະດີປະຕິວັດກັບຂະບວນການຮັກຊາດຂອງປະຊາຊົນບັນດາເຜົ່າໃນປະເທດ;ໄດ້ນຳພາການກໍ່ສ້າງ, ປັບປຸງແລະຂະຫຍາຍກຳລັງຈາກກອງຂົນຂວາຍປຸກລຸກກ້າວຂຶ້ນສ້າງເປັນກຳລັງປະກອບອາວຸດທີ່ມີລະບຽບແບບແຜນ; ຮູ້ສົມທົບກຳລັງແຮງຂອງກອງທັບປະຕິວັດກັບກຳລັງແຮງຂອງທົ່ວປວງຊົນ, ສົມທົບກຳລັງປະກອບອາວຸດກັບການຂົນຂວາຍແລະປຸກລະດົມປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນແລະກຳລັງການເມືອງຕ່າງໆໃຫ້ສາມັກຄີເປັນຈິດໜຶ່ງໃຈດຽວກັນຕໍ່ສູ້ພາຍໃຕ້ຄັນທຸງຂອງແນວລາວອິດສະຫຼະແລະແນວລາວຮັກຊາດໃນເມື່ອກ່ອນ; ຮູ້ສົມທົບແໜ້ນຮູບການຕໍ່ສູ້ດ້ວຍອາວຸດກັບການຕໍ່ສູ້ທາງການເມືອງ,ທາງກົດໝາຍແລະການທູດ-ການຕ່າງປະເທດຢ່າງຄ່ອງແຄ້ວ; ສົມທົບການຕໍ່ສູ້ປິດລັບກັບການຕໍ່ສູ້ເປີດເຜີຍຖືກກົດໝາຍຢ່າງສອດຄ່ອງກັບການຊັ່ງຊາກຳລັງຕົວຈິງ, ທັງຕີ, ທັງເຈລະຈາແລະປະນີປະນອມຢ່າງມີຫຼັກການແລະມີການຫັນທິດຕໍ່ສູ້ຢ່າງມີໄຫວພິບ;ຮູ້ສົມທົບກໍາລັງແຮງພາຍໃນກັບກຳລັງແຮງຈາກພາຍນອກ, ເອົາການປະຕິວັດເຮົາຕິດພັນຢ່າງສະໜິດແໜ້ນກັບການປະຕິວັດຫວຽດນາມແລະກຳປູເຈຍກໍຄືຍາດແຍ່ງເອົາການສະໜັບສະໜູນເປັນໃຈແລະການຮ່ວມມື, ຊ່ວຍເຫຼືອອັນໃຫຍ່ຫຼວງຈາກອະດີດສະຫະພາບໂຊຫວຽດ, ສາທາລະນະລັດປະຊາຊົນຈີນແລະຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ, ກຳລັງທີ່ຮັກຫອມສັນຕິພາບແລະຄວາມກ້າວໜ້າຢູ່ໃນທົ່ວໂລກ.

ພັກເຮົາບໍ່ເຄີຍຢຸດຢັ້ງໃນການປັບປຸງ, ປ່ຽນແປງຕົນເອງເພື່ອປັບຕົວແລະຍົກສູງຄວາມສາມາດໃນການນໍາພາພາລະກິດປະຕິວັດ,ພັກໄດ້ຊອກຫາເສັ້ນທາງກ້າວເດີນ ທີ່ສອດຄ່ອງກັບລັກສະນະແລະຈຸດພິເສດຂອງປະເທດເຮົາ. ໂດຍກໍາແໜ້ນສະພາວະຄວາມເປັນຈິງຂອງຍຸກສະໄໝໃນຂະນະທີ່ບັນດາປະເທດສັງຄົມນິຍົມເອີຣົບຕາເວັນອອກ“ຖືກສັ່ນຄອນ”ແລະ“ຕົກເຂົ້າສູ່ວິກິດການ”ແລະບົນພື້ນຖານການສຶກສາບົດຮຽນຂອງຕ່າງປະເທດຢ່າງມີການເລືອກເຟັ້ນ,ພັກເຮົາອັນມີປະທານໄກສອນພົມວິຫານເປັນຜູ້ນໍາໜ້າໄດ້ນໍາພາບຸກເບີກແລະປະຕິບັດພາລະກິດປ່ຽນແປງໃໝ່,ຊຶ່ງກ່ອນອື່ນໝົດແລະເປັນພື້ນຖານກວ່າໝູ່ແມ່ນໄດ້ກຳນົດເສັ້ນທາງກ້າວຂຶ້ນຂອງປະເທດຊາດຈາກການກ້າວຂຶ້ນສັງຄົມນິຍົມໂດຍກົງໂດຍບໍ່ຜ່ານທຶນນິຍົມມາເປັນການສືບຕໍ່ບູລະນະແລະຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈເພື່ອກ້າວຂຶ້ນສັງຄົມນິຍົມເປັນກ້າວໆດ້ວຍຄວາມສາມາດແລະກຳລັງແຮງຕົວຈິງຂອງປະເທດເຮົາ; ຫັນປ່ຽນກົນໄກເສດຖະກິດລວມສູນອາຍາສິດ, ບໍລິຫານ-ເກື້ອກູນໄປສູ່ກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງ-ດັດສົມຂອງລັດ ຊຶ່ງເນື້ອແທ້ແມ່ນການວາງຮາກຖານຂອງການນໍາໄປສູ່ການສ້າງພື້ນຖານ“ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ”,ເສີມຂະຫຍາຍກໍາລັງແຮງຂອງທຸກພາກສ່ວນເສດຖະກິດທີ່ມີໃນປະເທດໃຫ້ມີຄວາມສະເໝີພາບຕໍ່ໜ້າກົດໝາຍ; ໃນນັ້ນ,ກໍຕັ້ງໜ້າເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ-ເຕັກນິກກັບໂລກພາຍນອກ.

ພັກເຮົາ,ຍາມໃດກໍຍຶດໝັ້ນຫຼັກການແລະທັດສະນະກ່ຽວກັບການເຄົາລົບກົດເກນພາວະວິໄສ, ການປົດປ່ອຍແນວຄິດຄອງເດີມ,ອັດຕະວິໄສ, ຕ້ານລັດທິຄຳພີຕາຍຕົວ; ພັກເຮົາເນັ້ນໜັກມາໂດຍຕະຫຼອດວ່າໃນການນໍາພາຊີ້ນໍານັ້ນຕ້ອງຕັ້ງຢູ່ບົນການຍຶດໝັ້ນຄວາມເປັນຈິງ, ເອົາພຶດຕິກຳຕົວຈິງເປັນມາດຕະຖານຢືນຢັນຄວາມຖືກຕ້ອງຂອງທັດສະນະກໍຄືທິດສະດີຂອງພັກ. ພັກເຮົາ,ເວລາໃດກໍຕໍ່ສູ້ເພື່ອປັບປຸງຕົນເອງ,ຕໍ່ສູ້ເພື່ອສະແຫວງຫາສັດຈະທໍາແລະຕໍ່ສູ້ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ. ຍ້ອນແນວນັ້ນ,ປະຊາຊົນລາວບັນດາເຜົ່າຈຶ່ງໄດ້ແລະຍັງສືບຕໍ່ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກແລະໃຫ້ການສະໜັບສະໜູນ, ຊ່ວຍເຫຼືອກໍ່ສ້າງພັກເຮົາດ້ວຍຄວາມຈິງໃຈ, ທັງໄດ້ຕັ້ງໜ້າເປັນເຈົ້າການເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນແລະພາລະກິດປົກປັກຮັກສາແລະພັດທະນາປະເທດຊາດໃນປັດຈຸບັນຢ່າງສະເໝີຕົ້ນສະເໝີປາຍ.

ພັກເຮົາ,ຍາມໃດກໍສະດຸ້ງໄວຕໍ່ບັນຫາທີ່ເກີດຂຶ້ນ, ຮັບຮູ້ແລະຍອມຮັບຂໍ້ຂາດຕົກບົກພ່ອງຢ່າງກ້າຫານ, ມີຄວາມປະດິດສ້າງເພື່ອປ່ຽນແປງ, ປັບປຸງແລະບູລະນະແນວທາງ, ແຜນນະໂຍບາຍທີ່ວາງອອກໃນແຕ່ລະໄລຍະໃຫ້ສອດຄ່ອງກວ່າເກົ່າແລະບໍລິບູນຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໄລຍະທີ່ການພັດທະນາເສດຖະກິດ-ສັງຄົມທີ່ຂະຫຍາຍຕົວນັ້ນ, ພັກໄດ້ຄໍານຶງເຖິງແລະຊີ້ໃຫ້ເຫັນບັນຫາ, ບໍ່ຖືເອົາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ(GDP)ແຕ່ດ້ານດຽວເປັນໄມ້ຫຼາວັດແທກທັງໝົດຂອງພື້ນຖານເສດຖະກິດຂອງປະເທດ, ພວກເຮົາພະຍາຍາມຮັກສາໃຫ້ເສດຖະກິດເຕີບໂຕໃນຈັງຫວະອັນເໝາະສົມ, ມີຄຸນນະພາບແລະຮັບໃຊ້ໄດ້ການຍົກສູງລະດັບການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນ, ພັດທະນາເສດຖະກິດໄປຄຽງຄູ່ກັບການພັດທະນາດ້ານວັດທະນະທໍາ-ສັງຄົມ, ປົກປັກຮັກສາໄດ້ສິ່ງແວດລ້ອມ, ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຊຶ່ງເນື້ອແທ້ແມ່ນການສ້າງຄວາມຈະເລີນດ້ານວັດຖຸແລະຄວາມສີວິໄລດ້ານຈິດໃຈໄປຄຽງຄູ່ກັນ, ເອົາການພັດທະນາແບບຍືນຍົງ,ບໍ່ຟຸມເຟືອຍ,ປະຢັດທຶນຮອນເຂົ້າສູ່ການພັດທະນາພື້ນຖານໂຄງລ່າງທີ່ຈຳເປັນໄປພ້ອມກັບການພັດທະນາຊັບພະຍາກອນມະນຸດຂອງປະເທດຊາດ.

ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນວ່າ:ແນວທາງປ່ຽນແປງໃໝ່ທີ່ພັກເຮົາວາງອອກນັ້ນແມ່ນຖືກຕ້ອງ,ສອດຄ່ອງແລະໄດ້ຮັບການສະໜັບສະໜູນຈາກປວງຊົນລາວທັງຊາດ, ເຖິງວ່າສະຖານະການຂອງໂລກໄດ້ຜັນແປໄປຢ່າງໄວວາແລະສັບສົນປານໃດກໍຕາມ, ແຕ່ການປະຕິບັດພາລະກິດປ່ຽນແປງໃໝ່ກໍໄດ້ຮັບໝາກຜົນອັນສຳຄັນແລະເປັນພື້ນຖານໃນຫຼາຍດ້ານຕະຫຼອດມາ. ເວົ້າສະເພາະການຜັນຂະຫຍາຍແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກບົນຈິດໃຈ"ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ,ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາແລະກ້າວເດີນສູ່ຈຸດໝາຍສັງຄົມນິຍົມ"ແມ່ນການສືບຕໍ່ເພີ່ມເຕີມເສີມຂະຫຍາຍບົດຮຽນແລະໝາກຜົນຂອງການປະຕິວັດຢູ່ປະເທດເຮົາພາຍໃຕ້ການນໍາພາຂອງພັກຕະຫຼອດໄລຍະ70ປີກໍຄືການຍົກລະດັບໜໍ່ແໜງປັດໄຈແລະພື້ນຖານແຫ່ງຜົນສໍາເລັດຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຮົາເກືອບ40ປີໃຫ້ເຂົ້າສູ່ລວງເລິກຕື່ມອີກ.

ກ່ອນອື່ນໝົດ,ພັກເຮົາອັນມີຄະນະບໍລິຫານງານສູນກາງພັກສະໄໝທີXIເປັນໃຈກາງຫຼັກແຫຼ່ງນັ້ນໄດ້ເດັດດ່ຽວແກ້ໄຂລັດທິຮູບການໃນການຜັນຂະຫຍາຍແນວທາງ,ແຜນນະໂຍບາຍໂດຍຫັນເຂົ້າສູ່ການແກ້ໄຂບັນຫາຕົວຈິງທີ່ເລັ່ງທວງໃນສະເພາະໜ້າຊຶ່ງໄດ້ຍົກລະດັບການແກ້ໄຂບັນຫາຈໍານວນໜຶ່ງເປັນວາລະແຫ່ງຊາດ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນໄລຍະຍາວ.ຄະນະພັກແຕ່ລະຂັ້ນ ຖືເອົາການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນທິດທາງພື້ນຖານຄາດໝາຍສູ້ຊົນແຜນພັດທະນາເສດຖະກິດ-ສັງຄົມ5 ປີ(2021-2025)ແລະວຽກງານຈຸດສຸມແຕ່ລະຂົງເຂດຕິດພັນກັບການກໍານົດໜ້າທີ່ວຽກງານທີ່ຂະແໜງການ, ທ້ອງຖິ່ນຕ້ອງສຸມໃສ່ແກ້ໄຂໃຫ້ຈະແຈ້ງແນໃສ່ແກ້ໄຂບັນຫາຕົວຈິງດ້ວຍການປຸກລະດົມໃຫ້ເກີດຂະບວນການຕົວຈິງຂອງມະຫາຊົນພາຍໃຕ້ການຮັບປະກັນບົດບາດການຈັດຕັ້ງ, ນໍາພາຊີ້ນໍາໂດຍກົງເອກະພາບແລະແຂງແຮງຈາກບັນດາອົງການນໍາຂັ້ນຍຸດທະສາດຂອງພັກຈົນເຖິງຄະນະພັກແຕ່ລະຂັ້ນຕໍ່ທຸກພາກສ່ວນຂອງລະບົບການເມືອງແລະໃນທົ່ວສັງຄົມ;ສົມທົບຢ່າງແໜ້ນແຟ້ນລະຫວ່າງການເຊີດຊູຄວາມຮັບຜິດຊອບການເມືອງແລະຄວາມເປັນເຈົ້າ, ຫົວຄິດປະດິດສ້າງຂອງການຈັດຕັ້ງພັກທຸກຂັ້ນແລະຜູ້ນໍາພາຢູ່ທຸກບ່ອນກັບການຈັດຕັ້ງປະຕິບັດບັນດາມາດຕະການຕົວຈິງເພື່ອຮັບປະກັນຍົກສູງຄວາມຮັບຜິດຊອບຕໍ່ຜົນໄດ້-ຜົນເສຍໃນການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານ, ສົ່ງເສີມຢ່າງແຂງແຮງຖັນແຖວພະນັກງານທີ່ມີຄວາມຮູ້, ມີຄວາມສາມາດໃນການຄົ້ນຄິດ, ປະດິດສ້າງແລະກ້າເຮັດ, ກ້າຮັບຜິດຊອບຕາມຂອບເຂດສິດແລະໜ້າທີ່ທີ່ໄດ້ຮັບມອບໝາຍ;ເພີ່ມທະວີຄວາມເຂັ້ມແຂງແລະເຂັ້ມງວດໃນການຄຸ້ມຄອງລະບຽບວິໄນຢູ່ພາຍໃນພັກ, ຮັບປະກັນການແກ້ບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຈຸດແລະເປັນລະບົບ;ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງໃຫ້ມີການຫັນປ່ຽນໃໝ່ແລະຂາດຕົວເປັນກ້າວໆ.

ພວກເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກແລະສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຈໍານວນໜຶ່ງ,ປະເທດຊາດສືບຕໍ່ຮັບປະກັນສະຖຽນລະພາບແລະມີຄວາມໝັ້ນຄົງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ບັນຫາເຄັ່ງຮ້ອນຕ່າງໆດ້ານເສດຖະກິດ-ການເງິນໄດ້ຮັບການແກ້ໄຂເພື່ອບໍ່ໃຫ້ຕົກເຂົ້າສູ່ວິກິດການ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໄດ້ຮັບການປະຕິບັດເປັນຢ່າງດີ, ກໍາລັງປະກອບອາວຸດໄດ້ຮັບການປັບປຸງ,ພັດທະນາແລະຮັບປະກັນທາດແທ້ປະຕິວັດໄວ້ໄດ້ຢ່າງໜັກແໜ້ນ; ການເຄື່ອນໄຫວວຽກງານການຕ່າງປະເທດໃນຂອບສອງຝ່າຍແລະຫຼາຍຝ່າຍສືບຕໍ່ໄດ້ຮັບການຍົກລະດັບຂຶ້ນຢ່າງແຂງແຮງ, ຕໍ່ເນື່ອງແລະບັນລຸໝາກຜົນສໍາຄັນທີ່ເປັນພື້ນຖານ,ອັນພົ້ນເດັ່ນແມ່ນການສໍາເລັດໜ້າທີ່ເປັນປະທານອາຊຽນ,ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ,ກອງປະຊຸມໄອປາແລະກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆໃນປີ2024ຜ່ານມາ.

ໝາກຜົນທີ່ຍາດມາໄດ້ໃນ70 ປີແຫ່ງການນໍາພາຂອງພັກເຮົາແມ່ນໝາກຜົນປະຕິວັດອັນໃຫຍ່ຫຼວງທີ່ນໍາຄວາມເອກອ້າງທະນົງໃຈແລະພາກພູມໃຈເປັນຢ່າງຍິ່ງມາສູ່ພັກແລະທົ່ວປວງຊົນລາວ, ແຕ່ຂະນະດຽວກັນພວກເຮົາກໍຮັບຮູ້ແຈ້ງແລ້ວວ່າພາລະກິດປະຕິວັດແລະການນໍາພາປະເທດຊາດກ້າວເດີນສູ່ຈຸດໝາຍທີ່ກຳນົດເອົາໄວ້ນັ້ນກໍມີທັງກາລະໂອກາດແຕ່ກໍມີສິ່ງທ້າທາຍນາໆປະການ.

ຢືນຕໍ່ໜ້າສະພາບການໃໝ່, ພັກເຮົາມີພາລະໜ້າທີ່ແບກຫາບພາລະກິດປະຕິວັດ, ສ້າງການຫັນປ່ຽນທີ່ແຂງແຮງ,ເລິກເຊິ່ງແລະຮອບດ້ານທີ່ກອງປະຊຸມໃຫຍ່ຄັ້ງທີXIຂອງພັກວາງອອກແລະບັນດາທິດທາງ,ແຜນນະໂຍບາຍໃໝ່ທີ່ຈະຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີXIIຂອງພັກກໍຄືການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຂົ້າສູ່ລວງເລິກ, ແທດເໝາະກັບສະພາວະຄວາມເປັນຈິງຂອງປະເທດຊາດແລະສະພາບແວດລ້ອມສາກົນໃນເງື່ອນໄຂໃໝ່.

ບົນພື້ນຖານນັ້ນ, ພັກເຮົາຕ້ອງຍຶດໝັ້ນແລະຮູ້ເສີມຂະຫຍາຍທາດແທ້,ມູນເຊື້ອປະຕິວັດ,ຜົນງານທີ່ພັກເຮົາໄດ້ສ້າງມາໃຫ້ໜັກແໜ້ນແລະປະດິດສ້າງ,ເພີ່ມທະວີການສືບຕໍ່ນໍາພາຊີ້ນໍາສ້າງການຫັນປ່ຽນທີ່ແຂງແຮງ,ບຸກບືນສູ້ຊົນເພື່ອປັບປຸງ,ກໍ່ສ້າງພັກແນໃສ່ຍົກສູງຄວາມສາມາດນໍາພາແລະລັກສະນະນຳໜ້າຂອງພັກ,ຂອງສະມາຊິກພັກຢ່າງບໍ່ຢຸດຢັ້ງ.

ຍົກສູງຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂອງທົ່ວປວງຊົນລາວທັງຊາດ,ສືບທອດແລະເສີມຂະຫຍາຍມູນເຊື້ອອັນມີກຽດສະຫງ່າຂອງແນວລາວອິດສະຫຼະ,ແນວລາວຮັກຊາດໃນເມື່ອກ່ອນກໍຄືແນວລາວສ້າງຊາດໃນປັດຈຸບັນເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມປະຕິບັດແນວທາງ,ແຜນນະໂຍບາຍຂອງພັກແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດກໍຄືເຂົ້າຮ່ວມໃນພາລະກິດປົກປັກຮັກສາແລະພັດທະນາປະເທດຊາດ,ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ,ສ້າງຄົນລາວໃຫ້ມີຄວາມຮູ້ຄວາມສາມາດໄປຄຽງຄູ່ກັບການສ້າງຄ່ານິຍົມທີ່ຖືກຕ້ອງຕໍ່ກັບຄວາມເປັນຄົນລາວຍຸກໃໝ່ໄປພ້ອມໆກັບການປົກປັກຮັກສາຄຸນຄ່າຂອງຄວາມເປັນລາວ;ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອເປັນຫຼັກປະກັນ.

ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ,ການພົວພັນຮ່ວມມືອັນສະໜິດແໜ້ນກັບພັກການເມືອງຂອງບັນດາປະເທດເພື່ອນມິດຍຸດທະສາດກໍຄືບັນດາກໍາລັງການເມືອງຂອງຂະບວນການກ້າວໜ້າໃນໂລກ,ສືບຕໍ່ເປັນເຈົ້າການປະຕິບັດການຮ່ວມມືກັບສາກົນ, ຄູ່ຮ່ວມພັດທະນາຢ່າງຕັ້ງໜ້າເພື່ອພາລະກິດການພັດທະນາປະເທດຊາດຂອງພວກເຮົາ, ປະກອບ ສ່ວນສໍາຄັນເຂົ້າໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈ,ສົ່ງເສີມມິດຕະພາບ,ການຮ່ວມມືເພື່ອການພັດທະນາ,ການສ້າງສັນຕິພາບແລະຄວາມໝັ້ນຄົງໃນພາກພື້ນແລະໃນໂລກ.

ສະຫາຍ ທອງລຸນ ສີສຸລິດ ໄດ້ຂໍຖືໂອກາດນີ້ຂໍຕາງໜ້າໃຫ້ພັກ, ລັດແລະປະຊາຊົນລາວສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອແລະຄວາມຂອບໃຈອັນບໍລິສຸດຜຸດຜ່ອງແລະຈິງໃຈມາຍັງບັນດາພັກອ້າຍນ້ອງ,ໂດຍສະເພາະພັກກອມມູນິດຫວຽດນາມ,ພັກກອມມູນິດຈີນ,ພັກປະຊາຊົນກໍາປູເຈຍແລະບັນດາພັກປະເທດຄູ່ຮ່ວມຍຸດທະສາດແລະພັກການເມືອງປະເທດເພື່ອນມິດອື່ນໆລວມທັງປະຊາຊົນບັນດາປະເທດຄູ່ຮ່ວມພັດທະນາທັງຢູ່ໃກ້ແລະຢູ່ໄກແລະອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອອັນໃຫຍ່ຫຼວງແລະລໍ້າຄ່າແກ່ພາລະກິດຕໍ່ສູ້ປະຕິວັດຂອງພັກແລະການສ້າງສາພັດທະນາປະເທດຊາດຂອງປະຊາຊົນລາວໃນຕະຫຼອດໄລຍະຜ່ານມາ,ປັດຈຸບັນແລະໃນອະນາຄົດຢ່າງສຸດອົກສຸດໃຈ!

ເພື່ອສືບຕໍ່ເສີມຂະຫຍາຍພາລະກໍາປະຫວັດສາດອັນຍິ່ງໃຫຍ່ແລະການສືບຕໍ່ພາລະກິດປະຕິວັດຂອງພັກເຮົາໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນແລະມີໄຊ, ສະຫາຍ ທອງລຸນ ສີສຸລິດໄດ້ຕາງໜ້າສູນກາງພັກ, ການນຳພັກ-ລັດຮຽກຮ້ອງມາຍັງບັນດາສະຫາຍຄະນະພັກ-ຄະນະນໍາແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກ,ນັກຮົບປະຕິວັດຈົງອອກແຮງທະນຸບໍາລຸງ, ປັບປຸງກໍ່ສ້າງພັກ, ຍົກສູງມານະຈິດປະຕິວັດ, ຄວາມສາມາດນໍາພາ,ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງທຸກການຈັດຕັ້ງແລະສະມາຊິກພັກໃຫ້ສູງຂຶ້ນ,ທັງບຸກບືນສູ້ຊົນເຮັດສຳເລັດໜ້າທີ່ວຽກງານທີ່ພັກແລະລັດມອບໝາຍໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ; ຂໍຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າຈົງອອກແຮງແຂ່ງຂັນກັນເສີມຂະຫຍາຍຈິດໃຈຮັກຊາດ,ປະຕິບັດສິດເປັນເຈົ້າປະເທດຊາດຢ່າງແຂງແຮງແລະເປັນເຈົ້າການເຂົ້າຮ່ວມຕິດຕາມ,ກວດກາ,ຊ່ວຍເຫຼືອໃຫ້ຄວາມຕິຊົມຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງອົງການຈັດຕັ້ງພັກ-ລັດກໍຄືສະມາຊິກພັກ,ພະນັກງານ-ລັດຖະກອນຢ່າງເປັນປົກກະຕິ; ຊ່ວຍພັກ-ລັດເສີມຂະຫຍາຍຈຸດດີ, ດັດແປງ,ແກ້ໄຂຈຸດບົກພ່ອງໃຫ້ມີການຫັນປ່ຽນໃໝ່ທີ່ນັບມື້້ນັບເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ພັກເຮົາຈະຖືເອົາບົດຮຽນອັນລໍ້າຄ່າຂອງການຜ່ານຜ່າກັບສິ່ງທ້າທາຍທົດສອບນາໆປະການທີ່ຜ່ານມານັ້ນໃຫ້ເປັນອາວຸດ,ເປັນກໍາລັງໃຈໃນການປະຕິບັດພາລະກິດທີ່ປະຊາຊົນມອບໝາຍໃຫ້ເພື່ອເຮັດໃຫ້ປະເທດຊາດອັນແສນຮັກແລະຫວງແຫນຂອງພວກເຮົາທີ່ໄດ້ປົກປັກຮັກສາແລະສ້າງຂຶ້ນດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ, ເຕັມໄປດ້ວຍວິລະກໍາອັນລ້ຳເລີດຂອງບັນພະບູລຸດລາວເຮົາແລະການນໍາຂອງພັກ,ລັດແລະປະຊາຊົນເຮົານັ້ນໃຫ້ໄດ້ຮັບການປົກປັກຮັກສາແລະຖະນຸຖະໜອມໄວ້ແລະພວກເຮົາຈະພ້ອມກັນພັດທະນາເຮັດໃຫ້ປິຕຸພູມອັນແສນຮັກແລະຫວງແຫນຂອງພວກເຮົານີ້ສືບຕໍ່ພັດທະນາໄປໜ້າຢ່າງບໍ່ຢຸດຢັ້ງ.

ຂໍອວຍພອນໃຫ້ບັນດາສະຫາຍ,ເພື່ອນມິດ,ທ່ານຍິງທ່ານຊາຍແລະປວງຊົນລາວທັງຊາດຈົງມີສຸຂະພາບແຂງແຮງ,ມີຄວາມຜາສຸກແລະປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການ.

ພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າໝັ້ນຍືນ!

(ໂດຍ: ສ.ບຸດປະຊາ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ໃນວັນທີ 26 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 26 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ເພີ່ມເຕີມ