ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ

ໄວ້ອາໄລລະດັບຊາດ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ
ໃນວັນທີ 22 ກໍລະກົດ ນີ້, ສະຫາຍ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວການໄວ້ອາໄລລະດັບຊາດ ແລະ ຮ່ວມພິທີຊາປະນະກິດ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ວ່າ:

ຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍຖືເປັນກຽດແຈ້ງໃຫ້ຊາບວ່າ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ໄດ້ເຖິງແກ່ມໍລະນະກໍາໃນເວລາ 13 ໂມງ 38 ນາທີ ຂອງວັນທີ 19 ກໍລະກົດ 2024 ທີ່ໂຮງໝໍສູນກາງກອງທັບ 108, ຮ່າໂນ້ຍ, ລວມອາຍຸ 80 ປີ.

ສະຫາຍ ຫງວຽນຝູຈ້ອງ ເກີດເມື່ອວັນທີ 14 ເມສາ 1944; ຢູ່ທີ່ຕາແສງດົງໂຮ້ຍ ເມືອງດົງແອັງ ນະຄອນຫຼວງຮ່າໂນ້ຍ. ສະຫາຍ ຫງວຽນຝູຈ້ອງ ເປັນຜູ້ນໍາສູງສຸດ ຂອງພັກກອມມູນິດຫວຽດນາມ ໄດ້ແກ່ມໍລະນະກໍາ ໃນຂະນະທີ່ຍັງດໍາລົງຕໍາແໜ່ງ, ທັງເປັນຜູ້ນໍາທີ່ເຄົາລົບຮັກ ຂອງປະຊາຊົນຫວຽດນາມ, ເປັນເພື່ອນມິດສະຫາຍ ຜູ້ສະໜິດສະໜົມທີ່ສຸດ ຂອງພັກ, ລັດ ແລະ ປະຊາຊົນລາວ. ໃນຕະຫຼອດຊີວິດ ແຫ່ງການເຄື່ອນໄຫວປະຕິວັດ ສະຫາຍໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ, ພາລະກິດປົດປ່ອຍຊາດ, ພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ, ເປັນຜູ້ສືບທອດພາລະກິດຂອງປະທານ ໂຮ່ຈິມິນ ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງ ສສ ຫວຽດນາມ ກໍໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ.

ພ້ອມນີ້ ສະຫາຍ ຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ມາໂດຍຕະຫຼອດ. ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະ

ໜິດສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າພວກເຮົາ.

ສະນັ້ນ ພັກ ແລະ ລັດຖະບານ ຈຶ່ງເຫັນດີໃຫ້ໄວ້ອາໄລລະດັບຊາດ ຢູ່ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ນັບທັງສະຖານເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າ ສປປ ລາວ ທີ່ຕ່າງປະ ເທດ ໃນລະຫວ່າງ ວັນທີ 25-26 ກໍລະກົດ 2024, ໃຫ້ເອົາທຸງຊາດ ລົງເຄິ່ງເສົາ ແລະ ງົດກິດຈະກໍາມ່ວນຊື່ນ ທີ່ເປັນລັກສະນະມວນຊົນ ທຸກຮູບແບບ ເປັນເວລາ ສອງວັນດັ່ງກ່າວ (ຄື ວັນທີ 25-26 ກໍລະກົດ 2024). ອີງຕາມທິດຊີ້ນຳຂອງຂັ້ນເທິງ ໃນການຈັດຕັ້ງປະຕິບັດການໄວ້ອາໄລລະດັບຊາດ ແລະ ຮ່ວມພິທີຊາປະນາກິດສະຫາຍ ຫງວຽນຝູຈ້ອງ, ຈຶ່ງມອບຄວາມຮັບຜິດຊອບໃຫ້ບັນດາພາກສ່ວນກ່ຽວຂ້ອງ ດຳເນີນການດັ່ງນີ້:

1. ມອບໃຫ້ກະຊວງການຕ່າງປະເທດ

- ສົມທົບກັບ ຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເພື່ອກະກຽມໃຫ້ຄະນະຜູ້ແທນຂັ້ນສູງ ພັກ-ລັດ ນໍາໂດຍສະຫາຍເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ ເຂົ້າຮ່ວມພິທີໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນາກິດ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

- ສົມທົບກັບສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ເພື່ອກະກຽມໃຫ້ແກ່ບັນດາຄະນະເຂົ້າຮ່ວມໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ແລະ ວາງພວງມາລາ ຢູ່ ສະຖານເອກອັກຄະລັດຖະທູດຫວຽດນາມ ທີ່ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີ: ຄະນະບໍລິຫານສູນກາງພັກ ນໍາພາໂດຍ ສະຫາຍຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ. ລັດຖະບານນໍາພາໂດຍ ສະຫາຍ ນາຍົກລັດຖະມົນຕີ. ສະພາແຫ່ງຊາດ ນໍາພາໂດຍ ສະຫາຍຮອງປະທານສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ ນໍາພາໂດຍສະຫາຍເລຂາຄະນະພັກ ຂອງແຕ່ລະກະຊວງ, ອົງການ.

- ສົມທົບກັບພາກສ່ວນກ່ຽວຂ້ອງ ແຈ້ງໃຫ້ສະຖານເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າ ສປປ ລາວ ທີ່ຕ່າງປະເທດ ໄປຮ່ວມພິທີ ໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ທີ່ສໍານັກງານຕາງໜ້າ ຂອງ ສສ ຫວຽດນາມ ຈັດຂຶ້ນ. ພ້ອມນັ້ນ ໃຫ້ເອົາໃຈໃສ່ວິທີຈັດຕັ້ງປະຕິບັດ ໃນໄລຍະດໍາເນີນກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມປີ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2024 ໃຫ້ມີຄວາມເໝາະສົມ ທີ່ສຸດ ແລະ ແຈ້ງໃຫ້ເພື່ອນມິດຮັບຊາບ ຄວາມບໍ່ສະດວກ ໂດຍສະເພາະງານລ້ຽງ, ງານມ່ວນຊື່ນຕ່າງໆ.

2. ໃຫ້ບັນດາກະຊວງ, ອົງການ, ຂະແໜງການ ທັງສູນກາງ ແລະ ທ້ອງຖີ່ນ, ສະມາຄົມມິດຕະ ພາບລາວ-ຫວຽດນາມ ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄູ່ຮ່ວມຕໍາແໜ່ງຝ່າຍຫວຽດ ນາມ ແລະ ຈັດຕັ້ງຄະນະ ໄປຮ່ວມພິທີໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ທີ່ສະຖານເອກອັກຄະລັດຖະທູດ ແລະ ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາຢູ່ບັນດາທ້ອງຖີ່ນຈັດຂຶ້ນ. ສ່ວນບັນດາແຂວງແຮກ ສ່ຽວ ຂອງ ສປປ ລາວ ແມ່ນໃຫ້ການນໍາຂອງແຂວງ ສົ່ງໂທລະເລກ ເຖິງຄູ່ຕໍາແໜ່ງ ຂອງຕົນ.

3. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ:

- ສົມທົບກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດ ເພື່ອກະ ກຽມເນື້ອໃນ ແຈ້ງຂ່າວ ແລະ ເລົ່າມູນເຊື້ອ ຂອງສະຫາຍ ຫງວຽນຝູຈ້ອງ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຜ່ານທາງສື່ວິທະຍຸ, ໂທລະພາບ ແລະ ສື່ອອນລາຍທາງການຕ່າງໆ.

- ສົມທົບກັບ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງກະກຽມເນື້ອໃນສໍາພາດ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາສະຫາຍອະດີດເລຂາ ທິການໃຫຍ່, ປະທານປະເທດ.

ດັ່ງນັ້ນ ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ຄໍາເຫັນ

ຂ່າວການເມືອງ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

ທ່ານ ນາງ ມີນາສີວິໄລ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X.
ເພີ່ມເຕີມ