![]() |
· ທ່ານ Miguel Diaz-Canel Bermudez, ເກີດເມື່ອວັນທີ 20 ເມສາ 1960 ທີ່ເມືອງ Placetas, ແຂວງ Villa Clara;
· ເຂົ້າເປັນສະມາຊິກພັກ ປີ 1987;
ລະດັບການສຶກສາ:
· ປີ 1982, ຮຽນຈົບປະລິນຍາຕີຂະແໜງວິສະວະກໍາໄຟຟ້າ ທີ່ ມະຫາວິທະຍາໄລ Marta Abreu, ແຂວງ Villa Clara;
- ຈົບປະລິນຍາໂທ ດ້ານການປົກຄອງ;
· ປີ 1982-1985, ເລີ່ມຕົ້ນເປັນເຈົ້າໜ້າທີ່ ປະຈໍາຢູ່ ກອງກໍາລັງປະກອບອາວຸດປະຕິວັດກູບາ;
· ປີ 1985-1987, ເປັນອາຈາສອນ ຢູ່ ມະຫາວິທະຍາໄລ Marta Abreu, ແຂວງ Villa Clara;
· ປີ 1987, ເປັນຄະນະສະຫະພັນຊາວໜຸ່ມຄອມມູນິດກູບາ ຂອງມະຫາວິທະຍາໄລ Marta Abreu ແລະ ໄດ້ເດີນທາງໄປປະຕິບັດພາລະກິດພັນທະສາກົນກໍາມະຊີບ ຢູ່ນີກາລາກົວ;
· ປີ 1989, ເປັນເລຂາທີໜຶ່ງ ຄະນະບໍລິຫານງານສະຫະພັນຊາວໜຸ່ມຄອມມູນິດ ແຂວງ Villa Clara ແລະ ເປັນເລຂາທີສອງ ຄະນະບໍລິຫານງານສະຫະພັນຊາວໜຸ່ມຄອມມູນິດກູບາ;
· 1991 ໄດ້ຖືກຮັບຮອງເຂົ້າເປັນສະມາຊິກສູນກາງພັກ;
· ປີ 1992-1993, ເປັນຄະນະບໍລິຫານງານຊາວໜຸ່ມຄອມມູນິດກູບາ, ຊີ້ນໍາວຽກງານອຸດົມການ-ແນວຄິດ ແລະ ແຮງງານ;
· 1993-1994, ເປັນເລຂາພັກແຂວງ Villa Clara ແລະ ເປັນສະມາຊິກຜູ້ແທນສະພາແຫ່ງຊາດ ສ ກູບາ;
· 2003, ຖືກເລືອກຕັ້ງເປັນເລຂາພັກແຂວງ Holguin ແລະ ເປັນກໍາມະການກົມການເມືອງສູນກາງພັກຄອມມູນິດກູບາ;
· 2009-2012, ເປັນລັດຖະມົນຕີກະຊວງສຶກສາຊັ້ນສູງ;
· 21/3/2012, ເປັນຮອງປະທານສະພາແຫ່ງລັດ ແລະ ຮອງປະທານສະພາລັດຖະມົນຕີ, ຊີ້ນໍາວຽກງານການສຶກສາ, ວິທະຍາສາດ, ກິລາ ແລະ ວັດທະນະທໍາ;
· 21/2/2013 ເປັນຮອງປະທານສະພາແຫ່ງລັດ ແລະ ຮອງປະທານສະພາລັດຖະມົນຕີ ຜູ້ທີ່ໜຶ່ງ;
· 19/4/2018 ເປັນປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສ ກູບາ;
· ໃນເດືອນ ຕຸລາ 2019 ເປັນ ປະທານປະເທດ ແຫ່ງ ສ ກູບາ;
(ພາຍຫຼັງ ກູບາ ໄດ້ມີການປັບປ່ຽນລັດຖະທໍາມະນູນ ຈຶ່ງໄດ້ມີການປ່ຽນ ຈາກ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສ ກູບາ ມາເປັນ ປະທານປະເທດ ໃນເດືອນ ຕຸລາ 2019)
· ໃນເດືອນ ເມສາ 2021 ຈົນເຖິງປັດຈຸບັນ ເປັນ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດກູບາ;
· ໃນເດືອນ ເມສາ 2023 ໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແຫ່ງ ສ ກູບາ ອີກສະໄໝໜຶ່ງ.
ຄໍາເຫັນ