ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກອງທຶນການສຶກສາເພື່ອພັດທະນາ (EDF Lao) ໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ໃນ 4 ແຂວງເປົ້າໝາຍ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ແຂວງ ສາລະວັນ ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ.
ຮ່ວມລົງນາມໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ສສກ ແລະ ທ່ານ ຄໍາຮຽນ ອິນທະຫວາ ປະທານ EDF Lao ເປັນຜູ້ລົງນາມ ພ້ອມດ້ວຍຕາງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການໄລຍະ IV ນີ້, ມີງົບປະມານ 1.3 ລ້ານໂດລາ ໂດຍມີຈຸດປະສົງ ເພື່ອສະໜັບສະໜູນດ້ານວິຊາການ ແລະ ຍົກລະດັບຄຸນນະພາບການຮຽນ-ການສອນໃນລະບົບສາມັນສຶກສາ ສົ່ງເສີມການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກໃນແຂວງເປົ້າໝາຍ.
ການລົງນາມຄັ້ງນີ້, ເປັນການຢືນຢັນເຖິງພັນທະສັນຍາອັນແໜ້ນແຟ້ນລະຫວ່າງ ສສກ ແລະ EDF Lao ໃນການຮ່ວມມືສ້າງຮາກຖານການສຶກສາທີ່ເຂັ້ມແຂງ ເພື່ອອະນາຄົດຂອງເຍົາວະຊົນລາວ ແລະ ສອດຄ່ອງກັບແຜນພັດທະນາການສຶກສາ ວິທະຍາສາດ ແລະ ກິລາ ໄລຍະ 2026-2030.
ຂ່າວ: ບົວລະພາ
ຄໍາເຫັນ