2 ມະຫາວິທະຍາໄລລາວ-ຈີນເປີດປ້າຍຖານຄົ້ນຄວ້າ ແລະ ຖານຝຶກອົບຮົມພາສາຈີນ

2 ມະຫາວິທະຍາໄລລາວ-ຈີນເປີດປ້າຍຖານຄົ້ນຄວ້າ ແລະ ຖານຝຶກອົບຮົມພາສາຈີນ

2 ມະຫາວິທະຍາໄລລາວ-ຈີນເປີດປ້າຍຖານຄົ້ນຄວ້າ ແລະ ຖານຝຶກອົບຮົມພາສາຈີນ
ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີຕ້ອນຮັບທ່ານ ເສີນ ກ່າງ ເລຂາພັກເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປຈີນ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມຊີ້ນໍາວຽກງານຢູ່ສະຖາບັນຂົງຈື

 

 

 ມຊ ໃນວັນທີ 23 ກຸມພາຜ່ານມາ ໃຫ້ກຽດຕ້ອນຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ໂດຍມີທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ມີທ່ານນາງ ເຫວີຍຊື້ເຈີນ ອະທິການບໍດີມະຫາວິທະຍາໄລຊົນເຜົ່າກວາງຊີປະທານສະພາການຄ້າກວາງຊີ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງລາວ-ຈີນເຂົ້າຮ່ວມ.

ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວໄດ້ກ່າວສະແດງຄວາມຂອບໃຈຕໍ່ສະພາການຄ້າກວາງຊີ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ມອບທຶນການສຶກສາໃຫ້ນັກສຶກສາສະຖາບັນຂົງຈືທຸກໆປີ ຫວັງວ່າໃນອະນາຄົດຕໍ່ໜ້າສະພາການຄ້າກວາງຊີຈະສືບຕໍ່ໃຫ້ການສະໜັບສະໜູນເລື້ອຍໆໄປ.

ໃນພິທີໄດ້ມີການເປີດປ້າຍຖານຄົ້ນຄວ້າ ແລະ ຖານຝຶກອົບຮົມພາສາຈີນ (ການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປຈີນ ຊຶ່ງຖານດັ່ງກ່າວຈະເປັນພື້ນຖານໃນການສ້າງເງື່ອນໄຂໃນການສະເໜີໂຄງການຮ່ວມມື,ການແລກປ່ຽນ ແລະຄົ້ນຄວ້າຮ່ວມກັນລະຫວ່າງ 2 ມະຫາວິທະຍາໄລ. ນອກຈາກນັ້ນ, ຍັງມີພິທີເຊັນມອບ-ຮັບທຶນການສຶກສາຈາກສະພາການຄ້າກວາງຊີມູນຄ່າ384 ລ້ານກີບ ຊຶ່ງໄລຍະເວລາໃນການໃຫ້ທຶນແມ່ນກຳນົດ 3 ປີ. ໃນພິທີດັ່ງກ່າວທ່ານ ເສີນກ່າງ ໄດ້ພົບປະໂອ້ລົມພະນັກງານຄູ-ອາຈານ ແລະ ນັກສຶກສາທັງສອງຝ່າຍລາວ-ຈີນ ພ້ອມທັງໄດ້ເນັ້ນໜັກວ່າຈະໃຫ້ການສະໜັບສະໜູນສຸດຂີດຕໍ່ການຮ່ວມມືຂອງສອງມະຫາວິທະຍາໄລ ແລະສະຖາບັນຂົງຈື ໃນຂົງເຂດການສ້າງບຸກຄະລາກອນການແລກປ່ຽນວັດທະນະທໍາສອງຊາດລາວ-ຈີນ.ນອກຈາກນີ້, ທ່ານຍັງເນັ້ນໜັກການພັດທະນາດ້ານ AI ແລະ ພາສາຈີນບວກເຕັກນິກວິຊາຊີບ.

ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວການຮ່ວມມື

ສະຖານີລົດ​ໄຟນະຄອນຫຼວງວຽງຈັນ ຍົກລະດັບສູ່ມາດຕະຖານສາກົນ

ສະຖານີລົດ​ໄຟນະຄອນຫຼວງວຽງຈັນ ຍົກລະດັບສູ່ມາດຕະຖານສາກົນ

ສະຖານີລົດ​ໄຟນະຄອນຫຼວງວຽງຈັນ ກຳລັງກ້າວຂຶ້ນເປັນສູນກາງການຂົນສົ່ງທີ່ສຳຄັນຂອງລົດໄຟລາວ-ຈີນ ດ້ວຍການອອກແບບອັນໂດດເດັ່ນ ທີ່ປະສົມປະສານອັນ​ເປັນ​ເອ​ກະ​ລັກລາວ-ຈີນຢ່າງລົງຕົວ ພ້ອມທັງສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 2,500 ຄົນຕໍ່ຄັ້ງ. ນັບແຕ່ເປີດໃຫ້ບໍລິການໃນປີ 2021 ມາຮອດປັດຈຸບັນ ສາມາດຮອງຮັບຜູ້ໂດຍສານໄດ້ຫຼາຍກວ່າ 3.67 ລ້ານເທື່ອຄົນ, ສະທ້ອນໃຫ້ເຫັນບົດບາດອັນແຂງແຮງໃນການເຊື່ອມໂຍງພາກພື້ນ ແລະ ການເດີນທາງຂ້າມແດນລາວ-ຈີນ. ພ້ອມນັ້ນ, ການຍົກລະດັບບໍລິການຢ່າງຕໍ່ເນື່ອງ ລວມເຖິງລະບົບຂາຍປີ້ທັນສະໄໝ ແລະ ການໃຫ້ບໍລິການຫຼາຍພາສາ ໄດ້ເຮັດໃຫ້ສະຖານີແຫ່ງນີ້ ກາຍເປັນ “ປະຕູຫຼັກ” ຂອງການເດີນທາງທີ່ທັນສະໄໝ ແລະ ສະດວກສະບາຍ ໃນພາກພື້ນອາຊີ.
ປັດຈຸບັນ, ວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ ທັງໝົດ 276 ໂຄງການ

ປັດຈຸບັນ, ວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ ທັງໝົດ 276 ໂຄງການ

ໃນໂອກາດ ການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ ຫວຽດນາມ ໃນວັນທີ 6 ເມສາ ຜ່ານມາ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ຫວູ ດ່າຍ ຖັງ ປະທານຄະນະກໍາມະການ ປະຊາຊົນ ນະຄອນຫຼວງຮ່າໂນ້ຍ.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ເຈິ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 9 ເມສາ 2026.
ລາວ-ໄທ ຮ່ວມມືຕ້ານການຄ້າມະນຸດ ໄລຍະ III

ລາວ-ໄທ ຮ່ວມມືຕ້ານການຄ້າມະນຸດ ໄລຍະ III

ຫວ່າງບໍ່ດົນມານີ້, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດແຫ່ງ ສປປລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຄັ້ງທີ 5 (CMM5) ແລະ ຮ່າງແຜນປະຕິບັດງານຮ່ວມລະຫວ່າງລາວ-ໄທ ວ່າດ້ວຍການຮ່ວມມືຕ້ານການຄ້າມະນຸດ ຫຼື POA ໄລຍະ III ແຕ່ປີ 2026-2030 ທີ່ບາງກອກ ປະເທດໄທ.
ຮອງລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳແຂວງຈຳປາສັກຄົນໃໝ່

ຮອງລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳແຂວງຈຳປາສັກຄົນໃໝ່

ໃນຕອນເຊົ້າຂອງວັນທີ 8 ເມສານີ້, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສັນຍາບັດແຕ່ງຕັ້ງຂອງ ທ່ານ ດາວ ບຸດມຸນີ,ກົງສຸນໃຫຍ່ ແຫ່ງ ລາຊະອານາຈັກກຳປູເຈຍ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ
ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ສະຫາຍ ເຈິ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 9 ເມສານີ້ ໂດຍມີ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.
ທູດຫວຽດນາມ ເຂົ້າອວຍພອນ ຄຕພ ໃນໂອກາດປີໃໝ່ລາວ ພສ 2569

ທູດຫວຽດນາມ ເຂົ້າອວຍພອນ ຄຕພ ໃນໂອກາດປີໃໝ່ລາວ ພສ 2569

ໃນຕອນເຊົ້າຂອງວັນທີ 8 ເມສາ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສະຖານທູດ ແລະ ບັນດາຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າອວຍພອນ ເນື່ອງໃນໂອກາດປີໃໝ່ລາວ ພສ 2569.
ກະຊວງປ້ອງກັນປະເທດລາວ-ຫວຽດນາມ ພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI

ກະຊວງປ້ອງກັນປະເທດລາວ-ຫວຽດນາມ ພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ໃນວັນທີ 3 ເມສາຜ່ານມາ ທີ່ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດ ນາມ ໂດຍການຕ້ອນຮັບຂອງສະຫາຍ ພົນໂທ ຫງວຽນ ເຈືອງ ຖັງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມຄະນະ.
ສະຖານທູດລາວທີ່ບາງກອກ ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ສະຖານທູດລາວທີ່ບາງກອກ ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ໃນວັນທີ 5 ເມສາ ນີ້, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວສົ່ງທ້າຍປີເກົ່າ ພ.ສ 2568 ແລະ ຕ້ອນຮັບປີ
ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ຫວ່າງມໍ່ໆມານີ້, ອົງການຂໍ້ມູນຂ່າວສານໂລກ ຫຼື WDO ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງປັກກິ່ງຂອງຈີນ. ອົງການດັ່ງກ່າວເປັນອົງການຈັດຕັ້ງສາກົນທາງວິຊາການແຫ່ງທໍາອິດທີ່ສຸມໃສ່ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຕັ້ງອົງການນນີ້ບໍ່ພຽງແຕ່ໄດ້ເລີ່ມ “ເວລາປັກກິ່ງ” ສໍາລັບການຄຸ້ມຄອງຂໍ້ມູນຂ່າວສານໂລກເທົ່ານັ້ນ, ຍັງມີການພົວພັນຢ່າງໃກ້ຊິດກັບອະນາຄົດດ້ານດີຈີຕອນຂອງອາຊຽນຊຶ່ງລວມທັງລາວອີກດ້ວຍ. ອົງການຈັດຕັ້ງສາກົນດັ່ງກ່າວທີ່ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງນັ້ນຈະນໍາມາຊຶ່ງຜົນປະໂຫຍດໃຫ້ແກ່ລາວ ແລະ ປະເທດອື່ນໆໃນອາຊຽນອີກດ້ວຍ.
ເພີ່ມເຕີມ