70 ປີ ສາຍພົວພັນມິດຕະພາບ ລາວ-ອິນເດຍ ຈາກການຮ່ວມມືດ້ານມໍລະດົກວັດທະນະທໍາ ສູ່ການເປັນຄູ່ຮ່ວມມືຮອບດ້ານ

70 ປີ ສາຍພົວພັນມິດຕະພາບ ລາວ-ອິນເດຍ ຈາກການຮ່ວມມືດ້ານມໍລະດົກວັດທະນະທໍາ ສູ່ການເປັນຄູ່ຮ່ວມມືຮອບດ້ານ

ລາວ ແລະ ອິນເດຍ ມີອະລິຍະທໍາ, ວັດທະນະທໍາ, ຄວາມສີວິໄລ ທີ່ເກົ່າແກ່ ເປັນມໍລະດົກຕົກທອດມາເຖິງປັດຈຸບັນ. ຕະຫຼອດ 7 ທົດສະວັດທີ່ຜ່ານມາ, ສາຍພົວພັນ ລາວ ແລະ ອິນເດຍ ເປັນສາຍພົວພັນມິດຕະພາບທີ່ສືບເນື່ອງມາໃນປະຫວັດສາດອັນຍາວນານ ແລະ ມີຮາກຖານເຊື່ອມໂຍງເຂົ້າກັນທາງດ້ານວັດທະນະທຳ, ປະຫວັດສາດ, ສາສະໜາ, ການໄປມາຫາສູ່ກັນລະຫວ່າງຄົນກັບຄົນ ແລະ ໄດ້ພັດທະນາກ້າວສູ່ການຮ່ວມມືທີ່ເຂັ້ມແຂງ ແລະ ຮອບດ້ານ ໃນຂົງເຂດການເມືອງ, ເສດຖະກິດ-ການຄ້າ, ການສຶກສາ, ວັດທະນະທໍາ, ການທະຫານ, ວິທະຍາສາດ-ເຕັກໂນໂລຊີ, ການພັດທະນາ ແລະ ການສ້າງຂີດຄວາມອາດສາມາດ.

 

 

ປີ 2026 ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ (2/2/1956-2/2/2026), ເປັນປີທີ່ມີຄວາມໝາຍສໍາຄັນຍິ່ງ ແລະ ເປັນໂອກາດອັນດີໃນການຫວນຄືນປະຫວັດສາດ, ທົບທວນຜົນສໍາເລັດ ແລະ ສ້າງພະລັງແຮງດ້ານຈິດໃຈ ກະຕຸກຊຸກຍູ້ການພົວພັນ ລາວ-ອິນເດຍ ໃຫ້ກ້າວຂຶ້ນສູ່ຍອດສູງແຫ່ງຄຸນນະພາບໃໝ່ໃນອະນາຄົດ.

ເມື່ອຫວນຄືນເບິ່ງອະດີດ, ສາຍພົວພັນ ລາວ-ອິນເດຍ ບໍ່ໄດ້ເລີ່ມຂຶ້ນພຽງແຕ່ 70 ປີກ່ອນ, ແຕ່ມີຮາກຖານຢ້ອນຫຼັງໄປຫຼາຍສັດຕະວັດ. ອິດທິພົນດ້ານອະລິຍະທໍາ, ວັດທະນະທໍາ ແລະ ສາສະໜາພຸດ ໄດ້ຝັງຮາກເລິກ ແລະ ເຈືອຈານເຂົ້າໃນສັງຄົມລາວ ເປັນມໍລະດົກຕົກທອດມາແຕ່ບູຮານ. ໃນຍຸກສະໄໝພະເຈົ້າອະໂສກມະຫາລາດ ໄດ້ມີຄະນະພະສໍາມະນະທູດ ຊຶ່ງປະກອບດ້ວຍ ພະອໍຣະຫັນ 5 ອົງ ໄດ້ເດີນທາງຈາກອິນເດຍ ແລະ ມາເຜີຍແຜ່ສາສະໜາພຸດ ທີ່ດິນແດນລາວ, ທັງໄດ້ນໍາພະບໍຣົມມະສາຣີຣິກະທາດຂອງພະພຸດທະເຈົ້າມາປະດິດສະຖານໄວ້ທີ່ພະທາດຫຼວງວຽງຈັນ ຊຶ່ງປັດຈຸບັນໄດ້ເປັນສະຖານທີ່ ສັກກາລະບູຊາ ແລະ ເປັນສັນຍາລັກອັນສໍາຄັນຂອງຊາດລາວ.

ນອກຈາກນັ້ນ, ມໍລະດົກວັດທະນະທໍາໂລກ “ວັດພູຈຳປາສັກ” ຍັງສະແດງໃຫ້ເຫັນຮາກຖານທາງດ້ານອະລິຍະທຳ-ຄວາມເຊື່ອຖື ທີ່ຕິດພັນກັບປະເພນີຮິນດູ ກໍຖືການນັບຖືພະສິວະ ຢູ່ໃນດິນແດນລາວ. ພ້ອມກັນນັ້ນ, ວັນນະກໍາຍອດຍິ່ງຂອງອິນເດຍ “ຣາມາຢານາ” ກໍໄດ້ຖືກເອົາເຂົ້າມາເຊື່ອມໂຍງໃນວັນນະກໍາຂອງລາວ ໃນນາມ “ພະລັກ–ພະລາມ” ຊຶ່ງໄດ້ທໍາການສະແດງໃນໂອກາດສໍາຄັນຕ່າງໆຈົນເຖິງປັດຈຸບັນ. ນະດິນແດນພຸດທະພູມ ເມືອງພຸດທະຄະຢາ ສະຖານທີ່ ຕັດສະຮູ້ຂອງພະພຸດທະເຈົ້າ ຍັງມີວັດລາວ ພຸດທະຄະຢາຕັ້ງຢູ່ ຊຶ່ງວັດດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນປີ 2011.

ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນການທູດ ເປັນຕົ້ນມາ, ການພົວພັນມິດຕະພາບລະຫວ່າງ ລາວ ແລະ ອິນເດຍ ໄດ້ຮັບການສືບທອດ, ເສີມຂະຫຍາຍ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ. ພວກເຮົາຍັງຈົດຈໍາເຫດການການເມືອງທີ່ສໍາຄັນຄື: ໃນປີ 1954 ທ່ານ ຊະວາຮັລ ເນຮູ ນາຍົກລັດຖະມົນຕີຜູ້ທໍາອິດຂອງອິນເດຍ ໄດ້ເດີນທາງມາຢ້ຽມຢາມລາວ ເພື່ອປຶກສາຫາລືກ່ຽວກັບການຍົກລະດັບສາຍພົວພັນ ແລະ ການຮ່ວມມືດ້ານຕ່າງໆ. ໃນໂອກາດຢ້ຽມຢາມ ທ່ານ ນາຍົກລັດຖະມົນຕີອິນເດຍ ໄດ້ມອບເບ້ຍກົກໂພທິ ທີ່ຖືເປັນກົກໄມ້ສັກກະລະບູຊາຂອງອິນເດຍ 3 ເບ້ຍໃຫ້ແກ່ຝ່າຍລາວ ໂດຍໄດ້ນໍາໄປປູກທີ່ວັດວິຊຸນນະລາດ, ວັດພູສີ ຫຼວງພະບາງ ແລະ ວັດທາດຫຼວງເໜືອ, ຊຶ່ງກົກໂພທິ ດັ່ງກ່າວຍັງເຕີບໃຫຍ່ ຍືນຍົງເຖິງບັດນີ້.

ໃນສະໄໝການຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ອິນເດຍໄດ້ປະກອບສ່ວນສະໜັບສະໜູນຢ່າງຕັ້ງໜ້າ ແລະ ຫ້າວຫັນໃນພາລະກິດດັ່ງກ່າວ ແລະ ໃນພາລະກິດສັນຕິພາບອິນໂດຈີນ ຢູ່ເວທີສາກົນເປັນຕົ້ນ ໃນຂອບກອງປະຊຸມເຊີແນວ 1954 ແລະ 1962 ກໍຄືຢູ່ໃນພາລະກິດຂອງຄະນະກໍາມາທິການກວດກາສາກົນກ່ຽວກັບອິນໂດຈີນ ຊຶ່ງອິນເດຍເປັນໜຶ່ງໃນສະມາຊິກຂອງຄະນະກໍາມາທິການດັ່ງກ່າວ. ປະຊາຊົນລາວຍາມໃດກໍຍັງຈົດຈໍາ ແລະ ຕີລາຄາສູງບົດບາດ ແລະ ການສະໜັບສະໜູນດັ່ງກ່າວຂອງອິນເດຍຕະຫຼອດມາ.

ພາຍຫຼັງການສະຖາປະນາ ສປປ ລາວ ໃນປີ 1975, ການພົວພັນສອງປະເທດໄດ້ຮັບການເສີມຂະຫຍາຍ ແລະ ຍົກລະດັບໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍຜ່ານການແລກປ່ຽນການຢ້ຽມຢາມຂັ້ນສູງຢ່າງສະໝ່ຳສະເໝີ. ຝ່າຍລາວ ມີການຢ້ຽມຢາມທີ່ສຳຄັນ ເຊັ່ນ: ປະທານ ສຸພານຸວົງ, ປະທານປະເທດ ໄດ້ໄປເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມ ແລະ ຢ້ຽມຢາມອິນເດຍ (1983); ທ່ານ ຄຳໄຕ ສີພັນດອນ, ນາຍົກລັດຖະມົນຕີ (1994); ທ່ານ ບຸນຍັງ ວໍລະຈິດ, ນາຍົກລັດຖະມົນຕີ (2003); ທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດ (2008); ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີ (2012); ແລະ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ (2018). ໃນນັ້ນ, ການຢ້ຽມຢາມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນວັນທີ 17-23 ສິງຫາ 1994 ໄດ້ມີການເຊັນສັນຍາສະບັບທໍາອິດ ວ່າດ້ວຍການຮ່ວມມື ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານເສດຖະກິດ, ເຕັກນິກ, ວິທະຍາສາດຮ່ວມກັນ. ຈາກນັ້ນໃນວັນທີ 12 ຕຸລາ 1996, ອິນເດຍກໍໄດ້ປະກາດການສ້າງຕັ້ງສະມາຄົມມິດຕະພາບ ອິນເດຍ-ລາວ ຂຶ້ນ.

ຝ່າຍອິນເດຍ ກໍມີການຢ້ຽມຢາມລາວ ເຊັ່ນ: ທ່ານ ອາຕານ ບິຮາຣີ ວາຊະປາຍີ, ນາຍົກລັດຖະມົນຕີ (2002); ທ່ານ ມານໂມຮານ ຊິງ, ນາຍົກລັດຖະມົນຕີ (2004); ແລະ ທ່ານ ນາງ ປຣະຕິພາ ເດວີສິງ ປາຕິລ, ປະທານາທິບໍດີ (2010). ນອກຈາກນັ້ນ, ໃນປີ 2016 ທ່ານ ນາຣັນທຣະ ໂມທີ, ນາຍົກລັດຖະມົນຕີອິນເດຍ ໄດ້ເດີນທາງມາຢ້ຽມຢາມລາວ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ທີ່ນະຄອນຫຼວງວຽງຈັນ ພ້ອມທັງຮ່ວມສະເຫຼີມສະຫຼອງຄົບຮອບ 60 ປີ ຂອງການສ້າງຕັ້ງສາຍພົວພັນການທູດ.

ໃນຊຸມປີມໍ່ໆມານີ້, ການພົວພັນໄດ້ກ້າວໜ້າຢ່າງມີໄລຍະສຳຄັນ. ໃນເດືອນຕຸລາ 2024, ທ່ານ ນາຣັນທຣະ ໂມທີ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຕາມຄຳເຊີນຂອງນາຍົກລັດຖະມົນຕີລາວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 19. ຜູ້ນຳສອງຝ່າຍໄດ້ພົບປະຫາລື ແລະ ເປັນສັກຂີພະຍານໃນການແລກປ່ຽນຂໍ້ຕົກລົງ/ບັນທຶກຄວາມເຂົ້າໃຈ ໃນບາງຂົງເຂດ, ພ້ອມທັງສົ່ງເສີມ “ໂຄງການທີ່ມີຜົນກະທົບໄວ” ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ (MGC) ແລະ ປະກາດທຶນຊ່ວຍເຫຼືອເພື່ອເສີມສ້າງຄວາມໝັ້ນຄົງດ້ານໂພຊະນາການໃນລາວ.

ຄຽງຄູ່ກັບການຢ້ຽມຢາມການນໍາຂັ້ນສູງ, ຍັງມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນລະດັບກະຊວງ ແລະ ຂະແໜງການຕ່າງໆຢ່າງສະໝ່ຳສະເໝີ. ການປະສານງານໃນເວທີພາກພື້ນ-ສາກົນ ກໍສະແດງໃຫ້ເຫັນໂດຍຜ່ານການສະໜັບສະໜູນເຊິ່ງກັນແລະກັນ ເພື່ອສົ່ງເສີມສັນຕິພາບມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ນອກຈາກການພົວພັນດ້ານການເມືອງແລ້ວ, ໜຶ່ງໃນເສົາຄ້ຳສຳຄັນຂອງການພົວພັນ ລາວ-ອິນເດຍ ແມ່ນການຮ່ວມມືດ້ານການພັດທະນາ ແລະ ການອະນຸລັກຮັກສາມໍລະດົກວັດທະນະທຳ. ອິນເດຍໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການຟື້ນຟູ-ອະນຸລັກ “ວັດພູຈຳປາສັກ” ຊຶ່ງເປັນມໍລະດົກວັດທະນະທໍາໂລກ (UNESCO) ໂດຍຜ່ານອົງການບູຮານຄະດີຂອງອິນເດຍ (ASI) ນັບແຕ່ປີ 2009 ເປັນຕົ້ນມາ; ພ້ອມທັງສະໜັບສະໜູນໂຄງການອະນຸລັກ-ປັບປຸງສະຖານທີ່ທາງວັດທະນະທໍາ. ຄຽງຄູ່ກັນນັ້ນ, ການຮ່ວມມືຍັງໄດ້ຂະຫຍາຍສູ່ການພັດທະນາຊຸມຊົນ ແລະ ສຸຂະພາບປະຊາຊົນ ເຊັ່ນ: ການຈັດກິດຈະກຳ “ວັນໂຢຄະສາກົນ” ຢ່າງຕໍ່ເນື່ອງ ເພື່ອສົ່ງເສີມສຸຂະພາບກາຍ-ໃຈ ແລະ ວິຖີຊີວິດທີ່ດີ.

ສຳລັບການພັດທະນາໂດຍລວມ, ການສະໜັບສະໜູນຂອງອິນເດຍໄດ້ກວມເອົາຫຼາຍຂົງເຂດ ເຊັ່ນ: ຊົນລະປະທານ, ໄຟຟ້ານ້ຳຕົກ (ເຊັ່ນ: ເຂື່ອນນ້ຳບຸນ-2) ແລະ ການສຶກສາ (ເຊັ່ນ: ການກໍ່ສ້າງວິທະຍາໄລຈຳປາສັກ). ພ້ອມກັນນັ້ນ, “ຂອບຄວາມຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ (MGC)” ຍັງເປັນກົນໄກສຳຄັນໃນການສົ່ງເສີມ “ໂຄງການທີ່ມີຜົນກະທົບໄວ”(QIPs) ໃນຂົງເຂດສາທາລະນະສຸກ, ການສຶກສາ ແລະ ການພັດທະນາຊຸມຊົນ ເພື່ອໃຫ້ຜົນປະໂຫຍດເຂົ້າເຖິງປະຊາຊົນຢ່າງເປັນຮູບປະທຳ.

ການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງ ລາວ ແລະ ອິນເດຍ ມີທ່າອ່ຽງຂະຫຍາຍຕົວ. ຂໍ້ມູນຈາກສູນສະຖິຕິແຫ່ງຊາດລາວ ແລະ ສະຖານທູດອິນເດຍປະຈໍາລາວ ໄດ້ລະບຸວ່າ ນັບແຕ່ປີ 2008 ເປັນຕົ້ນມາ ມີປະມານ 77 ໂຄງການລົງທຶນຈາກນັກທຸລະກິດອິນເດຍ ດ້ວຍມູນຄ່າລວມປະມານ 48 ລ້ານໂດລາ ແລະ ອິນເດຍຈັດຢູ່ໃນອັນດັບ ທີ 13 ໃນບັນດາປະເທດຜູ້ລົງທຶນໃນ ສປປ ລາວ. ໃນປີ 2024, ລາວມີມູນຄ່າສົ່ງອອກໄປອິນເດຍປະມານ 51.1 ລ້ານໂດລາ ແລະ ນໍາເຂົ້າຈາກອິນເດຍປະມານ 32 ລ້ານໂດລາ. ສິນຄ້າທີ່ມີການຊື້ຂາຍສໍາຄັນ ປະກອບມີ ໂລຫະ-ແຮ່ທາດ, ຜະລິດຕະພັນໄມ້, ສານເຄມີ ແລະ ອຸປະກອນໄຟຟ້າ; ໃນຂະນະທີ່ອິນເດຍສົ່ງອອກມາລາວສ່ວນໃຫຍ່ແມ່ນ ເຄື່ອງຈັກ, ຢາປິ່ນປົວພະຍາດ ແລະ ອຸປະກອນກົນຈັກ. ໃນຕໍ່ໜ້າ, ການຊຸກຍູ້ການເຊື່ອມໂຍງພາກເອກະຊົນ, ການຈັດເວທີພົບປະທຸລະກິດ ແລະ ການແລກປ່ຽນຂໍ້ມູນການຄ້າຜ່ານກົນໄກສະຖານທູດ-ອົງການທຸລະກິດ ຈະເປັນປັດໄຈສຳຄັນໃນການຍົກລະດັບການຄ້າ-ການລົງທຶນໃຫ້ສອດຄ່ອງກັບທ່າແຮງຂອງທັງສອງຝ່າຍ.

ນອກຈາກນີ້, ອີກຂົງເຂດທີ່ພົ້ນເດັ່ນ ແມ່ນການພັດທະນາຊັບພະຍາກອນມະນຸດ ຜ່ານທຶນການສຶກສາ ແລະ ການຝຶກອົບຮົມ ພາຍໃຕ້ໂຄງການການສະໜອງທຶນການສຶກສາໄລຍະຍາວ (ICCR), ການຮ່ວມມືດ້ານເຕັກນິກ-ເສດຖະກິດອິນເດຍ (ITEC), ໂຄງການໂຄລົມໂບ (Colombo Plan), ໂຄງການແມ່ນໍ້າຂອງ-ແມ່ນໍ້າຄົງຄາ (Mekong-Ganga) ຊຶ່ງເປີດໂອກາດໃຫ້ນັກສຶກສາ ແລະ ບຸກຄະລາກອນລາວຈຳນວນຫຼາຍ ໄດ້ໄປສຶກສາ-ຝຶກອົບຮົມໃນສາຂາວິຊາຊີບຕ່າງໆ ຢູ່ອິນເດຍ.

ເວົ້າລວມແລ້ວ, ການພົວພັນ ລາວ-ອິນເດຍ ໄດ້ພັດທະນາຈາກການເຊື່ອມໂຍງທາງດ້ານວັດທະນະທຳອັນຍາວນານ ກ້າວສູ່ການຮ່ວມມືຮອບດ້ານ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນໃນທຸກດ້ານ. ນອກຈາກນັ້ນ, ລາວຖືອິນເດຍເປັນເພື່ອນມິດທີ່ຍິ່ງໃຫຍ່ຂອງຕົນ ແລະ ຫວັງຢ່າງຍິ່ງວ່າສອງປະເທດພວກເຮົາຈະສືບຕໍ່ ເປັນເພື່ອນມິດທີ່ດີ ແລະ ໄວ້ເນື້ອເຊື່ອໃຈກັນຕະຫຼອດໄປ ບົນພື້ນຖານແຫ່ງຄວາມເຂົ້າໃຈ ແລະ ໄວ້ວາງໃຈເຊິ່ງກັນແລະກັນ. ລາວ-ອິນເດຍ ຈະພ້ອມກັນສືບຕໍ່ຍົກລະດັບການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ ແລະ ຂອງໂລກ.

ຂໍສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອລາວຕະຫຼອດໄລຍະການຕໍ່ສູ້ ຍາດເອົາເອກະລາດ ແລະ ໄລຍະພັດທະນາປະເທດຕະຫຼອດ 70 ປີ ຜ່ານມາ.

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ