ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ
ອາສາສະໝັກຈາກ ສປ ຈີນແລະອາສາສະໝັກ ສປປ ລາວໄດ້ຮ່ວມກັນນຳເອົາເສື້ອຜ້າ, ເຄື່ອງໃຊ້ໃນຊີວິດປະຈຳວັນແລະອຸປະກອນກິລາໄປມອບໃຫ້ເດັກນ້ອຍໃນເຂດຊົນນະບົດແຂວງວຽງຈັນແລະແຂວງຫຼວງພະບາງ.

ອາສາສະໝກ ລາວ-ຈນມອບເຄອງນງໃຫເດກນອຍເຂດຊນນະບດ ສປປລາວ - image 1
 

ອີງຕາມຂໍ້ມູນຈາກອາສາສະໝັກ ລາວ-ຈີນໃຫ້ຮູ້ວ່າ: ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນຮ່ວມກັບບັນດາອົງການການກຸສົນຈາກສປຈີນໄດ້ຮ່ວມກັນລະດົມເສື້ອຜ້າຊ່ວຍເຫຼືອໜັກ 10 ໂຕນໂດຍການຮ່ວມມືກັບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເພື່ອນຳໄປແຈກຢາຍໃຫ້ແກ່ເດັກນ້ອຍທີ່ຂາດເຂີນຢູ່ເຂດຊົນນະບົດ 2 ບ້ານຂອງນະຄອນຫຼວງພະບາງແລະ 4 ບ້ານຂອງເມືອງວັງວຽງແຂວງວຽງຈັນ.

ອາສາສະໝກ ລາວ-ຈນມອບເຄອງນງໃຫເດກນອຍເຂດຊນນະບດ ສປປລາວ - image 2
 

ອາສາສະໝັກລາວ-ຈີນໃຫ້ຮູ້ອີກວ່າ: ອາສາສະໝັກລາວ-ຈີນໄດ້ນຳໃຊ້ລົດກະບະ 9 ຄັນແລະລົດບັນທຸກເບົາ 1 ຄັນທີ່ບັນຈຸເຄື່ອງຊ່ວຍເຫຼືອດ້ວຍຄວາມຮັກຈາກສປຈີນໜັກກວ່າ 10 ໂຕນມຸ່ງໜ້າສູ່ເຂດພູດອຍຂອງເມືອງວັງວຽງແຂວງວຽງຈັນເພື່ອໄປມອບເຄື່ອງຊ່ວຍເຫຼືອໃຫ້ເດັກນ້ອຍແລະປະຊາຊົນ 4 ບ້ານຂອງເມືອງວັງວຽງ, ເຄື່ອງນຸ່ງທຸກຊຸດແມ່ນໄດ້ຖືກສົ່ງມອບດ້ວຍມືຂອງອາສາສະໝັກທີ່ມາພ້ອມກັບຄວາມເຄົາລົບຮັກ. 

ອາສາສະໝກ ລາວ-ຈນມອບເຄອງນງໃຫເດກນອຍເຂດຊນນະບດ ສປປລາວ - image 3
 

ເດັກນ້ອຍໃນເຂດພູດອຍທີ່ມີແວວຕາສົດໃສໄດ້ກ່າວຄຳວ່າ"ຂອບໃຈຫຼາຍໆ"ຢ່າງອ່ອນນ້ອມເມື່ອໄດ້ຮັບຖົງເຄື່ອງ. ຜູ້ເຖົ້າຜູ້ແກ່ໄດ້ຈັບແລະແຍງເສື້ອຜ້າທີ່ໜາອົບອຸ່ນພ້ອມດ້ວຍຮອຍຍິ້ມເທິງໃບໜ້າ, ເປັນການສະແດງເຖິງໂຄງການ"ໜຶ່ງແລວທາງໜຶ່ງເສັ້ນທາງ" ບໍ່ແມ່ນແນວຄວາມຄິດທີ່ໄກຕົວອີກຕໍ່ໄປ, ແຕ່ມັນຄືອາຍອຸ່ນທີ່ສຳຜັດໄດ້.

ອາສາສະໝກ ລາວ-ຈນມອບເຄອງນງໃຫເດກນອຍເຂດຊນນະບດ ສປປລາວ - image 4
 

ຫຼັງຈາກນັ້ນອາສາສະໝັກດັ່ງກ່າວໄດ້ເດີນທາງດ້ວຍລົດໄຟລາວ-ຈີນໄປຍັງແຂວງຫຼວງພະບາງເພື່ອມອບເຄື່ອງຊ່ວຍເຫຼືອໃຫ້ເດັກນ້ອຍຢູ່ເຂດຊົນນະບົດ 2 ບ້ານຂອງນະຄອນຫຼວງພະບາງດ້ວຍຄວາມຮັກແພງ.

ອາສາສະໝກ ລາວ-ຈນມອບເຄອງນງໃຫເດກນອຍເຂດຊນນະບດ ສປປລາວ - image 5
 

 

ທີມງານອາສາສະໝັກລາວ-ຈີນຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທຸກພາກສ່ວນທີ່ໃຫ້ຄວາມສົນໃຈແລະໃຫ້ການສະໜັບສະໜູນໂຄງການຊ່ວຍເຫຼືອໃນຄັ້ງນີ້.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພົບປະຫາລື ກັບຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ເພື່ອແລກປ່ຽນແນວທາງການຮ່ວມມືໃນຂະແໜງອາຊີວະສຶກສາ ໃນວັນທີ 12 ມັງກອນ ຜ່ານມາ ທີ່ກະຊວງ ສສກ.
ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 15 ມັງກອນນີ້ ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນວັນທີ 14 ມັງກອນ ນີ້ ທີ່ສໍານັກງານສູນກາງພັກ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ໃນວັນທີ 14 ມັງກອນຜ່ານມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ໃນວັນທີ 12 ມັງກອນ 2026 ທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ນະຄອນຫຼວງລິດສະບອນ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ (H.E. Marcelo Rebelo de Sousa) ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປອກຕຸຍການ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.
ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​​ປະ​ຕິ​ວັດລາວ ທີ່​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 6-8 ມັງ​ກອນ ຜ່ານມາ ໄດ້​​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ເອ​ກະ​ສານ​ສຳ​ຄັນ​ຕ່າງໆເຊັ່ນ: “ບົດ​ລາຍ​ງານ​ສະຫຼຸບ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 9 (ປີ 2021-2025)ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັ​ງ​ຄົມ ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 10 (ປີ 2026-2030)” ເປັນ​ຕົ້ນ. ເມື່ອ​ສົມທຽບ​ກັບ​ຂໍ້​ສະ​ເໜີກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ​ທີ່​ໄດ້​ຮັບ​ຮອງ​​ເອົາໃນ​ປີ​ຜ່ານ​ມາ, ເອ​ກະ​ສານ​ຂອງ​ສອງ​ປະ​ເທດ​ຖື​ເປັນ​ເອ​ກະ​ສານ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ສອງ​ປະ​ເທດ ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.
ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ໃນວັນທີ 7 ມັງກອນ ຜ່ານມານີ້ຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ວັນທີ 9 ມັງກອນ ຜ່ານມາ ທີ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳແລກປ່ຽນສິລະປະວັດທະນະທຳ ພາຍໃຕ້ຫົວຂໍ້: “ສືບຮອຍສິນ ວິຖີຖິ່ນລຸ່ມນ້ຳຂອງ ແຂວງໜອງຄາຍ” ປະຈຳປີ 2026 ເພື່ອ ເຊື່ອມໂຍງສາຍໃຍວັດທະນະທຳຂອງປະຊາຊົນສອງຝັ່ງຂອງ ແລະ ສົ່ງເສີມການຮຽນຮູ້ດ້ານວິຈິດສິນລະຫວ່າງຊາດ, ໂດຍການຮ່ວມມືລະຫວ່າງ ສະຖາບັນວິຈິດສິນແຫ່ງຊາດ ສະມາຄົມວິຈິດສິນລາວ ແລະ ສຳນັກງານວັດທະນະທຳແຂວງໜອງຄາຍ ພ້ອມດ້ວຍ ກຸ່ມສິລະປິນ “River Arts” ຈາກຣາຊະອານາຈັກໄທ ເພື່ອສ້າງເວທີແລກປ່ຽນທັກສະແນວຄິດ ແລະ ການສ້າງສັນຜົນງານສິລະປະທີ່ເປັນເອກະລັກຂອງລຸ່ມແມ່ນ້ຳຂອງ.
ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ໃນວັນທີ 12 ມັງກອນ ນີ້, ຜູ້ຕາງໜ້າຈາກລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ ໄດ້ຮ່ວມກັນມອບຊຸດອຸປະກອນໄອທີ ເພື່ອການຮຽນ-ການສອນ ທີ່ທັນສະໄໝ ໃຫ້ແກ່ ຄະນະວິທະຍາສາດປ່າໄມ້ (FFS), ມະຫາວິທະຍາໄລແຫ່ງຊາດ (ມຊ) ທີ່ນະຄອນຫຼວງວຽງຈັນ.
“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

ປີ​ 2026 ແມ່ນ​ປີ​ທຳ​ອິດ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ. “ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ທີ່​ເປັນ​ສະ​ຕິ​ປັນ​ຍາ​ເກົ່າ​ແກ່​ຂອງ​ບັນ​ພະ​ບູລຸດ, ໄດ້​ກາຍ​ເປັນ​ວິ​ທີ​ວິ​ທະ​ຍາ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ. ມັນ​ບໍ່​ພຽງ​ແຕ່​ເປັນ​ປັດ​ຊະ​ຍາ​ລຽບ​ງ່າຍ​ໃນ​ອະ​ລິ​ຍະ​ທຳ​ກະ​ສິ​ກຳຄື “ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ອຳ​ນວຍ​ທາງ​ດິນ​ຟ້າ​ອາ​ກາດ ແລະ ພູມ​ສາດ” ເທົ່າ​ນັ້ນ, ຍິ່ງ​ເປັນ​ຂໍ​ກຸ​ນ​ແຈ​ດ້ານ​ພຶດ​ຕິ​ກຳ​ທີ່​ຮັບ​ມື​ກັບ​ຄວາມ​ສ່ຽງສິ່ງ​ທ້າ​ທາຍແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ຍຸກ​ປັດ​ຈຸ​ບັນ.
ເພີ່ມເຕີມ