ອັດຕະປື ແລະ ມະຫາວິທະຍາໄລຟາມວັນດິ່ງ ຮ່ວມມືພັດທະນາຊັບພະຍາກອນມະນຸດ

ອັດຕະປື ແລະ ມະຫາວິທະຍາໄລຟາມວັນດິ່ງ ຮ່ວມມືພັດທະນາຊັບພະຍາກອນມະນຸດ
ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານການຮ່ວມມືໃນການກໍ່ສ້າງແລະພັດທະນາຊັບພະຍາກອນມະນຸດ ລະຫວ່າງພະແນກສຶກສາທິການ ແລະ ກິລາແຂວງອັດຕະປືແຫ່ງ ສປປ ລາວ ແລະ ໂຮງຮຽນມະຫາວິທະຍາໄລຟາມວັນດິ່ງ ແຂວງກວາງຫງາຍສສ ຫວຽດນາມ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ພະແນກສຶກສາທິການແລະກິລາແຂວງອັດຕະປື, ຝ່າຍລາວນຳໂດຍສະຫາຍ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ຝ່າຍມະຫາວິທະຍາໄລຟາມວັນດິ່ງນຳໂດຍທ່ານ ເຈີ່ມ ດີິ່ງ ຖາມ ອະທິການບໍດີມະຫາວິທະຍາໄລ ຟາມວັນດິ່ງ ພ້ອມດ້ວຍຄະນະນໍາສອງຝ່າຍເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືແລກປ່ຽນບົດຮຽນ ທົບທວນຜົນການຮ່ວມມືໃນໄລຍະຜ່ານມາ ຊຶ່ງທັງສອງຝ່າຍໄດ້ມີການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນຕະຫຼອດມາ. ໃນຕໍ່ໜ້າສອງຝ່າຍເຫັນດີເປັນເອກະພາບກັນທີ່ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືແລກປ່ຽນບົດຮຽນ ໂດຍສະເພາະວຽກງານການຮ່ວມມືໃນການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດດ້ານການສຶກສາກໍ່ສ້າງວິຊາສະເພາະໃຫ້ແກ່ນັກຮຽນນັກສຶກສາຂອງແຂວງອັດຕະປື, ສອງຝ່າຍຈະໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມື,ມິດຕະພາບຄວາມສາມັກຄີພິເສດລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວກໍຄື ພະແນກສຶກສາທິການແລະກິລາແຂວງອັດຕະປື ແລະ ມະຫາວິທະຍາໄລຟາມວັນດິ່ງ ແຂວງກວາງຫງາຍ ສສຫວຽດນາມໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
    ໃນພິທີສອງຝ່າຍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ຊຶ່ງເນື້ອໃນບົດບັນທຶກສອງຝ່າຍໄດ້ເຫັນດີເປັນ
ເອກະພາບປະຕິບັດການຮ່ວມມືແລກປ່ຽນວັດທະນະທຳ, ສົ່ງເສີມບັນດາເນື້ອໃນການຮ່ວມມືດ້ານການສຶກສາ-ກໍ່ສ້າງ ແລະ ແລກປ່ຽນຄະນະຜູ້ແທນມາຢ້ຽມຢາມຊຶ່ງກັນ ແລະ ກັນ, ສອງຝ່າຍພ້ອມກັນສົມທົບຈັດຕັ້ງປະຕິບັດບັນດາເນື້ອໃນການກໍ່ສ້າງ ແລະ ບຳລຸງຊັບພະຍາກອນມະນຸດ ທີ່ໄດ້ລົງນາມໃນສັນຍາຮ່ວມມືລະຫວ່າງແຂວງກວາງຫງາຍ ກັບແຂວງອັດຕະປື, ຮ່ວມມືໃນການຮັບນັກຮຽນ, ນັກສຶກສາລາວໄປຮຽນພາສາຫວຽດນາມ ແລະ ຮຽນຢູ່ມະຫາວິທະຍາໄລຟາມວັນດິ່ງດ້ວຍທຶນດ້ວຍຕົນເອງ, ໃນນີ້ພະແນກສຶກສາທິການ ແລະ ກິລາແຂວງ ແລະພະແນກການຕ່າງປະເທດແຂວງອັດຕະປື ຮັບຜິດຊອບເປັນຈຸດໃຈກາງໃນການຮັບນັກຮຽນ, ນັກສຶກສາຈາກແຂວງອັດຕະປື ແລະ ແນະນຳໃຫ້ມາຮຽນພາສາຫວຽດນາມ ແລະ ຮຽນຕໍ່ທີ່ມະຫາວິທະຍາໄລຟາມວັນດິ່ງ.
ຂ່າວ: ວັດທະນາ, ພາບ: ພົມວິຫານ ໄຊຊະນະ

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງຄໍາມ່ວນ ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະການນໍາ ນະຄອນດົງເຮີ່ຍ

ເຈົ້າແຂວງຄໍາມ່ວນ ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະການນໍາ ນະຄອນດົງເຮີ່ຍ

ວັນທີ 22 ເມສາຜ່ານມາ ຢູ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ຫງວຽນ ຮິ້ວ ເຟືອກ ຮອງເລຂາ ຜູ້ປະຈໍາການພັກ ນະຄອນດົງເຮີ່ຍ ແຂວງກວາງບິ່ງ ສສ ຫວຽດນາມ
ພິທີປາຖະກະຖາ ວັນເກີດ ປະທານ ກິມ ອິນ ຊຸງ ຄົບຮອບ 113 ປີ

ພິທີປາຖະກະຖາ ວັນເກີດ ປະທານ ກິມ ອິນ ຊຸງ ຄົບຮອບ 113 ປີ

ຄະນະຫ້ອງວ່າການປົກຄອງແຂວງຫົວພັນ ແລະ ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້​ຈັດພິທີປາຖະກະຖາ ລະນຶກວັນເກີດ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫຼີ ຄົບຮອບ 113 ປີ (​15/4/1912-15/4/2025) ຂຶ້ນໃນວັນທີ 21 ເມສາຜ່ານມາ
ບົດສໍາພາດສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ  (ໂອກາດສະຫາຍ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຈະມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 24-25/4/2025)

ຄຳຖາມ 1. ຮຽນສະຫາຍ ເອກອັກຄະລັດຖະທູດທີ່ນັບຖື, ການຢ້ຽມຢາມທາງລັດຖະກິດ ຂອງສະຫາຍ ເລືອງເກື່ອງ ປະທານປະເທດຫວຽດນາມ ມີຂຶ້ນໃນບັນຍາກາດເບີກບານມ່ວນຊື່ນ ບຸນປີໃໝ່ລາວ ພສ 2568 ຫາກໍ່ຜ່ານພົ້ນໄປບໍ່ເທົ່າໃດມື້ຜ່ານມາ,
ຫົວໜ້າການເມືອງກອງບັນຊາການທະຫານແຂວງບິງເຊື່ອງ ສສ ຫວຽດນາມ  ຢ້ຽມຢາມກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ

ຫົວໜ້າການເມືອງກອງບັນຊາການທະຫານແຂວງບິງເຊື່ອງ ສສ ຫວຽດນາມ ຢ້ຽມຢາມກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ

ເພື່ອເປັນການປຸກລະດົມ ແລະ ຊຸກຍູ້ໃຫ້ກໍາລັງໃຈກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວທີ່ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ນັ້ນ, ໃນວັນທີ 21 ເມສາ ນີ້,
ສະຫຼອງໂຄງການຮ່ວມມືການພັດທະນາວຽກງານສາທາລະນະສຸກ  ແລະ ເຕັກໂນໂລຊີລາວ-ໄທ ຄົບຮອບ 25 ປີ

ສະຫຼອງໂຄງການຮ່ວມມືການພັດທະນາວຽກງານສາທາລະນະສຸກ ແລະ ເຕັກໂນໂລຊີລາວ-ໄທ ຄົບຮອບ 25 ປີ

ກອງປະຊຸມວິຊາການດ້ານການແພດ ແລະ ສາທາລະນະສຸກ ພາຍໃຕ້ຫົວຂໍ້ “ການເສີມສ້າງອະນາຄົດທີ່ມີສຸຂະພາບດີ” ໄດ້ຈັດຂຶ້ນໃນວັນທີ 22 ເມສານີ້ ທີ່ນະຄອນຫຼວງວຽງຈັນໂດຍເປັນກຽດເຂົ້າຮ່ວມພິທີເປີດກອງປະຊຸມ ໂດຍສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງຣາຊະອານາຈັກໄທ,
ສະຫຼຸບຜົນທົດລອງການນໍາໃຊ້ປຸ໋ຍ ກາຫົວຄວາຍ ທີ່ບ້ານໂພນທັນ

ສະຫຼຸບຜົນທົດລອງການນໍາໃຊ້ປຸ໋ຍ ກາຫົວຄວາຍ ທີ່ບ້ານໂພນທັນ

ສະຫຼຸບຜົນທົດລອງການນໍາໃຊ້ ຝຸ່ນວິທະຍາສາດ ກາຫົວຄວາຍ (ປຸ໋ຍກາຫົວຄວາຍ) ຂອງບໍລິສັດ ຫຸ້ນສ່ວນ ປຸ໋ຍບິງດ່ຽນ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 21 ເມສາຜ່ານມາ ທີ່ທົ່ງນາຕົວແບບທົດລອງປຸ໋ຍ ກາຫົວຄວາຍບ້ານ ໂພນທັນ ເມືອງໄຊພູທອງທອງ ແຂວງສະຫວັນນະເຂດ
ງານວາງສະແດງຮູບພາບ ສະຫຼອງວັນປົດປ່ອຍພາກໃຕ້  ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ງານວາງສະແດງຮູບພາບ ສະຫຼອງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ເປີດງານວາງສະແດງຮູບພາບສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ຂຶ້ນໃນວັນທີ 22 ເມສານີ້
ສະຫະພັນແມ່ຍິງ ແຂວງຫຼວງນ້ຳທາ ແລະ ແຂວງເຊີນລາ ພົບປະແລກປ່ຽນບົດຮຽນຮ່ວມກັນ

ສະຫະພັນແມ່ຍິງ ແຂວງຫຼວງນ້ຳທາ ແລະ ແຂວງເຊີນລາ ພົບປະແລກປ່ຽນບົດຮຽນຮ່ວມກັນ

ວັນທີ 22 ເມສານີ້, ຄະນະຜູ້ແທນສະຫະພັນແມ່ຍິງ ແຂວງເຊີນລາ ແຫ່ງ ສສ ຫວຽດນາມ ນຳໂດຍທ່ານ ນາງ ບຸ້ຍ ແທງ ທຸ້ຍ ຄະນະບໍລະຫານງານພັກແຂວງ ປະທານສະຫະພັນແມ່ຍິງແຂວງເຊີນລາ ພ້ອມຄະນະ ໄດ້ເດີນທາງ ຢ້ຽມຢາມ ແລະ ພົບປະກັບ ສະຫະພັນແມ່ຍີງແຂວງຫຼວງນ້ຳທາ ສປປ ລາວ
ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,
ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ແລະນາມສະກຸນ: ເລືອງເກື່ອງ. -ວັນເດືອນປີເກີດ: 15/8/1957 - ບ້ານເກີດ: ບ້ານຢືວເລົານະຄອນຫວຽດຈີ໋ແຂວງຟູເຖາະ. - ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ເພີ່ມເຕີມ