ບໍລິສັດ ທາງລົດໄຟລາວ-ຈີນ ແຂ່ງຂັນບົດຮຽນຈຸລະພາກ ແລະ ການບັນຍາຍຂອງຄູ

ບໍລິສັດ ທາງລົດໄຟລາວ-ຈີນ ແຂ່ງຂັນບົດຮຽນຈຸລະພາກ ແລະ ການບັນຍາຍຂອງຄູ
ເມື່ອບໍ່ດົນມານີ້ ບໍລິສັດທາງລົດໄຟລາວ-ຈີນ ໄດ້ຈັດການແຂ່ງຂັນບົດຮຽນຈຸລະພາກ ແລະ ການບັນຍາຍຂອງຄູສອນໃຫ້ແກ່ພະນັກງານລາວແຕ່ລະຂະແໜງການຂຶ້ນ ເພື່ອເປັນການຝຶກຝົນ ແລະ ສົ່ງເສີມໃຫ້ພະນັກງານໄດ້ສະແດງອອກເຖິງສັກກະຍະພາບ ແລະ ຄວາມສາມາດ, ແນວຄວາມຄິດ, ການແບ່ງປັນ ແລະ ແລກປ່ຽນຄວາມຮູ້ຊຶ່ງກັນ ແລະ ກັນ ເພື່ອສາມາດນຳໃຊ້ເປັນບົດຮຽນໃນການສອນພະນັກງານຮຸ່ນຕໍ່ໆໄປ, ເປັນການປະກອບສ່ວນຈາກບໍລິສັດທາງລົດໄຟລາວ-ຈີນ ໃນການຝຶກອົບຮົມພະນັກງານລາວໃຫ້ມີຄວາມພັດທະນາໄປອີກຂັ້ນ.
   ການແຂ່ງຂັນໄດ້ດຳເນີນໄປຢ່າງລາບລື່ນ, ພາຍໃຕ້ຫຼັກສູດທີ່ອຸດົມສົມບູນ ແລະ ກວ້າງຂວາງ. ພະນັກງານທຸກຄົນຕ່າງກໍມີຄວາມກະຕືລືລົ້ນ ແລະ ເອົາໃຈໃສ່ໃນການແຂ່ງຂັນເປັນຢ່າງດີ,  ເມື່ອການແຂ່ງຂັນສິ້ນສຸດລົງກໍໄດ້ມີການຮັບຟັງຄຳຄິດເຫັນ ແລະ ທິດຊີ້ນຳທີ່ມີປະໂຫຍດຈາກບັນດາຄະນະນຳບໍລິສັດທາງລົດໄຟລາວ-ຈີນ ເພື່ອນຳໄປຝຶກຝົນ, ປັບປຸງແກ້ໄຂ ແລະ ນຳໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນເອງໃຫ້ເກີດປະໂຫຍດ. ພ້ອມກັນນັ້ນ ກໍໄດ້ມີການຄັດເລືອກ ແລະ ມອບລາງວັນໃຫ້ແກ່ພະນັກງານທີ່ເຂົ້າຮ່ວມການແຂ່ງຂັນ 1, 2, 3 ຕາມລຳດັບ ເພື່ອເປັນລາງວັນໃຫ້ແກ່ຄວາມຕັ້ງໃຈ ແລະ ເປັນກຳລັງໃຈໃຫ້ພະນັກງານລາວທຸກຄົນສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອປະກອບສ່ວນໃນການປະຕິບັດໜ້າທີ່ຂອງຕົນໃຫ້ດີ ກໍຄືປະກອບສ່ວນໃນພັດທະນາປະເທດຊາດ. 
(ຂ່າວ-ພາບ: ທາງລົດໄຟລາວ-ຈີນ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຕິດຕໍ່ປະສານງານທະຫານອາສາສະໝັກຫວຽດນາມ-ລາວ ນະຄອນຮ່າຍຟອງ ຢ້ຽມຢາມ ສະຫະພັນນັກຮົບເກົ່າແຂວງຄໍາມ່ວນ

ຄະນະຕິດຕໍ່ປະສານງານທະຫານອາສາສະໝັກຫວຽດນາມ-ລາວ ນະຄອນຮ່າຍຟອງ ຢ້ຽມຢາມ ສະຫະພັນນັກຮົບເກົ່າແຂວງຄໍາມ່ວນ

ຕອນບ່າຍວັນທີ 16 ມີນາ 2026, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ຫວຽດນາມ-ລາວ ນະຄອນຮ່າຍຟອງ ສສ ຫວຽດນາມ ໂດຍການນຳພາຄະນະຂອງ ທ່ານ ດ່ວນ ວັນ ບ່າວ ຫົວໜ້າຄະນະອະດີດຊ່ຽວຊານທະຫານອາສາສະໝັກ ນະຄອນຮ່າຍຟອງ ສສ ຫວຽດນາມ ເດີນທາງຢ້ຽມຢາມ ສະຫະພັນນັກຮົບເກົ່າ ແຂວງຄຳມ່ວນ ໂດຍມີທ່ານ ພັ.ອ ພົມມາ ເດດຂຸນຟອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ ພ້ອມດ້ວຍຄະນະ ແລະ ພະນັກກງານວິຊາການ ຮ່ວມຕ້ອນຮັບ.
ອົງການກາແດງລາວ - ສິງກະໂປ ຮັດແໜ້ນການພົວພັນຮ່ວມມື

ອົງການກາແດງລາວ - ສິງກະໂປ ຮັດແໜ້ນການພົວພັນຮ່ວມມື

ກອງປະຊຸມພົບປະ ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສິງກະໂປ ໄດ້ຈັດຂຶ້ນ ໃນວັນທີ 16 ມີນານີ້ ທີ່ໂຮງແຮມ ອາມາຣິ ນະຄອນຫຼວງວຽງຈັນ.
ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທເດີນທາງເຖິງນະຄອນຫຼວງວຽງຈັນ

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທເດີນທາງເຖິງນະຄອນຫຼວງວຽງຈັນ

ໃນຕອນແລງຂອງວັນທີ 16 ມີນານີ້, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 16 - 18 ມີນາ 2026. ພິທີຕ້ອນຮັບຢູ່ສະໜາມບິນໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດໂດຍການອອກຕ້ອນຮັບຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ລວມທັງພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ ແລະ ຝ່າຍໄທ.
ລາວ-ໄທ ເພີ່ມທະວີການຮ່ວມມືຕ້ານອາຊະຍາກຳໄຊເບີຂ້າມຊາດ

ລາວ-ໄທ ເພີ່ມທະວີການຮ່ວມມືຕ້ານອາຊະຍາກຳໄຊເບີຂ້າມຊາດ

ກອງປະຊຸມວຽກງານໄອຍະການໄທ-ລາວ ຄັ້ງທີ II ວ່າດ້ວຍການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ ພາຍໃຕ້ຫົວຂໍ້: “ການຮ່ວມມືໄອຍະການລາວ-ໄທ ໃນການຕ້ານອາຊະຍາກຳໄຊເບີ” ຈັດຂຶ້ນໃນວັນທີ 12-13 ມີນາ ນີ້ ທີ່ໂຮງແຮມພູລແມນ ຂອນແກ່ນ ຣາຊາ ອໍຄິດ ຈັງຫວັດຂອນແກ່ນ ຣາຊະອານາຈັກໄທ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ມົງຄຸນ ຈິຣະໄຊສະກຸນ ຮອງໄອຍະການສູງສຸດ ແຫ່ງຣາຊະອານາຈັກໄທ, ທ່ານ ຈູມພົນ ພັນສຳລິດ ໄອຍະການອາວຸໂສ ທີ່ປຶກສາຂອງໄອຍະການສູງສຸດ ແຫ່ງຣາຊະອານາຈັກໄທ, ທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງຣາຊະອານາຈັກລຸກຊໍາບວກ, ທ່ານ ແຄັດເຊັນເດຍ ເລເນເວຍ ອຸປະທູດ ແຫ່ງຣາຊະອານາຈັກ ລຸກຊຳບວກ ປະຈຳຣາຊະອານາຈັກໄທ ແລະ ທ່ານ ສົມສັກ ວິໄລທອນ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳຈັງຫວັດຂອນແກ່ນ, ມີບັນດາທ່ານຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ອົງການໄອຍະການສູງສຸດ ແຫ່ງຣາຊະອານາຈັກໄທ, ອົງການໄອຍະການພາກ 4 (ຈັງຫວັດຂອນແກ່ນ) ຫົວໜ້າອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ - ຣາຊະອານາຈັກໄທ, ຊ່ຽວຊານຈາກອົງການ UNODC ພ້ອມດ້ວຍພະນັກງານໄອຍະການສອງຝ່າຍເຂົ້າຮ່ວມ.
ເອກອັກຄະລັດຖະທູດ ສປຈີນພົບປະເລຂາພັກແຂວງຊຽງຂວາງ

ເອກອັກຄະລັດຖະທູດ ສປຈີນພົບປະເລຂາພັກແຂວງຊຽງຂວາງ

ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູຸດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປຈີນ ປະຈຳລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 12 ມີນານີ້, ໃຫ້ກຽດຕ້ອນຮັບ ໂດຍທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງຊຽງຂວາງ ພ້ອມດ້ວຍຄະນະ.
ເປີດນຳໃຊ້ເສັ້ນທາງ ຈາກເທສະບານເມືອງໄຊຈໍາພອນ - ດ່ານນໍ້າອອນ

ເປີດນຳໃຊ້ເສັ້ນທາງ ຈາກເທສະບານເມືອງໄຊຈໍາພອນ - ດ່ານນໍ້າອອນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງ ຈາກເທດສະບານເມືອງໄຊຈໍາພອນ - ດ່ານປະເພນີນໍ້າອອນ (ຊາຍແດນລາວ-ຫວຽດນາມ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ມີນານີ້ ທີ່ເທສະບານເມືອງໄຊຈໍາພອນແຂວງບໍລິຄໍາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ເລຂາພັກແຂວງບໍລິຄຳໄຊ; ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ບັນດາທ່ານຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ; ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍການນຳແຂວງບໍລິຄຳໄຊ, ແຂວງຮ່າຕິ່ງ-ແຂວງເຫງະອານ ສສ ຫວຽດນາມ ຕະຫຼອດຮອດການນຳເມືອງໄຊຈຳພອນ ແລະ ບໍລິສັດ ທີ່ໃຫ້ການຊ່ວຍເຫຼືອທຶນກໍ່ສ້າງເສັ້ນທາງດັ່ງກ່າວ ເຂົ້າຮ່ວມ.
​ຍ້ອນ​ຫຍັງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ດ້ວຍ​ຄຸນ​ນະ​ພາບ​ສູງ" ​ຈຶ່ງຖືກ​ລະ​ບຸ​ໄວ້​ໃນບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ

​ຍ້ອນ​ຫຍັງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ດ້ວຍ​ຄຸນ​ນະ​ພາບ​ສູງ" ​ຈຶ່ງຖືກ​ລະ​ບຸ​ໄວ້​ໃນບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ

ຫຼັງ​ຈາກ​ການ​ປຶກ​ສາ​ຫາ​ລື ແລະ ຮ່ວມ​ກັນສ້າງ​ສາ​ມາ​ເປັນ​ເວ​ລາ 10 ກວ່າ​ປີ, ຂໍ້​ລິ​ເລີ່ມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສາ​ກົນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຢ່າງກວ້າງ​ຂວາງ ແລະ ​ໄດ້​ກາຍ​ເປັນ​ຄັນ​ທຸງ​ທີ່​ມີ​ສີ​ສົດ​ໃສ​ແຫ່ງ​ໂລ​ກາ​ພິ​ວັດ​​ຮູບແບບ​ໃໝ່. ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ປີ 2026 ໄດ້​ຈັດ​ເອົາ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ​ເຂົ້າ​ໃນ​ໜ້າ​ທີ່​ຈຸດ​ສຸມ​ໃນ​ຂົງ​ເຂດ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ. ການ​ຈັດ​ວາງ​ແບບ​ນີ້​​ແມ່ນ​ສ​ອດ​ຄ່ອງ​ກັບ​ທ່າ​​ອ່ຽງ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ໂລກ​ຢ່າງ​ແໜ້ນ​ແຟ້ນ ໂດຍ​ສຸມ​ໃສ່​ຄວາມ​ຕ້ອງ​ການ​ໃນ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ປະ​ເທດ​ເຂດ​ໂລກ​ໃຕ້, ທັງໄດ້​ວາງ​ແຜນ​ທີ່​​ຈະ​ແຈ້ງ​ໃຫ້​ແກ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ສາ​ກົນ ແລະ ການສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ໃນ​ໄລ​ຍະ​ຈັດ​ຕັ້ງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ ແລະ ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ທີ່​ໝັ້ນ​ທ່ຽງ​ໃຫ້​ແກ່​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ໂລກທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປັ່ນ​ປ່ວນ​ວຸ່ນ​ວາຍ ແລະ ການ​ປ່ຽນ​ແປງ.
ລາວ-ຈີນ ຫາລື ການສົ່ງເສີມ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ

ລາວ-ຈີນ ຫາລື ການສົ່ງເສີມ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ

ຄະນະຜູ້ແທນກະຊວງການເງິນ ນໍາໂດຍທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ຮ່ວມກັບ ສໍານັກງານສົ່ງເສີມການລົງທຶນ (Invest HK) ເຂດປົກຄອງພິເສດຮົງກົງ ສປ ຈີນ ໃນວັນທີ 9 ມີນາຜ່ານມາ. ຈຸດປະສົງເພື່ອປຶກສາຫາລື ແລກປ່ຽນປະສົບການ ໃນການສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ, ສຶກສາແລກປ່ຽນການປະຕິບັດນະໂຍບາຍພາສີ-ອາກອນ ແລະ ການປະຕິບັດນະໂຍບາຍພັນທະຄ່າທໍານຽມໃຫ້ບັນດາບໍລິສັດນັກລົງທຶນຂະໜາດນ້ອຍ ແລະ ຂະໜາດໃຫຍ່ ຊຶ່ງເຂດປົກຄອງພິເສດຮົງກົງ ເປັນສູນກາງການລົງທຶນທາງດ້ານການເງິນສາກົນ ແລະ ເປັນປະຕູດ່ານໜ້າ ໃນການເຂົ້າສູ່ຕະຫຼາດສາກົນ; ພ້ອມນັ້ນ, ຍັງໄດ້ພ້ອມກັນປຶກສາຫາລື ແລກປ່ຽນແນວທາງການຈັດຕັ້ງປະຕິບັດນະໂຍບາຍການເງິນສີຂຽວ, ສິນເຊື່ອກາກບອນ, ນະ ໂຍບາຍການສົ່ງເສີມພັນທະບັດສີຂຽວ ແລະ ອື່ນໆ.
ກອງປະຊຸມຄະນະກຳມາທິການສະຖິຕິສະຫະປະຊາຊາດ ຄັ້ງທີ 57

ກອງປະຊຸມຄະນະກຳມາທິການສະຖິຕິສະຫະປະຊາຊາດ ຄັ້ງທີ 57

ກອງປະຊຸມສະໄໝທີ 57 ຂອງຄະນະກຳມາທິການສະຖິຕິ ແລະ ກອງປະຊຸມຫົວຂໍ້ປິ່ນອ້ອມ ຈັດຂຶ້ນໃນລະຫວ່າງວັນທີ 3-6 ມີນາຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ນິວຢອກ ສະຫະລັດອາເມຣິກາ. ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງເປັນເວທີປຶກສາຫາລືປະຈຳປີລະດັບສູງຂອງຫົວໜ້າອົງການສະຖິິຕິເພື່ອກໍານົດທິດທາງ, ແລກປ່ຽນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ເສີມສ້າງການຮ່ວມມື ສືບຕໍ່ຜະລິດຂໍ້ມູນສະຖິຕິທີ່ມີຄຸນນະພາບ ສະຖິຕິສາມາດຕອບສະໜອງການກໍານົດນະໂຍບາຍ ແລະ ການພັດທະນາຢ່າງຍືນຍົງໃນລະດັບໂລກ​, ພາກພື້ນ ແລະ ປະເທດ.
ປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ

ປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ

ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ຈັດຂຶ້ນໃນວັນທີ 10 ມີນານີ້ ທີ່ໂຮງແຮມລາດສະວົງ ແວນດ້າ ວິສຕາ ໂດຍການເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ, ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນ​ດາ​ການນໍາພັກ-ລັດ, ຄະ​ນະ​ນຳ​ກະ​ຊວງ, ອົງ​ການ​ຂັ້ນ​ສູນ​ກາງ, ຄອບ​ຄົວ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ-ລັດ, ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ, ອະ​ດີດການ​ນຳຂອງ​ສະ​ຫະ​ພັນ​ແມ່​ຍິງ​ລາວເຂົ້າຮ່ວມ.
ເພີ່ມເຕີມ