ບໍລິສັດໄຊນາຢູນີຄອມເປີດຫ້ອງການຜູ້ຕາງໜ້າປະຈຳ ສປປລາວ

ບໍລິສັດໄຊນາຢູນີຄອມເປີດຫ້ອງການຜູ້ຕາງໜ້າປະຈຳ ສປປລາວ
ບໍລິສັດ ໄຊນາ ຢູນິຄອມສາກົນ ຈໍາກັດ (China Unicom)ໄດ້ຈັດງານຂອບໃຈຄູ່ຮ່ວມມື, ພ້ອມທັງເປີດຫ້ອງການຜູ້ຕາງໜ້າບໍລິສັດປະຈຳສປປລາວຂຶ້ນຢ່າງເປັນທາງການໃນວັນທີ 28 ມັງກອນຜ່ານມາ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ,ໂດຍມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຈ້າວ ເວີຍຢຸຍ ທີ່ປືກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດສປຈີນປະຈຳສປປລາວ, ທ່ານ ນາງ ເມິ້ງ ຊູເສີນ ປະທານບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ ຊາຍນາ ຢູນິຄອມ ສາກົນຈຳກັດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ເມິ້ງຊູເສິນ ກ່າວວ່າ: ຈີນ ແລະ ລາວ ໄດ້ມີການພົວພັນຮ່ວມມືກັນມາແຕ່ດົນນານໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າແລະການລົງທຶນແລະ ຂົງເຂດອື່ນໆ ນັບມື້ນັບເຂົ້າສູ່ລວງເລິກ,ການສ້າງທາງລົດໄຟລາວ-ຈີນ ໄດ້ກາຍເປັນສັນຍາລັກ ແຫ່ງມິດຕະພາບລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ແລະ ເຮັດໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດລາວ-ຈີນ ໄດ້ຂະຫຍາຍຕົວຢ່າງໄວວາ, ມີນັກທຸລະກິດຈາກ ສປ ຈີນມາລົງທຶນຢູ່ ສປປລາວນັບມື້ເພີ່ມຂຶ້ນ; ບໍລິສັດ ໄຊນາຢູນີຄອມ ມີຄວາມຕັ້ງໃຈໃນການບໍລິການດ້ານການສື່ສານ-ຂໍ້ມູນຂ່າວສານຢູ່ ສປປລາວ.
ທ່ານນາງ ເມິ້ງຊູເສິນ ກ່າວອີກວ່າ: ໃນຖານະທີ່ເປັນ 1 ໃນ 3 ຜູ້ປະກອບການ ດ້ານທຸລະກິດໂທລະຄົມມະນາຄົມ ທີ່ສຳຄັນຂອງຈີນ,ໄຊນາ ຢູນິຄອມ ໄດ້ໃຫ້ຄຳໝັ້ນສັນຍາໃນການສ້າງເຄືອຂ່າຍຂໍ້ມູນ ລະດັບໂລກ ແລະ ສະໜອງການບໍລິການຄຸນນະພາບສູງ ແບບປະຕູດຽວໃຫ້ແກ່ວິສາຫະກິດຈີນ ເພື່ອອອກສູ່ທົ່ວໂລກ, ໃນປີ 2009 ໄຊນາ ຢູນິຄອມ ໄດ້ເຂົ້າສູ່ຕະຫຼາດອາຊຽນຢ່າງເປັນທາງການ ແລະ ສ້າງຕັ້ງສາຂາຢູ່ 9 ປະເທດ ຄື: ສິງກະໂປ,ຫວຽດນາມ,ໄທ,ກຳປູເຈຍ ແລະ ອື່ນໆ. 
ສຳລັບການສ້າງຕັ້ງຫ້ອງການຜູ້ຕາງໜ້າປະຈຳສປປລາວ ແມ່ນການປະກອບສ່ວນຢ່າງຕັ້ງໜ້າ ຂອງໄຊນາ ຢູນິຄອມ ໃນການຊຸກຍູ້ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ແລະ ສືບຕໍ່ລົງເລິກມາດຕະການປະຕິບັດຕົວຈິງເພື່ອຮັບໃຊ້ຕະຫຼາດລາວ, ຂ້າພະເຈົ້າເຊື່ອໝັ້ນວ່າຫ້ອງການຜູ້ຕາງໜ້າບໍລິສັດປະຈຳລາວຈະສາມາດເຊື່ອມໂຍງເຂົ້າກັບສະພາບແວດລ້ອມການລົງທຶນແລະການພັດທະນາຢູ່ ສປປລາວແລະເຮັດວຽກຢ່າງໃກ້ຊິສິດກັບບໍລິສັດຜູ້ລົງທຶນ, ຜູ້ປະກອບການແລະຄູ່ຮ່ວມມື ໃນ ສປປລາວ.
ທ່ານ ພູໂຂງ ຈິດຮູບໂລກ ຫົວໜ້າຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວວ່າ: ການຫັນເປັນດີຈີຕອນ ແມ່ນຄວາມຕ້ອງການທີ່ຈຳເປັນຢ່າງພາວະວິໄສ ໃນການພັດທະນາປະເທດ, ວຽກດັ່ງກ່າວເປັນໜ້າທີ່ສຳຄັນ, ທັງເປັນວຽກສະເພາະໜ້າຮີບດ່ວນແລະເປັນຍຸດທະສາດທີ່ຍາວນານໃນທົ່ວສັງຄົມ ຊຶ່ງຕິດພັນຢ່າງສະໜິດແໜ້ນກັບຂະບວນການເຊື່ອມໂຍງສາກົນ, ການຫັນເປັນດີຈີຕອນ ຕ້ອງດຳເນີນຢ່າງເລິກເຊິ່ງ ຕ້ອງສົມທົບກັບການປັບປຸງຍົກລະດັບບັນດາເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກຢູ່ພາຍໃນປະເທດ ກັບການຕັ້ງໜ້າຂົນຂວາຍຍາດແຍ່ງການຮ່ວມມື ແລະ ການລົງທຶນຈາກຕ່າງປະເທດ, ເປັນຕົ້ນແມ່ນບັນດາປະເທດເພື່ອນມິດຍຸດທະສາດ ແລະ ສືບຕໍ່ປະຕິບັດການເຊື່ອມຈອດ ເຊື່ອມໂຍງກັບສາກົນ ເພື່ອດຶງດູດທຶນຮອນ ແລະ ການຖ່າຍທອດເຕັກໂນໂລຊີທັນສະໄໝ ພ້ອມທັງຄວາມຮູ້ ແລະ ຜົນສຳເລັດໃໝ່ທາງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳຈາກຕ່າງປະເທດ, ເສີມຂະຫຍາຍ ຄວາມອາດສາມາດບົ່ມຊ້ອນ ແລະກຳລັງແຮງຂອງປະເທດ,ໃນການຈັດຕັ້ງປະຕິບັດຍຸດທະສາດດີຈີຕອນຂອງລາວ ບໍ່ພຽງແຕ່ຈະຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າເທົ່ານັ້ນແຕ່ຍັງສາມາດຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ກ້າວໜ້າຍິ່ງໆຂຶ້ນ.
ຂ່າວ: ຄ. ຄຳປະສິດ

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບ ທ່ານ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານ ກົງສ້ານຂອງພັກກອມມູນິດຫວຽດນາມ, ພ້ອມຄະນະເຂົ້າຢ້ຽມຂໍ່ານັບໃນວັນທີ 28 ກໍລະກົດນີ້ ທີ່ສຳນັກງານຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນ ລະຫວ່າງວັນທີ 27 ກໍລະກົດ ຫາ 2 ສິງຫານີ້.
ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

​ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ພ້ອມດ້ວຍກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານ້ຳ ຂອງລັດຖະສະພາອາຊີ (AAWC) ຄັ້ງທີ 9 ຢ່າງເປັນທາງການ ໃນວັນທີ 28 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ.
ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ນາງ ເມລານີ ລຸຍສ ບາໂລ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ໃນວັນທີ 28 ກໍລະກົດນີ້ ທີ່ທໍານຽບປະທານປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ຫວ່າງມໍ່ໆມານີ້ ທີ່ບາງກອກ ປະເທດໄທ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດໄດ້ຕາງໜ້າ ສປປ ລາວ ໃນນາມປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ໃຫ້ກຽດ ກ່າວເປີດກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ພາຍໃຕ້ຫົວຂໍ້ “People, Partnership, Progress: Powering GMS Development through Nexus Solutions” ຊຶ່ງມີຜູ້ຕາງໜ້າຈາກພາກລັດ, ພາກເອກະຊົນ, ສະຖາບັນຄົ້ນຄວ້າ ແລະ ອົງການຈັດຕັ້ງທາງສັງຄົມຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ນາງ ວິທະຍາ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານໂມຮາເມັດ ມູອິສຊູ (H.E.Dr.Mohamed Muizzu) ປະທານາທິບໍດີແຫ່ງ ສາທາລະນະລັດ ມານດີບ ທີ່ສໍານັກງານປະທານາທິບໍດີ ນະຄອນຫຼວງມາເລ ສາທາລະນະລັດ ມານດີບ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ມານດີບ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງນິວແດນລີ ສ ອິນເດຍ.
ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຄະນະຄຸ້ມຄອງຊາວຫວຽດນາມປະຈຳແຂວງຊຽງຂວາງ ຮ່ວມກັບການນຳແຂວງຊຽງຂວາງ ວາງພວງມາລາຢູ່ອານຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ໃນວັນທີ 27 ກໍລະກົດຜ່ານມາ, ນຳພາໂດຍທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີທ່ານ ຖາຍ ວັນ ແອັງ ປະທານຄະນະຄຸ້ມຄອງຊາວຫວຽດນາມ ປະຈຳແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ປະກອບສ່ວນມອບເງິນ 500 ລ້ານກີບ ສົມທົບທຶນປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 12 ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 200 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຄູນຄຳ. ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທີ່ຫ້ອງວ່າການແຂວງຄຳມ່ວນ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມອບໂດຍທ່ານ ຫານ ຫຸຍລູ ປະທານບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ກອງປະຊຸມທົບທວນການຮ່ວມມືດ້ານສາທາລະນະສຸກ ແລະ ການດໍາເນີນງານແກ້ໄຂບັນຫາສາທາລະນະສຸກຊາຍແດນ ແລະ ຝຶກຊ້ອມແຜນກຽມຄວາມພ້ອມ ຕອບໂຕ້ພາວະສຸກເສີນດ້ານສາທາລະນະສຸກສອງແຂວງ, ສອງປະເທດ ລະຫວ່າງແຂວງຄໍາມ່ວນ ສປປ ລາວ ແລະ ສາທາລະນະສຸກຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນລະຫວ່າງວັນທີ 23-24 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ, ທ່ານ ປຣີດາ ວອນຫານ ຕາງໜ້າສາທາລະນະສຸກຈັງຫວັດນະຄອນພະນົມ ພ້ອມດ້ວຍພະນັກງານທັງຝ່າຍເຂົ້າຮ່ວມ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ວັນທີ 24 ກໍລະກົດ ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ ແລະ ວັນໄຊຊະນະການເດີນທັບທາງໄກ ຂອງກອງທັບກຳມະກອນ ແລະ ຊາວກະສິກອນຈີນ ຄົບຮອບ 90 ປີ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ​ ສປ​ ຈີນ ປະຈໍາ​ ສປປ​ ລາວ, ມີຄະນະນຳກະຊວງ ປກຊ-ປກສ, ຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ​ ສປ​ ຈີນ ປະຈໍາ​ ສປປ​ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ຫວ່າງມໍ່ໆມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການ ສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ ບາງກອກ ຣາຊະອານາຈັກໄທ ຊຶ່ງມີບັນດາຜູ້ກໍ່ຕັ້ງ, ຄະນະສະພາ ບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກ ພາກລັດ ແລະ ພາກເອກະຊົນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງບັນດາຄູ່ ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ