ເຈົ້າແຂວງຈຳປາສັກຕ້ອນຮັບຊ່ຽວຊານຈາກສູນມໍລະດົກໂລກອົງການອຸຍແນັສໂກ

ເຈົ້າແຂວງຈຳປາສັກຕ້ອນຮັບຊ່ຽວຊານຈາກສູນມໍລະດົກໂລກອົງການອຸຍແນັສໂກ
ທ່ານວິໄລວົງບຸດດາຄຳເຈົ້າແຂວງຈຳປາສັກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຊ່ຽວຊານຈາກສູນມໍລະດົກໂລກອົງການອຸຍແນັສໂກ, ນຳໂດຍທ່ານນາງນາໂອະຮາຢ່າຊິ (Nao HAYASHI) ຊ່ຽວຊານສະເພາະດ້ານວັດທະນະທຳ (ຂົງເຂດປະເທດອາຊີ-ປາຊີຟິກແລະປະເທດລຸ່ມແມ່ນ້ຳຂອງ), ສູນມໍລະດົກໂລກອົງການອຸຍແນັສໂກໃນວັນທີ5ທັນວາ ນີ້ທີີ່ຫ້ອງວ່າການແຂວງ. ໃນໂອກາດມາຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ແຂວງຈຳປາສັກ.
ທ່ານນາງນາໂອະຮາຢ່າຊິໄດ້ກ່າວຄວາມຂອບໃຈທີ່ໃຫ້ການຕ້ອນຮັບ, ພ້ອມທັງໄດ້ຍົກໃຫ້ເຫັນເຖິງຄວາມເປັນມາແລະບົດບາດອັນໂດດເດັ່ນຂອງໂຄງການຮ່ວມມືສາກົນ, ການອະນຸລັກແຫຼ່ງມໍລະດົກໂລກວັດພູຈໍາປາສັກຊຶ່ງໄດ້ຖືກຈົດທະບຽນເຂົ້າເປັນແຫຼ່ງມໍລະດົກໂລກຂອງອົງການອຸຍແນັສໂກໃນປີ2001ແລະການມາເຄື່ອນໄຫວຄັ້ງນີ້ຈະໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສາກົນແລະຕິດຕາມສະພາບການອະນຸລັກແຫຼ່ງມໍລະດົກໂລກວັດພູຈໍາປາສັກເປັນຕົ້ນຢ້ຽມຢາມໂຄງການຮ່ວມມືລາວ-ອີນເດຍ, ຢ້ຽມຢາມໂຄງການຮ່ວມມືລາວ-ສເກົາຫຼີການປະຕິສັງຂອນໂຮງນາງສີດາ,ໂຄງການຮ່ວມມືລາວ-ຝຣັ່ງ (ໂຄງການຈໍາປາ), ລົງຕິດຕາມໂຄງການການວາງທໍ່ນໍ້າປະປາໆຈາກວັດພູເຂົ້າສູ່ຕົວເມືອງຈໍາປາສັກ. ນອກຈາກນັ້ນຍັງຈະໄດ້ລົງຢ້ຽມຢາມຫໍພິພິທະພັນວັດພູ, ຢ້ຽມຢາມເບິ່ງໂຄງການປູກຕົ້ນຈໍາປາ.
ໂອກາດນີ້, ທ່ານວິໄລວົງບຸດດາຄຳໄດ້ສະແດງການຕ້ອນຮັບແລະເອກະພາບຕໍ່ຄຳເຫັນແລະແຜນເຄື່ອນໄຫວຂອງທ່ານນາງນາໂອະຮາຢ່າຊິພ້ອມດ້ວຍຄະນະຊ່ຽວຊານຈາກສູນມໍລະດົກໂລກອົງການອຸຍແນັສໂກໃນຄັ້ງນີ້, ພ້ອມນັ້ນກໍຊົມເຊີຍມາຍັງກົມມໍຣະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວແລະສູນມໍລະດົກໂລກອົງການອຸຍແນັສໂກທີ່ໄດ້ຍາດແຍ່ງທຶນຮອນແລະຊ່ວຍຊຸກຍູ້ໃຫ້ການສະໜັບສະໜູນປະກອນສ່ວນເຂົ້າໃນການພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງຕາມທິດສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳແລະປະຫວັດສາດທີ່ສຳຄັນຂອງແຂວງ. ພ້ອມກັນນັ້ນ, ທ່ານເຈົ້າແຂວງຈຳປາສັກຍັງມີບາງຂໍ້ສະເໜີຕໍ່ສູນມໍຣະດົກໂລກອົງການອຸຍແນັສໂກໃນການປົກປັກຮັກສາແລະພັດທະນາແຫຼ່ງມໍຣະດົກໂລກວັດພູຈໍາປາສັກເຊັ່ນ: ເອກະພາບໃນການກຳນົດຂອບເຂດເນື້ອທີ່ປົກປັກຮັກສາ, ພັດທະນາແລະສ້າງສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ນັກທ່ອງທ່ຽວ.
(ຂ່າວ: ທັດຊະນະ; ພາບ: ພູທິບສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,
ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ແລະນາມສະກຸນ: ເລືອງເກື່ອງ. -ວັນເດືອນປີເກີດ: 15/8/1957 - ບ້ານເກີດ: ບ້ານຢືວເລົານະຄອນຫວຽດຈີ໋ແຂວງຟູເຖາະ. - ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ເພີ່ມເຕີມ