ຕ້ອນຮັບ ຕາງໜ້າອົງການ LuxDev ປະຈໍາພາກພື້ນ

ເຈົ້າແຂວງຄຳມ່ວນ ຕ້ອນຮັບ ຕາງໜ້າອົງການ LuxDev ປະຈໍາພາກພື້ນ

ເຈົ້າແຂວງຄຳມ່ວນ ຕ້ອນຮັບ ຕາງໜ້າອົງການ LuxDev ປະຈໍາພາກພື້ນ
ໃນວັນທີ 12 ມັງກອນນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ໂຣເບີດ ດີວາຮາ ຕາງໜ້າອົງການ LuxDev ປະຈໍາພາກພື້ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ. ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ

 ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຕາງໜ້າອົງການ LuxDev ປະຈໍາພາກພື້ນ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພົວພັນຮ່ວມມື ກໍຄືຜັນຂະຫຍາຍໝາກຜົນຂອງການຊ່ວຍເຫຼືອຂອງອົງການລຸກຊໍາບວກ ເຂົ້າໃນຂົງເຂດວຽກງານຕ່າງໆຢູ່ໃນແຂວງຄຳມ່ວນ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນໄປເລື້ອຍໆ. ທ່ານເຈົ້າແຂວງ ຍັງໄດ້ສະເໜີຕໍ່ທ່ານ ໂຣເບີດ ດີວາຮາ ພ້ອມຄະນະ ຊ່ວຍຊຸກຍູ້ພັກດັນ ໃນການກໍ່ສ້າງ ແລະ ປັບປຸງໂຮງໝໍແຂວງຄຳມ່ວນ ແລະ ໂຮງໝໍຂອງບັນດາເມືອງ ທີ່ນອນຢູ່ໃນເປົ້າໝາຍການຊ່ວຍເຫຼືອ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ເພື່ອບໍລິການຄົນເຈັບໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນທາງດ້ານຄຸນນະພາບ. ສ່ວນອໍານາດການປົກຄອງແຂວງ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ, ເມືອງ ແມ່ນພ້ອມແລ້ວທີ່ຈະອຳນວຍຄວາມສະດວກໃນດ້ານຕ່າງໆ.

ທ່ານ ໂຣເບີດ ດີວາຮາ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ວັນໄຊ ພອງສະຫວັນ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ເປັນເຈົ້າການປະກອບສ່ວນເຮັດໃຫ້ການພົວພັນຮ່ວມມື ກໍຄືການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາໄດ້ດຳເນີນໄປໄດ້ດ້ວຍດີ. ສຳລັບແຜນງານພັດທະນາທ້ອງຖິ່ນໃນຕໍ່ໜ້າ ທາງອົງການແມ່ນໄດ້ສະເໜີເພີ່ມທາງດ້ານງົບປະມານ ເພື່ອປະກອບສ່ວນຊ່ວຍເຫຼືອປັບປຸງພື້ນຖານໂຄງລ່າງດ້ານຕ່າງໆຂອງແຂວງຄຳມ່ວນໃຫ້ຫຼາຍຂຶ້ນ. ພ້ອມນີ້ ທ່ານ ໂຣເບີດ ດີວາຮາ ຍັງໄດ້ແຈ້ງແຜນການເຄື່ອນໄຫວວຽກຢູ່ຢູ່ແຂວງຄຳມ່ວນ ຕໍ່ທ່ານເຈົ້າແຂວງໄດ້ຮັບຊາບ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ໃນຕອນເຊົ້າວັນທີ 19 ມິຖຸນາ ຜ່ານມາທີ່ ສປ ຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development”.
ຜູ້ຜະລິດເຄື່ອງປຸງອາຫານຊັ້ນນໍາຂອງ Haitian ເຂົ້າຕະຫຼາດຫຼັກຊັບຮົງ​ກົງ ຮຸ້ນເພີ່ມຂຶ້ນຫຼາຍກວ່າ 3%

ຜູ້ຜະລິດເຄື່ອງປຸງອາຫານຊັ້ນນໍາຂອງ Haitian ເຂົ້າຕະຫຼາດຫຼັກຊັບຮົງ​ກົງ ຮຸ້ນເພີ່ມຂຶ້ນຫຼາຍກວ່າ 3%

ບໍລິສັດ Haitian ເຄື່ອງປຸງອາຫານ ແລະ ອາຫານ ຈໍາ​ກັດ (03288.HK) ໄດ້ເປີດຕົວຄັ້ງທໍາອິດໃນຕະຫຼາດຫຼັກຊັບຮົງ​ກົງໃນວັນພະຫັດທີ່ຜ່ານມານີ້, ກາຍເປັນບໍລິສັດເຄື່ອງປຸງອາຫານເຈົ້າທໍາອິດທີ່ໄດ້ເປີດຕົວໃນຕະຫຼາດຫຼັກຊັບຮົງກົງ ທັງ A-share ແລະ H-share.
ທ່ານທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີແຫ່ງສະມາພັນທະລັດສະວິດ

ທ່ານທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີແຫ່ງສະມາພັນທະລັດສະວິດ

ວັນທີ 17 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງເບີນ ສະມາພັນທະລັດສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານນາງ ກາຣິນ ແຄເລີ ຊຸດເຕີ (Karin Keller Sutter) ປະທານາທິບໍດີແຫ່ງສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈໍາສະມາພັນທະລັດສະວິດ ຊຶ່ງມີສະຖານທູດຕັ້ງຢູ່ເຊີແນວ.
ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ປະຈໍາ ສປປ ລາວ ໃນຕອນເຊົ້າວັນທີ 18 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ

ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ

ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງ ຫຼວງພະບາງ ໃນວັນທີ 17 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ພິທີເຊັນບົດບັນທຶກ ເຈດຈໍານົງ ວ່າດ້ວຍການສ້າງຕັ້ງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງກຸ້ຍໂຈ ສປ ຈີນ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ສໍານັກງານອົງການປົກຄອງ ແຂວງກຸ້ຍໂຈ, ໃຫ້ກຽດລົງນາມເຊັນບົດບັນທຶກໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ຫຼີປິນຈູນ ເຈົ້າແຂວງ ກຸ້ຍໂຈ.
ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ການພົບປະ ແລະ ເຮັດວຽກຢ່າງເປັນທາງການລະຫວ່າງສະຖານທູດຫວຽດນາມ ແລະ ບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ, ບັນດາອົງການສື່ມວນຊົນຂອງລາວ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄັ້ງທຳອິດ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຊຶ່ງການພົບປະຄັ້ງນີ້ ແນໃສ່ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະຖານທູດ ກັບບັນດາອົງການຂ່າວສານ ກໍຄືອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດນາມ ປະຈໍາລາວ.
ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ໃນວັນທີ 17 ມິຖຸນາຜ່ນມາ, ທ່ານ ນາງ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ຢູ່ທີ່ຫ້ອງວ່າການແຂວງ.
ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໃນວັນທີ 17 ມິຖຸນານີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງກວາງນາມ, ແຂວງກອນຕູມ ແລະ ນະຄອນເທື່ອທຽນເຫວ້ ສສ ຫວຽດນາມ ໂດຍມີທ່ານ ຄຳບາງ ພະສະແຫວງ ຫົວໜ້າອົງການໄອຍະການແຂວງເຊກອງ ພ້ອມຄະນະ; ມີທ່ານ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ, ທ່ານ ຟ້າມ ມິງ ກື້ ຫົວໜ້າອົງການໄອຍະການປະຊາຊົນແຂວງກອນຕູມ ແລະ ທ່ານ ເຈີ່ນ ເຢີນ ເວື້ອງ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນເທື່ອທຽນເຫວ້ ພ້ອມຄະນະ ເຂົ້າຮ່ວມ.
ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ຮ່ວມມືກັບ ອົງການການເງິນສາກົນ (IFC) ພາຍໃຕ້ສັນຍາຮ່ວມມື ລະຫວ່າງ ກົມສົ່ງເສີມການລົງທຶນ ແລະ IFC ສຳລັບໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນຂອງພາກເອກະຊົນ ແນໃສ່ສົ່ງເສີມການລົງທຶນຂອງພາກເອກະຊົນ ໃນຂະແໜງການທີ່ສຳຄັນ ຕໍ່ການເຕີບໂຕທາງເສດຖະກິດ, ອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງເອກະຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ສະພາບແວດລ້ອມການດຳເນີນທຸລະກິດ ແລະ ການສ້າງວຽກເຮັດງານທໍາ.
ເພີ່ມເຕີມ