ແຂວງກວາງຫງາຍ ສສ ຫວຽດນາມ ນໍາໂດຍ ທ່ານ ນາງ ໂຮ່ ຖິ ທູແທັງ ຮອງເລຂາຊາວໜຸ່ມ ປະທານສະມາຄົມຊາວໜຸ່ມຫວຽດນາມ ແຂວງກວາງຫງາຍ.
ໂອກາດນີ້, ທ່ານ ນາງ ໂຮ່ ຖິ ທູແທັງ ໄດ້ແຈ້ງສະພາບໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນໍາຂັ້ນສູງຂອງແຂວງຄໍາມ່ວນ. ໃນໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຊາວໜຸ່ມ, ທັງໄດ້ຍົກໃຫ້ເຫັນມູນເຊື້ອການພົວພັນຮ່ວມມືລະຫວ່າງສອງຊາດລາວ-ຫວຽດນາມ, ການເຄື່ອນໄຫວອົງການຈັດຕັ້ງຊາວໜຸ່ມແຂວງຄໍາມ່ວນໃນປັດຈຸບັນ, ຕະຫຼອດເຖິງຜົນງານການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຊາວໜຸ່ມສອງແຂວງ ທີ່ຍັງຮັກສາໄດ້ບັນຍາກາດຄວາມສາມັກຄີໃນການເຄື່ອນໄຫວໄປມາຫາສູ່ ເພື່ອແລກປ່ຽນຖອດຖອນບົດຮຽນຮ່ວມກັນ. ພ້ອມນັ້ນ, ທ່ານເຈົ້າແຂວງຍັງໄດ້ສະເໜີໃຫ້ຄະນະຜູ້ແທນຊາວໜຸ່ມແຂວງກວາງຫງາຍ ຊ່ວຍເຫຼືອບົດຮຽນໃຫ້ແກ່ຊາວໜຸ່ມແຂວງຄໍາມ່ວນ ໃນວຽກງານການໂຄສະນາສຶກສາອົບຮົມຊາວໜຸ່ມ - ໄວໜຸ່ມໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງເຖິງມູນເຊື້ອການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ແລະ ອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວ ຈົ່ງປະສົບຜົນສໍາເລັດໃນການມາເຄື່ອນໄຫວ ເຮັດວຽກຢູ່ແຂວງຄໍາມ່ວນ.
(ຂ່າວ: ມະນີວັນ)
ຄໍາເຫັນ