ເຈົ້າແຂວງຄໍາມ່ວນ ຕ້ອນຮັບປະທານຄະນະກໍາມະການຄຸ້ມຄອງທຶນຢູ່ວິສາຫະກິດຫວຽດນາມ

ເຈົ້າແຂວງຄໍາມ່ວນ ຕ້ອນຮັບປະທານຄະນະກໍາມະການຄຸ້ມຄອງທຶນຢູ່ວິສາຫະກິດຫວຽດນາມ
ວັນທີ 7 ພະຈິກ ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຫງວຽນ ຮວ່າງ ແອັງ ປະທານຄະນະກໍາມະການຄຸ້ມຄອງທຶນຢູ່ວິສາຫະກິດຫວຽດນາມ ພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ກອງປະຊຸມພົບປະໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງ, ໂດຍມີທ່ານຫົວໜ້າຫ້ອງວ່າການແຂວງ, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວທ່ານ ຫງວຽນ ຮວ່າງ ແອັງ ໄດ້ແຈ້ງແຜນເຄື່ອນໄຫວ ແລະ ຈຸດປະສົງໃຫ້ຄະນະການນໍາຂອງແຂວງຄໍາມ່ວນໄດ້ຮັບຊາບ, ໃນໂອກາດດຽວກັນທ່ານ ວັນໄຊ ພອງສະຫວັນກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາເຮັດວຽກຂອງຄະນະດັ່ງກ່າວ, ພ້ອມນີ້ຍັງໄດ້ລາຍງານສະພາບໂດຍລວມຂອງແຂວງຄໍາມ່ວນ ຕະຫຼອດເຖິງການພົວພັນຮ່ວມມືຮອບດ້ານຂອງສອງພັກ, ສອງລັດກໍຄືແຂວງຄໍາມ່ວນ ແລະ ບັນດາແຂວງໃກ້ຄຽງໃນຜ່ານມາໂດຍສະເພາະສະພາບການດໍາເນີນທຸລະກິດຢູ່ແຂວງຄໍາມ່ວນ ຊຶ່ງແຂວງຄໍາມ່ວນກໍມີຫຼາຍກິດຈະການທີ່ນັກລົງທຶນຈາກ ສສ ຫວຽດນາມ ໄດ້ມາລົງທຶນເປັນຕົ້ນໃນດ້ານຂົງເຂດອຸດສາຫະກໍາ, ກະສິກໍາ ແລະ ຂົງເຂດບໍ່ແຮ່. ສໍາລັບກິດຈະການໃນເຂດໜອງລົ້ມ ທີ່ທາງພາກທຸລະກິດຫວຽດນາມ ໄດ້ມາລົງທຶນໃນເມື່ອກ່ອນ ເພື່ອຂຸດຄົ້ນບໍ່ແຮ່ ໃນເນື້ອທີ່ 196,5 ກິໂລຕາແມັດ ແລະ ໄດ້ມີການສໍາຫຼວດແລ້ວນັ້ນ, ແຂວງຄໍາມ່ວນມີຄວາມຍິນດີ ແລະ ຕ້ອງການຢາກໃຫ້ຜູ້ລົງທຶນມາສືບຕໍ່ດໍາເນີນກິດຈະການຕາມທີ່ໄດ້ມີການຕົກລົງກັນເຊັນສັນຍາໃຫ້ມີຄວາມສໍາເລັດ. ຈາກນັ້ນ, ກອງປະຊຸມໄດ້ປຶກສາຫາລືແລກປ່ຽນຊຶ່ງກັນ ແລະ ກັນ, ບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນດ້ານຕ່າງໆ ທັງນີ້ເພື່ອຢາກຮັບຮູ້ສະພາບເສດຖະກິດ-ສັງຄົມຂອງແຂວງກໍຄືບັນດາໂຄງການທີ່ພວມຈັດຕັ້ງປະຕິບັດຢູ່ແຂວງຄໍາມ່ວນເພື່ອສັງລວມຂໍ້ມູນບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ນໍາເອົາຄໍາສະເໜີຕ່າງໆຈາກແຂວງຄໍາມ່ວນລາຍງານໄປຍັງລັດຖະບານ ສສ ຫວຽດນາມ. ພ້ອມນີ້ ແຂວງຄໍາມ່ວນຍັງໄດ້ມີຄໍາສະເໜີໂດຍຜ່ານປະທານຄະນະກໍາມະການຄຸ້ມຄອງທຶນຢູ່ວິສາຫະກິດ ຫວຽດນາມ ໄປຍັງພາກທຸລະກິດຂອງ ສສ ຫວຽດນາມ ຖ້າມີຄວາມສົນໃຈຢາກມາລົງທຶນ ໂດຍອີງໃສ່ທ່າແຮງຂອງແຂວງໄດ້ກໍານົດຕາມ 3 ທ່າແຮງຄື: ທ່າແຮງທາງດ້ານກະສິກໍາ,  ທ່າແຮງທາງດ້ານອຸດສາຫະກຳພະລັງງານ-ບໍ່ແຮ່ ແລະ  ທ່າແຮງທາງດ້ານການບໍລິການທາງຜ່ານ ແລະ ການທ່ອງທ່ຽວໃນບັນດາຂົງເຂດດັ່ງກ່າວນີ້ ແຂວງຄໍາມ່ວນກໍພ້ອມແລ້ວທີ່ຈະໃຫ້ຄວາມຮ່ວມມືເປັນຢ່າງດີ.
ທ່ານ ຫງວຽນ ຮວ່າງ ແອັງຍັງໄດ້ສະແດງຄວາມຂອບໃຈ ແລະ ຮຽກຮ້ອງມາຍັງການນໍາແຂວງຄໍາມ່ວນຊ່ວຍສະໜັບສະໜູນສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ຊຸກຍູ້ໃຫ້ຜູ້ລົງທຶນທີ່ດໍາເນີນກິດຈະການຕ່າງໆຢູ່ແຂວງຄໍາມ່ວນ ເພື່ອເຮັດແນວໃດໃຫ້ເຂົາເຈົ້າໄດ້ດໍາເນີນທຸລະກິດລຸລ່ວງດ້ວຍດີ. 
ໃນວັນດຽວກັນຄະນະດັ່ງກ່າວຍັງໄດ້ເດີນທາງໄປຢ້ຽມຢາມໂຄງການຂຸດຄົ້ນ, ປຸງແຕ່ງເກືອກາລີຂອງກຸ່ມບໍລິສັດ ເຄມີຫວຽດນາມ ຢູ່ເມືອງໜອງບົກ ອີກດ້ວຍ.
ຂ່າວ-ພາບ: ມະນີວັນ

ຄໍາເຫັນ

ຂ່າວການຮ່ວມມື

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ວັນທີ 31 ມີນາ ຜ່ານມານີ້ ທີ່ສໍານັກງານສູນກາງພັກ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງເລຂາຜູ້ປະຈໍາການຄະນະພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍ ຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ບໍລິສັດ ທາງລົດໄຟລາວ-ຈີນ ອວຍພອນພະນັກງານໜັງສືພິມປະຊາຊົນ

ບໍລິສັດ ທາງລົດໄຟລາວ-ຈີນ ອວຍພອນພະນັກງານໜັງສືພິມປະຊາຊົນ

ໃນວັນທີ 2 ເມສານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ບໍລິສັດ ທາງລົດໄຟລາວ-ຈີນ, ຕາງໜ້າ ໂດຍ ທ່ານ ຢິນ ເຈຍ (Yin Jia) ຮອງຫົວໜ້າພະແນກຂ່າວສານວັດທະນາທຳ ແລະ ປະສານງານ ຂອງບໍລິສັດ ດັ່ງກ່າວໄດ້ນຳເອົາກະຕ່າຂອງຂວັນ ມາມອບອວຍພອນພະນັກງານໜັງສືພິມປະຊາຊົນ, ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ທີ່ໃກ້ຈະມາເຖິງໃນມໍ່ໆນີ້, ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືືພິມປະຊາຊົນ.
ວາງສີລາລຶກໂຄງການກໍ່ສ້າງໂຮງໝໍມິດຕະພາບ ດານັງ-ເຊກອງ

ວາງສີລາລຶກໂຄງການກໍ່ສ້າງໂຮງໝໍມິດຕະພາບ ດານັງ-ເຊກອງ

ພິທີວາງສີລາລຶກໂຄງການກໍ່ສ້າງໂຮງໝໍມິດຕະພາບ ດານັງ-ເຊກອງ ຢູ່ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 1 ເມສານີ້, ໂດຍມີທ່ານ ບຸນຫລາຍ ບຸດທິ ເລຂາພັກແຂວງເຊກອງ, ທ່ານ ເລ ຫງ໋ອກ ກວາງ ເລຂາພັກນະຄອນດານັງ ສສ ຫວຽດນາມ, ພ້ອມດ້ວຍຄະນະພັກ-ຄະນະນໍາທັງສອງຝ່າຍ, ມີຕາງໜ້າຈາກກະຊວງສາທາລະນະສຸກ ແລະ ຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.
3 ພາກສ່ວນ ເຂົ້າອວຍພອນຄະນະນໍາກະຊວງ ປກສ ໂອກາດວັນສ້າງຕັ້ງກຳລັງ ປກສ

3 ພາກສ່ວນ ເຂົ້າອວຍພອນຄະນະນໍາກະຊວງ ປກສ ໂອກາດວັນສ້າງຕັ້ງກຳລັງ ປກສ

ໃນວັນທີ 1 ເມສາ ຜ່ານມາ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ), ອົງການໄອຍະການປະຊາຊົນສູງສຸດ ນຳໂດຍ ທ່ານ ພົຈວ ນາງ ລີວົງ ລາວລີ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ສະຖານທູດຣັດເຊຍ ນຳໂດຍ ທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳລາວ ແລະ ສະຖານທູດຫວຽດນາມ ນຳໂດຍ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນຄະນະນຳກະຊວງ ປກສ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ທີ່ໃກ້ຈະມາເຖິງນີ້ ໂດຍເປັນກຽດຕ້ອນຮັບຂອງທ່ານ ພົທ ວັນທອງ ກອງມະນີ ຄະ ນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ ພ້ອມຄະນະ.
ຄະນະນໍາແຂວງກວາງຫງາຍ ເຂົ້າອ່ວຍພອນ ຄະນະນຳແຂວງເຊກອງ

ຄະນະນໍາແຂວງກວາງຫງາຍ ເຂົ້າອ່ວຍພອນ ຄະນະນຳແຂວງເຊກອງ

ຄະນະນຳ ແຂວງກວາງຫງາຍ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຮວ່າງ ຢາງ ກຳມະການສູນກາງພັກ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງກວາງຫງາຍ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ອ່ວຍພອນ ຄະນະພັກ-ຄະນະນໍາແຂວງເຊກອງ ໃນວັນທີ 1 ເມສາ 2026 ຢູ່ທີ່ຫ້ອງວ່າການແຂວງເຊກອງ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້ ໂດຍການຕ້ອນຮັບຂອງ ສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງເຊກອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫວັນນະເຂດ-ກວາງຈິ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ

ສະຫວັນນະເຂດ-ກວາງຈິ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ

ວັນທີ 1 ເມສາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງຂອງແຂວງສະຫວັນນະເຂດ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ, ຝ່າຍແຂວງສະຫວັນນະເຂດນໍາໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາແຂວງສະຫວັນນະເຂດ ແລະ ຝ່າຍແຂວງກວາງຈິ ນຳໂດຍສະຫາຍ ຫງວຽນ ວັນ ເຟືອງ ກໍາມະການສູນກາງພັກ ເລຂາພັກແຂວງກວາງຈິ, ມີສະຫາຍ ດັ້ງ ຖິ ຫ້າຍ ເຕິມ ກົງສຸນໃຫຍ່ແຫ່ງ ສສ ຫວຽດນາມປະຈຳແຂວງສະຫວັນນະເຂດ ເຂົ້າຮ່ວມ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ກຳປູເຈຍ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ກຳປູເຈຍ

ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງລັດ ກຳປູເຈຍ ໃນລະຫວ່າງວັນທີ 31 ມີນາ ຫາ 2 ເມສາ 2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ອົງການກວດສອບແຫ່ງລັດ ກຳປູເຈຍ ທີ່ພະນົມເປັນ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ດຣ. ນາງ ຊົມ ຄິມ ຊົວ ປະທານອົງການກວດສອບແຫ່ງລັດ ກຳປູເຈຍ ພ້ອມດ້ວຍຄະນະ.
ການນໍານະຄອນດານັງ ອ່ວຍພອນການນໍາແຂວງເຊກອງ

ການນໍານະຄອນດານັງ ອ່ວຍພອນການນໍາແຂວງເຊກອງ

ໃນໂອກາດບຸນປີໃໝ່ລາວ ທີ່ໃກ້ຈະມາເຖິງໃນມໍ່ໆນີ້, ການນໍານະຄອນດານັງ ສສ ຫວຽດນາມ ນໍາໂດຍສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກນະຄອນດາໜັງ ພ້ອມດ້ວຍຄະນະ. ຊຶ່ງໃຫ້ການຕ້ອນຮັບຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ ເລຂາພັກແຂວງເຊກອງ ພ້ອມດ້ວຍຄະນະ, ມີສະຫາຍ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍານະຄອນປາກເຊ ເຂົ້າຮ່ວມ ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ໃນວັນທີ 31 ມີນາຜ່ານມາ.
ກອງປະຊຸມລະດັບລັດຖະມົນຕີພາກພື້ນອາຊີ-ປາຊີຟິກເພື່ອທົບທວນກາງສະໄໝ ຂອງແຜນດໍາເນີນງານສໍາລັບປະເທດດ້ອຍພັດທະນາ

ກອງປະຊຸມລະດັບລັດຖະມົນຕີພາກພື້ນອາຊີ-ປາຊີຟິກເພື່ອທົບທວນກາງສະໄໝ ຂອງແຜນດໍາເນີນງານສໍາລັບປະເທດດ້ອຍພັດທະນາ

ໃນລະຫວ່າງວັນທີ 31 ມີນາ ຫາ 1 ເມສາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ສໍາລັບພາກພື້ນອາຊີ-ປາຊີຟິກ ເພື່ອທົບທວນກາງສະໄໝຂອງການຈັດຕັ້ງປະຕິບັດແຜນດໍາເນີນງານໂດຮາສໍາລັບປະເທດດ້ອຍພັດທະນາ (Doha Programme of Action for LDCs 2022-2031 ຫຼື DPoA) ຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ. ກອງປະຊຸມດັ່ງກ່າວມີຄະນະຜູ້ແທນລະດັບສູງຈາກປະເທດປະເທດດ້ອຍພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ ແລະ ຕົວແທນລະດັບສູງ ຈາກອົງການເຄືອຂ່າຍ ສະຫະປະຊາຊາດ (ສປຊ).
ພິທີເຊັນສັນຍາສໍາປະທານວຽກໂຄງການທາງລົດໄຟ ລາວ-ຫວຽດນາມ

ພິທີເຊັນສັນຍາສໍາປະທານວຽກໂຄງການທາງລົດໄຟ ລາວ-ຫວຽດນາມ

ໃນວັນທີ 31 ມີນາຜ່ານມານີ້, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສໍາປະທານການອອກແບບ-ກໍ່ສ້າງ-ລະດົມທຶນ-ດຳເນີນກິດຈະການ ແລະ ບູລະນະຮັກສາ ໂຄງການທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ ຊາຍແດນ ລາວ-ຫວຽດນາມ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ; ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ອະດີດການນຳຂັ້ນສູງຂອງພັກ-ລັດ, ການນຳແຂວງຄຳມ່ວນ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ