ເຈົ້າແຂວງເຊກອງ ຕ້ອນຮັບທູດໄທ ປະຈຳ ສປປ ລາວ

ເຈົ້າແຂວງເຊກອງ ຕ້ອນຮັບທູດໄທ ປະຈຳ ສປປ ລາວ
ໃນວັນທີ 26 ກັນຍາ ນີ້ ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມພົບປະ ຂອງທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ. ໂອກາດນີ້, ທ່ານເຈົ້າແຂວງໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍທ່ານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ.
ພ້ອມນີ້, ທ່ານເຈົ້າແຂວງຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບລວມຂອງແຂວງ, ການລົງທຶນຂອງນັກທຸລະກິດໄທໃນຂະແໜງການຕ່າງໆຢູ່ແຂວງເຊກອງ ໂດຍສະເພາະໂຄງການໄຟຟ້າພະລັງລົມ ຊຶ່ງເປັນໂຄງການໃຫຍ່ ມີກໍາລັງການຕິດຕັ້ງ 600 ເມກາວັດ ແລະ ການຊ່ວຍເຫຼືອຂອງຣາຊະນາຈັກໄທ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອດ້ານການສຶກສາ. ພ້ອມນັ້ນ, ທ່ານເຈົ້າແຂວງ ຍັງໄດ້ສະເໜີໃຫ້ທ່ານທູດຊ່ວຍຊຸກຍູ້ນັກທຸລະກິດໄທເຂົ້າມາລົງທຶນໃນຂະແໜງການຕ່າງໆ ເປັນຕົ້ນແມ່ນຂະແໜງການທ່ອງທ່ຽວ, ກະສິກໍາ ແລະ ອຸດສາຫະກໍາ-ການຄ້າ ຊຶ່ງທັງໝົດນັ້ນ ເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ ແນໃສ່ສ້າງອາຊີບ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ໃນວາລະທ່ານດໍາລົງຕໍາແໜ່ງນີ້ ການພົວພັນຮ່ວມມື ລະຫວ່າງ ຣາຊະອານາຈັກໄທ ກັບ ສປປ ລາວ ໂດຍສະເພາະແຂວງເຊກອງ ກັບ ບັນດາແຂວງຕ່າງໆຂອງໄທ ຈະໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ.
ທ່ານ ນາງ ມໍລະກົດ ສີສະຫວັດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານເຈົ້າແຂວງ ພ້ອມຄະນະນໍາຂອງແຂວງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ກ່າວຈຸດປະສົງ ຂອງການມາຢ້ຽມຢາມແຂວງເຊກອງໃນຄັ້ງນີ້ ຊຶ່ງເປັນຂີດໜາຍທີ່ສຳຄັນ ໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາເສດຖະກິດຂອງສອງປະເທດ ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ
ຂ່າວ: ເຊກອງ

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງຄໍາມ່ວນ ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະການນໍາ ນະຄອນດົງເຮີ່ຍ

ເຈົ້າແຂວງຄໍາມ່ວນ ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະການນໍາ ນະຄອນດົງເຮີ່ຍ

ວັນທີ 22 ເມສາຜ່ານມາ ຢູ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ຫງວຽນ ຮິ້ວ ເຟືອກ ຮອງເລຂາ ຜູ້ປະຈໍາການພັກ ນະຄອນດົງເຮີ່ຍ ແຂວງກວາງບິ່ງ ສສ ຫວຽດນາມ
ພິທີປາຖະກະຖາ ວັນເກີດ ປະທານ ກິມ ອິນ ຊຸງ ຄົບຮອບ 113 ປີ

ພິທີປາຖະກະຖາ ວັນເກີດ ປະທານ ກິມ ອິນ ຊຸງ ຄົບຮອບ 113 ປີ

ຄະນະຫ້ອງວ່າການປົກຄອງແຂວງຫົວພັນ ແລະ ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້​ຈັດພິທີປາຖະກະຖາ ລະນຶກວັນເກີດ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫຼີ ຄົບຮອບ 113 ປີ (​15/4/1912-15/4/2025) ຂຶ້ນໃນວັນທີ 21 ເມສາຜ່ານມາ
ບົດສໍາພາດສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ  (ໂອກາດສະຫາຍ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຈະມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 24-25/4/2025)

ຄຳຖາມ 1. ຮຽນສະຫາຍ ເອກອັກຄະລັດຖະທູດທີ່ນັບຖື, ການຢ້ຽມຢາມທາງລັດຖະກິດ ຂອງສະຫາຍ ເລືອງເກື່ອງ ປະທານປະເທດຫວຽດນາມ ມີຂຶ້ນໃນບັນຍາກາດເບີກບານມ່ວນຊື່ນ ບຸນປີໃໝ່ລາວ ພສ 2568 ຫາກໍ່ຜ່ານພົ້ນໄປບໍ່ເທົ່າໃດມື້ຜ່ານມາ,
ຫົວໜ້າການເມືອງກອງບັນຊາການທະຫານແຂວງບິງເຊື່ອງ ສສ ຫວຽດນາມ  ຢ້ຽມຢາມກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ

ຫົວໜ້າການເມືອງກອງບັນຊາການທະຫານແຂວງບິງເຊື່ອງ ສສ ຫວຽດນາມ ຢ້ຽມຢາມກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ

ເພື່ອເປັນການປຸກລະດົມ ແລະ ຊຸກຍູ້ໃຫ້ກໍາລັງໃຈກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວທີ່ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ນັ້ນ, ໃນວັນທີ 21 ເມສາ ນີ້,
ສະຫຼອງໂຄງການຮ່ວມມືການພັດທະນາວຽກງານສາທາລະນະສຸກ  ແລະ ເຕັກໂນໂລຊີລາວ-ໄທ ຄົບຮອບ 25 ປີ

ສະຫຼອງໂຄງການຮ່ວມມືການພັດທະນາວຽກງານສາທາລະນະສຸກ ແລະ ເຕັກໂນໂລຊີລາວ-ໄທ ຄົບຮອບ 25 ປີ

ກອງປະຊຸມວິຊາການດ້ານການແພດ ແລະ ສາທາລະນະສຸກ ພາຍໃຕ້ຫົວຂໍ້ “ການເສີມສ້າງອະນາຄົດທີ່ມີສຸຂະພາບດີ” ໄດ້ຈັດຂຶ້ນໃນວັນທີ 22 ເມສານີ້ ທີ່ນະຄອນຫຼວງວຽງຈັນໂດຍເປັນກຽດເຂົ້າຮ່ວມພິທີເປີດກອງປະຊຸມ ໂດຍສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງຣາຊະອານາຈັກໄທ,
ສະຫຼຸບຜົນທົດລອງການນໍາໃຊ້ປຸ໋ຍ ກາຫົວຄວາຍ ທີ່ບ້ານໂພນທັນ

ສະຫຼຸບຜົນທົດລອງການນໍາໃຊ້ປຸ໋ຍ ກາຫົວຄວາຍ ທີ່ບ້ານໂພນທັນ

ສະຫຼຸບຜົນທົດລອງການນໍາໃຊ້ ຝຸ່ນວິທະຍາສາດ ກາຫົວຄວາຍ (ປຸ໋ຍກາຫົວຄວາຍ) ຂອງບໍລິສັດ ຫຸ້ນສ່ວນ ປຸ໋ຍບິງດ່ຽນ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 21 ເມສາຜ່ານມາ ທີ່ທົ່ງນາຕົວແບບທົດລອງປຸ໋ຍ ກາຫົວຄວາຍບ້ານ ໂພນທັນ ເມືອງໄຊພູທອງທອງ ແຂວງສະຫວັນນະເຂດ
ງານວາງສະແດງຮູບພາບ ສະຫຼອງວັນປົດປ່ອຍພາກໃຕ້  ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ງານວາງສະແດງຮູບພາບ ສະຫຼອງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ເປີດງານວາງສະແດງຮູບພາບສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ຂຶ້ນໃນວັນທີ 22 ເມສານີ້
ສະຫະພັນແມ່ຍິງ ແຂວງຫຼວງນ້ຳທາ ແລະ ແຂວງເຊີນລາ ພົບປະແລກປ່ຽນບົດຮຽນຮ່ວມກັນ

ສະຫະພັນແມ່ຍິງ ແຂວງຫຼວງນ້ຳທາ ແລະ ແຂວງເຊີນລາ ພົບປະແລກປ່ຽນບົດຮຽນຮ່ວມກັນ

ວັນທີ 22 ເມສານີ້, ຄະນະຜູ້ແທນສະຫະພັນແມ່ຍິງ ແຂວງເຊີນລາ ແຫ່ງ ສສ ຫວຽດນາມ ນຳໂດຍທ່ານ ນາງ ບຸ້ຍ ແທງ ທຸ້ຍ ຄະນະບໍລະຫານງານພັກແຂວງ ປະທານສະຫະພັນແມ່ຍິງແຂວງເຊີນລາ ພ້ອມຄະນະ ໄດ້ເດີນທາງ ຢ້ຽມຢາມ ແລະ ພົບປະກັບ ສະຫະພັນແມ່ຍີງແຂວງຫຼວງນ້ຳທາ ສປປ ລາວ
ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,
ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ແລະນາມສະກຸນ: ເລືອງເກື່ອງ. -ວັນເດືອນປີເກີດ: 15/8/1957 - ບ້ານເກີດ: ບ້ານຢືວເລົານະຄອນຫວຽດຈີ໋ແຂວງຟູເຖາະ. - ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ເພີ່ມເຕີມ