ພ້ອມດຽວກັນນີ້, ພະນະທ່ານສອນໄຊ ສີພັນດອນ, ຍັງມີແຜນທີ່ຈະພົບປະກັບ ການນໍາຂັ້ນສູງ ແລະ ຂະແໜງການກ່ຽວຂ້ອງຂອງຍີ່ປຸ່ນ ຈໍານວນໜຶ່ງ ພ້ອມທັງຈະໃຫ້ກຽດເປັນປະທານໃນງານພົບປະແລກປ່ຽນ ລະຫວ່າງ ວິສາຫະກິດຂອງລາວ ແລະ ຍີ່ປຸ່ນ ໃນລະຫວ່າງວັນທີ10-11 ມິຖຸນາ 2026.
ສານຊົມເຊີຍ
ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ຄໍາເຫັນ