![]() |
ໃນການພົບປະໂອ້ລົມ, ທ່ານ Peter Pellegrini ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຄໍາແພງ ດວງທອງລາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສະໂລວາກີ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ, ພ້ອມທັງອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ອັນມີກຽດ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ເເລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ເເຫ່ງ ສປປ ລາວ ມາຍັງ ທ່ານ Peter Pellegrini ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນສະໂລວາກີທຸກທົ່ວໜ້າ.
ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ທີ່ມີມາຢ່າງຍາວນານ ລະຫວ່າງສອງປະເທດ ຊຶ່ງປີນີ້ ໄດ້ໝູນວຽນຄົບຮອບ 64 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ສະໂລວາກີ. ພ້ອມດຽວກັນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ໃນການເພີ່ມທະວີການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍເພື່ອການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.
![]() |
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະໂລວາກີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 5 ກັນຍາ 1962. ສອງປະເທດ ໄດ້ຕິດຕໍ່ພົວພັນກັນຢ່າງເປັນປະຈໍາ ໂດຍມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງຄະນະຜູ້ແທນຕ່າງໆ, ການສະໜັບສະໜູນຊຶ່ງກັນ ແລະ ກັນໃນຂອບຫຼາຍຝ່າຍ ແລະ ອື່ນໆ.
(ຂ່າວ: ກຕທ)


ຄໍາເຫັນ