ຝຣັ່ງສະຫນັບສະຫນູນ 5,5 ແສນໂດລາສົ່ງເສີມວຽກງານໂພຊະນາການຢູ່ພາກໃຕ້ຂອງລາວ

ຝຣັ່ງສະຫນັບສະຫນູນ 5,5 ແສນໂດລາສົ່ງເສີມວຽກງານໂພຊະນາການຢູ່ພາກໃຕ້ຂອງລາວ
ສະຖານທູດຝຣັ່ງ ປະຈຳ ສປປ ລາວ ປະກາດທຶນງົບປະມານ550.000 ໂດລາ ເພື່ອສະໜັບສະໜູນເຂົ້າໃນຄວາມພະຍາຍາມຂອງລັດຖະບານ ເພື່ອຮັບປະກັນໃຫ້ປະຊາຊົນກວ່າ 10 ພັນຄົນໃນແຂວງສາລະວັນເຂົ້າເຖິງອາຫານພາຍໃຕ້ການຈັດຕັ້ງປະຕິບັດຜ່ານໂຄງການຂອງອົງການອາຫານໂລກ ປະຈຳ ສປປ ລາວ(WFP).
ຂໍ້ມູນຈາກໂຄງການອາຫານໂລກປະຈຳ ສປປລາວໃຫ້ຮູ້ວ່າ: ໂຄງການນີ້ແມ່ນການສານຕໍ່ກິດຈະກຳດ້ານໂພຊະນາການທີ່ໄດ້ຈັດຕັ້ງປະຕິບັດກ່ອນໜ້ານີ້ແລ້ວ ໂດຍການຮ່ວມມືກັບປະເທດຝຣັ່ງ ແລະ ອົງການອາຫານໂລກ ທາງພາກໃຕ້ຂອງລາວ. ປະຊາຊົນຈໍານວນ 1.818 ຄອບຄົວ ໃນແຂວງສາລະວັນ ຈະໄດ້ຮັບເງິນຊ່ວຍເຫຼືອຈຳນວນໜຶ່ງ ເພື່ອຕອບສະໜອງຄວາມຕ້ອງການດ້ານສະບຽງອາຫານໃນທັນທີ ແລະ ສາມາດນຳໄປລົງທຶນເຂົ້າໃນວຽກງານສົ່ງເສີມຊີວິດການເປັນຢູ່ ເຊັ່ນ: ການເຮັດສວນຄົວ ແລະ ການລ້ຽງສັດນ້ອຍເພື່ອເປັນອາຫານ. ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແມ່ນຈະສືບຕໍ່ໃຫ້ຄຳແນະນຳທາງດ້ານເຕັກນິກການປູກຝັງ ແລະ ການລ້ຽງສັດໃຫ້ແກ່ຄອບຄົວເຫຼົ່ານີ້. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ຮຽນຮູ້ກ່ຽວກັບການປະຕິບັດດ້ານໂພຊະນາການ ແລະວິທີການກະກຽມ ແລະ ປັບຕົວໃຫ້ເຂົ້າກັບເຫດການທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ເຫດການແບບກະທັນຫັນອື່ນໆ. ໂຄງການນີ້ແມ່ນຈະເນັ້ນໃສ່ການສະໜອງການຊ່ວຍເຫຼືອແກ່ແມ່ຍິງ ແລະ ເດັກນ້ອຍທີ່ມີຄວາມສ່ຽງແລະເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ເປັນຕົ້ນຕໍ, ການຄັດເລືອກຊຸມຊົນ ແມ່ນອີງໃສ່ລະດັບຄວາມທຸກຍາກສູງ, ຄະແນນການບໍລິໂພກອາຫານຕໍ່າ, ອັດຕາການຮູ້ໜັງສືຕໍ່າ ແລະຈໍານວນໄພພິບັດທີ່ເກີດຂຶ້ນ, ລວມເຖິງບັນດາປັດໃຈອື່ນໆນຳອີກ.
ຂໍ້ມູນຈາກອົງການອາຫານໂລກຍັງລະບຸວ່າ: ປະມານ43% ຂອງເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ຢູ່ໃນແຂວງສາລະວັນ ມີພາວະຂາດສານອາຫານ. ນີ້ໝາຍຄວາມວ່າເດັກນ້ອຍບໍ່ສາມາດບັນລຸ ສັກກະຍະພາບດ້ານຮ່າງກາຍແລະ ການຮຽນຮູ້ໄດ້ຢ່າງເຕັມທີ່ ຊຶ່ງມັນມີຜົນຕະຫຼອດຊີວິດຕໍ່ປະສິດທິພາບການເຮັດວຽກແລະສຸຂະພາບຂອງເຂົາເຈົ້າ. ອັດຕານ້ຳໜັກຕ່ຳເມື່ອທຽບກັບລວງສູງຂອງເດັກໃນກຸ່ມອາຍຸດຽວກັນຍັງສູງກວ່າຄ່າສະເລ່ຍແຫ່ງຊາດທີ່ 12.5%. ສິ່ງດັ່ງກ່າວນີ້ລ້ວນແລ້ວແຕ່ແມ່ນໄພພິບັດທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າດິນຟ້າອາກາດເຊັ່ນ: ໄພນ້ຳຖ້ວມຕາມລະດູການ ແລະ ໄພແຫ້ງແລ້ງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນທີ່ອາໄສໃນພື້ນທີ່ທີ່ມີຄວາມສ່ຽງທີ່ສຸດໃນແຂວງ. ນອກນີ້, ໃນປັດຈຸບັນປະຊາຊົນໃນເຂດທຸກຍາກທີ່ສຸດຂອງແຂວງສາລາວັນ ກຳລັງປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ, ຍ້ອນຄວາມຫຍຸ້ງຍາກດ້ານເສດຖະກິດມະຫາພາກ. 
ທ່ານ ຊີບແລງ ຊັວເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກ່າວວ່າ “ນັບແຕ່ປີ 2019 ເປັນຕົ້ນມາ, ປະເທດຝຣັ່ງໄດ້ດຳເນີນໂຄງການຊ່ວຍເຫຼືອດ້ານສະບຽງອາຫານເພື່ອຕອບສະໜອງຄວາມຕ້ອງການຂອງ ສປປ ລາວ. ໂຄງການໃໝ່ຂອງພວກເຮົາໃນປີ 2023ນີ້ແມ່ນມີເປົ້າໝາຍເນັ້ນໃສ່ ເຂດຊົນນະບົດເຂດຫ່າງໄກສອກຫຼີກໃນເຂດພາກໃຕ້ຂອງ ສປປ ລາວ”.
ທ່ານ ມາກ ອານເດຣ ໂປຣສ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວກ່າວວ່າ: “ວິກິດການທາງດ້ານເສດຖະກິດໃນປັດຈຸບັນ ເປັນໄພຂົ່ມຂູ່ໃນການທີ່ຈະທຳລາຍເປົ້າໝາຍຕ່າງໆ ທີ່ ສປປ ລາວ ເຮັດໄດ້ໃນສອງທົດສະວັດທີ່ຜ່ານມາ ໂດຍສະເພາະແມ່ນ ກ່ຽວກັບຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການປັບປຸງໂພຊະນາການ”.
ຂ່າວ: ອົງການອາຫານໂລກ

ຄໍາເຫັນ

ຂ່າວການຮ່ວມມື

ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ

ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ

ເພື່ອເປັນການປະກອບສ່ວນຮ່ວມໃຈບັນເທົາທຸກ ມອບນໍ້າໃຈໃຫ້ຜູ້ປະສົບໄພ, ໃນວັນທີ 14 ກັນຍາ 2026, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີ ມອບ-ຮັບ ເຂົ້າສານ ຈຳນວນ 300 ໂຕນລວມມູນຄ່າ 248,017 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອສົ່ງຕໍ່ຄວາມຫ່ວງໃຍ ແລະ ໃຫ້ການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນ້ຳຖ້ວມ ຢູ່ 2 ແຂວງພາກໃຕ້ ຄື: ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.
ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ໃນວັນທີ 11ກັນຍາ 2026 ທີ່ຫ້ອງປະຊຸມກອງບັນຊາ ການ ປກສ ແຂວງກວາງງາຍ ສສ ຫວຽດນາມ ໄດ້ຈັດພິທີ ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ປະຈຳປີ 2026 ຄັ້ງ ທີ່ l ລະຫວ່າງກອງບັນຊາການ ປກສ ແຂວງກວ່າງງາຍ ແຫ່ງ ສສ ຫວຽດນາມ ກັບກອງບັນຊາການ ປກສ ແຂວງອັດຕະປື, ຈຳປາສັກ ແລະ ກອງບັນຊາການ ປກສ ແຂວງເຊກອງ ແຫ່ງ ສປປ ລາວ,
ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ອີງຕາມກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ສະບັບເລກທີ 88/ສພຊ, ລົງວັນທີ 12 ພະຈິກ 2020; ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນຊາດຈີນ ຈໍານວນ 98 ຄົນ ຍິງ 6 ຄົນ ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ນຳຕົວໄປດຳເນີນຄະດີ.
ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ເພີ່ມເຕີມ