ໃນໂອກາດກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ສປປ ລາວໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຮ່ວມສຳມະນາແລກປ່ຽນບົດຮຽນກ່ຽວກັບວຽກງານການຄວບຄຸມຢາສູບຮ່ວມກັບມູນນິທິ ເພື່ອສັງຄົມອາຊຽນປອດຢາສູບ ແລະ ມູນນິທິລົນນະລົງເພື່ອການບໍ່ສູບຢາ ໃນລະຫວ່າງວັນທີ 19-20 ທັນວານີ້, ທີ່ແຂວງອຸດອນທານີ ປະເທດໄທ. ໃນວັນທີ 19 ທັນວາຜ່ານມາ, ທີ່ຫ້ອງວ່າ
ການແຂວງດັ່ງກ່າວຄະນະສື່ມວນຊົນລາວນຳໂດຍ ທ່ານ ນາງ ຄັດທະນະພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ສປປ ລາວ ໄດ້ເຂົ້າພົບປະ ທ່ານສະລັນສັກ ສີເຄືອເນດ ຮອງເຈົ້າແຂວງ ອຸດອນທານີ ປະເທດໄທ ແລະ ຜູ້ບໍລິຫານງານຂັ້ນແຂວງດັ່ງກ່າວເພື່ອແລກປ່ຽນບົດຮຽນວຽກງານການຄວບຄຸມຢາສູບ.
ໃນໂອກາດນີ້, ຄະນະສື່ມວນຊົນລາວໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ພ້ອມໄດ້ຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການຄວບຄຸມຢາສູບຂອງແຂວງອຸດອນທານີ, ໄດ້ມີການສົນທະນາຮ່ວມກັນ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນເປັນຕົ້ນ ມາດຕະການການຄວບຄຸມຜະລິດຕະພັນຢາສູບ, ການແຜ່ລະບາດຂອງຢາສູບໄຟຟ້າໃນປັດຈຸບັນ, ການປະຕິບັດວຽກງານຄວບຄຸມຢາສູບຢູ່ພາຍໃນແຂວງ ແລະ ເມືອງ, ການປ້ອງກັນເຍົາວະຊົນຈາກຢາສູບ, ການເຄື່ອນໄຫວວຽກງານຂອງຄະນະກຳມະການຄວບຄຸມຢາສູບ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຄວບຄຸມຢາສູບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານສະລັນສັກ ສີເຄືອເນດ ລາຍງານວ່າ: ແຂວງອຸດອນທານີໄດ້ກວດພົບຜູ້ບໍລິໂພກຢາສູບທີ່ມີອາຍຸ 15 ປີ ຂຶ້ນໄປມີ25%, ເປັນອັນດັບ 7 ຂອງປະເທດ, ໃນປີ 2021 ພົບວ່າມີ 19,6%ແມ່ນອັດຕາການສູບຢາໃນກຸ່ມຄົນອາຍຸ 15–19 ປີ.ໃນນັ້ນ,13,7%ແມ່ນກຸ່ມຄົນເລີ່ມສູບຢາຄັ້ງທຳອິດ, ທີ່ຮ້າຍແຮງກ່ວານັ້ນຍັງພົບເດັກເກນອາຍຸນ້ອຍທີ່ສຸດເລີ່ມສູບຢາແຕ່10 ປີ. ຕໍ່ກັບບັນຫາດັ່ງກ່າວທາງແຂວງອຸດອນທານີໄດ້ປະຕິບັດມາດຕະການ ແລະ ກົນໄກການດໍາເນີນການຄວບຄຸມຜະລິດຕະພັນຢາສູບຂັ້ນແຂວງຢ່າງເຂັ້ມງວດ ໂດຍສະເພາະສະໜັບສະໜູນການເຄື່ອນໄຫວຂອງຂົງເຂດການສຶກສາປອດຄວັນຢາສູບ, ປູກຈິດສຳນຶກຄວາມອັນຕະລາຍຂອງຢາສູບ ແລະ ຮູ້ຍຸດທະສາດດ້ານການຕະຫຼາດ ທັງຕ້ານຜູ້ສູບຢາໃໝ່, ສ້າງສະພາບແວດລ້ອມປອດຄວັນຢາສູບ ພ້ອມຕິດຕາມ ແລະ ບັງຄັບໃຊ້ກົດໝາຍ; ພັດທະນາລະບົບການເຂົ້າເຖິງການບໍລິການ ແລະ ຊ່ວຍເຫຼືອຜູ້ສູບຢາ ໃຫ້ຫັນມາເຊົາສູບຢາ, ພັດທະນາມາດຕະການຂອງຊຸມຊົນ ແລະ ຄວບຄຸມການບໍລິໂພກຢາສູບ ໄດ້ເຮັດໃຫ້ອັດຕາການສູບຢາພາຍໃນແຂວງອຸດອນທານີເລີ່ມຫຼຸດລົງຕາມລຳດັບໃນແຕ່ລະປີ.(ຂ່າວ-ພາບ: ວັນເພັງ)
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ
ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ຄໍາເຫັນ