ໂຮງຮຽນ ມສ ຊຽງຫຼວງ ໄດ້ຮັບເຄື່ອງຊ່ວຍເຫຼືອມູນຄ່າ 36 ລ້ານກວ່າກີບ

ໂຮງຮຽນ ມສ ຊຽງຫຼວງ ໄດ້ຮັບເຄື່ອງຊ່ວຍເຫຼືອມູນຄ່າ 36 ລ້ານກວ່າກີບ
ໃນວັນທີ 10 ເມສານຜ່ານມານີ້, ທ່ານ ຊຸນເລີຍ ຮອງປະທານບໍລິສັດ ເອັນວິຊັນ ເອັນເນີຈີລາວ ຈຳກັດ ພ້ອມຄະນະ ໄດ້ນໍາເອົາເຄື່ອງບໍລິໂພກ-ອຸປະໂພກ ລວມມູນຄ່າທັງໝົດ 36 ລ້ານກວ່າກີບ ມອບໃຫ້ໃຫ້ໂຮງຮຽນ ມສ ຊຽງຫຼວງ ເມືອງດາກຈຶງ ແຂວງເຊກອງ ໂດຍມີທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງທີ່ນໍາມາມອບຄັ້ງນີ້, ປະກອບມີເຂົ້າສານ 20 ຖົງ, ນໍ້າມັນພືດ 20 ຕຸກ, ບານເຕະ 10 ໜ່ວຍ, ບານສົ່ງ 5 ໜ່ວຍ, ກະຕໍ້ 5 ໜ່ວຍ, ຊຸດກິລາ 60 ຊຸດ, ປື້ມຂຽນ 320 ຫົວ, ບິກຂຽນ 300 ກ້ານ, ກະເປົ໋າເປ້ 12 ໜ່ວຍ ແລະ ເຂົ້າໜົມ.
ໂອກາດນີ້, ທ່ານເຈົ້າເມືອງດາກຈຶງ ໄດ້ສະແດງຄວາມຂອບໃຈທ່ານຮອງປະທານບໍລິສັດ ເອັນວິຊັນ ເອັນເນີຈີ ລາວ ຈຳກັດ ພ້ອມຄະນະ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາ ພາຍໃນເມືອງດາກຈຶງ ໂດຍສະເພາະແມ່ນໂຮງຮຽນ ມສ ຊຽງຫຼວງໃຫ້ນັບມື້ດີຂຶ້ນເປັນກ້າວໆ. ສະນັ້ນ, ເຄື່ອງທີ່ທາງໂຮງຮຽນໄດ້ຮັບໃນມື້ນີ້ ແມ່ນຈະໄດ້ນໍາໃຊ້ເຂົ້າໃນການຮຽນ-ການສອນໃຫ້ເກີດປະໂຫຍດ ແລະ ນໍາໃຊ້ໄດ້ຍາວນານ.
(ຂ່າວ-ພາບ: ສີສັກດາ ບຸນໄຊຄຳ)

ຄໍາເຫັນ

ຂ່າວສືກສາ-ກິລາ

ນັກສຶກສາ 15 ຄົນ ຮ່ວມແຂ່ງຂັນເວົ້າພາສາຈີນສຳລັບພາກເໜືອຂອງລາວ ຄັ້ງທີ I

ນັກສຶກສາ 15 ຄົນ ຮ່ວມແຂ່ງຂັນເວົ້າພາສາຈີນສຳລັບພາກເໜືອຂອງລາວ ຄັ້ງທີ I

ວັນທີ 7 ກັນຍາ 2026 ນີ້, ມະຫາວິທະຍາໄລສຸພານຸວົງ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລ ພູເອີ ສປ ຈີນ ໄດ້ຈັດການແຂ່ງຂັນເວົ້າພາສາຈີນ ສຳລັບພາກເໜືອຂອງລາວ ຄັ້ງທີ I ປະຈຳປີ 2026, ໂດຍມີ ທ່ານ ນາງ ວຽງວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ວິລະ ອາໂນລັກ ຜູ້ອຳນວຍການ ມະຫາວິທະຍາໄລສຸພານຸວົງ; ທ່ານ ນາງ ຈ່າງ ເຮີ້ຈູນ ຮັກສາການກົງສຸນໃຫຍ່ ສປ ຈີນ ປະຈຳພາກເໜືອ ທີ່ແຂວງຫຼວງພະບາງ; ພ້ອມດ້ວຍຜູ້ຕາງໜ້າຈາກມະຫາວິທະຍາໄລພູເອີ ສປ ຈີນ, ຄະນະກຳມະການຈັດການແຂ່ງຂັນ, ແຂກຮັບເຊີນ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ໃນວັນທີ 4 ກັນຍາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ບ້ານສົບແວກເມືອງແອດແຂວງຫົວພັນ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ຫຼັງໃໝ່ ຢ່າງເປັນທາງການ ຫຼັງຈາກການກໍ່ສ້າງສຳເລັດ 100%, ໂດຍມີ ​ທ່ານ ວົງໄຊ ຍະສິງທອນກຳມະການພັກແຂວງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ​ທ່ານ ນາງ ມະນີວອນ ສອນມະນີ, ຮອງເລຂາພັກ ເມືອງແອດ. ​ພ້ອມນີ້ຍັງມີຄະນະຮັບຜິດຊອບກວດກາ ແລະ ຄຸ້ມຄອງໂຄງການຂັ້ນແຂວງຂັ້ນເມືອງອຳນາດການປົກຄອງທ້ອງຖິ່ນ 4 ບ້ານ ເຂດຕາແສງເມືອງຊືມ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ວັນທີ 4 ກັນຍາ 2026, ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ຈັດພິທີສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ ຕິດພັນກັບ 3 ຂໍ້ແຂ່ງຂັນ” ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດ ຮ່ວມກັບ ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ109 ຄົນ (ຍິງ 54 ຄົນ) ໃນ 3 ແຂວງຄື: ອຸດົມໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພາຍໃຕ້ໂຄງການ "Bridge Laos Project" ໄລຍະທີII ໂດຍໄດ້ຮັບການສະໜັບສະໜູນຈາກວົງນັກຮ້ອງຊາຍເຊເວັນທີນ (Seventeen) ຈາກປະເທດ ສ ເກົາຫຼີ ໃນໂອກາດສະເຫຼີມສະຫຼອງຄົບຮອບ 11 ປີ ຂອງວົງດັ່ງກ່າວ.
ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ໃນວັນທີ 31 ສິງຫາ 2026 ຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບວມຟາດ ຢ່າງເປັນທາງການ ໂດຍມີ ທ່ານ ວົງໄຊ ຍະສິງທອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ແລະ ທ່ານ ສະຫຼັກໃຈ ກຸມມະນີຄໍາຊ້ອຍ ຮອງຄະນະກໍາມະການປົກຄອງເມືອງຊ່ອນ, ພ້ອມດ້ວຍຄະນະກຳມະການຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ, ນັກຮຽນ ແລະ ຕົວແທນຈາກບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
ໂຮງຮຽນປະຖົມບ້ານນໍ້າເຕົ່າ ໄດ້ຮັບສັງກະສີ 360 ກວ່າແຜ່ນ

ໂຮງຮຽນປະຖົມບ້ານນໍ້າເຕົ່າ ໄດ້ຮັບສັງກະສີ 360 ກວ່າແຜ່ນ

ໃນວັນທີ 31 ສິງຫາ 2026 ນີ້, ຢູ່ທີ່ຫໍປະຊຸມບ້ານນໍ້າເຕົ່າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບສັງກະສີ ເພື່ອສ້ອມແປງຫຼັງຄາໂຮງຮຽນປະຖົມບ້ານນໍ້າເຕົ່າ ທີ່ສະພາບຊຸດໂຊມ. ມອບໂດຍ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີຄະນະກຳມະການປົກຄອງຕາແສງປາກແຄມ, ຕາງໜ້າຫ້ອງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານນໍ້າເຕົ່າ ພ້ອມດ້ວຍຄູ-ອາຈານ ເຂົ້າຮ່ວມ.
ຄະນະໂຄສະນາອົມຮົມ ນວ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົມຮົມ ນວ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ) ສ້າງຂະ ບວນການແຂ່ງຂັນກິລາເຕະບານ ມິດຕະພາບ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ຂອງພັກ ຂຶ້ນໃນວັນທີ 29 ສິງຫາ 2026 ຢູ່ເດີ່ນບານເຕະຫຍ້າທຽມ ເບສະ ຫວັນ ບ້ານຄໍາສະຫວາດ ເມືອງໄຊເສດຖາ ນວ ໂດຍມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ ,ທ່ານ ທະນົງໄຊ ຄຸດໄພທູນ ຮອງປະທານສະພາປະຊາຊົນ ນວ ,ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ ນວ ມີບັນດາທ່ານຄະນະພັກ ຄະນະນຳ ຂັ້ນສູນກາງ ນວ ຕາງໜ້າບໍລິສັດ ເບຍລາວ ຈໍາກັດ ວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດແວລາວ ພ້ອມດ້ວຍບັນດານັກກີລາ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ສ​ສກໄດ້ອອກຟາຍສຽງບົດເລື່ອງທີ່ມີພາບປະກອບເພື່ອສົ່ງເສີມການຮຽນຮູ້ຂອງນັກຮຽນ

ສ​ສກໄດ້ອອກຟາຍສຽງບົດເລື່ອງທີ່ມີພາບປະກອບເພື່ອສົ່ງເສີມການຮຽນຮູ້ຂອງນັກຮຽນ

ກະຊວງສຶກສາທິການແລະກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານການປັບປຸງຄຸນນະພາບແລະຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນສປປລາວ (ແຜນງານບີຄວາ), ໄດ້ອອກຟາຍສຽງບົດເລື່ອງປະກອບພາບໃໝ່ມີທັງໝົດ 50 ເລື່ອງເພື່ອສົ່ງເສີມການຮຽນການສອນບົດຮຽນຝຶກເວົ້າພາສາລາວຊັ້ນປະຖົມປິທີ 1 ທົ່ວປະເທດ. ເນື່ອງຈາກປະມານ 40% ຂອງນັກຮຽນຊັ້ນປະຖົມປີທີ 1 ຍັງບໍ່ໝັ້ນໃຈໃນການເວົ້າພາສາລາວເມື່ອເລີ່ມເຂົ້າໂຮງຮຽນ, ວິທີການນຳໃຊ້ສື່ການຮຽນ-ການສອນຝຶກເວົ້າພາສາລາວຊ່ວຍໃຫ້ເຂົາເຈົ້າມີທັກສະການເວົ້າແລະການຟັງທີ່ຈຳເປັນສຳລັບການຮຽນຮູ້.
ເອເດັ້ນ ຄວ້າແຊັມດອກປີກໄກ່ ດ່ຽວຊາຍ ຢູ-13 ຊີງແຊັມທົ່ວປະເທດໄທ

ເອເດັ້ນ ຄວ້າແຊັມດອກປີກໄກ່ ດ່ຽວຊາຍ ຢູ-13 ຊີງແຊັມທົ່ວປະເທດໄທ

ທ້າວ ບຸນທະວີ ໄຊຍະລາດ ຫຼື ເອເດັ້ນ ນັກກິລາເຍົາວະຊົນມືອັນດັບຕົ້ນຂອງປະເທດລາວ ໃນຮຸ່ນອາຍຸບໍ່ເກີນ 13 ປີ ໄດ້ເຂົ້າຮ່ວມແຂ່ງຂັນກິລາດອກປີກໄກ່ ລາຍການ Jorakay Junior Badminton Championship 2026 ຊຶ່ງເປັນການລາຍການໃຫຍ່ທີ່ສຸດ ຂອງປະເທດໄທ ຈັດຂຶ້ນ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ລະຫວ່າງວັນທີ 28 ສິງຫາ-1 ກັນຍາ 2026
ເມືອງທຸລະຄົມ ເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027

ເມືອງທຸລະຄົມ ເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027

ຫ້ອງການສຶກສາທິການ ແລະ ກິລາເມືອງທຸລະຄົມ ແຂວງວຽງຈັນ ຈັດພິທີເປີດສົກຮຽນໃໝ່ ປະຈຳສົກ ຮຽນ 2026-2027 ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງຮຽນມັດທະຍົມສົມບູນຖິ່ນຄໍາ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ຮອງປະທານຄະນະກຳມະການປົກຄອງຕາແສງຕານປ່ຽວ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ