![]() |
ໃນໂອກາດນີ້, ນາງ ພອນວັນ ອຸທະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈຕໍ່ ທ່ານ ນາງ ຟາງຫົງ ພ້ອມດ້ວນຄະນະ ທີ່ໄດ້ມາຢ້ຽມຢາມອວຍພອນ ເນື່ອງໃນໂອກາດທີ່ໄດ້ມາດຳລົງຕໍາແໜ່ງໃໝ່ອັນຊົງກຽດ, ພ້ອມທັງໄດ້ແລກປ່ຽນສະພາບການລົງທຶນ ຂອງ ນັກທຸລະກິດ ສປ ຈີນ ທີ່ມາລົງທຶນຢູ່ ສປປ ລາວ. ນອກນີ້, ຍັງໄດ້ລາຍງານ ກ່ຽວກັບການຮ່ວມມື ກັບພາກສ່ວນກ່ຽວຂ້ອງ ຂອງ ສປ ຈີນ ໂດຍສະເພາະ ໄດ້ມີການແລກປ່ຽນຢ້ຽມຢາມລະຫວ່າງການນໍາຂັ້ນສູງ; ແລກປ່ຽນບົດຮຽນຢ່າງເປັນປົກກະຕິ ແລະ ມີການສະໜັບສະໜູນຊຶ່ງກັນ ແລະ ກັນ.
ໃນການເຂົ້າຢ້ຽມພົບປະຄັ້ງນີ້, ທ່ານທູດໄດ້ສະແດງຄວາມຍິນດີຕໍ່ ທ່ານຮອງລັດຖະມົນຕີພ້ອມທັງຢືນຢືນສະໜັບສະໜູນ ການສ້າງເສດຖະກິດເອກະລາດເປັນເຈົ້າຕົ້ນເອງ, ການປັບສະພາບແວດລ້ອມການລົງທຶນ ຂອງຝ່າຍລາວ ເພື່ອສົ່ງເສີມໃຫ້ທຸລະກິດທີ່ມີທ່າແຮງເຂົ້າມາລົງທຶນ, ສືບຕໍ່ດຶງດູດຊຸກຍູ້ນັກທຸລະກິດຈີນ ທີ່ມີທ່າແຮງເຂົ້າມາລົງທຶນໃຫ້ຫຼາກຫຼາຍ, ຊຸກຍູ້ການລົງທຶນ ສປ ຈີນ ທີ່ດຳເນີນທຸລະກິດ ຢູ່ ສປປ ລາວ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ຄູ່ຮ່ວມຊາຕາກຳ ລາວ-ຈີນ.
ພ້ອມນີ້, ທ່ານຮອງລັດຖະມົນຕີ ໄດ້ຕີລະຄາສູງຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ຊຶ່ງເປັນການຮ່ວມມືແບບຍຸດທະສາດ, ທີ່ມີມູນເຊື້ອສາຍພົວພັນມິດຕະພາບອັນແໜ້ນແກ່ນມາແຕ່ຍາວນານ. ຫວັງຢ່າງຍິ່ງວ່າ ສະຖານທູດກໍຄື ລັດຖະບານ ສປ ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ກໍຄືຊ່ວຍຊຸກຍູ້ວຽກງານໂຄສະນາດຶງດູດການລົງທຶນ ໃນຕໍ່ໜ້າ.
(ແຫຼງຂ່່າວ ຄລທ, ຂ່າວ: ຕຸໄລເພັດ)

ຄໍາເຫັນ