![]() |
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ພ້ອມທັງຂອບໃຈຕໍ່ອົງການອຸຍນີເຊບທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດໄລຍະຫຼາຍປີຜ່ານມາ ໂດຍສະເພາະວຽກງານທີ່ຕິດພັນກັບແມ່ ແລະ ເດັກ.
ອົງການອຸຍນີເຊບ ເປັນໜຶ່ງໃນອົງການເຄືອຂ່າຍຂອງ ສປຊ ຊຶ່ງໄດ້ຖືກສ້າງຕັ້ງຂຶ້ນໃນປີ 1946, ອົງການດັ່ງກ່າວແມ່ນໃຫ້ຄວາມສໍາຄັນໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກນ້ອຍໃນທົ່ວໂລກ. ນັບແຕ່ປີ 1950, ໄດ້ເລີ່ມເຂົ້າມາຊ່ວຍເຫຼືອ ສປປ ລາວ, ໄດ້ສ້າງຕັ້ງຫ້ອງການຜູ້ຕາງໜ້າ ເພື່ອເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນປີ 1973; ອົງການອຸຍນີເຊັບ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍຂົງເຂດເປັນຕົ້ນແມ່ນຊ່ວຍສະໜັບສະໜູນໃນວຽກງານການພັດທະນາທີ່ຕິດພັນກັບແມ່ ແລະ ເດັກ ເຊັ່ນ: ການສຶກສາ, ສາທາລະນະສຸກ, ໂພຊະນາການ, ການປົກປ້ອງເດັກ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມທີ່ກະທົບຕໍ່ເດັກ. ປັດຈຸບັນ, ສປປ ລາວ ແລະ ອົງການອຸຍນີເຊັບ ກໍາລັງຈັດຕັ້ງປະຕິບັດ ແຜນງານການຮ່ວມມື (Country Programme Document) ໄລຍະປີ 2022-2026ຄາດຄະເນງົບປະມານທີ່ນໍາໃຊ້ເຂົ້າໃນແຜນງານດັ່ງກ່າວແມ່ນປະມານ100 ລ້ານໂດລາ.
ພ້ອມດຽວກັນນີ້, ສປປ ລາວ ກໍໄດ້ປະຕິບັດໜ້າທີ່ເປັນສະມາຊິກໃນສະພາບໍລິຫານຂອງອົງການອຸຍນີເຊັບ ສົກປີ 2025-2027 ຊຶ່ງ ສປປ ລາວ ເຄີຍເປັນສະມາຊິກມາກ່ອນໃນປີ 2001-2003. ສະພາບໍລິຫານດັ່ງກ່າວ, ມີບົດບາດໃນການອະນຸມັດ, ຕິດຕາມ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດບັນດາແຜນງານຂອງອົງການອຸຍນີເຊັບ ໃນທົ່ວໂລກ, ມີສະມາຊິກ 36 ປະເທດ, ເລືອກຕັ້ງທຸກໆ 3 ປີ. ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ, ສປປ ລາວ ກໍໄດ້ປະຕິບັດໜ້າທີ່ຂອງຕົນໃນສະພາບໍລິຫານຂອງອົງການອຸຍນີເຊັບ ຕາມພາລະບົດບາດ ແລະ ຄວາມສາມາດຂອງຕົນ.
ນອກຈາກນີ້, ທັງສອງຝ່າຍກໍໄດ້ປຶກສາຫາລືກັນຫຼາຍບັນຫາ ເປັນຕົ້ນແມ່ນການກະກຽມໃຫ້ແກ່ການພົບປະຂັ້ນສູງລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊັບ ໃນທ້າຍເດືອນຕຸລາ 2025 ນີ້ ແລະ ບັນຫາການລະດົມທຶນເພື່ອມາຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊັບ. ໃນຕອນທ້າຍ, ທັງສອງຝ່າຍກໍໄດ້ໃຫ້ຄໍາໝາຍໝັ້ນ ໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊຶ່ງກັນ ແລະ ກັນໃນຕໍ່ໜ້າ.
(ຂ່າວ-ພາບ: ກະຊວງການຕ່າງປະເທດ)
ຄໍາເຫັນ