ຮອງລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳແຂວງຈຳປາສັກຄົນໃໝ່

ຮອງລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳແຂວງຈຳປາສັກຄົນໃໝ່

ຮອງລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳແຂວງຈຳປາສັກຄົນໃໝ່
ໃນຕອນເຊົ້າຂອງວັນທີ 8 ເມສານີ້, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສັນຍາບັດແຕ່ງຕັ້ງຂອງ ທ່ານ ດາວ ບຸດມຸນີ,ກົງສຸນໃຫຍ່ ແຫ່ງ ລາຊະອານາຈັກກຳປູເຈຍ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ
ຮອງລມຕ ກະຊວງການຕາງປະເທດ ຮບການຍນສນຍາບດແຕງຕງຈາກກງສນໃຫຍ ກຳປເຈຍ ປະຈຳແຂວງຈຳປາສກຄນໃໝ - image 1
 

 

ໂອກາດນີ້,ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ດາວ ບຸດມຸນີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນກົງສຸນໃຫຍ່ ແຫ່ງ ລາຊະອານາຈັກກຳປູເຈຍ ຄົນໃໝ່ ປະຈໍາ 4ແຂວງພາກໃຕ້ຂອງ ລາວ ຄື: ແຂວງຈໍາປາສັກ,ສາລະວັນ,ອັດຕະປື ແລະ ແຂວງເຊກອງ ຊຶ່ງມີສໍານັກງານຕັ້ງຢູ່ ນະຄອນປາກເຊ, ແຂວງຈໍາປາສັກ ພ້ອມທັງຕີລາຄາສູງ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງທ່ານກົງສຸນໃຫຍ່ຈະສາມາດປະກອບສ່ວນເຂົ້າໃນການພັດທະນາ 4 ແຂວງພາກໃຕ້ຂອງລາວ ກໍຄືຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 4 ແຂວງພາກໃຕ້ຂອງລາວ ກັບບັນດາແຂວງຂອງ ລາຊະອານາຈັກກໍາປູເຈຍ ທີ່ມີຊາຍແດນຕິດກັບ ສປປ ລາວ ເຊັ່ນ: ແຂວງຊຽງແຕງ, ຣັດຕະນະກີຣີ, ມົນດົນກີຣີ, ກຼໍແຈະ ແລະ ເພຼຍວິເຮຍ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.ພ້ອມດຽວກັນນັ້ນ, ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານພີ່ເມືອງນ້ອງ, ບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງ ຊຶ່ງມີຄວາມເຊື່ອໝັ້ນ, ໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ ບົນພື້ນຖານຄວາມສະເໝີພາບ, ຢູ່ຮ່ວມກັນໂດຍສັນຕິ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດເວລາພິເສດແມ່ນມີການຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ພ້ອມດຽວກັນນັ້ນກໍໄດ້ສະແດງຄວາມຊົມເຊີຍ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດທີ່ໄດ້ຈັດກອງປະຊຸມປະຈໍາປີຂອງຄະນະກໍາມະການຂັ້ນແຂວງ ວ່າດ້ວຍ ການຮ່ວມມືສອງຝ່າຍ ຊຶ່ງໄດ້ມີການຜັດປ່ຽນກັນເປັນເຈົ້າພາບ. ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ຂອບໃຈຕໍ່ການຊ່ວຍເຫຼືອ ຂອງພັກ, ລັດ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນລາວຕະຫຼອດໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານກົງສຸນໃຫຍ່ຈະສືບຕໍ່ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ ຄົນກຳປູເຈຍ ທີ່ກຳລັງດຳລົງຊີວິດ ແລະ ທຳມາຫາກິນ ຢູ່ ບັນດາ 4 ແຂວງພາກໃຕ້ຂອງລາວ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືຮັດແໜ້ນສາຍພົວພັນສອງຊາດ ລາວ-ກຳປູເຈຍ.

ໃນໂອກາດດຽວກັນນີ້,ທ່ານ ດາວ ບຸດມຸນີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທ້ອງຖິ່ນຂອງ ສປປ ລາວພ້ອມທັງຈະຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 4 ແຂວງພາກໃຕ້ຂອງລາວ ກັບບັນດາແຂວງຂອງ ລາຊະອານາຈັກກຳປູເຈຍ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກຳປູເຈຍ-ລາວ.

ຄໍາເຫັນ

ຂ່າວການຮ່ວມມື

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ອວຍພອນວັນວັນຊາດ ສສຫວຽດນາມ ຄົບຮອບ81ປີ( 2ກັນຍາ1945-2ກັນຍາ2026) ໃນ​ວັນ​ທີ 3 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຊຽງ​ຂວາງ ໂດຍມີຄະນະຄຸ້ມຄອງຊາວຫວຽດນາມ, ກອງຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ ໃນພາລະກິດຕ້ານຈັກກະພັດຜູ້ຮຸກຮານ, ບໍລິສັດໂກເອໂກ, ກອງກໍ່ສ້າງກ່າ(ກອງກ່າ), ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຄະນະບໍລິສັດລາວຈັງໂກ ວີນາມີ້ວ.
ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ  ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ຫວ່າງບໍ່ດົນມານີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ຂອນແກ່ນ ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເມື່ຶອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ນະຄອນຫຼວງ Riga ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ Edgars Rinkevics ປະທານາທິບໍດີແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມຢູ່ບາງກອກປະເທດໄທ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນເຈົ້າພາບຂອງກະຊວງແຮງງານແຫ່ງປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ​ຈໍາປາສັກພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ MICE ໃນຍຸກໃໝ່: ຍືນຍົງ - ເຊື່ອມໂຍງ - ໂອກາດ” ຈັດຂຶ້ນໃນລະຫວ່າງວັນທີ 27 - 29 ສິງຫາ 2026 ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ.
ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ວັນທີ 3 ກັນຍາ ນີ້, ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຢ້ຽມຊົມ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (China Southern Power Grid) ເພື່ອຮັບຮູ້ເຖິງການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ນະວັດຕະກຳໃນວຽກງານພະລັງງານ-ໄຟຟ້າ.
ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນວັນທີ 2 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ.
ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫໍສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື.ພິທີໄດ້ຈັດຂຶ້ນ ໃນ​ວັນທີ​ 31​ ສິງຫາ​ 2026​ ທີ່ໂຮງຮຽນດັ່ງກ່າວ,​ ໂດຍການເຂົ້າຮ່ວມຂອງທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດ​ນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມດ້ວຍຜູ້ແທນ, ນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການສົ່ງເສີມການຄ້າ ແລະ ການລົງທຶນເກົາຫຼີ (KOTRA) ໄດ້ເຕົ້າໂຮມບັນດາບໍລິສັດ ສ ເກົາຫຼີ, ອົງການພາກລັດຂອງລາວ, ອົງການສາກົນ ແລະ ບັນດາທຸລະກິດພາຍໃນປະເທດ ເຂົ້າຮ່ວມງານ “the 2nd Korea–Laos Net-Zero Partnership 2026”ຈັດຂຶ້ນໃນວັນທີ 27–28 ສິງຫາ ທີ່ໂຮງແຮມ DoubleTree by Hilton Vientiane, ເພື່ອສົ່ງເສີມການຮ່ວມມືດ້ານພະລັງງານທົດແທນ, ການຫຼຸດຜ່ອນກາກບອນ ແລະ ການລົງທຶນສີຂຽວ.
ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ  (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ໃນວັນທີ 28 ສິງຫາ ຜ່ານມາ, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນປະຕິວັດເດືອນສິງຫາ ແລະ ວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026). ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (5/9/1962 – 5/9/2026) ຢ່າງເປັນທາງການ.
ເພີ່ມເຕີມ