ຮອງປະທານສະພາແຫ່ງຊາດ ຕ້ອນຮັບລັດຖະມົນຕີກະຊວງການຟື້ນຟູຍີ່ປຸ່ນ

ຮອງປະທານສະພາແຫ່ງຊາດ ຕ້ອນຮັບລັດຖະມົນຕີກະຊວງການຟື້ນຟູຍີ່ປຸ່ນ
(ສພຊ) ໃນວັນທີ 11 ມັງກອນ ນີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຊຶຈິຢະ ຊິນະໂກະ (TSUCHIYA Shinako)ລັດຖະມົນຕີກະຊວງການຟື້ນຟູ ປະທານຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.
ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ຂອງທ່ານ ນາງ ຊຶຈິຢະ ຊິນະໂກະຊຶ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປລາວ ແລະ ຍີ່ປຸ່ນ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ, ທ່ານໄດ້ສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນເຫດການແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນໃນຕົ້ນເດືອນມັງກອນທີ່ຜ່ານມາ, ອັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຢ່າງຫຼວງຫຼາຍ ແລະ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງລັດຖະບານຍີ່ປຸ່ນ, ປະຊາຊົນຍີ່ປຸ່ນຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊິວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ຍີ່ປຸ່ນ ເວົ້າສະເພາະລະຫວ່າງສອງອົງການນິຕິບັນຍັດ ແລະ ຊົມເຊີຍຜົນການພົບປະລະຫວ່າງສອງຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃນຄັ້ງນີ້. ເວົ້າລວມ, ການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນເປັນປົກກະຕິ; ພ້ອມນັ້ນທ່ານຍັງໄດ້ແຈ້ງສະພາບການກ່ຽວກັບ ສປປລາວ, ການເຄື່ອນໄຫວຂອງສະພາແຫ່ງຊາດລາວ ແລະ ແຈ້ງໃຫ້ຮັບຊາບໃນປີ 2024 ສປປລາວ ຈະເປັນປະທານອາຊຽນ,ສະພາແຫ່ງຊາດລາວ ກໍຈະເປັນປະທານໄອປາ ແລະ ຂໍສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ຈະສືບຕໍ່ໃຫ້ການສະໜັບໜູນ ສປປລາວ ໃນການເປັນປະທານອາຊຽນໃນຄັ້ງນີ້. ນອກນັ້ນ ທັງສອງຝ່າຍຍັງໄດ້ຕົກລົງເປັນເອກະພາບນຳກັນວ່າ ໃນໂອກາດສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດໃນປີ 2025 ທີ່ຈະມາເຖິງ, ສອງຝ່າຍຈະມີກິດຈະກຳຮ່ວມກັນເພື່ອເສີມສ້າງມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດ.ທ່ານຮອງປະທານສະພາແຫ່ງຊາດ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກທ່ານປະທານສະພາແຫ່ງຊາດລາວ ໄປຍັງປະທານສະພາຜູ້ແທນຣາຊະດອນຂອງຍີ່ປຸ່ນ ແລະ ອວຍພອນໄຊໃຫ້ທ່ານ ນາງ ຊຶຈິຢະ ຊິນະໂກະ ພ້ອມດ້ວຍຄະນະຈົ່ງປະສົບຜົນສໍາເລັດໃນການຢ້ຽມຢາມ ສປປລາວ ຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ຈາກນັ້ນ, ທ່ານ ນາງ ຊຶຈິຢະ ຊິນະໂກະ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມແຈ້ງໃຫ້ຊາບໃນການມາເຄື່ອນໄຫວເຮັດວຽກຢູ່ ສປປລາວ ໃນເທື່ອນີ້ ແລະ ຜົນສຳເລັດໃນການພົບປະເຮັດວຽກກັບຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ລາວ-ຍີ່ປຸ່ນ ພ້ອມໃຫ້ຄຳໝັ້ນວ່າ: ຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ການຊ່ວຍເຫຼືອ ສປປລາວ ໃນການເປັນປະທານອາຊຽນ ແລະ ປະທານໄອປາ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ. ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງຍີ່ປຸ່ນ ແລະ ສປປລາວ; ແລະ ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດຈົ່ງສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ.
(ຂ່າວ-ພາບ: ກົງທະນູຄຳ ພິພັດເສລີ)

ຄໍາເຫັນ

ຂ່າວການຮ່ວມມື

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ເພີ່ມເຕີມ