ຫົວໜ້າ ຄອສພ ຕ້ອນຮັບ ຮອງບັນນາທິການໃຫຍ່ໜັງສືພິມ ເຍິນເຢິນ

ຫົວໜ້າ ຄອສພ ຕ້ອນຮັບ ຮອງບັນນາທິການໃຫຍ່ໜັງສືພິມ ເຍິນເຢິນ
ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດິງ ຍື ຮວານ ຮອງບັນນາທິການໃຫຍ່ໜັງສືພິມເຍິນເຢິນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ພ້ອມຄະນະ ໃນວັນທີ 25 ທັນວາ ນີ້ ທີ່ ຄອສພ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 24-29 ທັນວານີ້.
ໃນໂອກາດດັ່ງກ່າວ ທ່ານ ຫົວໜ້າ ຄອສພ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະດັ່ງກ່າວ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງເປັນການປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມື ລະຫວ່າງໜັງສືພິມປະຊາຊົນ ແລະ ໜັງສືພິມເຍິນເຢິນ ໃຫ້ນັບມື້ເລິກເຊິ່ງຍິ່ງໆຂຶ້ນ. ພ້ອມດຽວກັນ, ກໍໄດ້ສະແດງຄວາມຂອບໃຈຍັງສູງມາຍັງໜັງສືພິມເຍິນເຢິນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມການພົບປະລະຫວ່າງ ຄອສພ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ຕົກລົງກັນໃນແຕ່ລະໜ້າວຽກດ້ວຍການຈັດຕັ້ງປະຕິບັດຕົວຈິງ ຊຶ່ງໜັງສືພິມເຍິນເຢິນ ກໍໄດ້ກະກຽມທາງດ້ານເນື້ອໃນ, ເຕັກນິກ, ພະນັກງານ-ຊ່ຽວຊານ ມາຊ່ວຍໃນການວາງແຜນ ແລະ ການກະກຽມດ້ານຕ່າງໆ ເພື່ອເຮັດໃຫ້ເວັບໄຊຂອງໜັງສືພິມປະຊາຊົນໄດ້ມີການຫັນໄປສູ່ບາດກ້າວໃໝ່ ທີ່ທັນສະໄໝ.
ທ່ານ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມເຍິນເຢິນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານຫົວໜ້າ ຄອສພ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານກ່ຽວກັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອການຮ່ວມມື ສະນັບສະໜຸນຊ່ວຍເຫຼືອການປັບປຸງເວັບໄຊຂອງໜັງສືພິມປະຊາຊົນ. ທ່າແຮງຂອງໜັງສືພິມແມ່ນຕ້ອງໄດ້ຫັນເປັນດີຈີຕອນ, ຫັນເປັນທັນສະໄໝ ໂດຍສະເພາະໜັງສືພິມຂອງພັກຕ້ອງໄດ້ມີການຫັນປ່ຽນໃໝ່ ເພື່ອຈະກ້າວໄປສູ່ການເຜີຍແຜ່ໂຄສະນາແນວທາງນະໂຍບາຍຂອງພັກ, ຂອງລັດ ໄປເຂົ້າເຖິງປະຊາຊົນກວ້າງຂວາງ ແລະ ວ່ອງໄວຂຶ້ນ. ໄລຍະຜ່ານມາ ໂດຍສະເພາະ 2 ປີຜ່ານມານີ້, ໜັງສືພິມເຍິນເຢິນ ກໍໄດ້ມີການປັບປຸງພື້ນຖານໂຄງລ່າງໃນການຫັນເປັນດີຈີຕອນ ຢ່າງກ້າວກະໂດດ ຊຶ່ງການມາໃນຄັ້ງນີ້ກໍໄດ້ນໍາເອົາບົດຮຽນປະສົບການມາແບ່ງປັນໃຫ້ໜັງສືພິມປະຊາຊົນ, ສ້າງເງື່ອນໄຂໃຫ້ໜັງສືພິມປະຊາຊົນໄດ້ສືບຕໍ່ພັດທະນາຕົນເອງ. ອະນາຄົດໃກ້ນີ້, ໜັງສືພິມເຍີນເຢິນ ຈະໄດ້ຊ່ວຍຝຶກອົບຮົມດ້ານບຸກຄະລາກອນ ນໍາໃຊ້ເຄື່ອງມືທັນສະໄໝ ຊຶ່ງອາດຈະມີໃນ 3 ຮູບແບບ ບາງເທື່ອກໍອາດຈະຝຶກທາງອອນລາຍ ຫຼື ນໍາເອົາຊ່ຽວຊານເຕັກນິກຈາກຫວຽດນາມມາຊ່ວຍຝຶກໃຫ້ ແລະ ອາດຈະໃຫ້ບຸກຄະລາກອນຂອງໜັງສືພິມປະຊາຊົນໄປຝຶກອົບຮົບມຢູ່ ສສ ຫວຽດນາມ.
ຕອນທ້າຍ, ທ່ານ ຄໍາພັນ ເຜີຍຍະວົງ ກໍໄດ້ກ່າວສະແດງຄວາມເຫັນດີເປັນເອກະພາບທັງໝົດ ກ່ຽວກັບຜົນການພົບປະສອງຝ່າຍ ລະຫວ່າງ ໜັງສືພິມເຍິນເຢິນ ແລະ ໜັງສືພິມປະຊາຊົນ ຊຶ່ງການມາຊ່ວຍຄັ້ງນີ້ ຈະເປັນໂອກາດດີທີ່ສຸດ ແລະ ມີຄວາມໝາຍສຳຄັນທີ່ສຸດ ທີ່ຈະເຮັດໃຫ້ໜັງສືພິມປະຊາຊົນ ກ້າວໄປສູ່ການຫັນປ່ຽນໃໝ່ທີ່ເລິກເຊິ່ງ ແລະ ຮອບດ້ານ. ພ້ອມດຽວກັນ, ກໍໄດ້ອວຍພອນໃຫ້ ທ່ານ ດິງ ຍື ຮວານ ພ້ອມຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຈົ່ງປະສົບຜົນສຳເລັດຕາມລະດັບຄາດໝາຍ, ອວຍພອນໄຊ ໃຫ້ແກ່ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກສຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະສອງໜັງສືພິມ ຈົ່ງໝັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.
ໃນໂອກາດດຽວກັນນີ້, ຄະນະຜູ້ແທນໜັງສືພິມເຍິນເຢິນ ແລະ ໜັງສືພິມປະຊາຊົນ ກໍໄດ້ສືບຕໍ່ພົບປະແລກປ່ຽນຂໍ້ມູນກັບກົມຂໍ້ມູນຂ່າວສານ ຄອສພ ໂດຍມີ ທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມດັ່ງກ່າວ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ. ການພົບປະຄັ້ງນີ້, ແມ່ນເພື່ອແລກປ່ຽນຂໍ້ມູນດ້ານພື້ນຖານໂຄງລ່າງ ທີ່ຈະສາມາດຮັບຮອງ ການທີ່ຈະເອົາເວັບໄຊຂອງໜັງສືພິມປະຊາຊົນມາຂຶ້ນກັບ ຊຶ່ງທາງກົມຂໍ້ມູນຂ່າວສານ ໄດ້ມີການກະກຽມແນວໃດແດ່ແລ້ວ. 
ທ່ານ ວັນຕຸລາ ຮັກນຸດ ກໍໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ແມ່ນໄດ້ຄຸ້ມຄອງ 20 ເວັບໄຊ ທີ່ຂຶ້ນກັບ ຄອສພ; ໄລຍະຜ່ານມາ, ກໍໄດ້ຄົ້ນຄິດວ່າຈະສ້າງເປັນລະບົບດຽວກັນ ເພື່ອໃຫ້ຄຸ້ມຄອງໄດ້ສະດວກ ບັນດາເວັບໄຊຂອງຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນ ແລະ ເວບໄຊຂອງບັນດາກົມທີ່ຂຶ້ນກັບ ຄອສພ. ເພື່ອຈະເຮັດໄດ້ແນວນັ້ນ, ຄອສພ ກໍໄດ້ປຶກສາຫາລື ແລະ ເຊັນສັນຍາກັບກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ເພື່ອຈະໄດ້ຮັບຮອງການມີເຊີເວີ ເປັນຂອງຕົນເອງເພື່ອຮັບປະກັນຕໍ່ການໂພສຕ່າງໆໃນເວັບໄຊຂອງພວກເຮົາ. ຂະນະທີ່, ທີ່ໜັງສືພິມປະຊາຊົນຈະຝາກເວບໄຊນໍາ ແມ່ນສາມາດຮັບປະກັນໄດ້ ເພາະການພັດທະນາຜ່ານມາ ຮັບແຕ່ປີ 2012 ກໍບໍ່ຄ່ອຍມີບັນຫາ ເພາະໄດ້ເຊົ່າເຊີເວີເປັນຂອງຕົນເອງ ແລະ ພັດທະນາເວັບໄຊ, ລະບົບໄອທີເອງ. ແຕ່ຢ່າງໃດກໍຕາມ, ລະບົບໃໝ່ທີ່ທັນສະໄໝທີ່ສຸດ ຊຶ່ງພວກເຮົາຍັງຕ້ອງໄດ້ສືບຕໍ່ໃນການປຶກສາຫາລື ແລະ ແລກປ່ຽນກັນຕື່ມອີກ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ