ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດອົສຕຣາລີຄົນໃໝ່

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດອົສຕຣາລີຄົນໃໝ່
ໃນຕອນເຊົ້າຂອງວັນທີ 29 ກຸມພານີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມແກັນ ຈອນສ (Megan Jones) ໃນໂອກາດຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງອົສຕຣາລີປະຈຳ ສປປ ລາວ ຄົນໃໝ່.
    ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ເມແກັນ ຈອນສ ທີ່ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງອົສຕຣາລີ ປະຈຳ ສປປ ລາວ ແລະ ເຊື່ອໝັ້ນວ່າທ່ານທູດຈະສືບຕໍ່ຮ່ວມມືກັບຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງຂອງລາວເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງລາວ - ອົສຕຣາລີ ໃຫ້ມີຄວາມແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນັ້ນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດຂອງ ຄຕພ, ສະພາບພົ້ນເດັ່ນຂອງ ພັກ, ລັດລາວ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ພາຍໃຕ້ການນໍາຂອງ ພັກ ປປ ລາວ ໃນໄລຍະຜ່ານມາກໍຄືໃນປັດຈຸບັນ, ລວມທັງການເປັນປະທານໝູນວຽນອາຊຽນ  ແລະ ສຸມໃສ່ການຈັດງານປີທ່ອງທ່ຽວລາວ ປະຈໍາປີ 2024. ໃນໂອກາດດັ່ງກ່າວ, ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນດ້ານຕ່າງໆຂອງລັດຖະບານອົສຕຣາລີ ຕໍ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ, ໂດຍສະເພາະການພັດທະນາພື້ນຖານໂຄງລ່າງ, ການເກັບກູ້ລະເບີດບໍ່ທັນແຕກ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການຄ້າ-ການລົງທຶນ ແລະ ອື່ນໆ.
ທ່ານທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບຂອງທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໃນໂອກາດທີ່ຕົນມາຮັບໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງອົສຕຣາລີ ປະຈຳ ສປປ ລາວ, ສະແດງຄວາມຂອບໃຈຕໍ່ ສປປ ລາວ ໃນການເປັນຝ່າຍປະສານງານ ອາຊຽນ-ອົສຕຣາລີ ຕະຫຼອດໄລຍະ 2 ປີ ຜ່ານມາ ເພື່ອປະກອບສ່ວນໃຫ້ແກ່ການຈັດກອງປະຊຸມສຸດຍອດພິເສດເພື່ອສະເຫຼີມສະຫຼອງຄົບຮອບ 50 ປີການເປັນຄູ່ເຈລະຈາ ອາຊຽນ-ອົສຕຣາລີ ແລະ ເນັ້ນວ່າຈະເຮັດສຸດຄວາມສາມາດ ເພື່ອສືບຕໍ່ປະຕິບັດໜ້າທີ່ການທູດໃນການເປັນຂົວເຊື່ອມມິດຕະພາບອັນດີງາມ ລະຫວ່າງ ສອງລັດຖະບານ ອົສຕຣາລີ-ລາວ ແລະ ຍິນດີສະໜັບສະໜູນການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີນີ້.
ສອງຝ່າຍໄດ້ເອກະພາບກັນ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອົສຕຣາລີ ໃນໄລຍະ 72 ປີ ຜ່ານມາ ແລະ ຍິນດີສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮ່ວມກັນຊອກຫາຊ່ອງທາງຍົກລະດັບການຮ່ວມມືດ້ານເສດຖະກິດ-ການຄ້າ, ການພົວພັນດ້ານພັກ ແລະ ການທູດປະຊາຊົນລະຫວ່າງ ສອງປະເທດຕື່ມໃນຕໍ່ໜ້າ.
ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເພື່ອປະກອບສ່ວນຊຸກຍູ້ ແລະ ເພີ່ມພູນຄູນສ້າງສາຍພົວພັນສອງປະເທດ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ອົສຕຣາລີ ກໍຄື ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.  
(ຂ່າວ: ຄຕພ; ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ໃນຕອນເຊົ້າທີ 16 ມັງກອນ ນີ້, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ,ເປັນກຽດໃນພິທີ ໂດຍມີ ສະຫາຍ ຟາມ ມິງ ຈ້ຽນ (PHAN MINH CHIEN)ອຸປະທູດຊົ່ວຄາວຫວຽດນາມປະຈໍາລາວ, ສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງ.
ເພີ່ມເຕີມ