ຫົວໜ້າ ຄຕພຢ້ຽມຢາມ ສປ ຈີນ 

ຫົວໜ້າ ຄຕພຢ້ຽມຢາມ ສປ ຈີນ 
ໂດຍຕອບສະຫນອງຕາມການເຊື້້ອເຊີນ ຂອງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະ ປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງພັກ ແລະ ແຜນການຮ່ວມມື ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ນຳພາຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ 2023.
ໃນວັນທີ 15 ຕຸລາ 2023, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ພົບປະກັບ ສະຫາຍ ຫຼິວ ຈ້ຽນຊາວ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງປະເທດ ກໍຄື ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກລາວ-ຈີນ ໃນໄລຍະຜ່ານມາ,ໄດ້ແລກປ່ຽນຄຳຄິດເຫັນນຳກັນກ່ຽວກັບການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງພັກ, ສອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ທັດສະນະ ກ່ຽວກັບບັນຫາສາກົນ ແລະ ພາກພື້ນ ທີ່ສອງຝ່າຍໃຫ້ຄວາມສົນໃຈ.
ສອງຝ່າຍເຫັນດີເອກະພາບສືບຕໍ່ຮັດແຫນ້ນການປະສານທົບກັນ, ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ສູນກາງພັກ, ຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງພັກແລະສອງຄະນະພົວພັນຕ່າງປະເທດສູນກາງພັກໃຫ້ເກີດດອກອອກຜົນ,ຢືນຢັນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນຊຶ່ງກັນແລະກັນ ແລະ ປະສານສົມທົບກັນຢ່າງໃກ້ຊິດໃນເວທີພາກພື້ນແລະສາກົນ, ພ້ອມກັນເປັນເຈົ້າການ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈທີ່ການນຳສູງສຸດຂອງສອງພັກ, ສອງລັດ ໄດ້ຕົກລົງກັນຜ່ານມາ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ຍຄົງຍາວນານຕາມທິດ 4 ດີໃຫ້ເຂົ້າສູ່ລວງເລິກ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນດ້ວຍມາດຕະຖານສູງ, ຄຸນນະພາບສູງແລະລະດັບສູງກວ່າເກົ່າ.
ກ່ອນໜ້ານັ້ນ ໃນວັນທີ 14 ຕຸລາ 2023 ຄະນະຜູ້ແທນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຢຸນນານສປ ຈີນ ຊຶ່ງ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ພົບປະກັບ ສະຫາຍ ສື ຢູ້ກ່າງ ກໍາມະການສຳຮອງສູນກາງພັກຮອງເລຂາຄະນະພັກແຂວງ ອະທິການບໍດີໂຮງຮຽນພັກແຂວງ ອະທິການບໍດີໂຮງຮຽນການປົກຄອງແຂວງຢຸນນານຊຶ່ງສອງຝ່າຍ ໄດ້ພ້ອມກັນຕີລາຄາ ການຈັດຕັ້ງຜັນຂະຫຍາຍກົນໄກການຮ່ວມມືລະຫວ່າງສອງພັກ, ສອງຄະນະພົວພັນຕ່າງປະເທດສູນກາງພັກກໍຄືມູນເຊື້ອມິດຕະພາບລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກປປລາວກັບ ແຂວງຢຸນນານ ໃນໄລຍະຜ່ານມາ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືແລະປະສານສົມທົບກັນລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກປປລາວກັບແຂວງຢຸນນານໂດຍສະເພາະແມ່ນ ການຮັບປະກັນໃຫ້ແກ່ການເຄື່ອນໄຫວຂອງການນນຳສອງພັກ, ສອງປະເທດ ໃຫ້ໄດ້ຮັບຜົນສຳເລັດ; ຕີລາຄາກົນໄກການແລກປ່ຽນການຢ້ຽມຢາມໄປມາຫາສູ່ກັນ ລະຫວ່າງສອງຝ່າຍ, ການແລກປ່ຽນຄະນະວິຊາການແລະການຝຶກອົບຮົມດ້ານເຕັກນິກວິຊາການຕ່າງໆຂອງສອງຝ່າຍ, ເອກະພາບກັນ ສຶບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ກໍຄື ການຮັກສາການປະສານສົບກັນຢ່າງໃກ້ຊິດໃນຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ.
 ຂ່າວ-ພາບ:ຄຕພ

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ

ໃນວັນທີ 11 ກໍລະກົດຜ່ານມາ ທີ່ສຳນັກງານປະທານາທິບໍດີນະຄອນຫຼວງວຽນນາ​ ສາທາລະນະລັດ ໂອຕຣິດ,​ ທ່ານ ຄໍາເເພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ອາເລັກຊານເດີ ຟານເເດ ເບເລນ (H.E. Mr. Alexander Van der Bellen) ປະທານາທິບໍດີ ເເຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດໍາລົງຕໍາເເໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ໂອຕຣິດ.
ການນໍາຂັ້ນສູງ ສຊປລ ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ

ການນໍາຂັ້ນສູງ ສຊປລ ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ

ໃນລະຫວ່າງວັນທີ 15-16 ກໍລະກົດນີ້, ການນຳຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ສຊປລ) ໄດ້ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ ປະຈຳປີ 2025 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍທ່າແຮງຂອງຊາວໜຸ່ມເພື່ອການພັດທະນາໃນໂລກ” ທີ່ເມືອງຊູໂຈ ແຂວງຈຽງຊູ ສປ ຈີນ ຊຶ່ງນໍາພາໂດຍ ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານ ສຊປລ, ມີບັນດາການນໍາຈາກອົງການຈັດຕັ້ງຊາວໜຸ່ມ, ຜູ້ຕາງໜ້າຊາວໜຸ່ມຈາກ 100 ກວ່າປະເທດ ແລະ 17 ອົງການສາກົນໃນທົ່ວໂລກເຂົ້າຮ່ວມ.
ໜັງສືພິມປະຊາຊົນ ຕ້ອນຮັບຫົວໜ້າສູນວັດທະນະທໍາຈີນປະຈໍາລາວ ຄົນໃໝ່

ໜັງສືພິມປະຊາຊົນ ຕ້ອນຮັບຫົວໜ້າສູນວັດທະນະທໍາຈີນປະຈໍາລາວ ຄົນໃໝ່

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ຕ້ອນຮັບ ແລະ ພົບປະທ່ານ ຫຼົວເວິ້ຍຈ້ຽນ ຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ໃນວັນທີ 15 ກໍລະກົດ ຜ່ານມາ ທີ່ສໍານັກງານໜັງສືພິມປະຊາຊົນ ໃນໂອກາດທີ່ທ່ານ ຫຼົວເວິ້ຍຈ້ຽນ ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ຄົນໃໝ່.
ເພີ່ມເຕີມ