ປະຈຳ ສປປລາວ, ເນື່ອງໃນໂອກາດ ສະເຫຼີມສະຫຼອງບຸນປີໃໝ່ຈີນ(ກຸດຈີນ) ປະຈຳ ປີ 2025 ໃນວັນທີ 22 ມັງກອນນີ້.
ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິນຍານ ໄດ້ກ່າວອວຍພອນໃຫ້ ທ່ານ ນາງ ຟາງຫົງ ພ້ອມພະນັກງານສະທູດ ສປ ຈີນ ປະຈຳລາວ ຈົ່ງມີສຸຂະພາບແຂງແຮງ,ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ ແລະ ໄດ້ລາຍງານໃຫ້ ທ່ານທູດຊາບວ່າ:ຕະຫຼອດທີ່ຜ່ານມາ ໜັງສືພິມ ປະຊາຊົນ ແມ່ນໄດ້ໂຄສະນາເຜີຍແຜ່ການຮ່ວມມືຄູ່ຮ່ວມຊາຕາກຳ ລາວ-ຈີນ,ໂດຍສະເພາະໄດ້ເອົາບົດລາຍງານຂອງ ທ່ານ ສີຈິ້ນຜິງ ທີ່ກ່າວຕໍ່ເຫດການສຳຄັນຕ່າງໆຢູ່ ສປ ຈີນ ມາລົງໃນໜັງສືພິມປະຊາຊົນ,ໃນນັ້ນຍັງໂຄສະນາຜົນງານຂອງນັກລົງທຶນ ສປ ຈີນ ທີ່ເຂົ້າມາລົງທຶນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມສປປ ລາວ,ພ້ອມນີ້ໜັງສືພິມ ປະຊາຊົນ ຍັງໄດ້ມີການຮ່ວມມືກັບໜັງສືພິມ ຂອງ ສປ ຈີນ ຫຼາຍສຳນັກ ແລະ ໄດ້ຮັບການຊ່ວຍເຫຼືອຈາກ ສະຖານທູດຈີນ ປະຈຳລາວ ແລະ ຈາກບັນດານັກລົງທຶນຈີນຕື່ມອີກ; ໃນຕໍ່ໜ້າຢາກໃຫ້ມີການແລກປ່ຽນບົດຮຽນ, ຝຶກອົບຮົມວຽກງານນັກຂ່າວ ຫວັງຢ່າງຍິ່ງວ່າທາງສະຖານທູດຈີນ ຈະໃຫ້ການສະໜັບສະໜູນຊ່ວຍເຫຼືອໜັງສືພິມປະຊາຊົນ.
ທ່ານທູດໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ວັນໄຊ ຕະວິນຍານ ພ້ອມຄະນະທີ່ໄດ້ມາອວຍພອນ ສະຖານທູດ ສປຈີນ ປະຈຳ ສປປລາວ ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ຈີນ ປະຈຳ ປີ 2025 ຊຶ່ງສະແດງເຖິງໃຫ້ຄວາມສຳຄັນຕໍ່ສະຖານທູດຈີນໂດຍສະເພາະຕໍ່ສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ສປ ຈີນ-ສປປ ລາວ ທີ່ມີມູນເຊື້ອມາແຕ່ດົນນານໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານທູດຍັງໄດ້ຕີລາຄາວ່າ ໜັງສືພິມ ປະຊາຊົນ ກໍໄດ້ມີການພົວພັນຮ່ວມມື ກັບ ໜັງສືພິມຂອງ ສປ ຈີນ ແລະ ໄດ້ມີການອອກຂ່າວເຫດການສຳຄັນຕ່າງໆ ຂອງ ສປ ຈີນດ້ວຍດີຕະຫຼອດມາ ແລະ ໃນຕໍ່ໜ້າຢາກໃຫ້ມີການຮ່ວມມມືກັນຢ່າງເລິກເຊິ່ງ ເພື່ອພ້ອມກັນຕອບໂຕ້ຕໍ່ບັນຫາຕ່າງໆ ເປັນຕົ້ນແມ່ນຂ່າວປອມທີ່ໃສ່ຮ້າຍປ້າຍສີບິດເບືອນຄວາມຈິງຕໍ່ສາຍພົວພັນການຮ່ວມມືຂອງສອງປະເທດພວກເຮົາ.
(ຂ່າວ-ພາບ:ສຳນານ)
ຄໍາເຫັນ