ຫວຽດເຈັດວາງເປົ້າໝາຍຮັບຜູ້ໂດຍສານເຖິງ 27 ລ້ານຄົນ

ຫວຽດເຈັດວາງເປົ້າໝາຍຮັບຜູ້ໂດຍສານເຖິງ 27 ລ້ານຄົນ
ສາຍການບິນ ຫວຽດເຈັດ (Vietjet)ວາງເປົ້າໝາຍຮັບຜູ້ໂດຍສານເຖິງ 27 ລ້ານຄົນ ແລະ ຈ່າຍເງິນປັນຜົນ 25% ໃນປີ 2024 ແລະ ສ້າງລາຍຮັບການຄົມມະນາຄົມ-ຂົນສົ່ງທາງອາກາດຫຼາຍກວ່າ 701 ລ້ານໂດລາໃນໄຕມາດທີ 1.
ບໍລິສັດຫຸ້ນສ່ວນການບິນຫວຽດເຈັດ(Vietjet) (HoSE: VJC) ໄດ້ເປີດກອງປະຊຸມໃຫຍ່ຜູ້ຖືຫຸ້ນ (GMS) ປະຈຳປີ 2024 ແລະ ຮັບຮອງເອົາແຜນການດໍາເນີນທຸລະກິດປະຈໍາປີ 2024 ຂຶ້ນ ໃນວັນທີ 7 ພຶດສະພາ ນີ້ ທີ່ນະຄອນຫຼວງວຽງຈັນ. ໂດຍມີຈຸດປະສົງໃນການຮັກສາຄວາມເປັນສາຍການບິນຊັ້ນນຳພາຍໃນປະເທດ ແລະ ຂະຫຍາຍຕາໜ່າງການບິນສາກົນຕື່ມອີກ. Vietjetຍັງໄດ້ລາຍງານຜົນການດຳເນີນທຸລະກິດທີ່ພົ້ນເດັ່ນໃນໄຕມາດທີ 1 ປະຈໍາປີ 2024, ເພື່ອປູທາງໄປສູ່ຄວາມສຳເລັດໃນປີຕໍ່ໆໄປ.
ຄາດໝາຍການເຕີບໂຕສູງໃນປີ 2024GMS ຄາດຄະເນລາຍຮັບການຂົນສົ່ງທາງອາກາດ ແລະ ລາຍຮັບລວມໃຫ້ຫຼາຍກວ່າ 59 ພັນຕື້ດົງ (ປະມານ 2,32 ຕື້ໂດລາ) ແລະ 65,5 ພັນຕື້ດົງ (ປະມານ 2,57 ຕື້ໂດລາ) ຕາມລຳດັບ, ເພີ່ມຂຶ້ນ 10% ແລະ 12,4% ທຽບໃສ່ປີທີ່ຜ່ານມາຕາມລຳດັບ. ຄາດວ່າ Vietjetຈະສາມາດໃຫ້ບໍລິການໄດ້ກວ່າ 142.000 ຖ້ຽວ ຮັບຜູ້ໂດຍສານໄດ້ຫຼາຍກວ່າ 27,4 ລ້ານຄົນ. ສະພາຜູ້ບໍລິຫານຂອງ Vietjetຍັງອະນຸມັດແຜນການກະຈາຍຜົນກຳໄລປີ 2024 ໃນນັ້ນແມ່ນເງິນປັນຜົນ ແລະ ເງິນປັນຜົນລ່ວງໜ້າຈະຖືກຈ່າຍເປັນເງິນສົດ ແລະ ຫຸ້ນໃນອັດຕາສ່ວນສູງສຸດເຖິງ 25%. Vietjetໃນຖານະຜູ້ນຳດ້ານການບິນໃນພາກພື້ນ ຈະຮັກສາສະຖຽນລະພາບຂອງຕະຫຼາດພາຍໃນປະເທດ ພ້ອມທັງເສີມຂະຫຍາຍເຄືອຂ່າຍການບິນໄປຍັງປະເທດຕ່າງໆຢູ່ອາຊີໃຕ້, ອາຊີກາງ, ອົສຕຣາລີ, ເອີຣົບ ແລະ ອື່ນໆ.
ໄຕມາດທີ 1 ປີ 2024: ຜົນງານທີ່ໂດດເດັ່ນ ແລະ ເປັນທ່າແຮງໃຫ້ຄວາມສຳເລັດຕະຫຼອດປີໃນໄຕມາດທຳອິດ ປີ 2024 ລາຍຮັບຈາກການຂົນສົ່ງທາງອາກາດຂອງ Vietjetບັນລຸ 17,76 ພັນຕື້ດົງ (ປະມານ 701 ລ້ານໂດລາ) ໃນຂະນະທີ່ກຳໄລຫຼັງເສຍພາສີແມ່ນ 520 ຕື້ດົງ (ປະມານ 20,5 ລ້ານໂດລາ) ເພີ່ມຂຶ້ນ 38% ແລະ 209% ຈາກປີຜ່ານມາ. ລາຍຮັບລວມຂອງສາຍການບິນ ແລະ ກໍາໄລຫຼັງພາສີແມ່ນ 17,79 ພັນຕື້ດົງ (ປະມານ 702,4 ລ້ານໂດລາ) ແລະ 539 ຕື້ດົງ (ປະມານ 21,3 ລ້ານໂດລາ) ຕາມລໍາດັບ, ເພີ່ມຂຶ້ນ 38% ແລະ 212% ທຽບໃສ່ປີທີ່ຜ່ານມາ ຕາມລໍາດັບ.
ໃນໄລຍະ 3 ເດືອນໃນຕົ້ນປີ, Vietjetໄດ້ດຳເນີນຖ້ຽວບິນເກືອບ 34.500 ຖ້ຽວຢ່າງປອດໄພ ດ້ວຍຜູ້ໂດຍສານ 6,3 ລ້ານຄົນ. ອັດຕາສ່ວນບັນທຸກຜູ້ໂດຍສານ ສະເລ່ຍຂອງສາຍການບິນບັນລຸ 87% ແລະ ຄວາມໜ້າເຊື່ອຖືດ້ານວິຊາການ ສູງເຖິງ 99,6%. ສືບຕໍ່ປະຕິບັດຍຸດທະສາດເພື່ອຜັນຂະຫຍາຍໄປສູ່ສາກົນ, ການຂົນສົ່ງຜູ້ໂດຍສານສາກົນຂອງ Vietjetໃນໄຕມາດທຳອິດໄດ້ຮັບການເຕີບໂຕຫຼາຍກວ່າ 53% ແລະ 61% ເມື່ອທຽບໃສ່ປີທີ່ຜ່ານມາຕາມລຳດັບ.
ສາຍການບິນໄດ້ເປີດຕົວຖ້ຽວບິນທັງພາຍໃນ ແລະ ຕ່າງປະເທດໃໝ່ 15 ເສັ້ນທາງໃນໄລຍະເວລາ 3 ເດືອນ, ຍົກເສັ້ນທາງການບິນທັງໝົດຂຶ້ນເປັນ 140 ເສັ້ນທາງ. ໃນບັນດາສາຍການບິນສາກົນທີ່ໄດ້ເລີ່ມໃຫ້ບໍລິການແມ່ນ Phu Quoc – Taipei, Ho Chi Minh City – Chengdu/Xi’an ແລະ ນະຄອນຫຼວງວຽງຈັນ. ນອກນີ້, ຍັງມີ Hanoi-Hiroshima ແລະ Sydney/Melbourne. ໂດຍສະເພາະການຂະຫຍາຍເສັ້ນທາງໃໝ່ໃນປີນີ້ ທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ສປປ ລາວ ຫາ ນະຄອນໂຮ່ຈິມິນ ສສ ຫວຽດນາມ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃນລາຄາທີ່ເໝາະສົມທີ່ສຸດ ດ້ວຍການບໍລິການທີ່ທ່ານຕ້ອງປະທັບໃຈ. ເຮັດໃຫ້ທຸກໆຈຸດໝາຍປາຍທາງໃກ້ຊິດກັບນັກທ່ອງທ່ຽວ ດ້ວຍເສັ້ນທາງການບິນຂອງ Vietjet.
ມາຮອດວັນທີ 31 ມີນາ 2024, ມູນຄ່າຊັບສິນທັງໝົດຂອງ Vietjetບັນລຸກວ່າ 85,82 ພັນຕື້ດົງ (ປະມານ 3,38 ຕື້ໂດລາ). ອັດຕາສ່ວນໜີ້ສິນຕໍ່ຫຸ້ນຂອງບໍລິສັດຢູ່ທີ່ 1.9 ໃນຂະນະທີ່ອັດຕາສ່ວນສະພາບຄ່ອງຢູ່ທີ່ 1.3ຊຶ່ງທັງສອງແມ່ນຢູ່ໃນຂອບເຂດທີ່ດີຂອງອຸດສາຫະກໍາການບິນ.
Vietjet, ນອກເໜືອຈາກການເຊື່ອມຕໍ່ຫວຽດນາມກັບໂລກຜ່ານເຄືອຂ່າຍການບິນຂອງຕົນ, ຍັງໄດ້ນຳຕົນເອງເຂົ້າໃກ້ເວທີໂລກຜ່ານບັນດາໂຄງການຄົ້ນຄ້ວາ ແລະ ການລົງທຶນເຕັກໂນໂລຊີສາກົນອີກດ້ວຍ.ຊ່ອງທາງການຕິດຕໍ່:Bigblue Agency Laos, Call: +85620 78911848 (Lath)VietjetMs. Kieu Duong (Amy)Email: kieuduong@vietjetair.com Cell: +84 932 775 066.
ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວການຮ່ວມມື

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ແຂວງເຊກອງ ໄດ້ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-21 ກັນຍາ 2026 ພາຍໃຕ້ຄໍາຂວັນ “ສົ່ງເສີມກາລະໂອກາດ ຂອງການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ”.
ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ພິທີເປີດງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນາການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ປາຄານໄຊ ສີຄານໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເຊິນ ອີຈຸນ ກຳມະການຄະນະປະຈຳພັກ ເຂດປົກຄອງຕົນເອງກວາງຊີຈ່ວງຫົວໜ້າພະແນກໂຄສະນາເຜີຍແຜ່; ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳລາວ; ມີບັນດາຮອງຜູ້ອຳນວຍການບໍລິຫານກອງທຶນພັດທະນາສື່ມວນຊົນໄທ ແລະ ແຂກຖືກເຊີນເເຂົ້າຮ່ວມ.
ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ໃນວັນທີ 23 ກັນຍານີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ແກ່ອົງການກວດສອບແຫ່ງລັດຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກວດສອບແຫ່ງລັດ ໂດຍ ທ່ານ ນາງ ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ຕາງໜ້າທະນາຄານ ໂດຍ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ, ມີພະນັກງານ-ລັດຖະກອນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຄົບຮອບ 77 ປີ ແລະ ໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ປີມິດຕະພາບ ລາວ-ຈີນ), ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ອົບອຸ່ນ ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍສະເຫຼີມໄຊກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ;ສະຫາຍຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສສຫວຽດນາມໄດ້ເດີນທາງມາຢ້ຽມຢາມສປປ ລາວຢ່າງເປັນທາງການໃນວັນທີ 21 ກັນຍາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດລາວ-ຫວຽດນາມ.
ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

​ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຈັດງານສຳມະນາພາຍໃຕ້ຫົວຂໍ້: “ການປ້ອງກັນ ແລະ ປາບປາມການຟອກເງິນ ທີ່ເຊື່ອມໂຍງກັບສູນສະແກມເມີ” ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີເປົ້າໝາຍເພື່ອສ້າງຄວາມຮັບຮູ້, ເພີ່ມມາດຕະການປ້ອງກັນ-ປາບປາມໄພຄຸກຄາມຈາກການຟອກເງິນ, ການສະໜອງທຶນໃຫ້ແກ່ອາຊະຍາກຳຂ້າມຊາດ ແລະ ຍົກສູງຄວາມຮ່ວມມືລະຫວ່າງ ສປປ ລາວ, ໄທ ພ້ອມດ້ວຍອົງການຈັດຕັ້ງພາກພື້ນ ແລະ ສາກົນ; ເປັນກຽດໃນງານສຳມະນາ ໂດຍທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ທ່ານ ລີຊາດ ຟີລິບປາດ (Richard Philipart) ຫົວໜ້າອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ UNODC, ຄະນະທູດ, ທູຕານຸທູດ ຕາງໜ້າຈາກບັນດາກະຊວງ, ຂະແໜງການຍຸຕິທຳ, ທະນາຄານ, ຕຳຫຼວດສືບ ສວນ-ສອບສວນ, ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO), ເອກອັກຄະລາຊະທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ສະຖາບັນ ILSTA.
ເພີ່ມເຕີມ