ການຮ່ວມມື ລາວ–ອົດສະຕຣາລີ ຊ່ວຍຫຼຸດຜ່ອນອັດຕາການອອກໂຮງຮຽນຂອງເດັກຍິງທຸກຍາກ

ການຮ່ວມມື ລາວ–ອົດສະຕຣາລີ ຊ່ວຍຫຼຸດຜ່ອນອັດຕາການອອກໂຮງຮຽນຂອງເດັກຍິງທຸກຍາກ

ການຮ່ວມມື ລາວ–ອົດສະຕຣາລີ ຊ່ວຍຫຼຸດຜ່ອນອັດຕາການອອກໂຮງຮຽນຂອງເດັກຍິງທຸກຍາກ
ເມື່ອບໍ່ດົນຜ່ານມານີ້, ຄະນະຜູ້ແທນລະດັບສູງ ນຳໂດຍ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ທ່ານ ນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນມັດທະຍົມສຶກສາຕອນຕົ້ນນໍ້າມາຍເມືອງວຽງພູຄາ, ແຂວງຫຼວງນໍ້າທາ ເພື່ອຕິດຕາມການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ (Foundational Learning Improvement Project - FLIP) ພ້ອມທັງໄດ້ພົບປະກັບຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.
ການຮວມມ ລາວ–ອດສະຕຣາລ ຊວຍຫດຜອນອດຕາການອອກໂຮງຮຽນຂອງເດກຍງທກຍາກ - image 1
 

 

ເຂົ້າຮ່ວມໃນການລົງຢ້ຽມຢາມລວມມີ ທ່ານ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ, ທ່ານປະທານຄະນະກຳມະການປົກຄອງເມືອງວຽງພູຄາ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາ ແລະ ກິລາເມືອງ, ພ້ອມດ້ວຍອຳນາດການປົກຄອງບ້ານ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຜູ້ປົກຄອງນັກຮຽນທີ່ມີບົດບາດສຳຄັນໃນການສະໜັບສະໜູນໂຄງການໃນລະດັບທ້ອງຖິ່ນ.

ໃນປີທຳອິດຂອງການຈັດຕັ້ງປະຕິບັດໂຄງການສະແດງໃຫ້ເຫັນຜົນໄດ້ຮັບທີ່ໜ້າພໍໃຈ. ຈຳນວນເດັກຍິງທຸກຍາກ ແລະ ມີຄວາມສ່ຽງທີ່ຈະປະລະການຮຽນ 800 ຄົນທີ່ໄດ້ຮັບການສະໜັບສະໜູນຜ່ານໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ ມີພຽງ 1 ຄົນເທົ່ານັ້ນທີ່ໄດ້ອອກໂຮງຮຽນໃນສົກຮຽນ 2025–2026, ສະທ້ອນໃຫ້ເຫັນເຖິງຜົນສຳເລັດຂອງໂຄງການໃນການຊ່ວຍໃຫ້ເດັກຍິງສາມາດຮຽນຕໍ່ ແລະ ຢູ່ໃນລະບົບການສຶກສາໃນໄລຍະປ່ຽນຜ່ານຂອງເສັ້ນທາງການຮຽນຮູ້ຂອງພວກເຂົາເຈົ້າ.

ການຮວມມ ລາວ–ອດສະຕຣາລ ຊວຍຫດຜອນອດຕາການອອກໂຮງຮຽນຂອງເດກຍງທກຍາກ - image 2
 

ໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ FLIP ໄດ້ຮັບທຶນສະໜັບສະໜູນຈາກກອງທຶນຮ່ວມມືສາກົນເພື່ອການສຶກສາ (Global Partnership for Education - GPE) ຜ່ານກອງທຶນຫັນປ່ຽນການສຶກສາ (System Transformation Grant - STG) ແລະ ຈັດຕັ້ງປະຕິບັດໂດຍກະຊວງສຶກສາທິການ ແລະ ກິລາ, ໂດຍມີອົງການຊ່ວຍເຫຼືອເດັກສາກົນ (Save the Children International) ເປັນອົງການບໍລິຫານທຶນ (Grant Agent).ໂຄງການໄດ້ມອບທຶນການສຶກສາໃຫ້ແກ່ເດັກຍິງທຸກຍາກ ແລະ ມີຄວາມສ່ຽງທີ່ຈະປະລະການຮຽນ ຈຳນວນ 800 ຄົນ ໃນ 5 ແຂວງ ແລະ 9 ເມືອງ ພ້ອມທັງຕັ້ງຄ້າຍເຍົາວະຊົນໃນໄລຍະພັກແລ້ງ ແລະ ສືບຕໍ່ດຳເນີນສະໂມສອນເດັກໃນໄລຍະເປີດສົກຮຽນ ເພື່ອສົ່ງເສີມທັກສະພາສາລາວໃນການອ່ານ-ຂຽນ, ຄະນິດສາດ, ສຸຂະອະນາໄມ, ການຮຽນຮູ້ດ້ານສັງຄົມ ແລະ ອາລົມຈິດ.

ການຢ້ຽມຢາມໃນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງການຮ່ວມມືອັນແໜ້ນແຟ້ນລະຫວ່າງ ລັດຖະບານ ສປປ ລາວ ແລະ ປະເທດອົສຕຣາລີ ໃນການສົ່ງເສີມການສຶກສາ ໂດຍສະເພາະການຊ່ວຍເຫຼືອເດັກຍິງທີ່ມີຄວາມສ່ຽງຕໍ່ການປະລະການຮຽນໃນໄລຍະປ່ຽນຜ່ານຈາກຊັ້ນປະຖົມສຶກສາ ສູ່ ຊັ້ນມັດທະຍົມສຶກສາຕອນຕົ້ນ. ຄະນະຜູ້ແທນໄດ້ເຂົ້າຢ້ຽມຊົມກິດຈະກຳການຕັ້ງຄ້າຍໄລຍະພັກແລ້ງ ຂອງນັກຮຽນທີ່ໄດ້ຮັບເບ້ຍລ້ຽງ, ການຕັ້ງຄ້າຍແມ່ນເພື່ອເສີມສ້າງທັກສະພາສາລາວໃນການອ່ານ-ຂຽນ, ຄະນິດສາດ ພ້ອມທັງການຮຽນຮູ້ດ້ານສັງຄົມ ແລະ ອາລົມຈິດ.

ຜົນໄດ້ຮັບຂອງບັນດາຄູອາຈານທີ່ໄດ້ຈາກການຝຶກອົບຮົມ ມີທັກສະໃນການນຳພານັກຮຽນຈັດກິດ ຈະກຳການຕັ້ງຄ້າຍພັກແລ້ງ ເພື່ອກຽມຄວາມພ້ອມກ່ອນເຂົ້າຮຽນ ແລະ ເຫັນວ່າການຝຶກອົບຮົມພາຍໃຕ້ໂຄງການໄດ້ຊ່ວຍພັດທະນາຄວາມສາມາດໃນການຈັດການຮຽນການສອນໃຫ້ມີຄວາມມ່ວນຊື່ນ ແລະ ໃຫ້ຄວາມສຳຄັນໃນການມີສ່ວນຮ່ວມຂອງນັກຮຽນຫຼາຍຂຶ້ນ. ພ້ອມດຽວກັນນັ້ນ ການຕັ້ງຄ້າຍໄລຍະພັກແລ້ງ ໄດ້ຊ່ວຍສ້າງແຮງຈູງໃຈ, ສ້າງຄວາມໝັ້ນໃຈ ແລະ ຄວາມຮູ້ສຶກເປັນເຈົ້າການໃນການຮຽນຮູ້ຂອງຕົນເອງ. ນ້ອງນັກຮຽນທີ່ເຂົ້າຮ່ວມການຕັ້ງຄ້າຍຫຼາຍຄົນໄດ້ສະແດງຄວາມພໍໃຈຕໍ່ການຮຽນຮູ້ໃນສະພາບແວດລ້ອມທີ່ເປັນມິດ ແລະ ປອດໄພ ພ້ອມທັງຍ້ອງຍໍຄູອາຈານທີ່ເອົາໃຈໃສ່ຊ່ວຍເຮັດໃຫ້ການຮຽນມີຄວາມມ່ວນຊື່ນ ແລະ ມີຄວາມໝາຍຫຼາຍຂຶ້ນ.

ການຮວມມ ລາວ–ອດສະຕຣາລ ຊວຍຫດຜອນອດຕາການອອກໂຮງຮຽນຂອງເດກຍງທກຍາກ - image 3
 

ການຢ້ຽມຢາມໄດ້ສິ້ນສຸດລົງດ້ວຍ ພິທີບາສີສູ່ຂວັນ ແລະ ການສະແດງສິນລະປະ ກ່ຽວກັບວັດທະນະທຳຊົນເຜົ່າອາຄາ, ເຜົ່າມົ້ງຂອງນັກຮຽນ ເພື່ອສະຫຼອງຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງແຂວງຫຼວງນ້ຳທາ ແລະ ສະທ້ອນໃຫ້ເຫັນເຖິງຄວາມສາມັກຄີລະຫວ່າງໂຮງຮຽນ, ຄອບຄົວ ແລະ ຊຸມຊົນ ໃນການສົ່ງເສີມການສຶກສາ ແລະ ສະພາບການເປັນຢູ່ຂອງເດັກນ້ອຍ. ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດປະເທດອົສຕຣາລີ ປະຈຳ ສປປ ລາວ ຍັງໄດ້ມອບອຸປະກອນການຮຽນ ແລະ ອຸປະກອນກິລາ ເພື່ອສະໜັບສະໜູນການຮຽນການສອນຂອງໂຮງຮຽນ. (ແຫຼ່ງຂ່າວ: ສະຖານທູດອົສຕຣາລີ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ