ການຮ່ວມມືຕາມລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າ

ການຮ່ວມມືຕາມລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າ
ວັນທີ 25 ທັນວາ 2023ຜ່ານມາ, ກອງປະຊຸມສຸດຍອດວ່າດ້ວຍການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 4 ໄດ້ຈັດຂຶ້ນໂດຍຜ່ານວິດີໂອທາງໄກ, ຜູ້ນຳຈີນ ແລະ 5 ປະເທດລ້ອງແມ່ນ້ຳຂອງ ຄື: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ໂດຍພາຍໃຕ້ຫົວຂໍ້ “ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງບັນດາປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນມຸ່ງໜ້າໄປສູ່ຄວາມທັນສະໄໝ”, ກອງປະຊຸມໄດ້ຫວນຄືນຄວາມຄືບໜ້າແຫ່ງການຮ່ວມມືລ້ອງແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ແລະ ວາງແຜນການພັດທະນາໃນອະນາຄົດ.
ກອງປະຊຸມຄັ້ງນີ້ໄດ້ເຜີຍແຜ່ “ຖະແຫຼງການເນປີດໍຂອງກອງປະຊຸມສຸດຍອດວ່າດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 4” “ແຜນແມ່ບົດແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮອບ 5 ປີ (2023-2027)” ແລະ “ຂໍ້ລິເລີ່ມຮ່ວມ ໃນການສ້າງແລວທາງປະດິດສ້າງໃໝ່ລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ໃນນັ້ນ, “ແຜນແມ່ບົດແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮອບ 5 ປີ (2023-2027)” ໄດ້ລະບຸວ່າ, ຈະເພີ່ມທະວີການຮ່ວມມືໃນ 3 ເສົາຄ້ຳ (ຄວາມໝັ້ນຄົງທາງການເມືອງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງ, ສັງຄົມ ແລະ ວັດທະນະທໍາ), ລົງເລິກການຮ່ວມມືໃນ 5 ຂົງເຂດບຸລິມະສິດ (ເຊື່ອມໂຍງເຊື່ອມຈອດກັນ, ຄວາມສາມາດດ້ານການຜະລິດ, ເສດຖະກິດຂ້າມຊາດ, ຊັບພະຍາກອນນ້ຳ, ກະສິກຳ ແລະ ການຫຼຸດຜ່ອນຄວາມທຸກຍາກ), ຕັ້ງໜ້າຂະຫຍາຍການຮ່ວມມືໃນຂົງເຂດໃໝ່, ຊຸກຍູ້ການຍົກລະດັບໜ່ວຍງານຮ່ວມກັນໃນບັນດາຂົງເຂດບຸລິມະສິດໃຫ້ສູງຂຶ້ນ, ສະໜັບສະໜູນການສ້າງຕັ້ງໜ່ວຍງານປະສົມ ແລະ ສູນຮ່ວມມືໃໝ່.
ແຫຼ່ງຂ່າວ: CRI, App ເສດຖະກິດການຄ້າສໍານັກຂ່າວຊິນຮວາ

ຄໍາເຫັນ

ຂ່າວການຮ່ວມມື

ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ພິທີເຊັນບົດບັນທຶກ ເຈດຈໍານົງ ວ່າດ້ວຍການສ້າງຕັ້ງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງກຸ້ຍໂຈ ສປ ຈີນ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ສໍານັກງານອົງການປົກຄອງ ແຂວງກຸ້ຍໂຈ, ໃຫ້ກຽດລົງນາມເຊັນບົດບັນທຶກໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ຫຼີປິນຈູນ ເຈົ້າແຂວງ ກຸ້ຍໂຈ.
ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ການພົບປະ ແລະ ເຮັດວຽກຢ່າງເປັນທາງການລະຫວ່າງສະຖານທູດຫວຽດນາມ ແລະ ບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ, ບັນດາອົງການສື່ມວນຊົນຂອງລາວ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄັ້ງທຳອິດ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຊຶ່ງການພົບປະຄັ້ງນີ້ ແນໃສ່ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະຖານທູດ ກັບບັນດາອົງການຂ່າວສານ ກໍຄືອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດນາມ ປະຈໍາລາວ.
ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ໃນວັນທີ 17 ມິຖຸນາຜ່ນມາ, ທ່ານ ນາງ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ຢູ່ທີ່ຫ້ອງວ່າການແຂວງ.
ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໃນວັນທີ 17 ມິຖຸນານີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງກວາງນາມ, ແຂວງກອນຕູມ ແລະ ນະຄອນເທື່ອທຽນເຫວ້ ສສ ຫວຽດນາມ ໂດຍມີທ່ານ ຄຳບາງ ພະສະແຫວງ ຫົວໜ້າອົງການໄອຍະການແຂວງເຊກອງ ພ້ອມຄະນະ; ມີທ່ານ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ, ທ່ານ ຟ້າມ ມິງ ກື້ ຫົວໜ້າອົງການໄອຍະການປະຊາຊົນແຂວງກອນຕູມ ແລະ ທ່ານ ເຈີ່ນ ເຢີນ ເວື້ອງ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນເທື່ອທຽນເຫວ້ ພ້ອມຄະນະ ເຂົ້າຮ່ວມ.
ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ຮ່ວມມືກັບ ອົງການການເງິນສາກົນ (IFC) ພາຍໃຕ້ສັນຍາຮ່ວມມື ລະຫວ່າງ ກົມສົ່ງເສີມການລົງທຶນ ແລະ IFC ສຳລັບໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນຂອງພາກເອກະຊົນ ແນໃສ່ສົ່ງເສີມການລົງທຶນຂອງພາກເອກະຊົນ ໃນຂະແໜງການທີ່ສຳຄັນ ຕໍ່ການເຕີບໂຕທາງເສດຖະກິດ, ອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງເອກະຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ສະພາບແວດລ້ອມການດຳເນີນທຸລະກິດ ແລະ ການສ້າງວຽກເຮັດງານທໍາ.
ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ໃນວັນທີ 16 ມິຖຸນາຜ່ານມານີ້, ຄະນະຜູ້ແທນກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ສສ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື, ນຳໂດຍ ສະຫາຍ ພັນເອກ ຫງວຽນ ຊວນ ເຊີນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ອັດຕະປື ພ້ອມດ້ວຍຄະນະເຂົ້າຮ່ວມ.
ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ (TISIE) ຄັ້ງທີ III​ໄດ້ຈັດ​ຂຶ້ນ​ຢູ່​ເທດສະບານ​ທຽນຈີນ​, ທາງ​ພາກ​ເໜືອ​ຂອງ​ຈີນ​ໃນ​ວັນ​ພະຫັດທີ່ຜ່ານມາ​ນີ້, ​ໄດ້​ດຶງ​ດູດ​ຄວາມສົນ​ໃຈ ​ແລະ ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດຕ່າງໆຫຼາຍກວ່າ 440 ວິ​ສາ​ຫະກິດ.
ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ (ວີຊາ E-10-2) ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າຈາກ 5 ບໍລິສັດຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ, 9 ບໍລິສັດຈັດຫາງານໃນ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-13 ມິຖຸນາຜ່ານມາ ທີ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫຼີ, ຮັງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການປະສານງານສາກົນກ່ຽວກັບການຂົນສົ່ງຂ້າມແດນເອີຣົບ-ອາຊີ ແລະ ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນຈໍາກັດເຂົ້າຮ່ວມ.
ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ເພື່ອປະຕິບັດບົດບັນທືກຊ່ວຍຈຳການ (MOU) ຮ່ວມມື ລະຫວ່າງ ພະແນກຍຸຕິທຳແຂວງ ກອນຕູມ ສສ. ຫວຽດນາມ ແລະ ພະແນກຍຸຕິທຳ ແຂວງອັດຕະປື ສປປ ລາວ. ໃນຄັ້ງວັນທີ 9 ມິຖຸນາຜ່ານມາ, ຄະນະນໍາພະແນກຍຸຕິທໍາ ແຂວງອັດຕະປື ນໍາໂດຍ ທ່ານ ຄໍາຫຼ້າ ແກ້ວວັນສອນ ຫົວໜ້າພະແນກຍຸຕິທຳ ແຂວງອັດຕະປື ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ພະແນກຍຸຕິທຳ ແຂວງກອນຕູມ ໂດຍການຕ້ອນຮັບຂອງ ທ່ານ ເຈິນ ມິ່ງ ຖັ໋ງ ຫົວໜ້າພະແນກຍຸຕິທຳ ແຂວງກອນຕູມ ພ້ອມຄະນະເຂົ້າຮ່ວມ.
ເພີ່ມເຕີມ