ການຂົນສົ່ງຂ້າມຊາດຫຼາຍພັນກິໂລແມັດ ເຕັມໄປດ້ວຍຄວາມຮັກ

ການຂົນສົ່ງຂ້າມຊາດຫຼາຍພັນກິໂລແມັດ ເຕັມໄປດ້ວຍຄວາມຮັກ
ເມື່ອໄດ້ຂີ່ຂະບວນລົດໄຟຕາມທາງລົດໄຟລາວ-ຈີນແລ້ວ, ພວກເຮົາກໍຮູ້ສຶກໄວ້ວາງໃຈ. ຂໍສະແດງຄວາມຂອບໃຈຕໍ່ທາງລົດໄຟລາວ-ຈີນ ທີ່ໄດ້ສົ່ງແມ່ຂ້ອຍກັບບ້ານຢ່າງປອດໄພ!” ໃນວັນທີ 24 ທັນວາ 2023 ຜ່ານມາ, ນາງ ຈ່ຽງມຽວ ຜູ້ໂດຍສານຊາວຈີນ ແລະ ແມ່ຂອງລາວ ທີ່ໄດ້ຮັບບາດເຈັບຈາກອຸບັດເຫດລົດ ໄດ້ຂີ່ລົດໄຟຈາກນະຄອນຫຼວງວຽງຈັນປະເທດລາວກັບຄືນປະເທດຈີນຢ່າງປອດໄພ. ຢູ່ເບື້ອງຫຼັງຜົນສຳເລັດນີ້ແມ່ນການປະຕິບັດງານຂ້າມຊາດຕາມໄລຍະທາງຫຼາຍພັນກິໂລແມັດ ທີ່ມີຫຼາຍຝ່າຍເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນ.
ນາງ ຈ່ຽງມຽວ (Jiang Miao) ກ່າວວ່າ:ວັນທີ 26 ພະຈິກ 2023 ຜ່ານມາ, ແມ່ຂອງຕົນໄດ້ຮັບບາດເຈັບຈາກອຸບັດເຫດທາງລົດໃນເວລາໄປທ່ອງທ່ຽວຢູ່ຈັງວັດຊຽງໃໝ່ປະເທດໄທ, ອຸບັດເຫດດັ່ງກ່າວເຮັດໃຫ້ເສັ້ນເລືອດສະໝອງຂອງແມ່ແຕກ ແລະ ໄດ້ດໍາເນີນການຜ່າຕັດກະໂຫຼກຫົວຢູ່ປະເທດໄທ. ເນື່ອງຈາກວ່າເງື່ອນໄຂການແພດຂອງທ້ອງຖິ່ນມີຄວາມຈໍາກັດ ແລະ ມີອຸປະສັກທາງດ້ານພາສາ, ນາງ ຈ່ຽງມຽວ ຈຶ່ງຕັດສິນໃຈສົ່ງແມ່ຕົນກັບຄືນປະເທດຈີນ ເພື່ອເຂົ້າຮັບການປິ່ນປົວ. ຢ່າງໃດກໍຕາມ, ສະພາບຮ່າງກາຍຂອງແມ່ຈ່ຽງມຽວຂີ່ຍົນບໍ່ໄດ້, ເຮັດຈັ່ງໃດຈຶ່ງຈະສາມາດສົ່ງແມ່ກັບຄືນປະເທດຢ່າງປອດໄພຜ່ານທາງບົກໄດ້ກາຍມາເປັນບັນຫາໃຫຍ່. ສຸດທ້າຍ ນາງ ຈ່ຽງມຽວ ໄດ້ໄປຂໍຄວາມຊ່ວຍເຫຼືອຈາກສະຖານກົງສຸນໃຫຍ່ຈີນປະຈຳຈັງວັດຊຽງໃໝ່ປະເທດໄທ.
ກົງສູນໃຫຍ່ຈີນປະຈຳຈັງວັດຊຽງໃໝ່ ໄດ້ລາຍງານສະພາບທີ່ກ່ຽວຂ້ອງໄປຍັງສະຖານທູດຈີນປະຈຳລາວທັນທີ. “ພາຍຫຼັງໄດ້ຮັບຮູ້ສະພາບການແລ້ວ, ພວກຂ້າພະເຈົ້າໄດ້ປຶກສາຫາລືກັບສະຖານກົງສຸນໃຫຍ່ຈີນປະຈຳຈັງວັດຊຽງໃໝ່ ແລະ ຄອບຄົວຂອງຜູ້ຖືກບາດເຈັບຢ່າງຕັ້ງໜ້າ, ພ້ອມທັງໄດ້ວາງແຜນການຍົກຍ້າຍ.” ທ່ານນາງ ເສີງລິນ(Cheng Lin) ທີ່ ເຮັດວຽກຢູ່ສະຖານທູດຈີນປະຈຳລາວກ່າວ. ເມື່ອໄດ້ພິຈາລະນາສະພາບຮ່າງກາຍຂອງຄົນເຈັບແລະ ສະພາບເສັ້ນທາງຢ່າງຮອບດ້ານແລ້ວ, ສະຖານທູດຈີນປະຈຳລາວ ໄດ້ວາງແຜນການເຄື່ອນຍ້າຍທີ່ປອດໄພ ກໍຄືຂີ່ລົດຜ່ານຂົວມິດຕະພາບສາກົນເລກ 1 ທີ່ນະຄອນຫຼວງວຽງຈັນແລ້ວ ຂີ່ຂະບວນລົດໄຟລາວ-ຈີນ ກັບຄືນປະເທດຈີນ.
ພາຍຫຼັງໄດ້ກຳນົດແຜນການແລ້ວ, ສະຖານທູດຈີນປະຈຳລາວໄດ້ຕັ້ງໜ້າປະສານງານ ກັບສູນຊ່ວຍເຫຼືອຈີນນະຄອນຫຼວງວຽງຈັນ ທີ່ເປັນໜ່ວຍງານອາສາສະໜັກ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ, ໜ່ວຍແພດກອງທັບປົດປ່ອຍປະຊາຊົນຈີນ ທີ່ປະຈໍາຢູ່ໂຮງໝໍ 103 ຂອງກອງທັບປະຊາຊົນລາວໄດ້ເຂົ້າຮ່ວມວຽກງານເພື່ອຮັບປະກັນການຂົນສົ່ງ, ການຂົນສົ່ງຂ້າມຊາດທີ່ມີໄລຍະທາງຫຼາຍພັນກິໂລແມັດຄັ້ງນີ້ກໍໄດ້ເລີ່ມປະຕິບັດງານຂຶ້ນ.
ວັນທີ 21 ທັນວາ 2023 ຜ່ານມາ, ລົດຂອງສູນຊ່ວຍເຫຼືອຈີນນະຄອນຫຼວງວຽງຈັນ ໄດ້ອອກເດີນທາງໄປຈັງວັດຊຽງໃໝ່ປະເທດໄທ, ໃນຕອນເຊົ້າມື້ຕໍ່ມາກໍໄດ້ຂົນສົ່ງຄົນເຈັບກັບຄືນສູ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເບິ່ງແຍງດູແລຂອງໜ່ວຍແພດຈີນ. ພາຍຫຼັງເດີນທາງເຂົ້າມາປະເທດລາວແລ້ວ, ຄົນເຈັບກໍຖືກສົ່ງໄປປິ່ນປົວຢູ່ໂຮງໝໍ 103 ໃນທັນທີ ເພື່ອປະເມີນສະພາບ ແລະ ບົ່ງມະຕິປິ່ນປົວຢ່າງລະອຽດ.
ວັນທີ 24 ທັນວາ 2023 ຜ່ານມາ, ຄົນເຈັບໄດ້ຂີ່ລົດຂອງສູນຊ່ວຍເຫຼືອຈີນນະຄອນຫຼວງວຽງຈັນເດີນທາງໄປຮອດສະຖານີລົດໄຟວຽງຈັນ ແລະ ຂຶ້ນລົດໄຟໂດຍສານສາກົນຖ້ຽວ D888 ເດີນທາງໄປສູ່ນະຄອນຄຸນໝິງປະເທດຈີນ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງຫຼາຍຝ່າຍ, ສຸດທ້າຍຄົນເຈັບຖືກສົ່ງກັບຄືນປະເທດຈີນຢ່າງປອດໄພ ແລະ ໄດ້ຮັບການປິ່ນປົວຕໍ່ໄປ.
ໃນການຂົນສົ່ງຄົນເຈັບສາຫັດຂ້າມຊາດຄັ້ງນີ້, ທາງລົດໄຟລາວ-ຈີນ ໄດ້ເສີມຂະຫຍາຍບົດບາດດ້ານຄົມມະນາຄົມທີ່ປ່ຽນແທນບໍ່ໄດ້. ບໍລິສັດທາງລົດໄຟລາວ-ຈີນ ຈຳກັດໃຫ້ຮູ້ວ່າ: ບໍລິສັດທາງລົດໄຟລາວ-ຈີນຈຳກັດ ໄດ້ພະຍາຍາມຈົນສຸດຄວາມສາມາດເພື່ອຮັບປະກັນການປະສານງານໃນທຸກດ້ານ ເຊັ່ນ: ການອອກປີ້, ການປະສານງານຕາມສະຖານີຕ່າງໆ, ຫຼຸດຂັ້ນຕອນການແຈ້ງດ່ານ, ເປີດຊ່ອງທາງບູລິມະສິດແຫ່ງຊີວິດທີ່ປອດໄພ ແລະ ມີປະສິດທິພາບໃຫ້ຄົນເຈັບ.
ຕາມຕົວເລກຂໍ້ມູນສະຖິຕິຈາກສະຖານທູດຈີນປະຈຳລາວໃຫ້ຮູ້ວ່າ, ນັບແຕ່ເດືອນເມສາ ຫາ ເດືອນທັນວາ 2023, ມີຄົນເຈັບທີ່ມີອາການສາຫັດທັງໝົດ 18 ຄົນ ຖືກສົ່ງກັບຄືນສູ່ປະເທດຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ແລະ ໄດ້ຮັບການປິ່ນປົວຕໍ່ໄປ.
ຂ່າວ: ສໍານັກຂ່າວຊິນຮວາ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ອຸດສາຫະກຳໃນເວທີປາໄສ ອາເຊັບ ປີ 2026

ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ອຸດສາຫະກຳໃນເວທີປາໄສ ອາເຊັບ ປີ 2026

ຂປລ. ລາວ ແລະ ຈີນ ຈະສືບຕໍ່ຂະຫຍາຍ ການເຊື່ອມໂຍງເສດຖະກິດ, ການຮ່ວມມື ດ້ານອຸດສາຫະກຳ ແລະ ການເຊື່ອມຕໍ່ພາກພື້ນ ໃນລະຫວ່າງ ກອງປະຊຸມເວທີການຮ່ວມມື ດ້ານເສດ ຖະກິດຮອບດ້ານ ໃນພາກພື້ນ ອາເຊັບ (RCEP) ປີ 2026 ,ຊຶ່ງໄດ້ເປີດຂຶ້ນ ເມື່ອວັນພຸດ 28 ພຶດສະພາ 2026, ຢູ່ແຂວງອານຮຸຍ ຂອງ ສປ. ຈີນ.
ປກສ ອຸດົມໄຊ ນຳສົ່ງຄົນຕ່າງປະເທດລັກລອບເຂົ້າ-ອອກເມືອງຜິດກົດໝາຍໃຫ້ທາງການຈີນ

ປກສ ອຸດົມໄຊ ນຳສົ່ງຄົນຕ່າງປະເທດລັກລອບເຂົ້າ-ອອກເມືອງຜິດກົດໝາຍໃຫ້ທາງການຈີນ

ໃນໄລຍະເດືອນພຶດສະພາ 2026 ນີ້, ໜ່ວຍສະເພາະກິດຫ້ອງສັນຕິບານ ແລະ ຫ້ອງຕໍາຫຼວດ ກອງບັນ ຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງອຸດົມໄຊ ສົມທົບພາກສ່ວນກ່ຽວຂ້ອງເຂົ້າກວດກາພ້ອມກັກຕົວຄົນຕ່າງປະເທດທີ່ມາພັກເຊົາຢູ່ຈຸດໂຮງແຮມ ເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ຈຳນວນ 02 ຈຸດ, ຜ່ານການເຂົ້າກວດກາຕົວຈິງພົບເຫັນຄົນຕ່າງປະເທດ ທີ່ມາພັກເຊົາລີ້ຊ້ອນບໍ່ຖືກຕ້ອງຈໍານວນ 50 ຄົນ, ໂທລະສັບ 53 ເຄື່ອງ ພ້ອມເຄື່ອງຕິດຕົວຈຳນວນໜຶ່ງ. ໃນນີ້, ຄົນສັນຊາດຈີນ 46 ຄົນ, ສັນຊາດມຽນມາ 4 ຄົນ.
70 ປີ ສາຍພົວພັນມິດຕະພາບ ລາວ-ອິນເດຍ  ຈາກການຮ່ວມມືດ້ານມໍລະດົກວັດທະນະທໍາ ສູ່ການເປັນຄູ່ຮ່ວມມືຮອບດ້ານ

70 ປີ ສາຍພົວພັນມິດຕະພາບ ລາວ-ອິນເດຍ ຈາກການຮ່ວມມືດ້ານມໍລະດົກວັດທະນະທໍາ ສູ່ການເປັນຄູ່ຮ່ວມມືຮອບດ້ານ

ລາວ ແລະ ອິນເດຍ ມີອະລິຍະທໍາ, ວັດທະນະທໍາ, ຄວາມສີວິໄລ ທີ່ເກົ່າແກ່ ເປັນມໍລະດົກຕົກທອດມາເຖິງປັດຈຸບັນ. ຕະຫຼອດ 7 ທົດສະວັດທີ່ຜ່ານມາ, ສາຍພົວພັນ ລາວ ແລະ ອິນເດຍ ເປັນສາຍພົວພັນມິດຕະພາບທີ່ສືບເນື່ອງມາໃນປະຫວັດສາດອັນຍາວນານ ແລະ ມີຮາກຖານເຊື່ອມໂຍງເຂົ້າກັນທາງດ້ານວັດທະນະທຳ, ປະຫວັດສາດ, ສາສະໜາ, ການໄປມາຫາສູ່ກັນລະຫວ່າງຄົນກັບຄົນ ແລະ ໄດ້ພັດທະນາກ້າວສູ່ການຮ່ວມມືທີ່ເຂັ້ມແຂງ ແລະ ຮອບດ້ານ ໃນຂົງເຂດການເມືອງ, ເສດຖະກິດ-ການຄ້າ, ການສຶກສາ, ວັດທະນະທໍາ, ການທະຫານ, ວິທະຍາສາດ-ເຕັກໂນໂລຊີ, ການພັດທະນາ ແລະ ການສ້າງຂີດຄວາມອາດສາມາດ.
ກອງປະຊຸມພົບປະຄັ້ງທີ 7 ສະພາແຫ່ງຊາດລາວ-ລັດຖະສະພາເອີຣົບ

ກອງປະຊຸມພົບປະຄັ້ງທີ 7 ສະພາແຫ່ງຊາດລາວ-ລັດຖະສະພາເອີຣົບ

ວັນທີ 25 ພຶດສະພານີ້, ສະພາແຫ່ງຊາດລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາເອີຣົບ ຫຼື ອີພີ (European Parliament - EP) ໂດຍການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ແລະ ທ່ານ ວູເທີ ເບັກ (Wouter BEKE) ປະທານຄະນະສະມາຊິກລັດຖະສະພາ ທີ່ຮັບຜິດຊອບພົວພັນກັບປະເທດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ຂອງ EP ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 24-28 ພຶດສະພາ 2026.
ສປປ ລາວ ເປັນເຈົ້າພາບກອງປະຊຸມລະດັບພາກພື້ນ ກ່ຽວກັບ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ສປປ ລາວ ເປັນເຈົ້າພາບກອງປະຊຸມລະດັບພາກພື້ນ ກ່ຽວກັບ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ໃນລະຫວ່າງວັນທີ 27-29 ພຶດສະພາ 2026 ທີ່ ນະຄອນຫຼວງວຽງຈັນ, ໜ່ວຍງານສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາສາກົນວ່າດ້ວຍເກືອດຫ້າມລະເບີດລູກຫວ່ານ (CCM International Support Unit) ແລະ ຫ້ອງການຫຼຸດຜ່ອນອາວຸດ ອົງການ ສປຊ (UNODA) ຮ່ວມກັບ ລັດຖະບານ ສປປ ລາວ
ມອບຜູ້ຖືກຫາຫຼິ້ນການພະນັນຕ້ອງຫ້າມ 100 ກວ່າຄົນໃຫ້ທາງການໄທ

ມອບຜູ້ຖືກຫາຫຼິ້ນການພະນັນຕ້ອງຫ້າມ 100 ກວ່າຄົນໃຫ້ທາງການໄທ

ໃນວັນທີ 27 ພຶດສະພານີ້, ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ສປປ ລາວ ໄດ້ມອບຕົວຜູ້ຖືກຫາຈໍານວນ 106 ຄົນ ຍິງ 51 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດແຫ່ງຣາຊະອານາຈັກໄທ ຢູ່ທີ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແຂວງບໍລິຄໍາໄຊ ເພື່ອນໍາຕົວພວກກ່ຽວໄປດໍາເນີນຄະດີຕາມລະບຽບກົດໝາຍ ໃນຂໍ້ຫາຫຼິ້ນການພະນັນທີ່ຕ້ອງຫ້າມ, ດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ເຮັດວຽກທີ່ບໍ່ໄດ້ຮັບອະນຸຍາດ.
ການນຳຂັ້ນສູງ ສຊປລ ຕ້ອນຮັບເອກອັກຄະລັດຖະທູດ ສ ຣັດເຊຍ ປະຈໍາລາວ

ການນຳຂັ້ນສູງ ສຊປລ ຕ້ອນຮັບເອກອັກຄະລັດຖະທູດ ສ ຣັດເຊຍ ປະຈໍາລາວ

ໃນວັນທີ 22 ພຶດສະພາຜ່ານມາ, ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ.ຣັດເຊຍ ປະຈໍາສປປ ລາວ ພ້ອມຄະນະ ມີບັນດາຄະນະກົມອ້ອມຂ້າງ ສຊປລ ເຂົ້າຮ່ວມ.
ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດປາແລັດສະຕິນ

ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດປາແລັດສະຕິນ

ໃນວັນທີ 26 ພຶດສະພານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານ ສາອາດິ ສາລາມາ (Saadi Salama), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລັດປາແລັດສະຕິນ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດປະຈໍາ ສປປ ລາວ.
ຮອງປະທານປະເທດ ຕ້ອນຮັບທູດລັດປາແລັດສະຕິນ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບທູດລັດປາແລັດສະຕິນ ເຂົ້າຢ້ຽມອໍາລາ

ໃນວັນທີ 26 ພຶດສະພາ ນີ້ ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ສາອາດິ ສາລາມາ ເອກອັກຄະລັດຖະທູດ ແຫ່ງ ລັດປາແລັດສະຕິນ ປະຈຳ ສປປ ລາວ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ເນື່ອງໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ຍົກລະດັບການຄ້າລາວ-ຈີນ ຍຸກໃໝ່ ເພີ່ມທະວີການຮ່ວມມືຍຸດທະສາດ

ຍົກລະດັບການຄ້າລາວ-ຈີນ ຍຸກໃໝ່ ເພີ່ມທະວີການຮ່ວມມືຍຸດທະສາດ

ຫວ່າງມໍ່ໆມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະຜູ້ແທນຂອງ ສປປ ລາວ ໄດ້ມີການພົບປະສອງຝ່າຍ ກັບ ທ່ານ ຫວັງ ເວີນທາວ ລັດຖະມົນຕີກະຊວງການຄ້າ ສປ ຈີນ ທີ່ ນະຄອນ ຊູໂຈ ແຂວງຈຽງຊູ ສປ ຈີນ. ການພົບປະໃນຄັ້ງນີ້ ເປັນການພົບປະແບບທາງການຄັ້ງທຳອິດຂອງສອງລັດຖະມົນຕີ ເພື່ອປຶກສາຫາລືທິດທາງ ແລະ ແຜນ ການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ.
ເພີ່ມເຕີມ