![]() |
ທ່ານ ນາງ ດັ່ງ ທິ ຮາຍເຕິມ ໄດ້ກ່າວຄໍາອວຍພອນໄຊອັນປະເສີດ ເຖິງການນໍາແຂວງຄໍາມ່ວນ ຕະຫຼອດຮອດປະຊາຊົນລາວ ບັນດາເຜົ່າພາຍໃນແຂວງ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ. ພ້ອມດຽວກັນຍັງໄດ້ສະແດງຄວາມຂອບໃຈຕໍ່ການນໍາແຂວງຄໍາມ່ວນທີ່ໄດ້ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ຕະຫຼອດໄລຍະຜ່ານມາຈົນບັນລຸຜົນສໍາເລັດ.
ທ່ານ ສົມສະອາດ ອຸ່ນສີດາ ໃນນາມການນໍາແຂວງຄໍາມ່ວນ ຍັງໄດ້ສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ຫົວໜ້າກົງສູນໃຫຍ່ ຫວຽດນາມ ທີ່ໄດ້ເດີນທາງມາອວຍພອນ ໃນໂອກາດປີໃໝ່ລາວ ພ້ອມທັງຕີລາຄາສູງຕໍ່ຜົນງານ, ຄວາມສໍາເລັດ ໃນການປະຕິບັດວຽກງານການທູດຢູ່ ລາວ ໂດຍສະເພາະຢູ່ 3 ແຂວງພາກ. ໃນໂອກາດນີ້, ຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງ ໃຫ້ແກ່ຫົວໜ້າກົງສູນ ເພື່ອເປັນການຊົມເຊີຍ, ຮູ້ບຸນຄຸນ ຕໍ່ຜົນງານທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ໃນວຽກງານການທູດ, ກໍຄືການພັດທະນາ ແລະ ຍາດແຍ່ງເອົາການຊ່ວຍເຫຼືອໃຫ້ ແຂວງຄໍາມ່ວນໃນຜ່ານມາ. ນອກນັ້ນ, ຍັງໄດ້ແລກປ່ຽນບາງບົດຮຽນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ-ການລົງທຶນ, ການພັດທະນາ ຊັບພະຍາກອນມະນຸດ ເພື່ອຮ່ວມກັນຜັກດັນການພັດທະນາເສດຖະກິດ-ສັງຄົມ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເວົ້າສະເພາະແມ່ນ ແຂວງ ຄໍາມ່ວນ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ໃຫ້ນັບມື້ເພີ່ມພູນຄູນສ້າງ ແລະ ໝັ້ນຄົງຕະຫຼອດໄປ.
(ຂ່າວ: ມະນີວັນ)

ຄໍາເຫັນ