ອວຍພອນປີໃໝ່ ການນຳແຂວງກວາງນາມ

ການນຳແຂວງຈຳປາສັກ ອວຍພອນປີໃໝ່ ການນຳແຂວງກວາງນາມ

ການນຳແຂວງຈຳປາສັກ ອວຍພອນປີໃໝ່ ການນຳແຂວງກວາງນາມ
ການນຳແຂວງຈຳປາສັກ, ນຳໂດຍ ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ ປະທານສະມາຄົມມິດຕະພາບລາວ-ຫວຽດນາມແຂວງຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມ ການນຳແຂວງກວາງນາມ ສສ ຫວຽດນາມ

 ໃນວັນທີ 15 ມັງກອນຜ່ານມາ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມ, ໂດຍການຕ້ອນຮັບຂອງ ສະຫາຍ ເລ່ ວັນ ຍຸງ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາແຂວງກວາງນາມ.

ໃນໂອກາດນີ້, ສະຫາຍ ສົມບູນ ເຮືອງວົງສາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບດ້ວຍໄມຕີຈິດ, ມິດຕະພາບອັນອົບອຸ່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕ່າງໜ້າຄະນະພັກ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ໄດ້ນຳພາຄະນະຜູ້ແທນແຂວງຈຳປາສັກ ມາເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຊາວຫວຽດນາມ ທີ່ແຂວງກວາງນາມ.

ສະຫາຍ ເລ່ ວັນ ຍຸງ ໄດ້ສະແດງຄວາມຂອບໃຈຕໍ່ການມາຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດຂອງຊາວຫວຽດນາມ ແກ່ຄະນະພັກ-ຄະນະກຳມະການປະຊາຊົນແຂວງ ກໍຄື ປະຊາຊົນແຂວງກວາງນາມ ແລະ ໃນໂອກາດອັນເປັນສີລິມຸງຄຸນ ງານບຸນປີໃໝ່ປະຈຳຊາດຫວຽດນາມ ຂໍອວຍພອນໄຊອັນປະເສີດມາຍັງ ສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ, ອວຍພອນແດ່ສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແຂວງກວາງນາມ ກັບ ແຂວງຈຳປາສັກ ຍາມໃດກໍຂຽວສົດງົດງາມ ແລະ ໝັ້ນຄົງ ຂະນົງແກ່ນ ຕະຫຼອດການລະນາ.

(ຂ່າວ: ທັດຊະນະ)

ຄໍາເຫັນ

ຂ່າວການຮ່ວມມື

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບປະທານປະເທດ ແຫ່ງ ສສ ຫວຽດນາມ

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 25 ເມສາ ນີ້ ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ເລືອງ ເກືອງກໍາມະການກົມການເມືອງສູນກາງພັກປະທານປະເທດ ແຫ່ງ ສສ ຫວຽດນາມ
ສະຫາຍ ເລືອງ ເກືອງ ຢ້ຽມ​ຊົມ​ພິ​ພິ​ທະ​ພັນໄກ​ສອນພົມ​ວິ​ຫານ

ສະຫາຍ ເລືອງ ເກືອງ ຢ້ຽມ​ຊົມ​ພິ​ພິ​ທະ​ພັນໄກ​ສອນພົມ​ວິ​ຫານ

ພາຍຫຼັງທີ່ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ພ້ອມຄະນະຄະນະຜູ້ແທນຂັ້ນສູງ ​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້​ຢູ່​ຕໍ່​ໜ້າ​ຮູບ​ປັ້ນຫຼໍ່ ປະ​ທານ​ໄກ​ສອນພົມ​ວິ​ຫານໃນວັນທີ 25 ເມສານີ້ ທີ່ ພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ
ຄະນະຜູ້ແທນນຂັ້ນສູງຂອງ ສສ ຫວຽດນາມ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນນຂັ້ນສູງຂອງ ສສ ຫວຽດນາມ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ

ໃນວັນທີ 25 ເມສານີ້, ຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ນໍາໂດຍ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງສສ ຫວຽດນາມ ໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

ໃນລະຫວ່າງວັນທີ 22-26 ເມສາ ນີ້ ທີ່ ເມືອງກຸຈິງແຂວງສາລະວັກປະເທດມາເລເຊຍ; ທ່ານ ວັນສີ ກົວມົວຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33, ພາຍໃຕ້ຫົວຂໍ້: “ການມີສ່ວນຮ່ວມຢ່າງທົ່ວເຖິງ
ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ
ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ໃນຕອນບ່າຍຂອງວັນທີ 24 ເມສາ ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 24-25 ເມສາ 2025.

ລາວ-ຈີນ ແລກປ່ຽນບົດຮຽນ ເພື່ອລົງເລິກກິດຈະກຳລະອຽດ ໃນການລ້ຽງງົວ

ລາວ-ຈີນ ແລກປ່ຽນບົດຮຽນ ເພື່ອລົງເລິກກິດຈະກຳລະອຽດ ໃນການລ້ຽງງົວ

ໃນລະຫວ່າງວັນທີ20-26ເມສາ ນີ້,ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ແລະພັດທະນາຊົນນະບົດຊຶ່ງນຳພາໂດຍທ່ານເພັດມະນີແສງຊ້າງໄຊຍະສານຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ແລະພັດທະນາຊົນນະບົດແລະທ່ານພັນທະວົງວົງສຳພັນຮອງຫົວໜ້າກົມລ້ຽງສັດແລະການປະມົງ
ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

ໃນ​ລະຫວ່າງວັນທີ 22 – 23 ເມສານີ້, ທ່ານ ນາງ ແຄັດເທີຣິນ ເວສທຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການພັດທະນາແຫ່ງສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດແລະອຽກ​ລັງ​ເໜືອທັງເປັນຜູ້ຮັບຜິດຊອບວຽກງານອິນໂດ-ປາຊີຟິກພ້ອ​ມ​ດ້ວຍ​ຄະ​ນະໄດ້​ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.
ເພີ່ມເຕີມ