ການນໍາແຂວງຈຳປາສັກ ຢ້ຽມຢາມ ອວຍພອນປີໃໝ່ ການນໍານະຄອນໂຮ່ຈິມິນ ແລະ ແຂວງດົ່ງນາຍ

ການນໍາແຂວງຈຳປາສັກ ຢ້ຽມຢາມ ອວຍພອນປີໃໝ່ ການນໍານະຄອນໂຮ່ຈິມິນ ແລະ ແຂວງດົ່ງນາຍ
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະຜູ້ແທນຂອງແຂວງຈຳປາສັກ ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນຄະນະນໍາ ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນວັນທີ 29 ມັງກອນຜ່ານມາ, ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2024, ໂດຍການຕ້ອນຮັບຂອງ ທ່ານ ຟານວັນມາຍ ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ພ້ອມຄະນະໃຫ້ການຕ້ອນຮັບ. 
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າອົງຄະນະພັກ-ອົງການປົກຄອງ, ສະພາປະຊາ ຊົນ, ແນວລາວສ້າງຊາດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງຈຳປາສັກ ນຳເອົາຄຳອວຍພອນອັນປະເສີດ ມາຍັງສະຫາຍ ພ້ອມດ້ວຍຄະນະນຳ, ອົງຄະນະພັກ, ອົງການການປົກ ຄອງສະພາປະຊາຊົນ, ແນວໂຮມປະເທດຊາດ, ກຳລັງປະກອບອາວຸດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນຊາວນະຄອນໂຮ່ຈິມິນ ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2024ຊຶ່ງເປັນຮີດຄອງປະເພນີທີ່ສືບທອດມາແຕ່ດົນນານ, ເປັນປາງບຸນໃຫຍ່ ຂອງປວງຊົນຫວຽດນາມທັງຊາດ ທີ່ໄດ້ພ້ອມກັນສະເຫຼີມສະຫຼອງ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ຢ່າງຄຶກຄື້ນມ່ວນຊື່ນ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ວັດທະນະຖາວອນ ແລະ ປະສົບຜົນສຳເລັດໃນພາລະກິດສ້າງສາພັດທະນາໃຫ້ນັບມື້ເຂັ້ມແຂງຍິ່ງໆຂຶ້ນ. ພ້ອມນັ້ນ, ທ່ານເຈົ້າແຂວງຈຳປາສັກ ຍັງໄດ້ເຊື້ອເຊີນການນຳນະຄອນໂຮ່ຈິມິນ ຮ່ວມງານບຸນນະມັດສະການຜາສາດຫີນວັດພູ 2024 ເມືອງຈຳປາສັກ, ງານບຸນມະໂຫລານ ກາເຟ - ຊາ ພູພຽງບໍລະເວນ ປະຈໍາປີ, ຮ່ວມຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນ ໃນບັນຍາກາດປີທ່ອງທ່ຽວລາວ2024 ທີ່ ແຂວງຈຳປາສັກ ນຳອີກ.
ໃນໂອກາດດຽວກັນ, ທ່ານ ຟານວັນມາຍ ໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງ ທີ່ເຫັນເພື່ອນມິດສະຫາຍ ສະໜິດສະໜົມ ມາຢ້ຽມຢາມໃນວັນອັນສຳຄັນນີ້, ປີໃໝ່ປະເພນີຫວຽດນາມ ຊຶ່ງເປັນຮີດຄອງປະເພນີທີ່ສືບທອດມາແຕ່ດົນນານ ຂອງປວງຊົນຫວຽດນາມທັງຊາດ ແລະ ໃນຊຸມປີຜ່ານມາ, ການຮ່ວມມື ລະຫ່ວາງ ແຂວງຈຳປາສັກ ແລະ ນະຄອນໂຮ່ຈິມິນ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫຼາຍໆດ້ານ ແລະ ມີການເຊັນບົດທຶກຊ່ວຍຈຳຮ່ວມກັນຢ່າງເປັນຮູບປະທຳ, ພ້ອມທັງໄດ້ອວຍພອນແດ່ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີແບບພິເສດ, ຄວາມສະໜິດສະໜົມ ແລະ ເຊື່ອໝັ້ນຕໍ່ກັນ ລະຫວ່າງ ແຂວງຈຳປາສັກ ກັບ ນະຄອນໂຮ່ຈິມິນ ຈົ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ໃນວັນດຽວກັນນີ້, ທ່ານ ວິໄລວົງ ບຸດດາຄຳ ພ້ອມຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ຄະນະນໍາແຂວງດົ່ງນາຍໂດຍການຕ້ອນຮັບຂອງ ທ່ານ ຫງວຽນຮົ່ງລິງ ກຳມະການສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງດົ່ງນາຍ  ພ້ອມຄະນະ ໃຫ້ການຕ້ອນຮັບ. 
ຂ່າວ-ພາບ: ທັດຊະນະ

ຄໍາເຫັນ

ຂ່າວການຮ່ວມມື

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ໃນວັນທີ 12 ສິງຫານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ສິງກະໂປ (Istana), ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣັນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 11-12 ສິງຫາ 2025.
ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ (KOTRA Vientiane) ຮ່ວມກັບອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳເມືອງ ຊອງນຳ ແລະ ອົງການສົ່ງເສີມອຸດສາຫະກຳ ເມືອງຊອງນຳ. ໂດຍມີຂອງທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສເກົາຫຼີ ປະຈຳລາວ ຊຶ່ງມີແຂກຖືກເຊີນຈາກ ສ ເກົາຫຼີ ແລະ ລາວ ເຂົ້າຮ່ວມ ງານກິດຈຳກຳສົ່ງເສີມການຄ້າເມືອງຊອງນຳ (Seongnam) ປະຈຳປີ 2025 ເປັນຂີດຫມາຍສຳຄັນໃນ ການສົ່ງເສີມ ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ ສ ​ເກົາຫຼີ ​ແລະ ສປປ ລາວ ໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ.
ຄະນະຜູ້ແທນສຳນັກຂ່າວກວາງຊີ ສປ ຈີນ ຢ້ຽມຢາມ ໜັງສືພິມ ປະຊາຊົນ

ຄະນະຜູ້ແທນສຳນັກຂ່າວກວາງຊີ ສປ ຈີນ ຢ້ຽມຢາມ ໜັງສືພິມ ປະຊາຊົນ

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ຕ້ອນຮັບຄະນະຜູ້ແທນ ສຳນັກຂ່າວກວາງຊີ ສປ ຈີນ ນຳໂດຍ ທ່ານ ຈີນຄາຍເລີ້ ຫົວໜ້າຝ່າຍຈັດການວາງແຜນຂ່າວ ສຳນັກງານເຂດປົກຄອງຕົນເອງ ກວາງຊີ ສປ ຈີນ ມາຢ້ຽມຢາມ ໜັງສືພິມປະຊາຊົນ ເມື່ອວັນທີ 11 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ມາຢ້ຽມຢາມ ແລະ ເຮັດວຽກ ສປປ ລາວ ໃນລະຫວ່າງວັນທີ 7-11 ສິງຫານີ້.
ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມຝຶກອົບຮົມວຽກງານການຮ່ວມມືດ້ານແຮ່ທາດອາຊຽນຂຶ້ນໃນວັນທີ 5 ສິງຫາ ຜ່ານມາ ທີ່ໂຮງແຮມຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຂອງ ສປປ ລາວ. ມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ, ປະເທດຕີມໍເລັດສະເຕ (ເຂົ້າຮ່ວມສັງເກດການ), ມີບໍລິສັດລົງທຶນດ້ານບໍ່ແຮ່ຂອງ ສປປ ລາວ ເຊັ່ນ: ບໍລິສັດ ລ້ານຊ້າງມິເນໂຣ ລິມິເຕັດ, ບໍລິສັດ ພູເບ້ຍມາຍນິງ ຈໍາກັດ, ຄະນະວິທະຍາສາດສິ່ງແວດລ້ອມ (ມະຫາວິທະຍາໄລແຫ່ງຊາດລາວ), ອົງການຈັດຕັ້ງສາກົນເປັນຕົ້ນ: CCOP, UNESCAP, USAID, KOMIR, IGF, ESCAP, UK Mission to ASEAN, SEforALL. ປະມານ 100 ກວ່າທ່ານ ເຂົ້າຮ່ວມ.
ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ຫວ່າງບໍ່ດົນມານີ້, ໂຄງການຊ່ວຍເຫຼືອ ດ້ານ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ ຂອງ​ໂຄງການ​ສາຍສົ່ງ 500 ກິໂລວັດ (ກວ) ລາວ-ຈີນ ໄດ້ເລີ່ມກໍ່ສ້າງຢ່າງເປັນທາງການຢູ່ໂຮງຮຽນປະຖົມບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ; ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຜູ້ຕາງໜ້າ ຈາກບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T), ໜ່ວຍງານອອກແບບໂຄງການ ແລະ ບໍລິສັດກໍ່ສ້າງໂຄງການ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງດັ່ງກ່າວ.
ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ລັດຖະບານຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງມູນຄ່າ 1,500 ລ້ານເຢນ ໃຫ້ ສປປ ລາວ

ພິທີມອບ-ຮັບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງມູນຄ່າ 1,500 ລ້ານເຢນ ຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສດຖະກິດ-ສັງຄົມ ສົກປີ 2023 ໄດ້ຈັດຂຶ້ນໃນວັນທີ 8 ສິງຫານີ້ ທີ່ລັດວິສາຫະກິດກໍ່ສ້າງທາງເລກ 8 ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ສປປ ລາວ ເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ຄັ້ງທີ 28

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ (ASOF) ຄັ້ງທີ 28 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫ່ວາງ ວັນທີ 7-8 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານ ນາງ ສິລິພອນ ສຸພັັັັັນທອງ ຮອງເຈົ້າແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ສໍາມະນາລະດັບສາກົນເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 23

ກອງປະຊຸມສໍາມະນາລະດັບສາກົນຂອງເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນຄັັ້ງທີ 23 ພາຍໃຕ້ຫົວ ຂໍ້ "ການຂະຫຍາຍການຈັດຕັ້ງປະຕິບັດການແກ້ໄຂໂດຍອີງໃສ່ທໍາມະຊາດ (NbS), ວິທີການອີງໃສ່ລະບົບ ນິເວດ (EbA) ແລະ ກົນໄກການສະໜອງທຶນທີ່ຍືນຍົງສໍາລັບ NbS" ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 6 ສິງຫານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍໃຫ້ກຽດກ່າວເປີດກອງປະຊຸມສຳມະນາດັ່ງກ່າວຂອງ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ສປປ ລາວ (SOM-ASOF), ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງ ໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດ ການາດາ ເຂົ້າຢ້ຽມອຳລາ

ໃນວັນທີ 5 ສິງຫາ ນີ້ ທີ່ທຳນຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ປິງ ກິດນິກອນ (H.E. Mrs. Ping kinikone) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ ເຂົ້າພົບປະທ່ານເຈົ້າແຂວງຫຼວງນໍ້າທາ

ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຂອງສອງປະເທດ ໃຫ້ເລິກຊຶ່ງກວ່າເກົ່າ. ທ່ານ ນາງ ຝາງຫົງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດປະຊາຊົນຈີນ ປະຈຳລາວ ພ້ອມດ້ວຍຄະນະ ເຂົ້າພົບປະທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງວ່າການແຂວງ ໃນວັນທີ 1 ສີງຫາຜ່ານມາ ພ້ອມທັງໄດ້ລາຍງານຈຸດປະສົງຂອງການເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.
ເພີ່ມເຕີມ