ການນຳແຂວງຈຳປາສັກ ຢ້ຽມຢາມ ອວຍພອນປີໃໝ່ການນໍາແຂວງບິ່ງເຝືອກ

ການນຳແຂວງຈຳປາສັກ ຢ້ຽມຢາມ ອວຍພອນປີໃໝ່ການນໍາແຂວງບິ່ງເຝືອກ
ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະຜູ້ແທນຂອງແຂວງຈຳປາສັກ ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນຄະນະນໍາ ແຂວງບິ່ງເຝືອກ ສສ ຫວຽດນາມ ໃນວັນທີ 28 ມັງກອນຜ່ານມາ, ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2024, ໂດຍໄດ້ການຕ້ອນຮັບຂອງ ທ່ານ ນາງ ເຈີ່ງ ຕື ຫຽນ ຮອງເລຂາພັກແຂວງປະທານຄະນະກຳມະການປະຊາຊົນແຂວງບິ່ງເຝືອກ ພ້ອມຄະນະໃຫ້ການຕ້ອນຮັບ. 
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າ ອົງຄະນະພັກ-ອົງການປົກຄອງ, ສະພາປະຊາຊົນ, ແນວລາວສ້າງຊາດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຂໍນຳເອົາຄຳອວຍພອນອັນສຸດທີ່ປະເສີດມາຍັງສະຫາຍ ພ້ອມດ້ວຍຄະນະນຳ, ອົງຄະນະພັກ, ອົງການການປົກຄອງສະພາປະຊາຊົນ, ແນວໂຮມປະເທດຊາດ, ກຳລັງປະກອບອາວຸດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນຊາວແຂວງບິ່ງເຝືອກ ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2024 ຊຶ່ງເປັນຮີດຄອງປະເພນີທີ່ສືບທອດມາແຕ່ດົນນານ, ເປັນປາງບຸນໃຫຍ່ ຂອງປວງຊົນຊາວຫວຽດນາມທັງຊາດ ທີ່ໄດ້ພ້ອມກັນສະເຫຼີມສະຫຼອງ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ຢ່າງຄຶກຄື້ນມ່ວນຊື່ນ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ວັດທະນະຖາວອນ ແລະ ປະສົບຜົນສຳເລັດໃນພາລະກິດສ້າງສາພັດທະນາໃຫ້ນັບມື້ເຂັ້ມແຂງຍິ່ງໆຂື້ນ. 
ພ້ອມນັ້ນ, ສອງຝ່າຍຍັງ ຕີລາຄາສູງ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ດ້ວຍນໍ້າໃຈມິດຕະພາບອັນບໍລິສຸດຜຸດຜ່ອງ, ການພົວພັນອັນສະໜິດສະໜົມຈິງໃຈ ຂອງສອງຊາດ ສອງທ້ອງຖິ່ນພວກເຮົາ ໄດ້ຮັບການຖະນຸຖະໜອມ ແລະ ກາຍເປັນມູນເຊື້ອ, ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ ຍາມໄດກໍຂຽວສົດງົດງາມ ແລະໄດ້ຮັບການພັດທະນາເພີ່ມພູນຄູນສ້າງ ນັບມື້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. 
ໃນໄລຍະຜ່ານມາ ແຂວງຈຳປາສັກ-ແຂວງບິ່ງເຝືອກ ໄດ້ຮ່ວມກັນຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນທີ່ໄດ້ຕົກລົງ ມີຜົນສໍາເລັດຢ່າງມີປະສິດທິພາບ ປະສິດທິຜົນຢ່າງໜ້າພາກພູມໃຈ; ໂດຍສະເພາະສອງແຂວງ ໄດ້ແລກປ່ຽນຄະນະຜູ້ແທນເຄື່ອນໄຫວຢ້ຽມຢາມຢ່າງເປັນປົກກະຕິ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮ້ອບດ້ານໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ, ວຽກງານກະສິກຳ, ວຽກງານສາທາລະນະສຸກ, ລວມທັງວຽກງານການທ່ອງທ່ຽວ ແລະ ການຊ່ວຍເຫຼືອດ້ານການພັດທະນາຕ່າງໆ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. 
ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງຈຳປາສັກ ຍັງໄດ້ເຊື້ອເຊີນ ການນຳແຂວງບິ່ງເຝືອກ ຮ່ວມງານ ບຸນນະມັດສະການຜາສາດຫີນວັດພູ 2024 ເມືອງຈຳປາສັກ, ງານບຸນມະໂຫລານ ກາເຟ - ຊາ ພູພຽງບໍລະເວນ ປະຈໍາປີ, ໃນບັນຍາກາດປີທ້ອງທ່ຽວ 2024 ທີ່ ແຂວງຈຳປາສັກ ນຳອີກ.
ຂ່າວ-ພາບ: ທັດຊະນະ

ຄໍາເຫັນ

ຂ່າວການຮ່ວມມື

ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ໃນວັນທີ 17 ມິຖຸນາຜ່ນມາ, ທ່ານ ນາງ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ຢູ່ທີ່ຫ້ອງວ່າການແຂວງ.
ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໃນວັນທີ 17 ມິຖຸນານີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງກວາງນາມ, ແຂວງກອນຕູມ ແລະ ນະຄອນເທື່ອທຽນເຫວ້ ສສ ຫວຽດນາມ ໂດຍມີທ່ານ ຄຳບາງ ພະສະແຫວງ ຫົວໜ້າອົງການໄອຍະການແຂວງເຊກອງ ພ້ອມຄະນະ; ມີທ່ານ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ, ທ່ານ ຟ້າມ ມິງ ກື້ ຫົວໜ້າອົງການໄອຍະການປະຊາຊົນແຂວງກອນຕູມ ແລະ ທ່ານ ເຈີ່ນ ເຢີນ ເວື້ອງ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນເທື່ອທຽນເຫວ້ ພ້ອມຄະນະ ເຂົ້າຮ່ວມ.
ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ຮ່ວມມືກັບ ອົງການການເງິນສາກົນ (IFC) ພາຍໃຕ້ສັນຍາຮ່ວມມື ລະຫວ່າງ ກົມສົ່ງເສີມການລົງທຶນ ແລະ IFC ສຳລັບໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນຂອງພາກເອກະຊົນ ແນໃສ່ສົ່ງເສີມການລົງທຶນຂອງພາກເອກະຊົນ ໃນຂະແໜງການທີ່ສຳຄັນ ຕໍ່ການເຕີບໂຕທາງເສດຖະກິດ, ອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງເອກະຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ສະພາບແວດລ້ອມການດຳເນີນທຸລະກິດ ແລະ ການສ້າງວຽກເຮັດງານທໍາ.
ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ໃນວັນທີ 16 ມິຖຸນາຜ່ານມານີ້, ຄະນະຜູ້ແທນກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ສສ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື, ນຳໂດຍ ສະຫາຍ ພັນເອກ ຫງວຽນ ຊວນ ເຊີນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ອັດຕະປື ພ້ອມດ້ວຍຄະນະເຂົ້າຮ່ວມ.
ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ (TISIE) ຄັ້ງທີ III​ໄດ້ຈັດ​ຂຶ້ນ​ຢູ່​ເທດສະບານ​ທຽນຈີນ​, ທາງ​ພາກ​ເໜືອ​ຂອງ​ຈີນ​ໃນ​ວັນ​ພະຫັດທີ່ຜ່ານມາ​ນີ້, ​ໄດ້​ດຶງ​ດູດ​ຄວາມສົນ​ໃຈ ​ແລະ ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດຕ່າງໆຫຼາຍກວ່າ 440 ວິ​ສາ​ຫະກິດ.
ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ (ວີຊາ E-10-2) ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າຈາກ 5 ບໍລິສັດຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ, 9 ບໍລິສັດຈັດຫາງານໃນ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-13 ມິຖຸນາຜ່ານມາ ທີ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫຼີ, ຮັງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການປະສານງານສາກົນກ່ຽວກັບການຂົນສົ່ງຂ້າມແດນເອີຣົບ-ອາຊີ ແລະ ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນຈໍາກັດເຂົ້າຮ່ວມ.
ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ເພື່ອປະຕິບັດບົດບັນທືກຊ່ວຍຈຳການ (MOU) ຮ່ວມມື ລະຫວ່າງ ພະແນກຍຸຕິທຳແຂວງ ກອນຕູມ ສສ. ຫວຽດນາມ ແລະ ພະແນກຍຸຕິທຳ ແຂວງອັດຕະປື ສປປ ລາວ. ໃນຄັ້ງວັນທີ 9 ມິຖຸນາຜ່ານມາ, ຄະນະນໍາພະແນກຍຸຕິທໍາ ແຂວງອັດຕະປື ນໍາໂດຍ ທ່ານ ຄໍາຫຼ້າ ແກ້ວວັນສອນ ຫົວໜ້າພະແນກຍຸຕິທຳ ແຂວງອັດຕະປື ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ພະແນກຍຸຕິທຳ ແຂວງກອນຕູມ ໂດຍການຕ້ອນຮັບຂອງ ທ່ານ ເຈິນ ມິ່ງ ຖັ໋ງ ຫົວໜ້າພະແນກຍຸຕິທຳ ແຂວງກອນຕູມ ພ້ອມຄະນະເຂົ້າຮ່ວມ.
ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ໃນໄລຍະຜ່ານມາ, ໂດຍປະຕິບັດຕາມນະໂຍບາຍ, ລະບອບ, ລະບຽບ ແລະ ມາດຕະການໃນການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ. ສິ່ງສໍາຄັນອີກບັນຫານໜຶ່ງແມ່ນບົດຮຽນທີຫ້າ: ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງນະໂຍບາຍປົກປ້ອງສັງຄົມກັບ ນະໂຍບາຍສະຫວັດດີການສັງຄົມຕໍ່ເປົ້າໝາຍທີ່ຄວນໄດ້ຮັບ ຊຶ່ງແມ່ນພາລະໜ້າທີ່ໃນການຮັກສາຄວາມປອດໄພ ແລະ ໝູນໃຊ້ບາງຫຼັກການທີ່ຕິດພັນກັບການຕະຫຼາດ.
ເວທີປາໄສການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)

ເວທີປາໄສການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)

ກອງປະຊຸມສໍາມະນາການຮ່ວມມືຂອງອົງການປົກຄອງທ້ອງຖິ່ນ ແລະ ການຮ່ວມມືເມືອງພີ່-ເມືອງນ້ອງ ພາຍໃຕ້ຂໍ້ຕົກລົງຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນອາຊີ-ປາຊີຟິກ (RCEP) ປີ 2025 ໄດ້ເປີດຂຶ້ນໃນ ວັນທີ 4-6 ມິຖຸນາ ຜ່ານມາ ທີ່ເມືອງເຫີເຟີຍ ແລະ ເມືອງຫວງຊານ ແຂວງອານຮຸຍ ສປ ຈີນ ແຂວງທາງຕາເວັນອອກຂອງຈີນ. ພາຍໃຕ້ຄໍາຂວັນ ຄູ່ຮ່ວມມືພາກພື້ນເພື່ອການພັດທະນາຮ່ວມກັນ", ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານດ້ານເສດຖະກິດ, ວັດທະນະທຳ ແລະ ອຸດສາຫະກຳລະຫວ່າງປະເທດສະມາຊິກ RCEP. ສ້າງຄວາມເປັນຢູ່ທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດພາກພື້ນ ແລະ ຍົກລະດັບການຄ້າເສລີໃນເຂດອາຊີ-ປາຊີຟິກ.
ເພີ່ມເຕີມ