![]() |
ທ່ານ ບຸນຫຼາຍ ບຸດທິ ກ່າວຕ້ອນຮັບວ່າ: ໃນນາມຕາງໜ້າໃຫ້ຄະນະພັກ, ອໍານາດການປົກຄອງແຂວງເຊກອງ ຮູ້ສຶກເປັນກຽດ ແລະ ພາກ ພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ການມາຢ້ຽມຢາມ ຂອງສະຫາຍ ຫງວຽນ ວັນ ເຟືອງ ພ້ອມຄະນະ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າ ມາອວຍພອນປີໃໝ່ລາວ ທີ່ໃກ້ຈະມາຮອດມໍ່ໆນີ້ ແລະ ການມາຄັ້ງນີ້ ຍັງຈະໄດ້ພົບປະເຮັດວຽກເຮັດຮ່ວມກັນ ລະຫວ່າງ ຄະນະນໍາທັງສອງແຂວງ ເຊກອງ-ກວາງຈິ ຊຶ່ງເປັນຂີດໝາຍສໍາຄັນໃນການພົບປະແລກປ່ຽນບົດຮຽນນໍາກັນ ໂດຍຢືນຢັນໄດ້ວ່າ ການຮ່ວມມື ແລະ ຄວາມສາມັກຄີແບບພິເສດ ຈະຍັງຄົງສືບຕໍ່ຮັດແໜ້ນສາຍພົວພັນລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າສະເພາະ ແຂວງເຊກອງ-ແຂວງກວາງຈິ ທີ່ເປັນມູນເຊື້ອອັນດີງາມຕະຫຼອດມາ.
![]() |
ທ່ານ ບຸນຫຼາຍ ບຸດທິ ກ່າວຕື່ມວ່າ: ໃນໂອກາດອັນສະຫງ່າລາສີນີ້ ຂໍຖືໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ທີ່ຈະມາເຖິງບໍ່ພໍເທົ່າໃດວັນຄັ້ງໜ້ານີ້, ຕາງໜ້າຄະນະພັກ, ອຳນາດການປົກຄອງແຂວງເຊກອງ ຂໍອວຍພອນໃຫ້ບັນດາທ່ານການນໍາແຂວງກວາງຈິ້ ພ້ອມດ້ວຍປະຊາຊົນຊາວຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ພ້ອມກັນເສີມຂະຫຍາຍການຮ່ວມມື, ຄວາມສາມັກຄີແບບພິເສດໃຫ້ໝັ້ນຄົງຍືນນານ. ຈາກນັ້ນ, ກໍໄດ້ມີພິທີບາສີສູ່ຂວັນໃຫ້ການນຳທັງສອງແຂວງ ເຊກອງ-ກວາງຈິ້ ເພື່ອເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດລາວທີ່ມີມາແຕ່ດົນນານ ໃຫ້ຄົງຢູ່ຄູ່ກັບຄົນລາວຕະຫລອດໄປ.
(ຂ່າວ: ທ ອັດສະວິນ)


ຄໍາເຫັນ